ສະຫນາມຫລວງ ບາດີງ ປະຫວັດສາດ ແລະ ຂີດໝາຍຂອງງານຊຸມນຸມມິດຕິງ ວັນເອກະລາດ

(vovworld)- ສະ​ຫ​ນາມ​ຫລວງ​ບາ​ດີງ, ໝາ​ກ​ຫົວ​ໃຈ​ຂອງ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ, ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ປະ​ຫວັດ​ສາດ ແລະ ທັດ​ສະ​ນີ​ຍະ​ພາບ​ທີ່​ລື​ຊື່ຢູ່​ຮ່າ​ໂນ້ຍ. ບາ​ດີງ ໄດ້​ຮັບຄວາມ​ເປັນ​ກຽດ​​ຄື​ດັ່ງ​ກ່າວ ຍ້ອນຢູ່ທີ່ນີ້ໄດ້​ດຳ​ເນີນ​ເຫດ​ການ​ທີ່​ສຳ​ຄັນ​ ນັ້ນ​ແມ່ນວັນ​ທີ 2/9/1945 ປະ​ທານ​ໂຮ່​ຈິ​ມີນ ໄດ້​ອ່ານ​ບົດຖະ​ແຫລງ​ການປະກາດເອ​ກະ​ລາດ, ສະ​ຖາ​ປະ​ນາ​ປະ​ເທດ ສ​າ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ ຕໍ່​ຫ​ນ້າ​ ປະ​ຊາ​ຊົນ​ຮ່າ​ໂນ້ຍ ແລະ ເຂດ​ໃກ້​ຄຽງ​ປະ​ມານ 5 ໝື່ນ​ຄົນ,.

       

ສະຫນາມຫລວງ ບາດີງ ປະຫວັດສາດ ແລະ ຂີດໝາຍຂອງງານຊຸມນຸມມິດຕິງ ວັນເອກະລາດ - ảnh 1
ສະຫນາມຫລວງບາດີງ
ພາບ:baomoi.com

        “ປ​ະ​ຊາ​ຊົນ ທຸກ​ຄົນ​ໃນ​ທົ່ວ​ປະ​ເທດ​, ​ທີ່​​ໄດ້ກຳ​ເນີດຂຶ້ນ​ລ້ວນ​ແຕ່​ມີ​ສິດ​ສະ​ເຫມີ​ພາບ. ຕ້ອງ​ມີ​​ສິດ​ຕ່າງໆ ຜູ້​ອື່ນ​ຈຶ່ງ​ບໍ່ສາ​ມາດ​ແຊກ​ແຊງ​ໄດ້, ໃນ​ບັນ​ດາ​ສິດນັ້ນ, ມີສິດ​ໄດ້​ມີ​ຊີ​ວິດ, ສິ​ດ​ເສ​ລີ ແລະ ສິດ​ໄດ້​ຮັບ​ຄວາມ​ຜາ​ສຸກ..”

        ບັນ​ດາ​ຄຳ​ເວົ້າ​ອະ​ມະ​ຕະ​ຂອງ​ບົດ​ຖະ​ແຫລງ​ປະກາດເອ​ກະ​ລາດ​ເມື່ອ​ວັນ​ທີ 2/9/1945 ໂດຍ​ປະ​ທານ​ໂຮ່​ຈິ​ມີນ ອ່ານ​ທີ່​ສະ​ຫ​ນາມ​ຫລວງ ບາ​ດີງ ປະ​ຫວັດ​ສາດ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ຢືນ​ຢັນ​ເຖິງພື້ນ​ຖານ​ເອ​ກະ​ລາດ​ຂອງ​ຫວຽດ​ນາມ​ເທົ່າ​ນັ້ນ ຫາກ​ຍັງ​​ເປີດ​ສັງ​ກະ​ລາດ​ແຫ່ງ​ເອ​ກະ​ລາດ, ເສ​ລີ​ພາບ​​ໃຫ້ປະ​ເທດ​ຫົວ​ເມືອງ​ຂຶ້ນ ທີ່ຖືກ​ກົດ​ຂີ່​ຂຸດ​ຮີດ​ໃນ​ທົ່ວ​ໂລກອີກ​ດ້ວຍ. ບັນ​ດາ​ຄຳ​ສັບ​ທີ່​ມີ​ຄວາມ​ໝາຍ​ວັດ​ທະ​ນະ​ທຳ​ມະ​ນຸດທີ່​ຍິ່ງ​ໃຫ​ຍ່ ແລະ ເລິກ​ເຊິ່ງນັ້ນ ຍັງ​ສືບ​ຕໍ່​ດັງ​ກ້ອງ​ກັນ​ວານ, ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ຊາວ​ຫວຽດ​ນາມ​ຫລາຍ​ຄົນ ເມື່ອ​ມາ​ຢ້ຽ​ມ​ຢາມ​ສະ​ຫ​ນາມ​ຫລວງ ບາ​ດີງ ປ​ະ​ຫວັດ​ສາດ​ໃນ​ຊຸມມື້​ລະ​ດູ​ໃບ​ໄມ້​ຫລົ່ນ​ນີ້ ແລະ ກໍ່​ຢູ່​ທີ່ນີ້ ພາຍ​ຫລັງ​ວັນ​ຊາດ​ທີ 2/9/1969, ພິ​ທີ​ງານສົບ​ປະ​ທານ​ໂຮ່​ຈິ​ມີນ, ຜູ້​ນຳ​ທີ່​ແສນ​ເຄົາ​ລົບ​ຮັກ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ກໍ່ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ​ນັບ​ໝື່ນໆ​ຄົນ ແລະ​ເພື່ອນ​ມິດ​ສາ​ກົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ຫລັງ​ຈາກນັ້ນ ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ ໄດ້​ຖືກ​ກໍ່​ສ້າງ​ຂຶ້ນ​ຢູ່​ສະ​ຫ​ນາມ​ຫລວງ ບາ​ດີງ, ແຕ່​ລະ​ມື້ ໄດ້​ຕ້ອນ​ຮັບ​ປ​ະ​ຊາ​ຊົນ​ພາຍ​ໃນ​ປ​ະ​ເທດ​ນັບ​ໝື່ນໆ​ຄົນ ແລະ ເພື່ອນ​ມິດ​ສາ​ກົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ມາ​ຢ້ຽມ​ຢາມ​ ແລະ ​ໄຫວ້​ອາ​ໄລ​ເພີ່ນ.

ສະຫນາມຫລວງ ບາດີງ ປະຫວັດສາດ ແລະ ຂີດໝາຍຂອງງານຊຸມນຸມມິດຕິງ ວັນເອກະລາດ - ảnh 2
ສະຫນາມຫລວງ ບາດີງ ໃນຕອນຄຳ່ຍາມຮ້ອນ
ພາບ:baomoi.com

        ຊາວ​ຫວຽດ​ນາມ ຢູ່​ທຸກ​ແຖບ​ຖິ່ນ​ໃນ​ທົ່ວ​ປະ​ເທດ ແລະ ນັກ​ທ່ອງ​ທ່ຽວ​ສາ​ກົນ ແຕ່​ລະ​ເທື່ອ​​ເມື່ອມາ​ ຮ່າ​ໂນ້ຍ ກໍ່ລ້ວນ​ແຕ່ມາ​ຢ້ຽມ​ຢາມ​ສະ​ຫ​ນາມ​ຫລວງ ບາ​ດີງ, ພິ​ເສດ ໃນ​ໂອ​ກາດ​ວັນ​ຊາດ​ທີ 2/9 ປະ​ຈຳ​ປີ. ທ່ານ ຫງວຽນ​ຫືວ​ຈີງ, ນັກ​ຮົບ​ເກົ່າ ຢູ່ ແຂວງ ຟູ​ທໍ້ ມາ​ຢ້ຽມ​ຢາມ​ສະ​ຫ​ນາມ​ຫລວງ ບາ​ດີງ ໄດ້​ແບ່ງ​ປັນ​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຢາມ​ສະ​ຫ​ນາມ​ຫລວງ ບາ​ດີງ, ຢ້ຽມ​ຢາມ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ, ຫໍ​ພິ​ພິດ​ທະ​ພັນ​ປະ​ທານ​ໂຮ່​ຈິ​ມີນ ແລະ ບ່ອນ​ຢູ່, ບ່ອນ​ເຮັດ​ວຽກ​ຂອງ​ເພີ່ນ. ເພື່ອ​ຫວນ​ຄືນ​ຊຸມ​ວັນ​​ໃນປີ 1969, ເມື່ອ​ພວກ​ຂ້າ​ພະ​ເຈົ້າ​ພວມ​ເຂົ້າ​ຮ່ວມ​ການ​ຕໍ່​ຕ້ານ​ຢູ່​ສະ​ຫ​ນາມ​ຮົບ ​ແລະ ໄດ້​ຮັບ​ຂ່າວ​​ທີ່ວ່າ ລ​ຸງ​ໂຮ່ ​ເຖິງ​ແກ່​ມໍ​ລະ​ນະ​ກຳ​, ​ເວລາ​ນັ້ນພວກ​ຂ້າ​ພະ​ເຈົ້າຕ່າງ​ກໍ່​ຮູ້​ສຶກ​ເສົ້າ​ສະ​ຫລົດ​ໃຈ​ທີ່​ສຸດ ແລະ ຕັດ​ສິນ​ໃຈ​ຈະປະ​ຕິ​ບັດ​ຄຳ​ຕັກ​ເຕືອນ​ຂອງ​ປະ​ທານ​ໂຮ່​ຈິ​ມີນ​: ເຮັດ​ແນວ​ໃດ​ເພື່ອ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ ຍິ່ງ​ໄວ​ກໍ່​ຍິ່ງ​ດີ, ​ເພື່ອໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະ​ພາບ”. ປະ​ຕິ​ບັດ​ຕາມ​ພິ​ໄນ​ກຳ​ຂອງ​ປະ​ທານ​ໂຮ່​ຈິ​ມີນ, ເດືອນ 4/1975 ພວກ​ຂ້າ​ພະ​ເຈົ້າ​ໄດ້​ສຳ​ເລັດ​ຫ​ນ້າ​ທີ່​ຊື່ງ​ລຸງ​ໂຮ່ ມອບ​ໝາຍ​ໃຫ້, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ນີ້ແມ່ນ​ສິ່ງ​ທີ່​ປະ​ທານ​ໂຮ່​ຈິ​ມິນຍາ​ມ​ໃດ​ກໍ​ປາດ​ຖ​ະ​ຫ​ນາ.”

        ສຳ​ລັບ​ຊາວ​ຫວຽດ​ນາມ​ຫລາຍ​ຄົນ, ເປັນ​ຕົ້ນ​ແມ່ນ ປ​ະ​ຊາ​ຊົນ​ບັນ​ດາ​ແຂວງ​ທາງ​ພາກ​ກາງ ແລະ ພາກ​ໃຕ້ ເມື່ອ​ໄດ້​ໄປ​ຢ້ຽມ​ຢາມ​ສະ​ຫ​ນາມ​ຫລວງ ບາ​ດີງ, ເຂົ້າ​ຢ້ຽມ​ສຸ​ສານ​ປ​ະ​ທານ​ໂຮ່​ຈິ​ມີນ, ຢ້ຽມ​ຢາມ​ບ່ອນ​ຢູ່ ແລະ ບ່ອນ​ເຮັດ​ວຽກ​ຂອງ​ເພີ່ນ, ຢ້ຽມ​ຢາມ​ຫໍ​ພິ​ພິດ​ທະ​ພັນໂຮ່​ຈິ​ມີນ ນັ້ນ​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫ​ນາ​​ໃນ​​ຊີ​ວິດຂອງເຂົາ​ເຈົ້າ.  ວັນ​ທີ 2/9, ກໍ​ແມ່ນ​ວັນ​ປະ​ທານ​ໂຮ່​ຈິ​ມີນ​ລ່ວງ​ລັບໄປ, ​ປ້າ ຫງວຽນ​ທິ​ແຫ້ງ ຢູ່ ແຂວງ ບີງ​ທ້ວນ ພາກ​ກາງ ຫວຽດ​ນາມ ​​ໄດ້ເວົ້າ​ດ້ວຍ​ຄວາມຕື້ນ​ຕັນ​ໃຈ​ວ່າ:

        “ ມື້​ນີ້ ຂ້າ​ພະ​ເຈົ້າ​​ໄດ​້ເຂົ້າ​ຢ້ຽມ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ, ຢ້ຽມ​ຢາມ​ບ່ອນ​ຢູ່​ຂອງ​ເພີ່ນ ໄດ້ເຫັ​ນ​ຮູບ​ພາບ ແລະ ​ບັນ​ດາ​ສິ່ງ​ຂອງ​ຊື່ງ​ປະ​ທານ​ໂຮ່​ຈິ​ມີນ​​ນຳ​ໃຊ້ ຂ​້າ​ພະ​ເຈົ້າ​ຮູ້​ສຶກ​ຕື້​ນ​ຕັນ​ໃຈ​ທີ່​ສຸດ. ເພາະ​ວ່າ ວຽກ​ງານ​ທີ່​ປະ​ທານ​ໂຮ່​ຈິ​ມີນ ຮັບ​ຜິດ​ຊອບ​ແມ່ນ​ລຳ​ບາກ​ຫ​ຍຸ້ງ​ຍາກ​ທີ່​ສຸດ ແຕ່​ເພີ່ນບໍ່​ທັນ​​ໄດ້​​ເຫັນ​ປະຈັກ​ຕາມື້​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ບໍ່​ທັນ​​ໄດ້ເຫັນ​ປະ​ເທດ​ຊາດ​ປ່ຽນ​ແປງ​ຄື​ແນວ​ໃດ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແມ່ນ​ດີ​ຂຶ້ນກວ່າ​ໄລ​ຍະ​ກ່ອນ. ມາ​ຢ້ຽມ​ຢາມ​ສ​ຸ​ສານ​ປະ​ທານ​ໂຮ່​ຈິ​ມີນ ພວກ​ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ​ຄິດ​ເຖິງ​ຄຸນ​ງາມ​ຄວາມ​ດີ​ຂອງ​ເພີ່ນ, ຕັດ​ສິນ​ໃຈ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ລຸງ​ໂຮ່​ທີ່ວ່າ: ​ລຸງ​ແລະ​ພວກ​ຫລານ​ພ້ອມ​ກັນ​ຮັກ​ສາ​ປະ​ເທດ​ຊາດ, ນຳ​ປະ​ເທດ​ຊາດ​ກ້າວ​ຂຶ້ນ ແລະ ພັດ​ທະ​ນາ​ຢ່າງໝັ້ນຄົງ​ເຂັ້ມ​ແຂງ​.”

        ສະ​ຫ​ນາມ​ຫລວງ ບາ​ດີງ ປະ​ຈຸ​ບັນ ແມ່ນ​ສະ​ຫ​ນາມ​ຫລວງ​​ໃຫ​ຍ່ກວ່າ​ໝູ່​ຢູ່ ຫວຽດ​ນາມ, ດ້ວຍ​​ບໍ​ລິ​ເວນ​ທີ່​ມີ​ຄວາມ​ຍາວ 320 ແມດ, ກວ້າງ 100 ແມດ. ຢູ່​ທີ່​ນີ້ມີ​ເສົາ​ຊັກ​ທຸງ​ຊາດ​ດ້ວຍ​ສູງ 25 ແມັດ. ນີ້​ແມ່ນ​ສະ​ຖານ​ທີ່​ຈັດ​ຕັ້ງ​ການ​ສວນ​ສະ​ຫ​ນາມ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງວັນ​ສຳ​ຄັນ​ຂອງ​ຫວຽດ​ນາມ ແລະ ກໍ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ, ລະ​ຫລິ້ນຂອງຊາວ​ຮ່າ​ໂນ້ຍ ແລະ ​ນັກ​ທ່ອງ​ທ່ຽວ​.

ຕອບກັບ

ຂ່າວ/ບົດ​ອື່ນ