(VOVWORLD) -ນັບແຕ່ລະດູໃບໄມ້ຫຼົ່ນປະຕິວັດປີ 1945, ສະໜາມຫຼວງ ບາດິ່ງ ໄດ້ກາຍເປັນສະຖານທີ່ໃກ້ຊິດຕິດແທດ ແລະ ສັກກະລະບູຊາ ສຳລັບຊາວນະຄອນຫຼວງ ຮ່າໂນ້ຍ ແລະ ທົ່ວປະເທດ. ນີ້ແມ່ນສະໜາມຫຼວງໃຫຍ່ທີ່ສຸດຢູ່ ຫວຽດນາມ ຖືກຕັ້ງບົນຖະໜົນ ຮຸ່ງເວືອງ ເມືອງ ບາດິ່ງ ຮ່າໂນ້ຍ ແລະ ແມ່ນບ່ອນປຸກສ້າງສຸສານ ປະທານ ໂຮ່ຈີມິນ. ສະໜາມຫຼວງ ບາດິ່ງ ນອນຢູ່ໃນກຸ່ມປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ ບາດິ່ງ ໄດ້ກາຍເປັນພະຍານຫຼັກຖານໄປຕາມການເວລາແຫ່ງປະຫວັດສາດ. ສະຖານທີ່ແຫ່ງນີ້ ແມ່ນໝາກຫົວໃຈຂອງນະຄອນຫຼວງ ແມ່ນຄວາມເອກອ້າງທະນົງໃຈຂອງຊາວນະຄອນຫຼວງ ເວົ້າ ສະເພາະ ແລະ ຂອງປະຊາຊົນ ຫວຽດນາມ ທຸກທົ່ວໜ້າເວົ້າລວມ
ວັນທີ 2 ກັນຍາ ປີ 1945 ຢູ່ສະໜາມ ຫຼວງ ບາດິ່ງ - ຮ່າໂນ້ຍ, ທ່ານປະທານ ໂຮ່ຈີມິນ ໄດ້ກ່າວຖະແຫຼງການປະກາດເອກະລາດ ສະຖາປະນາປະເທດ ສ. ປ.ຫວຽດນາມ ປັດຈຸບັນແມ່ນ ສສ ຫວຽດນາມ.
(ພາບ : Toquoc.vn)
|
ໂດຍມີໜ້າຢູ່ສະໜາມ ຫຼວງ ບາດິ່ງ ໃນທຸກໆຈຸດເວລາທີ່ແຕກຕ່າງກັນໃນປີ ພິເສດແມ່ນໃນຕອນເຊົ້າວັນຊາດ ລະດູໃບໄມ້ຫຼົ່ນ, ຊາວຫວຽດນາມ ຕ່າງກໍ່ຮູ້ສຶກມີຄວາມເອອ້າງທະນົງໃຈ. ຊຸມວັນເດືອນ ກັນຍາ ສະໜາມຫຼວງໄດ້ຕ້ອນຮັບປະຊາຊົນນັບແສນຄົນທີ່ມາຈາກບັນດາແຂວງ ແລະ ນະຄອນຕ່າງໆໃນທົ່ວປະເທດ ເຂົາເຈົ້າໄດ້ມານີ້ ເພື່ອຮ່ວມມ່ວນຊື່ນໃນວັນບຸນເອກະລາດຂອງຊາດ. ນາງ ຫວຽນບິກແຮັ້ງ ມາຈາກແຂວງ ດົງນາຍ ເວົ້າວ່າ:
“ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢ້ຽມຢາມສະໜາມຫຼວງ ບາດິ່ງ ກົງກັບໂອກາດວັນຊາດ ຫວຽດນາມ. ຂ້າພະເຈົ້າກໍ່ໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດ ນັບແຕ່ 6 ໂມງເຊົ້າ. ຂ້າພະເຈົ້າຮູ້ສຶກມີຄວາມຕື້ນຕັນໃຈ ແລະ ເອກອ້າງທະນົງໃຈຕໍ່ປະເທດຊາດ. ບັນດາຈຸດເວລາຢູ່ທີ່ນີ້ແມ່ນສັກກະລະບູຊາທີ່ສຸດ”.
ສະໜາມ ຫຼວງ ບາດິ່ງ ຮ່າໂນ້ຍ ເຊິ່ງແມ່ນແຫ່ງມີເຫດການສຳຄັນພິເສດຂອງຊາວ ຫວຽດນາມ. ວັນທີ 2 ກັນຍາ ປີ 1945 ຕໍ່ໜ້າຊາວນະຄອນຫຼວງ ແລະ ເຂດແຄ້ວນຕ່າງໆໃນທົ່ວປະເທດ ຈຳນວນ 500.000 ຄົນ, ປະທານ ໂຮ່ຈີມິນ ໄດ້ກ່າວຖະແຫຼງການປະກາດເອກະລາດ ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ປັດຈຸບັນແມ່ນ ສສ ຫວຽດນາມ
ບັນດາຄຳເວົ້າອະມະຕະຂອງປະທານ ໂຮ່ຈີມິນ ໃນຖະແຫຼງການປະກາດເອກະລາດຢູ່ສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດ ໃນລະດູລະດູໃບໄມ້ຫຼົ່ນປີນັ້ນ ຄືຍັງຄົງດັງກ້ອງກັງວານຝັງເລິກໃນຄວາມຊົງຈຳຂອງຊາວ ຫວຽດນາມ ຫຼາຍຄົນເມື່ອມາຢ້ຽມຢາມສະໜາມຫຼວງ ບາດິ່ງ. ກ່ອນໜ້ານີ້ສະໜາມຫຼວງ ແມ່ນບໍລິເວນນອນໃນຂອບເຂດພະລາດຊະວັງ ທັງລອງ, ປີ 1894 ເມື່ອຢຶດຄອງ ຮ່າໂນ້ຍ ຝລັ່ງ ໄດ້ໃຫ້ກໍ່ສ້າງສະໜາມຫຼວງຂະໜາດນ້ອຍ ເຊິ່ງເອີ້ນວ່າ ປູກີນາຍເນີ. ເມື່ອ ຍີ່ປຸ່ນ ກໍ່ລັດຖະປະຫານ ຝລັ່ງ ແລະ ຖະແຫຼງຍອມຮັບເອກະລາດຂອງ ຫວຽດນາມ, ເຈົ້າຄອງນະຄອນ ຮ່າໂນ້ຍ ເຈິ່ນວັນລາຍ ໄດ້ປ່ຽນຊື່ສວນດອກໄມ້ ປູກິນາຍເນີ ເປັນສວນດອກໄມ້ ບາດິ່ງ ເພື່ອລະນຶກເຖິງການລຸກຮື້ຂຶ້ນຕ້ານ ຝລັ່ງ ຂອງກອງກຳລັງ ດິງກົງຈ໊າງ ຢູ່ເຂດ ບາດິ່ງ ເມືອງ ງາເຊີນ ແຂວງ ແທັງຮວ໊າ ໃນທ້າຍ ສະຕະວັດທີ XIX. ທ່ານ ສາດສະດາຈານ ປະຫວັດສາດ ເລວັນລານ ໃຫ້ຮູ້ວ່າ:
“ເດືອນ ກໍລະກົດ ປີ 1945 ຢູ່ແຫ່ງນີ້ຖືກປ່ຽນຊື່ເປັນ ບາດິ່ງ ໃນຖານະແມ່ນສວນດອກໄມ້ ບາດິ່ງ. ຮອດວັນທີ 2 ກັນຍາ ປີ 1945 ຢູ່ແຫ່ງນີ້ແມ່ນບ່ອນຈັດເຫດການ ປະທານ ໂຮ່ຈີມິນ ກ່າວຖະແຫຼງການປະກາດເອກະລາດ, ເພາະສະນັ້ນຮອດເດືອນ ທັນວາ ປີ 1945, ສະຖານທີ່ແຫ່ງນີ້ ຖືກເອີ້ນວ່າສວນດອກໄມ້ ດົກເລິບ. ຮອດວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ ຄືວັນທີ 10 ຕຸລາ ປີ 1954 ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຕົກລົງຟື້ນຟູຊື່ເກົ່າໃຫ້ແກ່ສະຖານທີ່ແຫ່ງນີ້ ແມ່ນສວນ ບາດິ່ງ. ແລ້ວກໍ່ຄ່ອຍໆປ່ຽນຊື່ຈາກສວນດອກໄມ້ກາຍເປັນສະໜາມຫຼວງ. ແລະ ໃນວັນທີ 2 ກັນຍາ ປີ 1975 ໄດ້ເປີດສຸສານປະທານ ໂຮຈີມິນ ຢ່າງເປັນທາງການ ແລະ ຢູ່ແຫ່ງນີ້ໄດ້ກາຍເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ຂອງທັງເຂດທີ່ສັກກະລະບູຊາຂອງຊາດ”.
ຢູ່ທາງນອກສະໜາມຫຼວງ ບາດິ່ງ, ນອກຈາກບັນດາກິດຈະກຳ, ສະຖາປັດຕະຍະກຳທີ່ໄດ້ມີມານັບແຕ່ຄາວຫາກໍ່ປຸກສ້າງຄື ທຳນຽບຜູ້ວ່າການອິນດູຈີນຂອງ ຝລັ່ງ, ຕາມການເວລາກໍ່ຍັງປາກົດມີບັນດາກິດຈະກຳທີ່ສຳຄັນຄື ທຳນຽບປະທານປະເທດ, ຫໍປະຊຸມ ບາດິ່ງ, ຫໍສະພາແຫ່ງຊາດ ແລະ ພິເສດທີ່ສຸດແມ່ນສຸສານຂອງປະທານ ໂຮ່ຈີມິນ. ທ່ານ ໂດ໊ຈ໊ຽນຖັງ ຢູ່ເມືອງ ບາດິ່ງ ຮ່າໂນ້ຍ ແບ່ງປັນວ່າ:
“ຂ້າພະເຈົ້າຍາມໃດກໍ່ມີຄວາມປິຕິຊົມຊື່ນ ເມື່ອໄດ້ມາຢາມສຸສານລຸງໂຮ່ ໃນແຕ່ລະເທື່ອ. ປັດຈຸບັນເຖິງວ່າໄດ້ມີອາຍຸສູງແລ້ວກໍ່ຕາມ ແຕ່ຄວາມຮູ້ສຶກໃນຄາວນັ້ນຍັງຄົງຖືກຮັກສາໄວ້ຄື ໃນວັນສຸສານຂອງລຸງໂຮ່ ຫາກໍ່ໄດ້ເປີດຢ່າງເປັນທາງການ”.
ສະໜາມຫຼວງ ບາດິ່ງ ດ້ວຍທັດຊະນີຍະພາບ ແລະ ກຸ່ມສະຖາປັດຕະຍະກຳອັນງົດງາມອັນດັບໜຶ່ງຢູ່ ຮ່າໂນ້ຍ ພ້ອມກັບບັນດາຄຸນຄ່າທາງດ້ານວັດທະນະທຳປະຫວັດສາດ ຍາມໃດກໍ່ຕິດພັນກັບບັນດາການປ່ຽນແປງຢ່າງແຂງແຮງຂອງປະເທດຊາດ. ເຖິງວ່າອະດີດຕະການ, ປັດຈຸບັນ ຫຼື ໃນອະນາຄົດກໍ່ຕາມ ແຕ່ຢູ່ບ່ອນນີ້ ຍາມໃດກໍ່ແມ່ນສະຖານທີ່ມີບັນດາຄຸນຄ່າທາງດ້ານຈິດໃຈ ແລະ ຝັງເລິກໃນ ແນວຄິດຈິດໃຈຂອງຊາວ ຫວຽດນາມ.