ວັດເຢີຍຢູ່ແຂວງ ຊອັກຈັງ

(VOVWORLD) -ວັດເຢີຍໝາຍເຖິງວັດເຈຍ ຫຼື ຍັງເອີ້ນວ່າວັດມະຫາຕູບ ແມ່ນກຸ່ມສະຖາປັດຕະຍາກຳທີ່ພົ້ນເດັ່ນໃນການເຫຼື້ອມໃສ ຂອງພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ, ຫ່າງຈາກນະຄອນ ຊອັກຈັງ ປະມານ 30 ກິໂລແມັດ ໄປທາງທິດຕາເວັນອອກສ່ຽງໃຕ້. ມາຢ້ຽມຢາມແຫ່ງນີ້, ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຢ້ຽມຊົມຄວາມງາມທີ່ເປັນເອກະລັກສະເພາະ ຂອງວັດເກົ່າແກ່ທີ່ມີອາຍຸ 400 ປີເທົ່ານັ້ນ, ຫາກຍັງໄດ້ເຊື່ອມຕົວເຂົ້າກັບທຳມະຊາດທີ່ລຶກລັບມະຫັດສະຈັນ ດ້ວຍບັນດາຝູງເຈຍທີ່ແຂວນຕົວຢູ່ທຸກໆງ່າໄມ້ໃນບໍລິເວນວັດ
ວັດເຢີຍຢູ່ແຂວງ ຊອັກຈັງ - ảnh 1 ວັດເຢີຍຢູ່ແຂວງ ຊອັກຈັງ

ວັດເຢີຍແມ່ນວັດໜຶ່ງທີ່ມີສະຖາປັດຕະຍາກຳ ປະສົມປະສານລະຫວ່າງສອງພື້ນຖານວັດທະນະທຳຫວຽດນາມ ແລະ ກຳປູເຈຍໃນແຂວງ ຊອັກຈັງ. ວັດຍັງມີຊື່ໃນເບື້ອງຕົ້ນແມ່ນ ສະໄຣເຕໂຈມະຫາຕູບ, ຕາມພາສາຂະແມ ແມ່ນມີຄວາມໝາຍວ່າເນື່ອງຈາກຄຸນທຳ ເນື່ອງຈາກມີບຸນຈຶ່ງໄດ້ມີຂຶ້ນ. ໄລຍະຕໍ່ມາ ຊາວເຜົ່າ  ຮວາ ທີ່ດຳລົງຊີວດຢູ່ແຫ່ງນີ້ ໄດ້ເອີ້ນວັດນີ້ວ່າ ວັດມະຕົກ. ພິເສດ ຢູ່ໃນວັດມີເຈຍຫຼາຍໂຕມາເຕົ້າໂຮມໃນເຂດສວນ, ດັ່ງນັ້ນ ປະຊາຊົນໃນເມື່ອກ່ອນນີ້ເຄີຍເອີ້ນວັດນີ້ແມ່ນວັດເຢີຍ ໝາຍເຖິງວັດເຈຍ. ວັດເຢີຍຖືກຕັ້ງຢູ່ໃນເນື້ອທີ່ດິນກວ້າງ ແຄມຖະໜົນ ວັນ ງອັກ ຈິ໊ງ ຂຶ້ນກັບຕາແສງ 3, ນະຄອນຊອັກຈັງ. ຕາມປຶ້ມບັນທຶກປະຫວັດສາດແລ້ວ, ວັດເຢີຍ ແມ່ນວັດໜຶ່ງໃນບັນດາວັດຍັງສາມາດຮັກສາລັກສະນະທີ່ເກົ່າແກ່ເປັນເອກະລັກສະເພາະຢູ່ທົ່ງພຽງເຂດນ້ຳຂອງ ທາງພາກໃຕ້ຫວຽດນາມ. ພະອາຈານໃຫຍ່ ເລິມຕູລິງ ຮອງອະທິການວັດມະຫາຕູບ ໃຫ້ຮູ້ວ່າ:

    “ວັດມີຊື່ດັ້ງເດີມແມ່ນມະຫາຕູບ. ວັດໄດ້ຮັບການດຳເນີນກໍ່ສ້າງນັບແຕ່ປີ 1569 ກ່ອນນີ້ 400 ປີ. ນັບແຕ່ນັ້ນເປັນຕົ້ນມາ ວັດໄດ້ຮັບການບູລະນະປະຕິສັງຂອນມາຫຼາຍຄັ້ງ. ປີ 1960 ວັດໄດ້ດຳເນີນການບູລະນະປະຕິສັງຂອນດ້ວຍຂອບຂະໜາດໃຫຍ່ຢູ່ຫໍບູຊາ. ປີ 1999, ວັດເຢີຍຊອັກຈັງ ໄດ້ຮັບການຮັບຮອງແມ່ນປູຊະນີຍະສະຖານປະຫວັດສາດ-ວັດທະນະທຳລະດັບຊາດ. ມາເຖິງປີ 2008, ຫໍບູຊາໃນວັດເຢີຍຊອັກຈັງໄດ້ຖືກໄຟໄໝ້. ໃນເດືອນ ເມສາ ປີ 2009, ຫໍບູຊາຢູ່ໃນວັດໄດ້ຮັບການກໍ່ສ້າງບູລະນະປະຕິສັງຂອນໃຫ້ເໝືອນເດີມ”.

     ປັດຈຸບັນ ວັດເຢີຍຊອັກຈັງ ຍັງຄົງສາມາດຮັກສາສະຖາປັດຕະຍາກຳເຜົ່າຂະແມເກົ່າທີ່ເປັນເອກະລັກ. ຫໍບູຊາຖືກກໍ່ສ້າງໂດຍດິນຈີ່, ຫຼັງຄາຖືກມຸງດ້ວຍດິນຂໍ, ຢູ່ 4 ແຈຂອງຫຼັງຄາ ແມ່ນມີຮູບໂຄ້ງຖືກແກະຄວັດສະລັກຮູບງູນາກາ, ເທິງຍອດ ຫຼັງຄາກໍ່ມີທາດແຫຼມ. ໂອບອ້ອມຫໍບູຊາແມ່ນບັນດາແຖວເສົາຄ້ຳ, ແຕ່ລະເສົາກໍ່ມີນາງເທວະດາແກມນາພະນາງໜຶ່ງພວມນົບມືຕໍ່ໜ້າເອິກ. ໃນຫໍບູຊາກໍ່ມີຮູບປັ້ນພະພຸດທະເຈົ້າທີ່ເຮັດດ້ວຍຫີນ ພວມນັ່ງບົນດອກບົວສູງປະມານ 2 ແມັດ ແລະ ຍັງມີຮູບປັ້ນຮູບໜຶ່ງພັນລະນາເຖິງພະພຸດທະເຈົ້າພວມຂີ່ງູວິເສດ ມູຈາລິນດາ. ຢູ່ຕາມຝາແມ່ນບັນດາຮູບຜາໜັງ ພັນລະນາເຖິງການດຳລົງຊີວິດຂອງພະພຸດທະເຈົ້ານັບແຕ່ເມື່ອກຳເນີດຂຶ້ນຕະຫຼວດຮອດເວລາຕັດສະຮູ້ ແລ້ວກໍ່ຮອດເວລາປະລິນິພານ. ພິເສດແມ່ນໃນວັດເຢີຍຊອັກຈັງຍັງເກັບຮັກສາບັນດາຄຳພີຫຼາຍຊຸດທີ່ບັນທຶກໃນໃບໝາກຕານ, ພ້ອມກັບບັນດາວັດຖຸພັນທີ່ມີຄ່າຫາຢາກ ມີລັກສະນະເປັນເອກະລັກທາງດ້ານວັດທະນະທຳ ການເຫຼື້ອມໃສຂອງດິນແດນພາກໃຕ້ຫວຽດນາມ, ຢູ່ນອກຫໍບູຊາໃນວັດເຢີຍຊອັກຈັງ ແມ່ນບໍລິເວນດ້ວຍອາກາດປອດໂປ່ງ. ມີຮົ່ມເຢັນຂອງແຖວຕົ້ນໄມ້ໃຫຍ່ໃນທາມກາງບັນຍາກາດສະຫງົບງຽບເຢັນສະບາຍ. ໃນບໍລິເວນວັດກໍ່ຍັງໃຫ້ກໍ່ສ້າງບັນດາທາດທີ່ບັນຈຸກະດູກຂອງບັນດາພະພິຂຸເຊິ່ງເປັນເຈົ້າອະທິການວັດ. ນອກຈາກນັ້ນ ກໍ່ຍັງມີສາລາບ້ານດ້ວຍສະຖາປັດຕະຍາກຳທີ່ເປັນເອກະລັກ ເພື່ອໃຊ້ເປັນບ່ອນພັກຜ່ອນ ແລະ ສຶກສາສົງ.   ພິເສດ ຢູ່ວັດເຢີຍຍັງມີເຈຍປະເພດຫາຍາກດ້ວຍນ້ຳໜັກແຕ່ 1 ຫາ 1,5 ກິໂລກຣາມ, ມີປີກກວ້າງເຖິງ 1,5 ແມັດ. ບັນດາພະພິຂຸ ແລະ ປະຊາຊົນຢູ່ແຫ່ງນີ້ໃຫ້ຮູ້ວ່າ ກໍ່ມີບາງປີຝູງເຈຍໄດ້ບິນມາເຕັມທ້ອງຟ້າ, ລວມເຖິງນັບໝື່ນໂຕ. ນາງ ຮົ່ງທິທູເຈົາ ຢູ່ໄກ້ກັບວັດເຢີຍໃຫ້ຮູ້ວ່າ:

      “ປັດຈຸບັນ ຂ້າພະເຈົ້າກໍຍັງສາມາດເຂົ້າໃຈວ່າເປັນຫຍັງ ຝູງເຈຍພັດບິນມານີ້ເພື່ອດຳລົງຊີວິດ. ເຈຍພາກັນບິນມານີ້ ກໍ່ຍ້ອນວ່າຢູ່ເຂດອ້ອມແອ້ມນີ້ມີສວນຕົ້ນໄມ້ກິນໝາກຫຼາຍແຫ່ງ. ຍິ່ງກວ່ານັ້ນ ໃນບໍລິເວນວັດກໍ່ມີຕົ້ນໄມ້ໃຫຍ່ສູງ, ບັນຍາກາດສະຫົງບງຽບເປັນຕົ້ນ”.

      ວັດເຢີຍດ້ວຍສະຖາປັດຕະຍາກຳງົດງາມ ແລະ ມີຄຸນຄ່າທາງດ້ານປານີດສູງ ແມ່ນໜຶ່ງໃນບັນດາສະຖານທີ່ດູດດື່ມ ສຳລັບລາຍການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ຫວຽດນາມ. ນອກຈາກເປັນການຕອບສະໜອງຄວາມຕ້ອງການໃນຊີວິດແຫ່ງຈິດວິນຍານນັ້ນ, ກໍ່ຍັງນຳມະນຸດເຮົາກ້າວໄປສູ່ຄວາມຊັດຊື່-ສຸດຈະລິດ-ຄວາມງາມ, ທຳແຕ່ສິ່ງທີ່ດີສິ່ງທີ່ເປັນທຳ, ເຮັດວຽກເພື່ອຄວາມສຸດຈະລິດ ແລະ ຊ່ວຍເຫຼືອມະນຸດ. ມາແຫ່ງນີ້ແຂກທ່ອງທ່ຽວຍັງມີໂອກາຊອກຮູ້ສິລະປະ ປະຕິມາກຳເຜົ່າຂະແມ, ໃນນັ້ນວັດເຢີຍແມ່ນພະຍານຫຼັກຖານທີ່ມີລັກສະນະສາສະໜາ. ມາແຫ່ງນີ້ແຂກທ່ອງທ່ຽວຍັງຈະມີຄວາມເຂົ້າໃຈຕື່ມ ກ່ຽວກັບສາສະໜານິກາຍນິຣະຍານ ໃນຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າຂະແມພາກໃຕ້ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ