ວັນໝຽວມາວດ່ຽນ ເຊິ່ງແມ່ນມະຫາວິທະຍາໄລ ໃນສະໄໝສັກດີນາຢູ່ແຂວງ ຫາຍເຢືອງ

(VOVWORLD) -ວັນໝຽວມາວດ່ຽນ ເຊິ່ງແມ່ນມະຫາວິທະຍາໄລໃນສະໄໝສັກດີນາຢູ່ແຂວງ ຫາຍເຢືອງ. ບໍ່ພຽງແຕ່ແມ່ນກິດຈະກຳວັດທະນະທຳທີ່ມີປະຫວັດສາດນັບຮ້ອຍ ປີເທົ່ານັ້ນ, ວັນໝຽວມາວດ່ຽນ ທີ່ເມືອງ ເກິ່ມຢາງ ແຂວງ ຫາຍເຢືອງ ຍັງແມ່ນຮ່ອງຮອຍສະຖານເພື່ອຢັ້ງຢືນຜົນງານແຫ່ງການພັດທະນາຂອງການຮ່ຳຮຽນຂອງ ຫວຽດນາມ ເມື່ອກ່ອນນີ້. ໂດຍຜ່ານ ການຜັນແປແຫ່ງປະຫວັດສາດ, ວັນໝຽວມາວດ່ຽນ ໃນປັດຈຸບັນຍັງຄົງເປັນຄວາມເອກອ້າງທະນົງໃຈຂອງຊາວແຂວງ ຫາຍເຢືອງ ກ່ຽວກັບມູນເຊື້ອມັກການຮ່ຳຮຽນ, ແມ່ນດິນແດນແຫ່ງສັກສິດໃຫ້ກຳເນີດບັນດາບຸກຄົນທີ່ມີຄວາມເກັ່ງກ້າສາມາດເພື່ອຮັບໃຊ້ປະເທດຊາດ
ວັນໝຽວມາວດ່ຽນ ເຊິ່ງແມ່ນມະຫາວິທະຍາໄລ ໃນສະໄໝສັກດີນາຢູ່ແຂວງ ຫາຍເຢືອງ - ảnh 1ວັນໝຽວມາວດ່ຽນ 

ວັນໝຽວມາວດ່ຽນ ຖືກຕັ້ງຢູ່ແຄມທາງຫຼວງເລກ 5. ກົງກັນຂ້າມກັບຄວາມອຶກກະທຶກຄຶກໂຄມເນືອງນັນ ຂອງເສັ້ນ ທາງຫຼວງທີ່ສຳຄັນຂອງປະເທດຊາດນັ້ນ, ວັນໝຽວມາວດ່ຽນ ພັດງຽບສະງັດໃນທ່າມກາງສີຂຽວອຸມທຸ່ມຂອງທົ່ງໄຮ່ທົງນາຍາມຕົ້ນລະດູບານໃໝ່. ເມື່ອກ້າວຜ່ານປະຕູໂຂງກໍ່ແມ່ນທັດຊະນີຍະພາບທີ່ກວ້າງໃຫຍ່ດ້ວຍຄວາມເກົ່າແກ່ຂອງເຮືອນຫຼັງໃຫຍ່ຕັ້ງຢູ່ເຄິ່ງກາງ, ຫໍລະຄັງ, ຫໍກອງ, ທາດປາກກາ, ໜອງນ້ຳ… ກວ່າ 5 ສະຕະວັດກ່ອນນີ້ຄືໃນສະໄໝໄລຍະຕົ້ນຂອງລາດຊະວົງເລ ຄືສະຕະວັດທີ XV, ວັນໝຽວມາວດ່ຽນ ໄດ້ຮັບການກໍ່ສ້າງເພື່ອໃຫ້ບັນດານັກຮຽນທີ່ມາຈາກທຸກແຫ່ງຫົນ ມາຕັ້ງຕູບເພື່ອທວນບົດຮຽນກະກຽມໃຫ້ແກ່ການສອບເສັງລະດັບປະລິນຍາຕີເມື່ອກ່ອນນີ້. ນັບແຕ່ຕົ້ນສະຕະວັດທີ XVI, ມາວດ່ຽນຈາກບ່ອນແມ່ນໂຮງຮຽນສະເພາະຂອງແຂວງ ຫາຍເຢືອງ ໄດ້ກາຍເປັນໂຮງຮຽນຈັດຕັ້ງການສອບເສັງໃຫ້ທັງເຂດ ແລະ ໄດ້ມີການປະກອບສ່ວນຫຼາຍຢ່າງ ເຂົ້າໃນການກໍ່ສ້າງບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດໃຫ້ແກ່ປະເທດຊາດ.  ຊາວແຂວງ ຫາຍເຢືອງ ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອມັກການຮ່ຳຮຽນຂະນະທີ່ໃນສະໄໝສັກດີນາກໍ່ມີຜູ້ເສັງໄດ້ລະດັບປະລິນຍາເອກດີເລີດເຖິງ 12 ຄົນ ແລະ ປັດຈຸບັນມີປະລິນຍາເອກກວ່າ 600 ຄົນ ໃນຍອດປະລິນຍາເອກເກືອບ 3.000 ຄົນ ໃນທົ່ວປະເທດ. ອ້ານ ເຈິ່ນວັນຕ໋ວນ ໃຫ້ຮູ້ວ່າ:

      “ບໍ່ສະເພາະແຕ່ຊາວແຂວງ ຫາຍເຢືອງ ເທົ່ານັ້ນ, ຫາກຍັງມີຫຼາຍຄົນຢູ່ແຂວງອື່ນໆກໍ່ໄດ້ມານີ້. ເພາະວ່ານີ້ແມ່ນບ່ອນໄຫວ້ບູຊາບັນດາຜູ້ທີ່ມີຜົນງານໃນການຮ່ຳຮຽນ ແລະ ພວກຂ້າພະເຈົ້າກໍ່ແມ່ນຊາວຫາຍເຢືອງ ມີຄວາມເອກທະນົງໃຈທີ່ສຸດຕໍ່ມູນເຊື້ອອັນດີງາມນີ້. ຄອບຄົວຂ້າພະເຈົ້າກໍ່ເຄີຍມານີ້ໃນຍາມຕົ້ນລະດູບານໃໝ່ ເພື່ອໃຫ້ພວກລູກຫຼານເຮັດຕາມແບບຢ່າງນີ້ ເພື່ອການຮ່ຳຮຽນໄດ້ຮັບຜົນດີ”

      ໂດຍພຽງທັດຈາກວັນໝຽວກ໋ວກຕື່ຢາມ ເຊິ່ງແມ່ນມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ ກ່ຽວກັບຂອບຂະໜາດເທົ່ານັ້ນ, ວັນໝຽວມາວດ່ຽນ ກໍ່ມີສະຖາປັດຕະຍາກຳຄ້າຍຄືກັບວັດວາອາຮາມຫວຽດເດີມ, ມີເນື້ອທີ່ກວ້າງກວ່າ 10 ໄລ່ ແລະ ຖືກກໍ່ສ້າງຕາມການອອກແບບ 2 ຊັ້ນ 8 ຫຼັງຄາດ້ວຍວັດສະດຸທັງໝົດແມ່ນໄມ້ກະຈະ. ທາງຫຼັງຂອງວັນໝຽວມາວດ່ຽນແມ່ນບູຊາ ພະອໍລະຫັນຂົງຕື ພ້ອມກັບບັນດາບຸກຄົນທີ່ມີຊື່ສຽງ, ບັນດານັກວິລະຊົນແຫ່ງຊາດຄື ພະອາຈານເຕຕິງ, ຫງວຽນຈາຍ, ອາຈານຈູວັນອານ,…  ນັກຄົ້ນຄວ້າປະຫວັດສາດ ເຢືອງຈຸງກ໋ວກໃຫ້ຮູ້ວ່າ:
      “ວັນໝຽວມາວດ່ຽນ ແລະ ວັນໝຽວກ໋ວກຕື່ຢາມ ອາດຈະຢັ້ງຢືນວ່າແມ່ນສອງສັນຍາລັກ, ແມ່ນສອງສູນການຮ່ຳຮຽນສຶກສາຂອງຫວຽດນາມໃນສະໄໝສັກດີນາ. ປັດຈຸບັນມີຫຼາຍທ້ອງຖິ່ນຢູ່ ຫວຽດນາມ ກໍ່ຍັງຄົງບູຊາບັນດາບຸກຄົນທີ່ມີຜົນງານດີເລີດໃນການຮ່ຳຮຽນ. ຂ້າພະເຈົ້າຖືວ່າພື້ນຖານການຮ່ຳຮຽນເມື່ອກ່ອນນີ້ ກໍ່ມີບັນດາຄຸນຄ່າໃດໜຶ່ງ ເຊິ່ງພື້ນຖານການສຶກສາໃນປັດຈຸບັນບໍ່ສາມາດທົດແທນໄດ້. ໃນວັນນີ້, ກໍຮຽກຮ້ອງໃຫ້ພວກເຮົາປ່ຽນແປງໃໝ່ພື້ນຖານການສຶກສາ ເປັນປະຈຳ ເພື່ອທ່ວງທັນກັບຍຸກສະໄໝ. ແຕ່ພ້ອມກັນນັ້ນກໍ່ຍັງຄົງຮັກສາບັນດາຄຸນຄ່າທີ່ປະເສີດເລີດລ້ຳຂອງຄົນລຸ້ນກ່ອນໆ. ໃນມໍ່ໆມານີ້, ແຂວງ ຫາຍເຢືອງ ກໍ່ໄດ້ຟື້ນຟູວັນໝຽວມາວດ່ຽນ ໃຫ້ກາຍເປັນສູນການສຶກສາ ບໍ່ພຽງແຕ່ເພື່ອເຊີດຊູມູນເຊື້ອການຮ່ຳຮຽນເທົ່ານັ້ນ ຫາກຍັງເພື່ອສົ່ງເສີມການຮ່ຳຮຽນ ແລະ ເຊີດຊູພື້ນຖານການສຶກສາຍຸກປັດຈຸບັນອີກດ້ວຍ”.

     ໂດຍຜ່ານບັນດາໄລຍະແຫ່ງການຜັນແປຂອງປະຫວັດສາດ, ຜ່ານບັນດາໄລຍະຖືກທຳລາຍຈາກສົງຄາມ, ວັນໝຽວມາວດ່ຽນ ຍັງຄົງເປັນພະລັກຖານໃຫ້ແກ່ພະລັງຊີວິດອັນແຮງກ້າຂອງຈິດໃຈເຄົາລົບນັບຖືກຄູອາຈານ, ເຄົາລົບນັບຖືບຸກຄະລິກກະພາບຂອງຊາວຫວຽດນາມ. ທ່ານ ໂດ໊ແອັງ ອະດີດນາຍຄູຖືວ່າ:

       “ເຄົາລົບນັບຖືວັນໝຽວ ກໍ່ແມ່ນເຄົາລົບນັບຖືພູມບັນຍາ, ເຄົາລົບນັບຖືບັນດາຜູ້ທີ່ມີລະດັບວຸດທິການສຶກສາ ແລະ ເຄົາລົບນັບຖືມູນເຊື້ອອັນດີງາມຂອງຊາດ. ລຸ້ນຄົນພວກຂ້າພະເຈົ້າກໍ່ມີຄວາມຕື້ນຕັນໃຈເມື່ອເຫັນວ່າ ບັນດາວັນໝຽວໄດ້ຮັບນານເຊີດຊູເຊັ່ນນັ້ນ. ຂ້າພະເຈົ້າຄິດວ່າບັນດາໂຮງຮຽນຢູ່ໃກ້ນີ້ກໍ່ຄວນສົ່ງນັກຮຽນມານີ້ເພື່ອຄົ້ນຄວ້າຮ່ຳຮຽນປະຫວັດສາດ, ເຮັດໄດ້ເຊັ່ນນັ້ນກໍ່ຈະເພີ່ມ ຄວາມເຂົ້າໃຈ ແລະ ຊ່ວຍໃຫ້ການຮ່ຳຮຽນໄດ້ຮັບຜົນດີ.”

     ໂດຍໄດ້ມີຄວາມຄົງຕົວມາເປັນເວລາກວ່າ 5 ສະຕະວັດ, ໄດ້ບູຊາປະລິນຍາເອກກວ່າ 600 ຄົນ ແລະ ກາຍເປັນໜຶ່ງໃນຈຳນວນໜ້ອຍວັນໝຽວທີ່ຍັງຄົງຕົວມາຮອດບປັດຈຸບັນຢູ່ຫວຽດນາມ, ວັນໝຽວມາວດ່ຽນ ບໍ່ພຽງແຕ່ແມ່ນສັນຍາລັກທ່ານດ້ານຈິດໃຈມັກການຮ່ຳຂອງຊາວ ຫວຽດນາມ ເທົ່ານັ້ນ ຫາກຍັງເປັນສັນຍາລັກຂອງປະເທດ ຫວຽດນາມ ແຫ່ງອະລິຍະທຳນັບ 1.000 ປີ ອີກດ້ວຍ. ວັນໝຽວມາວດ່ຽນ ເປັນສິ່ງທີ່ເອກອ້າງທະນົງໃຈຂອງຊາວ ຫວຽດນາມ ຍ້ອນແມ່ນມໍລະດົກຂອງຄົນລຸ້ນກ່ອນໆໄດ້ກໍ່ສ້າງ ໃນທ່າມກາງຄວາມທຸກຍາກ. ທັງນີ້ກໍ່ເປັນການເສີມຂະຫຍາຍມູນເຊື້ອມັກການຮ່ຳຮຽນຂອງຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ