(vovworld) - ໝູ່ບ້ານຊີ່ງ (Lang Sinh) ຢູ່ເຂດບ້ານນາຖືກຕັ້ງຢູ່ຍ່ານລຸ່ມແມ່ນ້ຳ ເຮືອງ, ຊື່ງແມ່ນສະຖານທີ່ຜະລິດພາບພື້ນເມືອງຂອງພາກກາງຫວຽດນາມ. ຕາມປື້ມບັນທຶກພູມສາດ,ປະຫວັດສາດກ່ຽວກັບບັນດາໝູ່ບ້ານອາຊີບ ຢູ່ ເທື່ອທຽນເຫ້ວ ແລ້ວ, ພາບພື້ນເມືອງຂອງໝູ່ບ້ານຊີ່ງ ແມ່ນມີມາກ່ອນນີ້ 400 ປີ. ຈຸດທີ່ເປັນເອກະລັກສະເພາະຂອງ ພາບພື້ນເມືອງໝູ່ບ້ານຊີ່ງ ແມ່ນເຮັດດ້ວຍມືທີ່ຄ່ອງແຄ້ວຂອງບັນດາຊາວກະສິກອນເມື່ອສຳເລັດວຽກໄຮ່ການນາ ໝູ່ບ້ານຊີ່ງ ແມ່ນຫນຶ່ງໃນບັນດາສະຖານທີ່ທ່ອງທ່ຽວຢູ່ ເຫ້ວ ໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຢາມນັບມື້ນັບຫລາຍ. ບົດຂຽນຂອງນັກຂ່າວ ລານແອງ.
|
ກໍເຊັ່ນດຽວກັນກັບໝູ່ບ້ານຫລາຍແຫ່ງຢູ່ ເຫ້ວ, ບັນດາຍາກາດ ຢູ່ ໝູ່ບ້ານຊີ່ງ ສະຫງົບງຽບທີ່ສຸດ. ໝູ່ບ້ານແຫ່ງນີ້ ຢູ່ໃກ້ກັບແມ່ນ້ຳໂບ່ ແລະ ແມ່ນ້ຳເຮືອງ. ປະຈຸບັນ ໝູ່ບ້ານຊີ່ງ ຍັງເອີ້ນວ່າ ບ້ານລ້າຍເອີນ ຂຶ້ນກັບຕາແສງ ຟູເມົ້າ ເມືອງ ຟູວາງ ຫ່າງຈາກນະຄອນ ເຫ້ວ ທາງທິດຕາເວັນອອກປະມານ 9 ກິໂລແມັດ. ພາບພື້ນເມືອງ ໝູ່ບ້ານຊີ່ງ ມີຈຸດຄ້າຍຄືກັນກັບພາບພື້ນເມືອງ ດົງໂຮ່ ແຂວງ ບັກນີງ ແລະ ພາບພື້ນເມືອງ ຮ່າງໂຈງ ຮ່າໂນ້ຍ. ຕາມການເລົ່າຂານສືບກັນມາຂອງຊາວບ້ານຊີ່ງ ແລ້ວ, ໃນສະໄຫມລາຊະວົງຫງວຽນ, ໃນຂະນະ ປະຊາຊົນຍ້າຍໄປຕັ້ງຖິ່ນຖານຄົງທີ່ຢູ່ເຂດ ທ້ວນຮວາ ທາງພາກໃຕ້ຫວຽດນາມ, ລຸງ ກີ່ຫືວຮ່ວາ ນຳເອົາພິທີຜະລິດພາບພື້ນເມືອງເຮັດດ້ວຍແມ່ພິມ ເພື່ອຫາເງິນລ້ຽງຊີບ. ພາບພື້ນເມືອງ ໝູ່ບ້ານຊີ່ງ ແມ່ນເລີ່ມປະກົດອອກນັບແຕ່ເວລານັ້ນ. ພາບພື້ນເມືອງ ໝູ່ບ້ານຊີ່ງ ສ່ວນຫລາຍແມ່ນຮັບໃຊ້ການບູຊາ, ຈິດວີນຍານ. ນັກສິລະປະກອນ ຫຶວເຟືອກ, ຊື່ງແມ່ນຜູ້ຜະລິດພາບພື້ນເມືອງທີ່ມີຊື່ສຽງຢູ່ ໝູ່ບ້ານຊີ່ງ ໃຫ້ຮູ້ວ່າ:
“ພາບພື້ນເມືອງຂອງ ໝູ່ບ້ານຊີ່ງ ແມ່ນງາມຫລາຍ ສະນັ້ນ ແຂກທ່ອງທ່ຽວມາຈາກທຸກສາລະທິດເຄີຍມານີ້ສັ່ງຊື້ພາບເພື່ອນຳເອົາໄປຂາຍຫລືນຳໃຊ້ໃນການບູຊາໃນໂອກາດບຸນເຕັດ ຫລືມື້ທຳມະດາ. ແຕ່ຈຸດສຸມ ແມ່ນເດືອນ 10 ຫາເດືອນ 2 ປີຂອງຕໍ່ໄປໄລ່ຕາມຈັນທະປະຕິທິນ.”
ແມ່ພິມເຮັດດ້ວຍໄມ້ ມີບົດບາດ ເພື່ອພິມສີ. ນອກຈາກສີຈາກແມ່ພິມພິມແລ້ວ, ນັກສິລະປະກອນຍັງແຕ້ມ ແລະ ລະບາຍສີຕື່ມອີກ. ສະນັ້ນ ພາບພື້ນເມືອງແຕ່ລະແຜ່ນແມ່ນແຕກຕ່າງກັນ. ຈຸດທີ່ເປັນເອກະລັກສະເພາະຂອງພາບພື້ນເມືອງ ໝູ່ບ້ານຊີ່ງ ແມ່ນສີຂອງມັນ, ແຕ່ລະແຜ່ນມີເນື້ອໃນຕ່າງກັນ, ສີຕ່າງກັນ ແລະສະແດງເຖິງ ຄວາມຮູ້ສຶກຂອງນັກສິລະປະກອນໃນຂັ້ນຕອນຜະລິດພາບພື້ນເມືອງ. ສີຂອງພາບພື້ນເມືອງ ສ່ວນຫລາຍແມ່ນເຮັດມາຈາກຕົ້ນໄມ້ໃບຫຍ້າໃນທຳມະຊາດ. ນັກສິລະປະກອນ ຫືວເຟືອກ ໃຫ້ຮູ້ວ່າ: ຖ້າພາບພື້ນເມືອງ ດົງໂຮ່ ມີພຽງ 4 ຫລື 5 ສີຕົ້ນຕໍ, ພາບພື້ນເມືອງ ໝູ່ບ້ານຊີ່ງ ມີຫລາຍສີກວ່າ ແລະ ຜະລິດຕາມການນຶກຄິດກໍຄືຄວາມຮູ້ດ້ານວັດທະນະທຳຂອງຊາວບ້ານຊີ່ງ.
“ພາບພື້ນເມືອງ ໝູ່ບ້ານຊີ່ງ ປະຈຸບັນ ແມ່ນເຮັດດ້ວຍມື. ພິມຮູບແລ້ວ ຈຶ່ງລະບາຍສີ ແລະ ແຕ່ລະສີແມ່ນລະບາຍເທື່ອຫນຶ່ງ. ພາບພື້ນເມືອງຂອງ ໝູ່ບ້ານຊີ່ງ ມີ ຢ່າງຫນ້ອຍສຸດ ແມ່ນ 5 ສີ.”
ນັກທ່ອງທ່ຽວຊົມວິທີການຜະລິດພາບພື້ນເມືອງ
|
ເຈ້ຍເພື່ອນຳໃຊ້ໃນການຜະລິດພາບພື້ນເມືອງຂອງ ໝູ່ບ້ານຊີ່ງ ແມ່ນເຮັດດ້ວຍວັດສະດຸພິເສດທີ່ສຸດ ນັ້ນແມ່ນ ເປືອກຫອຍແຄງ ຢູ່ ບືງແຄມທະເລຕາມຢາງ. ເພື່ອຜະລິດພາມພື້ນເມືອງໄດ້ຫລາຍປະເພດ, ຮັບໃຊ້ນັກທ່ອງທ່ຽວ, ເພີ່ມລາຍຮັບໃຫ້ຊາວບ້ານ, ທ່ານເຟືອກ ໄດ້ມີແນວຄວາມຄິດເຮັດແມ່ພິມແບບໃຫມ່ ດ້ວຍເນື້ອໃນໃຫມ່, ຫົວເລື່ອງ. ນັ້ນແມ່ນ: ບັນດາການລະຫລິ້ນພື້ນເມືອງ, ຮູບທິວທັດທຳມະຊາດ, ປະຕິທິນ …ແລະ ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວເປັນຈຳນວນຫລວງຫລາຍ.
ເມື່ອມາຢ້ຽມຢາມ ໝູ່ບ້ານຊີ່ງ, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ຊົມທິວທັດທຳມະຊາດທີ່ສວຍງາມຂອງເຂດບ້ານນາເທົ່ານັ້ນ ຫາກຍັງໄດ້ເຫັນປະຈັກຕາຂັ້ນຕອນການຜະລິດພາບພື້ນເມືອງອີກດ້ວຍ. ເພື່ອນ ເລມາຍເຮືອງ, ນັກທ່ອງທ່ຽວມາຈາກແຂວງ ກວ໋າງບີງ ແບ່ງປັນວ່າ:
“ນ້ອງມານີ້ ເພື່ອຊອກຮູ້ກ່ຽວກັບອາຊີບພື້ນເມືອງຢູ່ ເຫ້ວ, ພິເສດແມ່ນຂັ້ນຕອນການຜະລິດພາບພື້ນເມືອງ ຢູ່ ໝູ່ບ້ານຊີ່ງ. ມີຫລາຍສິ່ງຫລາຍຢ່າງໃນທຳມະຊາດທີ່ພວກເຮົາບໍ່ທັນຮູ້ໄດ້ປະໂຫຍດຂອງມັນ, ຕົວຢ່າງຄື ການຜະລິດເຈ້ຍຫລືເຕັກນິກຜະລິດພາບສີຈາກຕົ້ນໄມ້ໃບຫຍ້າ ເມື່ອເຮັດອອກມາແລ້ວມີຫລາຍສີ ເປັນຫນ້າຈັບອົກຈັບໃຈ.”
ນັກທ່ອງທ່ຽວມາຢ້ຽມຢາມ ໝູ່ບ້ານຊີ່ງ ສ່ວນຫລາຍຢາກຊື້ພາບພື້ນເມືອງ ເພື່ອເປັນເຄື່ອງທີ່ລະນຶກໃຫ້ຕົນເອງ ຫລືມອບໃຫ້ໝູ່ເພື່ອນ. ພາບພື້ນເມືອງຢູ່ທີ່ນີ້ ຍັງໄດ້ເກັບໄວ້ ໃນບັງໄມ້ໃຜ່ເພື່ອໃຫ້ພາບຢູ່ໄດ້ທົນທານກວ່າ. ຊື່ຂອງ ໝູ່ບ້ານຊີ່ງ ແລະ ຊື່ນັກສິລະປະກອນຖືກແກະຄວັດໄວ້ຢູ່ບັ້ງໄມ້ໃຜ່. ຍ້ອນຈຸດທີ່ເປັນເອກະລັກສະເພາະນັ້ນ, ພາບພື້ນເມືອງຂອງ ໝູ່ບ້ານຊີ່ງ ຈຶ່ງໄດ້ດຶງດູດນັກທ່ອງທ່ຽວທັງຢູູ່ພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫລວງຫລາຍ. ພາບພື້ນເມືອງ ໝູ່ບ້ານຊີ່ງ ໄດ້ປະກອບສ່ວນເຮັດໃຫ້ຂະແຫນງທ່ອງທ່ຽວ ເຫ້ວ ມີຜະລິດຕະພັນທີ່ເປັນເອກະລັກສະເພາະຫນຶ່ງຕື່ມອີກ ທີ່ມີສີສັນວັດທະນະທຳຫວຽດນາມ.