ສາລາ ຈ່າໂກ໋ ທີ່ນະຄອນ ໝອງກ໊າຍ ແຂວງ ກວ໋າງນິງ

(VOVWORLD) -ສາລາ ຈ່າໂກ ຂຶ້ນກັບຕາແສງ ຈ່າໂກ໋ ນະຄອນ ໝອງກ໊າຍ ແຂວງ ກວ໋າງນິງ ຫ່າງຈາກຊາຍແດນ ຫວຽດນາມ - ຈີນ ປະມານ 4 ກິໂລແມັດ. ສາລາມີອາຍຸເກືອບ 600 ປີ ຍັງຄົງຮັກສາບັນດາຈຸດທີ່ເປັນເອກະລັກສະເພາະ ຂອງສະຖາປັດຕະຍາກຳສາລາໜູ່ບ້ານ ຫວຽດນາມ ແລະ ໄດ້ຮັບຖືວ່າແມ່ນເສົາຫຼັກໝາຍວັດທະນະທຳເຂດຊາຍແດນ. ບໍ່ພຽງແຕ່ຮັບໃຊ້ຄວາມຕ້ອງທາງດ້ານການເຫຼື້ອມໃສ ຂອງຊາວທ້ອງຖິ່ນເທົ່ານັ້ນ, ສາລາ ຈ່າໂກ໋ ຍັງແມ່ນສະຖານທີ່ອັນດູດດື່ມສຳລັບແຂກທ່ອງທ່ຽວທີ່ມາຈາກສາລະທິດອີກດ້ວຍ.
ສາລາ ຈ່າໂກ໋ ທີ່ນະຄອນ ໝອງກ໊າຍ ແຂວງ ກວ໋າງນິງ - ảnh 1ສາລາ ຈ່າໂກ໋ທີ່ແຂວງກວາງນິງ

ໄປຕາມເສັ້ນທາງໃນໝູ່ບ້ານ ໄປຍັງສາລາ ຈ່າໂກ໋ ໃນທ່າມກາງນ້ຳໝອກກົ້ວ ມີກິ່ນຫອມຫວນຂອງທູບ ຕາມກະແສລົມສົ່ງໄປທົ່ວເຂດ. ເມື່ອຜ່ານປະຕູ ກ້າວເຂົ້າສູ່ສາລາ, ພວກຂ້າພະເຈົ້າໄດ້ພົບລຸງ ຫງວຽນວັນເທມ ອາຍຸ 70 ປີ ເປັນຜູ້ເຝົ້າສາລາ. ລຸງ ເທມ ໄດ້ຜູກພັນກັບວຽກງານ ເຝົ້າສາລາ, ຈູດທູບໄຕ້ທຽນບູຊາບັນພະບູລຸດຂອງໝູ່ບ້ານ. ລຸງ ເທມ ເວົ້າວ່າ:

       “ແຕ່ລະມື້ຂ້າພະເຈົ້າໄດ້ມາປັດກວາດເຮັດອະນາໄມ ຢູ່ອ້ອມແອ້ມສາລາໃນໂອກາດວັນບຸນຕ່າງໆ ເປັນຕົ້ນແມ່ນວັນບຸນເຕັດ ຊາວບ້ານໄດ້ແຕ່ງຕັ້ງ 12 ຄົນ ມາປັດກວາດ ເຮັດອະນາໄມ ປ່ຽນນ້ຳ, ຈູດທູບໄຕ້ທຽນ, ຖອກນ້ຳມັນໃສ່ຕະກຽງ. ນັບແຕ່ວັນທີ 25 ບຸນເຕັດ ເຂົາເຈົ້າໄດ້ໄປສາລາ ເພື່ອເຝົ້າຮອດຕອນເຊົ້າວັນທີ 1 ບຸນເຕັດຈຶ່ງກັບເມືອເຮືອນ. ຮອດຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຊາວບ້ານໄດ້ພາກັນມາຈູດທູບໄຕ້ທຽນຂໍໂຊກຂໍລາບໃນຍາມຕົ້ນປີໃໝ່”.

     ລຸງ ຫງວຽນກວງແກັ໋ງ ຜູ້ໄດ້ຮັບຖືວ່າ ແມ່ນຄົນນຳທ່ຽວໃນໝູ່ບ້ານເລົ່າສູ່ຟັງວ່າ, ສາລາ ຈ່າໂກ໋ ໄດ້ຮັບການປຸກສ້າງໃນປີ 1461 ໃນສະໄໝເຈົ້າຊີວິດ ເລແທັງຕົງ. ສາລາແຫ່ງນີ້ ແມ່ນບູຊາບັນດາພະອໍລະຫັນຜູ້ສ້າງຕັ້ງໝູບ້ານ ແລະ ບັນດາຜູ້ທີ່ມີຄວາມງາມຄວາມດີ ໃນການສ້າງຕັ້ງບ້ານແປງເມືອງ. ລຸງ ແກັ໋ງ ເວົ້າວ່າ: “ເຈົ້າຊີວິດ ເລແທັ໊ງຕົງ ແມ່ນເຈົ້າຊີວິດທີ່ເອົາໃຈໃສ່ທີ່ສຸດ ເຖິງບັນດາບັນຫາອະທິປະໄຕເຂດຊາຍແດນ. ພະອົງເຄີຍເວົ້າວ່າ ຖ້າຫາກຜູ້ໃດປະ ດິນແດນແມັດໜຶ່ງຂອງປະເທດຊາດ ໃຫ້ຕົກເຂົ້າສູ່ກຳມືພວກຢູ່ພາຍນອກ ກໍ່ຈະຖືກປັບໄໝລົງໂທດ. ການກໍ່ສ້າງສາລາຢູ່ເຂດຊາຍແດນແຫ່ງນີ້ ແມ່ນມີການຕັດສິນຂອງລາດຊະວົງໃນຄາວນັ້ນ”.

     ໂດຍຜ່ານບັນດາໄລຍະປະຫວັດສາດ ແລະ ການກະທົບຂອງວັນເວລາ, ສາລາ ຈ່າໂກ ໄດ້ຖືກບູລະນະປະຕິສັງຂອນຫຼາຍຄັ້ງ ແຕ່ກໍ່ຍັງຮັກສາຄວາມເປັນເອກະລັກສະເພາະ ກ່ຽວກັບສະຖາປັດຕະຍາກຳ ແລະ ສິລະປະປະຕິມາກຳໄວ້ເໝືອນເດີມ ເຊິ່ງເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳສາລາໝູ່ບ້ານເຂດພາກເໜືອ. ສິ່ງທີ່ດູດດື່ມ ແລະ ເປັນເອກະລັກໃນສາລາ ຈ່າໂກ໋ ກໍ່ແມ່ນບັນດາແຜ່ນຄຳຜະຫຍາ ແລະ ຄຳກອນ ທີ່ຖືກທາສີແດງ ແລະ ຟອກຄຳປິວ ມີຄວາມໝາຍບອກສອນຢ່າງເລິກເຊິ່ງ. ລຸງ ຫງວຽນກວາງແກັ໋ງ ອະທິບາຍວ່າ:

     “ການເປັນຮູບປະທຳຂອງຊຸມຊົນ ແລະ ເຈດຈຳນົງຂອງຊາດ ໄດ້ຖືກສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດ ຜ່ານແຜ່ນຜະຫຍາ ແລະຄຳກອນໃນສາລາ. ແຜ່ນຄຳກອນຢູ່ສອງຝາສາລາ ແມ່ນມີຄວາມໝາຍວ່າ ດິນແດນແຫ່ງນີ້ຍືນຍາວ ແລະ ປະຊາຊົນຢູ່ແຫ່ງນີ້ ຈະໄດ້ຮັບບຸນໂດຍດິນຟ້າດົນບັນດານໃຫ້. ສ່ວນແຜ່ນຄຳຜະຫຍາຢູ່ຫ້ອງກາງ ແມ່ນມີຄວາມໝາຍວ່າ ປະເທດຊາດ ແລະ ມະນຸດລ້ວນແຕ່ຍືນຍົງຄົງຕົວຕະຫຼອດກາລະນານ”.

      ນາງ ຫງວຽນທ໋າວລີ ແຂກທ່ອງທ່ຽວມາຈາກເມືອງ ຮ່າດົງ ຮ່າໂນ້ຍ ເປີດເຜີຍວ່າ:

      “ຂ້າພະເຈົ້າໄດ້ມາຢາມ ໝອງກ໊າຍ ເປັນຄັ້ງທຳອິດ ແລະ ກໍ່ແມ່ນເທື່ອທຳອິດທີ່ມີໂອກາດໄປຢາມ ແລະ ຈູດທູບໄຕ້ທຽນຢູ່ສາລາ ຈ່າໂກ. ສາລາແຫ່ງນີ້ຖືກຕັ້ງບົນເສັ້ນທາງໄປຍັງຫາດຊາຍທະເລ ດັ່ງນັ້ນກໍ່ມີຄວາມສະດວກທີ່ສຸດ ເພື່ອໃຫ້ຂ້າພະເຈົ້າແວ່ຢາມ. ນີ້ກໍ່ແມ່ນສາລາບູຮານ ດ້ວຍສະຖາປັດຕະຍາກຳທີ່ເປັນເອກະລັກ. ເນື່ອງໃນໂອກາດປີໃໝ່ ຂ້າພະເຈົ້າໄດ້ມານີ້ ເພື່ອພາວະນາ ໃຫ້ມີຄວາມສະຫງົບສຸກ ແລະ ທຸກໆຄົນໃນຄອບຄົວມີສຸຂະພາບທີ່ແຂງແຮງ”.

      ດ້ວຍບັນດາຄຸນຄ່າທາງດ້ານວັດທະນະທຳພື້ນເມືອງ, ປີ 2019 ງານບຸນສາລາ ຈ່າໂກ໋ ໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ທ່ານ ຫງວຽນວັນເຟືອກ ປະທານຄະນະກຳມະການປະຊາຊົນຕາແສງ ຈ່າໂກ໋ ນະຄອນ ໝອງກ໊າຍ ໃຫ້ຮູ້ວ່າ:

     “ອຳນາດການປົກຄອງທ້ອງຖິ່ນ ພ້ອມກັບນະຄອນ ຈະອະນຸລັກຮັກສາເສີມຂະຫຍາຍຄຸນຄ່າຂອງປູຊະນີຍະສະຖານແຫ່ງນີ້ ພ້ອມທັງບູລະນະປະຕິສັງຂອນ ເພື່ອໃຫ້ສາລາແຫ່ງນີ້ກາຍເປັນສະຖານທີ່ທ່ອງທ່ຽວດູດດື່ມ ຢູ່ເຂດຊາຍແດນຂອງປະເທດຊາດ”.

    ຜ່ານໄລຍະກວ່າ 5 ສະຕະວັດທີ່ຜ່ານມາ ສາລາ ຈ່າໂກ໋ ໄດ້ເປັນສັກຂີພະຍານບັນດາໄລຍະທາງແຫ່ງປະຫວັດສາດ, ສາລາ ຈ່າໂກ໋ ຍັງຄົງຮັກສາບັນດາຂີດໝາຍ, ສີສັນຄວາມເປັນເອກະລັກຂອງສາລາໝູ່ບ້ານ ຫວຽດ ໄລຍະສຸດທ້າຍຂອງລາດຊະວົງ ເລ. ນີ້ໄດ້ຮັບຖືວ່າ ແມ່ນເສົາຫຼັກໝາຍວັດທະນະທຳທີ່ໜັກແໜ້ນ ເພື່ອຢັ້ງຢືນອະທິປະໄຕ ຜືນແຜ່ນດິນເຂດຊາຍແດນຢູ່ທາງທິດຕາເວັນອອກສຽງເໜືອຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ