ພູດ້ອຍບ່ອນຜູກພັນກັບເລື່ອງລາວ ພະມະຫາກະສັດ ເລຮວ່ານ ໄຖນາ

(VOVWORLD) -ໂດຍຕັ້ງຢູ່ຄຽງຂ້າງກັບກະແສນ້ຳ ເຈົາ, ພູດ້ອຍ ດ້ວຍປູຊະນີຍະສະຖານ ວັດດ້ອຍເຊີນ, ເຊິ່ງເປັນສັນຍາລັກ ທາງດ້ານວັດທະນະທຳອັນໜຶ່ງ ຂອງເຂດດິນແດນ ຮ່ານາມ, ໄດ້ຮັບການກ່າວເຖິງ ຄືດັ່ງສະຖານທີ່ສັກກະລະບູຊາ ຂອງເຂດທົ່ງພຽງທາງພາກເໜືອ. ບໍ່ພຽງແຕ່ເປັນກິດຈະກຳ ທາງສາດສະໜາ ທີ່ມີຄວາມໂດດເດັ່ນເປັນທີໜຶ່ງ ຢູ່ ເຈິ໊ນເຊີນນາມ ໃນເມື່ອກ່ອນເທົ່ານັ້ນ, ຫາກວັດດ້ອຍເຊີນ ຍັງແມ່ນໜຶ່ງໃນບັນດາສູນກາງ ພຸດທະສາດສະໜາໃຫຍ່ທີ່ສຸດ ຂອງພາກເໜືອອີກດ້ວຍ
ພູດ້ອຍບ່ອນຜູກພັນກັບເລື່ອງລາວ ພະມະຫາກະສັດ ເລຮວ່ານ ໄຖນາ - ảnh 1 ວັດດ້ອຍ

ໂດຍໄດ້ຮັບການຂະໜານນາມວ່າ ແມ່ນທັດສະນີຍະພາບອັນກວ້າງໃຫຍ່ໄພສານ, ມີຄວາມສວຍງາມກວ່າໝູ່ໝົດ ຢູ່ເຂດທົ່ງພຽງແມ່ນ້ຳແດງ, ວັດດ້ອຍເຊີນ, ຕັ້ງຢູ່ຕາແສງດ້ອຍເຊີນ, ເມືອງ ຢຸຍຕຽນ, ແຂວງ ຮ່ານາມ, ໄດ້ກໍ່ສ້າງໃນສະຕະວັດທີ 11, ເຊິ່ງແມ່ນສະໄໝທີ່ ພຸດທະສາສະໜາຮຸ່ງເຮືອງເຫຼືອງເຫຼື້ອມທີ່ສຸດ ແລະໄດ້ຮັບຖືວ່າແມ່ນສາສະໜາປະຈຳຊາດ. ພູດ້ອຍ ເປັນບ່ອນທີ່ ພະມະຫາກະສັດ ເລຮວ່ານ ເຄີຍມາລິເລີ່ມທຳການສ້າງສາພາລະກິດ ແລະໄຖນາດ້ວຍຕົນເອງ ຢູ່ທີ່ນີ້ ໃນປີ 987, ເປັນການຖາກຖາງບຸກເບີກເນື້ອທີ່ດິນ, ເຊີດຊູກິດຈະການກະສິກຳ, ກະສິກອນ ແລະຊົນນະບົດ. ໂດຍນອນໃນຂອບເຂດປ່າໄມ້ກວ້າງກວ່າສອງເຮັກຕາ, ວັດດ້ອຍເຊີນ ໄດ້ສ້າງຂຶ້ນໃນກາງສະຕະວັດທີ 11 ຢູ່ຈອມພູດ້ອຍ. ທ່ານນາງ ຟ້າມຊວັນແທັງ, ຜູ້ອຳນວຍການຫໍພິພິທະພັນ ແຂວງ ຮ່ານາມ, ໃຫ້ຮູ້ວ່າ:

ໃນຊຸມປີ 1054 ຮອດປີ 1058 ພາຍໃຕ້ລາຊະວົງ ລີ໊ແທ໊ງຕົງ, ວັດໄດ້ສ້າງຂຶ້ນຢູ່ ພູດ້ອຍ ແຕ່ວ່າ ວັດດ້ອຍເຊີນ ມີຊື່ສຽງຢ່າງແທ້ຈິງນັ້ນ ແມ່ນພຽງແຕ່ໃນເວລາທີ່ ເຈົ້າຊີວິດ ລີ໊ເຍິນຕົງ ຄັ້ງໜຶ່ງ ໄດ້ມາທ່ຽວຊົມທິວທັດທຳມະຊາດຢູ່ທີ່ນີ້ ແລະເມື່ອເຫັນພູສູງເກິ່ງເດິ່ງຄືແນວນັ້ນ ແຕ່ວ່າຈອມພູພັດຮາບພຽງ ຈຶ່ງໄດ້ປ່ຽນຊື່ພູດ້ອຍມາເປັນ ລອງດ້ອຍເຊີນ ແລະອະນຸຍາດໃຫ້ສ້າງວັດຂະໜາດໃຫຍ່ໃສ່ຈອມພູນີ້ ເພື່ອບູຊາພະພຸດທະເຈົ້າ ພ້ອມກັບທາດເຈດີ. ພາຍຫຼັງການເປີດສະຫຼອງ, ວັດແຫ່ງນີ້ໄດ້ກາຍເປັນສະຖານທີ່ ທີ່ມີທິວທັດທຳມະຊາດສວຍສົດງົດງາມ ແລະກວ້າງໃຫຍ່, ທັງເປັນບ່ອນປະທັບຊົ່ວຄາວຂອງເຈົ້ົ້ົ້າຊີວິດ ເມື່ອອອກຈາກພະລາຊະວັງ ໃນສະໄໝເຈົ້າຊີວິດ ລີ໊. ສົມພໍ ເຈົ້າຊີວິດ ລີ໊ເຍິນຕົງ ຈຶ່ງເລືອກເອົາທີ່ຕັ້ງແຫ່ງນີ້ ເປັນບ່ອນບໍ່ພຽງແຕ່ທາງດ້ານສາດສະໜາ ເພື່ອມາເຊື່ອມຕໍ່ກັບດ້ານຈິດໃຈ ລະຫວ່າງຈັກກະວານກັບມະນຸດເທົ່ານັ້ນ ຫາກຍັງມີຄວາມໝາຍທາງດ້ານການທະຫານ, ດ້ານການເມືອງອີກດ້ວຍ ເມື່ອຢາກປົກຄອງ ເຂດທົ່ງພຽງອັນກວ້າງໃຫຍ່ໄພສານທັງໝົດນີ້

ພາຍຫຼັງກໍ່ສ້າງມາໄດ້ 300 ປີ, ຮອດປີ 1407, ວັດດ້ອຍເຊີນ ແລະທາດເຈດີ ຊຸ່ງທ້ຽນຢຽນລິງ ຖືກພວກສັດຕູ ໝິງ ທຳລາຍ. ຫຼັງຈາກນັ້ນ, ບັນດາລາຊະວົງ ມາກ, ເລ ລ້ວນແຕ່ ປະຕິສັງຂອນວັດ ແລະເຮັດໃຫ້ສະຖານທີ່ແຫ່ງນີ້ ກາຍເປັນທິວທັດທຳມະຊາດ ຢູ່ໃນເຂດພູຜາປ່າໄມ້. ຕາມນັກຄົ້ນຄວ້າປະຫວັດສາດແລ້ວ, ການສ້ອມແປງ, ບູລະນະປະຕິສັງຂອນຄັ້ງໃຫຍ່ສຸດ ແມ່ນໃນສະໄໝລາຊະວົງ ຫງວຽນ (ປີ 1860), ເຊິ່ງແມ່ນປີທີ່ເຈົ້າຊີວິດ ຕຶດຶກ ຂຶ້ນຄອງລາດເປັນປີທີ 13. ພຸດທະສາສະນິກະຊົນ ແລະປະຊາຊົນ ໄດ້ບໍລິຈາກເງິນ ເພື່ອຈັດແຈງແຕ່ງໃໝ່ຫຼາຍລາຍການຢູ່ ວັດດ້ອຍເຊີນ ເປັນຕົ້ນແມ່ນ ຫ້ອງບູຊາພະພຸດທະເຈົ້າ, ຫ້ອງບູຊາ, ຫໍບູຊາບັນພະບູລຸດ, ຫໍລະຄັງ, ຜ້າແສ່ວຫ້ອຍຢູ່ຕໍ່ໜ້າຮ້ານບູຊາ. ພາຍຫຼັງປີ 1864, ພະມະຫາອາຈານ ທິກຈ໊ຽວເຈື່ອງ ບັນພະບຸລຸດຂອງຄະນະວັດ ສະໄໝທີ 5 ໄດ້ສ້ອມແປງລະບຽງຄືນໃໝ່, ໄດ້ຫຼໍ່ຮູບປັ້ນພະ ຢີລັກ (ພະກະຈາຍ) ຕື່ມອີກ, ໄດ້ຕັ້ງລະຄັງເຈຍທອງ, ລະຄັງເຈຍຫີນ. ພິເສດ, ທາງວັດໄດ້ຂະຫຍາຍຫ້ອງບູຊາທີ່ມີຂະໜາດໃຫຍ່ນ້ອຍຂຶ້ນເປັນ 125 ຫ້ອງ. ໃນຍຸກສະໄໝນີ້, ວັດດ້ອຍເຊີນ ໄດ້ກາຍເປັນໂຮງຮຽນສອນ ພຸດທະສາສະໜາ ຂອງພາກເໜືອ, ເປັນສູນກາງພຸດທະສາສະໜາໃຫຍ່ທີ່ສຸດຢູ່ພາກເໜືອ.

ໜຶ່ງໃນບັນດາຂີດໝາຍ ທີ່ສ້າງເປັນຈຸດວັດທະນະທຳອັນດີງາມ ຂອງວັດດ້ອຍເຊີນ ແມ່ນສິລະປະສະຖາປັດຕະຍະກຳ ຂອງລາຊະວົງ ລີ໊. ວັດໄດ້ອອກແບບກໍ່ສ້າງຕາມແນວ ການຕົກແຕ່ງພາຍໃນຂອງຕ່າງປະເທດ, ປິ່ນໜ້າໄປທາງທິດໃຕ້. ແຕ່ຕີນ ພູ ດ້ອຍ ຂຶ້ນຂັ້ນໄດຫີນໄປຫຼາຍກວ່າ 300 ຂັ້ນ ແມ່ນປະຕູໂຂງ ຕາມກວານ ໄດ້ອອກແບບຂັ້ນເປັນ 5 ຫ້ອງ ໂຄງຫຼັງຄາກ່າຍກັນຂຶ້ນມຸງເປັນ 8 ຫຼັງຄາ. ເມື່ອຍ່າງຜ່ານເດີ່ນກວ້າງໄປ ກໍ່ແມ່ນບ່ອນນັ່ງສະມາທິ. ວັດ ໄດ້ບູຊາຕາມລະບົບຂອງ ພຸດທະສາສະໜາ ດ້ວຍຮູບປັ້ນພະພຸດທະເຈົ້າ ທີ່ມີຄຸນຄ່າຫຼາຍອົງ ເຊິ່ງລວມມີ: ພະ ຢີລັກ (ພະກະຈາຍ), ບັນດາພະພຸດທະເຈົ້າອົງຕ່າງໆ, ພະ ໂຮະຟ໊າບ… ຢູ່ສອງຟາກຂອງວັດ ແມ່ນໂຖງທາງເດີນບູຊາພະອໍລະຫັນ 18 ອົງ. ຫໍທີ່ຢູ່ທາງຫຼັງ ແລະຫໍໃນທີ່ບູຊາພະພຸດທະເຈົ້ານັ້ນ ໄດ້ເຊື່ອມຕໍ່ໃສ່ກັນ ກາຍເປັນແຈກັນທີ່ມີຮູບໜັງສືຕົວຢູ, ເຊິ່ງເປັນບ່ອນບູຊາ ກວນອິມຮ໋າຍນາມ, ກວນອິມຕົ໊ງຕື໋, ດຶກເດັຍຕ້າງ ແລະບັນດາພະອໍລະຫັນໃນສະໄໝລາຊະວົງ ລີ໊ ເຊັ່ນ: ລີ໊ເທື່ອງກຽດ, ເຈົ້າຊີວິດ ລີ໊ເຍິນຕົງ, ພະມະເຫສີ ອີ໋ລານ… ທ່ານ ກາວວັນທັ໊ງ, ນັກທ່ອງທ່ຽວທີ່ມາຈາກຮ່າໂນ້ຍ, ໄດ້ແບ່ງປັນວ່າ:

ຂ້າພະເຈົ້າໄດ້ໄປຫຼາຍວັດມາແລ້ວ ນັບແຕ່ເໜືອຮອດໃຕ້, ແຕ່ກໍ່ຕ້ອງເວົ້າວ່າ ວັດຢູ່ທີ່ນີ້ ແມ່ນມີຄວາມເກົ່າແກ່ທີ່ສຸດ, ມັນມີຈຸດພິເສດ ແລະຈິດວິນຍານຂອງຊາດ ຫວຽດນາມ. ເປັນຄັ້ງທຳອິດ ທີ່ຂ້າພະເຈົ້າໄດ້ສຳຜັດກັບຂໍ້ມູນ ທີ່ສະຫຼັກຢູ່ເທິງສີລາແຜ່ນໜຶ່ງ ເຊິ່ງມີມາແຕ່ປີ 1054 ຫາກໍ່ໄດ້ຄົ້ນພົບ ແລະໄດ້ເອົາມາໄວ້ຢູ່ວັດແຫ່ງນີ້ ຂ້າພະເຈົ້າຖືວ່າ ສິ່ງດັ່ງກ່າວນີ້ ມີຄວາມໝາຍທີ່ສຸດ. ນີ້ແມ່ນຮ່ອງຮອຍອັນໜຶ່ງ ສາມາດສຶກສາໃຫ້ລຸ້ນລູກລຸ້ນຫຼານ ກ່ຽວກັບມູນເຊື້ອຂອງຊາດ, ນັ້ນແມ່ນຄວາມເອກອ້າງທະນົງໃຈ

ນອກຈາກຄຸນຄ່າທາງສະຖາປັດຕະຍະກຳ, ວັດທະນະທຳແລ້ວ, ວັດດ້ອຍເຊີນ ຍັງແມ່ນບ່ອນຈາລຶກຊື່ສຽງຮຽງນາມ ບັນພະບຸລຸດຂອງຄະນະວັດ 10 ອົງ, ເຊິ່ງແມ່ນຜູ້ທີ່ມີຄຸນງາມຄວາມດີ ໃນການໂຄສະນາ ພຸດທະສາສະໜາ, ເພາະບົ່ມຈິດໃຈທຳບຸນກຸສົນ, ຈິດໃຈມີຄວາມເມດຕາປານີ ໃນການດຳລົງຊີວິດຂອງປະຊາຊົນ. ວັດດ້ອຍເຊີນ ທັງເປັນບ່ອນ ເພື່ອໃຫ້ສາສະໜາພັດທະນາ, ທັງເປັນບ່ອນບຳລຸງຫຼໍ່ລ້ຽງ, ຮັກສາບັນດາການເຄື່ອນໄຫວ ວັດທະນະທຳພື້ນເມືອງ. ໃນແຕ່ລະປີ, ເມື່ອຮອດວັນທີ 19-21 ຂອງເດືອນ 3 ໄລ່ຕາມຈັນທະປະຕິທິນ, ກໍ່ແມ່ນຊ່ວງເວລາທີ່ວັດດ້ອຍເຊີນ ໄດ້ກ້າວເຂົ້າສູ່ການຈັດຕັ້ງງານບຸນ ທີ່ເປັນມູນເຊື້ອ. ງານບຸນ ວັດດ້ອຍເຊີນ ແມ່ນວັນບູຊາ ພະເຖລານຸເຖລະບັນລຸທຳ ພະມະຫາອາຈານ ທິກຈ໊ຽວເທື່ອງ ແລະກໍ່ແມ່ນບ່ອນອາໄລຫາ ບັນດາຜູ້ທີ່ມີຄຸນງາມຄວາມດີ ຕໍ່ປະເທດຊາດ, ມີຄຸນງາມຄວາມດີ ໃນການກໍ່ສ້າງວັດແຫ່ງນີ້ ຄື: ລີ໊ເທື່ອງກຽດ, ລີ໊ເຍິນຕົງ, ອະດີດພະມະເຫສີ ອີ໋ລານ, ພະແມ່ ຫຼຽວແຮ້ງ… ພະສັງຄະນາຍົກ ທິກແທັງຫວູ, ເຈົ້າອາວາດ ວັດດ້ອຍເຊີນ, ແຂວງຮ່ານາມ ກ່າວວ່າ:

ວັດດ້ອຍເຊີນ ແລະງານບຸນ ໄດ້ນຳມາເຊິ່ງຄຸນຄ່າປະຫວັດສາດ, ວັດທະນະທຳ, ເສດຖະກິດ ຂອງລາຊະວົງ ລີ໊. ມາຮອດປະຈຸບັນນີ້ ກໍ່ຍັງອະນຸລັກຮັກສາບັນດາຄຸນຄ່າຂອງຊາດຫວຽດນາມໄວ້ໄດ້. ບັນດາຈຸດວັດທະນະທຳ, ຊີວິດການເປັນຢູ່ ນັບແຕ່ພັນປີມານີ້ ຍາມໃດກໍ່ຍັງຄົງຄຸນຄ່າເດີມ, ເຊິ່ງໄດ້ສະແດງໃຫ້ເຫັນວ່າ ຊາດຫວຽດນາມ ມີພື້ນຖານວັດທະນະທຳ ມາແຕ່ດົນນານ. ຢູ່ວັດແຫ່ງນີ້ໄດ້

ມີບັນພະບຸລຸດຂອງຄະນະວັດ 10 ອົງ, ພະມະຫາອາຈານ ເຈົ້າອາວາດວັດ 3 ອົງ, ປະຈຸບັນແມ່ນ ສະໄໝທີ 13 ແລ້ວ ລັດກໍ່ໄດ້ເອົາໃຈໃສ່ວັດແຫ່ງນີ້ທີ່ສຸດ ຍ້ອນວ່າ ປະຫວັດສາດຂອງວັດທີ່ປະໄວ້ໃຫ້ພວກເຮົານັ້ນ ຈະສຶກສາໃຫ້ຄົນເຮົາ ເປັນຄົນດີ, ມີຄວາມສັດຊື່ສຸດຈະຫຼິດ

        ຜ່ານການໝູນວຽນປ່ຽນໄປຕາມການເວລາ, ດ້ວຍບັນດາຄຸນຄ່າປະຫວັດສາດ, ວັດທະນະທຳ ແລະຄວາມສວຍງາມ, ທັງມີຄວາມສະຫງ່າຜ່າເຜີຍ ແລະ ເກົ່າແກ່ບູຮານ, ກຸ່ມປູຊະນີຍະສະຖານທັດສະນີຍະພາບ ດ້ອຍເຊີນ ນັບມື້ນັບໄດ້ຢັ້ງຢືນຄຸນຄ່າປະຫວັດສາດ, ວັດທະນະທຳ ແລະການທ່ອງທ່ຽວຢ່າງໃຫຍ່ຫຼວງ, ເປັນການຝັງເລິກ ສັນຍາລັກແຫ່ງບ້ານເກີດເມືອງນອນ ພູດ້ອຍ, ແມ່ນ້ຳ ເຈົາ ຕື່ມອີກ. ເດືອນ ທັນວາ ປີ 2017, ວັດດ້ອຍເຊີນ ໄດ້ເປັນ 1 ໃນ 10 ປູຊະນີຍະສະຖານໃນທົ່ວປະເທດ ໂດຍທ່ານນາຍົກລັດຖະມົນຕີ ຕົກລົງເຫັນດີຈັດອັນດັບປູຊະນີຍະສະຖານລະດັບຊາດພິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ