(vovworld)-ໃນລາຍການຢ້ຽມຢາມນະຄອນ ບວນມາທວດ ແລະ ເຂດດິນໄຕງວຽນ, ມີສະຖານທີ່ທ່ອງທ່ຽວແຫ່ງຫນຶ່ງທີ່ນັກທ່ອງທ່ຽວສ່ວນຫຼາຍມັກແວ່ຢາມ ນັ້ນແມ່ນຫໍພິພິດທະພັນຊົນເຜົ່າ ດັກລັກ. ນີ້ແມ່ນສາງເອກະສານອັນລ້ຳຄ່າກ່ຽວກັບວັດທະນະທຳຂອງບັນດາເຜົ່າສ່ວນຫນ້ອຍຢູ່ໄຕງວຽນ. ໃນໄລຍະທຳອິດແຫ່ງການສ້າງຕັ້ງເມື່ອປີ 1990 ຫໍພິພິດທະພັນນີ້ມີວັດຖຸພັນພຽງ 500 ຢ່າງແລະ ດຶງດູດນັກທ່ອງທ່ຽວໄດ້ປະມານ 1000 ເທື່ອຄົນ/ປີ ເທົ່ານັ້ນ, ແຕ່ມາຮອດປະຈຸບັນ, ຫໍພິພິດທະພັນຊົນເຜົ່າດັກລັກ ໄດ້ມີວັດຖຸພັນກວ່າ 10.000 ຢ່າງ ແລະ ສາມາດຕ້ອນຮັບນັກທ່ອງທ່ຽວໄດ້ກວ່າ 100.000 ເທື່ອຄົນ/ປີ, ໃນນັ້ນເກືອບ 1/3 ແມ່ນນັກທ່ອງທ່ຽວມາຈາກຕ່າງປະເທດ.
ຫໍພິພິດທະພັນຊົນເຜົ່າ ດັກລັກ
ພາບ:baomoi.com
|
ຫໍພິພິດທະພັນຊົນເຜົ່າ ດັກລັກ ຕັ້ງຢູ່ໃຈກາງນະຄອນ ບວນມາທວດໃນເຂດວີລາຂອງ ເຈົ້າຊີວິດ ບ໋າວດ້າຍ, ກ່ອນນີ້ເກືອບ 100 ປີ. ຕຶກອາຄານຢູ່ໃຈກາງຫໍພິພິດທະພັນນີ້ ແມ່ນກິດຈະກຳສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະຂອງຊາວຊົນເຜົ່າຢູ່ໄຕງວຽນ. ອາຄານຫລັງນີ້ມີຮູບຊົງຄື ເຮືອນຣົງ ແລະ ເຮືອນຮ້ານຂອງ ຊາວເຜົ່າ ເອເດ ແຕ່ເມື່ອສັງເກດຈາກທາງໄກ ພັດຄ້າຍຄືເຮືອນຂອງຊາວເຜົ່າ ເມີນົງ. ເບິ່ງລວມແລ້ວ, ກິດຈະກຳສະຖາປັດຕະຍະກຳນີ້ແມ່ນເໝາະສົມກັບເຂດວີລາທີ່ສະຫງົບງຽບດ້ວຍຕົ້ນໄມ້ຂຽວອຸ່ມທູ່ມ ທີ່ມີມານັບຮ້ອຍປີ.
ໄລຍະທຳອິດ ຫໍພິພິດທະພັນ ໄດ້ຮັບການກໍ່ສ້າງດ້ວຍຂອບຂະຫນາດນ້ອຍ, ວັດຖຸພັນວາງສະແດງກໍບໍ່ມີຫລາຍ ແລະ ເອີ້ນວ່າ ຫໍມູນເຊື້ອຂອງແຂວງ ດັກລັກ. ຮອດປີ 1990, ອາຄານຫລັງນີ້ຖືກປ່ຽນຊື່ເປັນ ຫໍພິພິດທະພັນຊົນເຜົ່າ ດັກລັກ ແລະ ຮອດປີ 2008, ຫໍພິພິດທະພັນຊົນແຫ່ງນີ້ ໄດ້ຮັບການກໍ່ສ້າງຄືນໃຫມ່ດ້ວຍຂອບຂະຫນາດໃຫຍ່ກວ່າຄືປະຈຸບັນ. ຫໍພິພິດທະພັນຊົນເຜົ່າ ດັກລັກ ຖືກແບ່ງເປັນ 3 ເຂດ ແລະ ວາງ ຕາມ 3 ຫົວເລື່ອງໃຫຍ່ເຊັ່ນ: ປະຫວັດຄວາມເປັນມາຂອງການປະຕິວັດ, ລັກສະນະທຳມະຊາດ ແລະ ວັດທະນະທຳບັນດາເຜົ່າ. ໃນນັ້ນ ເຂດແນະນຳວັດທະນະທຳບັນດາເຜົ່າຢູ່ ໄຕງວຽນ ໄດ້ວາງສະແດງວັດຖຸພັນກວ່າ 520 ຢ່າງທີ່ເປັນເອກະລັກສະເພາະຂອງບັນດາເຜົ່າຢູ່ ດັກລັກຄື: ເອເດ, ເມີນົງ, ຢາຣາຍ... ດ້ວຍວັດທະນະທຳທີ່ມີຮູບຮ່າງ ແລະ ບໍ່ມີຮູບຮ່າງທີ່ເປັນຫລາຍຮູບຫລາຍແບບຂອງວົງຄະນາຍາດບັນດາເຜົ່າ ເຊິ່ງສະແດງອອກຜ່ານບັນດາຮູບພາບ, ວັດຖຸພັນ ແລະ ຮູບແບບ, video ວາດພາບຕົວຈິງ ໄດ້ຊ່ວຍໃຫ້ຜູ້ຊົມເຂົ້າໃຈກ່ຽວກັບຊີວິດທາງດ້ານວັດທະນະທຳ, ຈິດໃຈ, ຮີດຄອງປະເພນີ, ບັນດາງານບຸນທີ່ເປັນເອກະລັກສະເພາະຂອງຊາວເຜົ່າໄຕງວຽນ. ທ່ານ ຫງວຽນຈ້ອງຮຽວ, ນັກທ່ອງທ່ຽວມາຈາກ ຮ່າໂນ້ຍໃຫ້ຮູ້ວ່າ:
“ເມື່ອມາຢ້ຽມຢາມ ຫໍພິພິດທະພັນຊົນເຜົ່າ ດັກລັກ, ຄວາມປະທັບໃຈທີ່ສຸດແມ່ນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ໄຕງວຽນ. ເມື່ອໄດ້ຮັບຊົມບັນດາວັດຖຸພັນຢູ່ ຫໍພິພິດທະພັນນີ້ ຂ້າພະເຈົ້າຮູ້ໄດ້ຫລາຍສິ່ງຫລາຍຢ່າງກ່ຽວກັບຊາວຊົນເຜົ່າ, ເປັນຕົ້ນແມ່ນພື້ນຖານວັດທະນະທຳຂອງບັນດາເຜົ່າຢູ່ ໄຕງວຽນ.”
ຫໍພິພິດທະພັນຊົນເຜົ່າ ດັກລັກດຶງດູດນັກທ່ອງທ່ຽວມາຢ້ຽມຊົມ
ເປັນຈຳນວນຫລວງຫລາຍ
ພາບ:internet
|
ເຂດວາງສະແດງກ່ຽວກັບວັດທະນະທຳບັນດາເຜົ່າຢູ່ ແຂວງ ດັກລັກ ໄດ້ດຶງດູດນັກຄົ້ນຄ້ວາ, ນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫລວງຫລາຍ. ແຕ່ຫລາຍກວ່າໝູ່ແມ່ນນັກຮຽນ, ນັກສຶກສາຢູ່ແຂວງດັກລັກ ແລະ ໂຮງຮຽນຕ່າງໆໃນທົ່ວປະເທດມາທັດສະນະສຶກສາ. ເອື້ອຍຄູ ຫງວຽນທິຫງວຽດ, ຄູສອນ ໂຮງຮຽນ ເລືອງເທວີງ, ນະຄອນ ບວນມາທວດ ໃຫ້ຮູ້ວ່າ: ຂ້າພະເຈົ້າພາພວກນ້ອງນັກຮຽນມາຢ້ຽມຢາມ ຫໍພິພິດທະພັນຊົນເຜົ່າ ດັກລັກເປັນປະຈຳ. ມາແຫ່ງນີ້ແຕ່ລະເທື່ອພວກນ້ອງກໍ່ໄດ້ຮູ້ຕື່ມຫລາຍສິ່ງທີ່ໃຫມ່ອ່ຽມ.
“ຫໍພິພິດທະພັນຊົນເຜົ່າ ດັກລັກ ຊ່ວຍໃຫ້ພວກນ້ອງນັກຮຽນມີຄວາມຮູ້ກ່ຽວກັບປະຫວັດຄວາມເປັນມາຂອງທ້ອງຖິ່ນ ແລະ ເຂດດິນແດນໄຕງວຽນ. ໃນຂົງເຂດສຶກສາ, ຄວາມຮູ້ກ່ຽວກັບປະຫວັດຄວາມເປັນມາຂອງທ້ອງຖິ່ນແມ່ນສຳຄັນທີ່ສຸດ, ສະນັ້ນ ພວກຂ້າພະເຈົ້າສົມທົບກັບ ສະມາຄົມພໍ່ແມ່ນັກຮຽນ, ບັນດາອົງການຈັດຕັ້ງມະຫາຊົນ ຈັດຕັ້ງໃຫ້ພວກນ້ອງໄປຢ້ຽມຢາມ ຫໍພິພິດທະພັນຊົນເຜົ່າ ດັກລັກໃນແຕ່ລະປີ.”
ໃນໂອກາດທ້າຍສັບປະດາ, ຫໍພິພິດທະພັນຊົນເຜົ່າ ດັກລັກ ໄດ້ຈັດຕັ້ງລາຍການແນະນຳບັນດາອາຊີບຫັດຖະກຳຫລືວາດພາບງານບຸນພື້ນເມືອງຂອງບັນດາເຜົ່າ. ການເຄື່ອນໄຫວນີ້ ບໍ່ພຽງແຕ່ຊ່ວຍໃຫ້ນັກທ່ອງທ່ຽວໃກ້ຊິດຕິດແທດກັບວັດທະນະທຳບັນດາເຜົ່າເທົ່ານັ້ນ ຫາກຊ່ວຍໃຫ້ຊາວຊົນເຜົ່າມີໂອກາດແນະນຳຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຕົນໃນຊີວິດປະຈຸບັນອີກດ້ວຍ. ທ່ານນາງ ເລືອງແທງເຊີນ, ຜູ້ອຳນວຍການ ຫໍພິພິດທະພັນຊົນເຜົ່າ ດັກລັກ ເວົ້າວ່າ:
“ຫໍພິພິດທະພັນຊົນເຜົ່າ ດັກລັກແມ່ນສະຖານທີ່ຮັກສາວັດຖຸພັນ, ຮູບພາບຫຼາຍຢ່າງ ແລະ ເມື່ອຊອກຮູ້ກໍ່ເຂົ້າໃຈໄດ້ວ່າ ວັດຖະພັນແຕ່ລະຢ່າງລ້ວນແຕ່ຕິດພັນກັບເລື່ອງລາວໃດຫນຶ່ງ, ບໍ່ພຽງແຕ່ແມ່ນເລື່ອງລາວໃນເມື່ອກອ່ນເທົ່ານັ້ນ ຫາກໃນອະນາຄົດອີກດ້ວຍ, ອັນຈະຊ່ວຍໃຫ້ພໍ່ແມ່ປະຊາຊົນພັດທະນາອາຊີບພື້ນເມືອງຂອງທ້ອງຖິ່ນ, ຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າໃຫ້ຄົນລຸ້ນຫລັງ.”
ແນວຄວາມຄິດຊ່ວຍໃຫ້ລຸ້ນຫນຸ່ມເຂົ້າໃຈ ແລະ ເຊີດຊູຄຸນຄ່າວັດທະນະທຳ, ມີສະຕິໃນການອະນຸລັກຮັກສາສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຄົນລຸ້ນກ່ອນ ນັ້ນກໍແມ່ນຄາດໝາຍຊື່ງ ຫໍພິພິດທະພັນຊົນເຜົ່າ ດັກລັກ ມຸ່ງໄປເຖິງ. ປະຈຸບັນ ຫໍພິພິດທະພັນຊົນເຜົ່າ ດັກລັກ ມີປື້ມໜາ 10 ກວ່າຫົວ ທີ່ຈົດໄວ້ບັນດາຄວາມຮູ້ສຶກຂອງນັກທ່ອງທ່ຽວມາຈາກຫລາຍປະເທດໃນໂລກພາຍຫລັງຢ້ຽມຢາມ ຫໍພິພິດທະພັນ. ເຂົາເຈົ້າໄດ້ຂຽນຄວາມຮູ້ສຶກຂອງຕົນຢ່າງຈິງໃຈ, ສະແດງໃຫ້ເຫັນຄວາມເຄົາລົບນັບຖືຕໍ່ບັນດາຄຸນຄ່າຂອງມໍລະດົກວັດທະນະທຳ, ປະຫວັດສາດຊື່ງ ຫໍພິພິດທະພັນຊົນເຜົ່າ ດັກລັກ ໄດ້ນຳມາໃຫ້.