ຫວູຍ່ວນ, ຜູ້ນຳໜ້າໃນການປູກດອກໄມ້ດ້ວຍເຕັກໂນໂລຢີສູງ

(vovworld) - ຮອດ​ຍາມ​ທ້າຍ​ປີ, ກໍ່​ແມ່ນ​ຈຸດ​ເວ​ລາ​ທີ່ຊາວ​ດ່າ​ລາດ ​ເອົາ​ໃຈ​ໃສ່​ເຖິງວຽກ​ງານ​ປູກດອກ​ໄມ້​ທີ່ຮັບ​ໃຊ້​​ໃຫ້ບຸນ​ປີ​ໃໝ່. ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ວຽກ​ງານ​ບົວ​ລະ​ບັດ, ຊາວ​ກະ​ສີ​ກອນຫຼາຍ​ຄົນ​​ຕ້ອງແຮມຄືນ​ໃນ​ເຮືອນ​ສວນ​ຕະຫຼອດ​ປີ, ທ່ານ ຫວູ​ຍ່ວນ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ດັ່ງ​ກ່າວ. ບໍ່​ພຽງ​ແຕ່​ສ້າງ​ຄວາມ​ຮັ່ງ​ມີ​ຈາກ​ການ​ປູກດອກ​ໄມ້​ເທົ່າ​ນັ້ນ, ທ່ານ​ຍັງ​ຊ່ວຍ​ເຫຼືອ​ຊາວ​ກະ​ສີ​ກອນຫຼາຍ​ຄົນ​ໃນ​ໝູ່​ບ້ານ​ຮ່າ​ດົງ ປູກດອກ​ໄມ້ ດ້ວຍ​ເຕັກ​ໂນ​ໂລ​ຢີ​ສູງອີກ​ດ້ວຍ, ນຳ​ມາ​ເຊິ່ງ​ລາຍ​ຮັບ​ເປັນ​ປົກ​ກະ​ຕິ​​ໃຫ້​ແກ່​ເຂົາ​ເຈົ້າ.

ຫວູຍ່ວນ, ຜູ້ນຳໜ້າໃນການປູກດອກໄມ້ດ້ວຍເຕັກໂນໂລຢີສູງ - ảnh 1

ທ່ານຫວູຍ່ວນໃນສວນເບ້ຍໄມ້

ດອກ​ກຸຫຼາບ, ດອກ ly ດ້ວຍ​ສີຫຼາຍຫຼາກ​ຖືກຕັ້ງ​ເດຍລະດາດຢູ່​ເຕັມ​ເຮືອນ​ຂອງ​ທ່ານ ຫວູ​ທ່ວນ. ​ທ່ານບອກວ່າ, ນັ້ນ​ແມ່ນດອກ​ໄມ້​ທີ່​ທ່ານ​ພວມ​ປູກ​ທົດ​ລອງ​ເພື່ອ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ເວ​ລາ​ຍືນ​ຍົງ​ຂອງ​ມັນ. ສ່ວ​ນຢູ່​ອ້ອມ​ເຮືອນ​ຂອງ​ທ່ານ​​ຖືກ​ປົກ​ຄຸມ​ດ້ວຍ​ຮົ້ວ​ດອກ​ໄມ້​ສີບົວ. ຕະຫຼອດ​ຊີ​ວິດ​ຕິດ​ພັນ​ກັບ​ສວນດອກ​ໄມ້, ເວ​ລາ​ນອນຫຼັບ​ທ່ານ​ກໍ່​ຝັນ​ເຫັນ​ວຽກ​ງານ​ປູກດອກ​ໄມ້. ບໍ່​ພຽງ​ແຕ່​ປູກດອກ​ໄມ້​ຕາມ​ວິ​ທີ​ທີ່​ເປັນ​ມູນ​ເຊື້ອ​ເທົ່າ​ນັ້ນ, ທ່ານ ຫວູ​ຍ່ວນ ຍັງ​ປາ​ຖະ​ໜາ​ວ່າ, ດອກ​ໄມ້​ທີ່​ປູກ​ມາ​ໄດ້​ນັ້ນ​ຕ້ອງນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້ຫຼາຍ​ທົບ 4 ເຖິງ 5 ເທົ່າ.

“ໃນ​ຂົງ​ເຂດ​ປູກດອກ​ໄມ້​ດ້ວຍ​ເຕັກ​ໂນ​ໂລ​ຢີ​ສູງ.  ປີ 1992, ຂ້າ​ພະ​ເຈົ້າ​ແມ່ນ​​ຜູ້ທຳ​ທີ່ປູກດອກ​ໄມ້​ທົກ​ລອງ​ໃນ​ເຮືອນ​ແກ້ວ, ຫຼັງ​ຈາກ​ນັ້ນ​ເມື່ອ​ເຫັນ​ມີ​ປະ​ສິດ​ທິ​ຜົນ, ປະ​ຊາ​​ຊົນ​ກໍ່​ຮ່ຳ​ຮຽນ​ເອົາ ແລະ​ ຮອດ​ປີ 2000, ເຂົາ​ເຈົ້າ​ຈຶ່ງ​ສຸມ​ໃສ່​ປູກດອກ​ໄມ້ປະ​ສົມ​ພັນ​ດ້ວຍ​ເຕັກ​ໂນ​ໂລ​ຢີ​ສູງ. ປະ​​ຈຸ​ບັນ​ຢູ່​ທີ່ນີ້​ເຂົາ​ເຈົ້າ​ໄດ້ປູກດອກເປັນ​ຈະ​ມາດ, ເພາະວ່າ​ດອກ​ໄມ້​ຊະ​ນິດນີ້ໃຫ້​ປະ​ສິດ​ທິ​ຜົນສູງ. ໃນ​ເນື້ອ​ທີ່ 1000 ຕາ​ລາງ​ແມັດ ສາ​ມາດ​ຫາ​ລາຍ​ຮັບ​ໄດ້​ແຕ່ 200 300 ລ້ານ​ດົ່ງ/ປີ. ອັນໄດ້​ນຳ​ມາ​ເຊິ່ງ​ແຫຼ່ງ​ລາຍ​ຮັບ​ເພື່ອ​​ໃຫ້​ເຂົາ​ເຈົ້າລ້ຽງ​ລູກ​, ປຸກ​ເຮືອນ​, ຊື້​​ອຸ​ປະ​ກອນ, ເຄື່ອງ​ໃຊ້​ພາຍ​ໃນ​ຄອບ​ຄົວ”.

ບ້ານ​ປູກດອກ​ໄມ້​ຮ່າ​ດົງ​ ເລີ່ມ​ມີ​ມາ​ນັບ​ແຕ່​ປີ 1938 ໂດຍ​ຊາວ​ບ້ານ ກວາງ​ບ໋າ ງີ​ຕ່າມ, ໄຕ​ຕື້ວ, ງອກ​ຮ່າ (ນະ​ຄອນ ຮ່າ​ໂນ້ຍ) ສ້າງ​ຂື້ນ. ນັບ​ແຕ່​ນັ້ນ​ມາ​ຮອດ​ປະ​ຈຸ​ບັນ, ປະ​ຊາ​ຊົນ​ຜູ້​ປູກດອກ​ໄມ້​​ຂອງໝູ່​ບ້ານ​ຮ່າ​ດົງ ໄດ້ສ້າ​ງເປັນເຄື່ອງ​ໝາຍ​ການ​ຄ້າ​ສະ​ເພາະ​ໃຫ້​ແກ່​ຕົນ​ເທື່ອ​ລະ​ກ້າວ ແລະ ລຸ້ນ​ຄົນ​ຄື​ທ່ານ ຫວູ​ຍ່ວນ​ ສາ​ມາດ​ພິ​ສູດໄດ້​ສິ່ງ​ດັ່ງ​ກ່າວ.

“ປະ​ຈຸ​ບັນ, ທັງນະ​ຄອນ​ດ່າ​ລາດ ບ່ອນ​ໃດ​ກໍ່ມີດອກ​ເປັນ​ຈະ​ມາດ, ແຕ່ດອກ​ເປັນ​ຈະ​ມາດ​ງາມ​ທີ່​ສຸດ​ນັ້ນ​ແມ່ນ​ຂອງ​ໝູ່​ບ້ານ​ປູກດອກ​ໄມ້​ຮ່າ​ດົງ. ບັນ​ດາ​ຜູ້​ເກັບ​ຊື້ດອກ​ໄມ້​ເຄີຍ​ເວົ້າ​ວ່າ, ດອກ​ເປັນ​ຈະ​ມາດ​ຢູ່​ບ້ານ​ຮ່າ​ດົງ​ ແມ່ນ​ງາມກວ່າ​ໝູ່”.

ເພື່ອ​ສ້າງ​ໃຫ້​ມີ​ຜະ​ລິດ​ຕະ​ພັນ​ສະ​ເພາະ​ໃຫ້​ແກ່​ຕົນ, ທ່ານ ຫວູ​ຍ່ວນ ໄດ້​ລົງ​ທຶນ​ຄົ້​ນ​ຄ້​ວາ​ລັກ​ສະ​ນະ​ພິ​ເສດ​ຂອງດອກ​ໄມ້​ແຕ່​ລະ​ຊະ​ນິດ, ໃນ​ນັ້ນ​ມີ​ດອກ​ເປັນ​ຈະ​ມາດ. ປະ​ຈຸ​ບັນ, ດອກ​ເປັນຈະ​ມາດ​ຂອງໝູ່​ບ້ານຮ່າ​ດົງ ໄດ້​ຮັບ​ການ​ຈຳ​ໜ່າຍ​ຢູ່​ດ່າ​ລາດ, ໄຊ​ງ່ອນ ແລະ ບັນ​ດາ​ແຂວງ​ຢູ່​ອ້ອມ​ຂ້າງ. ເຖິງວ່າ​ສົ້ນ​ອອກ​ໃຫ້​ແກ່ດອກ​ໄມ້​ຊະ​ນິດນີ້​ແ​ມ່ນ​ໄດ້ຮັບ​ປະ​ກັນ​ແລ້ວກ​ໍ່​ຕາມ, ແຕ່​ຜົນ​ກຳ​ໄລ​ພັດ​​ບໍ່​ເທົ່າ​ທີ່​ຄວນ. ຍ້ອນ​ເຫດ​ນັ້ນ, ທ່ານ​ ຫວູ​ຍ່ວນ ຈຶ່ງແນະ​ນຳ​ທິດ​ເດີນ​ໃໝ່​ໃຫ້​ແກ່​ຜູ້​ປູກດອກ​ໄມ້​ຢູ່​ໝູ່​ບ້ານ ຮ່າ​ດົງ

“ປະ​ຈຸ​ບັນ, ບັນ​ຫາ​ສັດ​ຕູ​ພືດ​ສຳ​ລັບ​ດອກ​ເປັນ​ຈະ​ມາດ​, ບັນ​ຫາ​ທີ່​ດິນ, ຝູ່ນ​ເຄ​ມີ, ເຕັກ​ນິກ…ຍັງບໍ່​ທັນ​ແກ້​ໄຂ​ໄດ້, ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຢາກ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ເຕັກ​ນິກ​ສູງ​ໃຫ້​ແກ່​ຊາວ​ກະ​ສີ​ກອນ. ເພື່ອ​ໃຫ້​ຄຸນ​ນະ​ພາບດອກ​ໄມ້​ສະ​ໝ່ຳ​ສະ​ເໝີ​ກັນ​ ຈຶ່ງ​ສາ​ມາດ​ສົ່ງ​ອອກ​ຕ່າງ​ປະ​ເທດ​ໄດ້..

ຫ້ອງ​ທົດ​ລອງ​ຂອງ​ທ່ານ ຫວູ​ຍ່ວນ ມີ​ອຸປະກອນ, ກົນ​ຈັກ​ຢ່າງ​ຄົບ​ຖ້ວນ​ຄື: ຫ້ອງ​ທົດ​ລອງ​ຂອງ​ບັນ​ດາ​ຮາກ​ຖານ​ຄົ້ນ​ຄ້​ວາ​ດອກ​ໄມ້​ດ້ວຍ​ຂອບ​ຂະ​ໜາດ​ໃຫ​ຍ່. ທ່ານ​ເວົ້າ​ວ່າ, ຍ້ອນ​ຂາດ​ອຸ​ປະ​ກອນ, ເຄື່ອງ​ຈັກ​ທີ່​ທັນ​ສະ​ໄໝ, ປະ​ຊາ​ຊົນ​ຈຶ່ງ​ປະ​ສົບ​ກັບ​ຄວາມ​ຫ​ຍູ້ງ​ຍາກ​ໃນ​ການ​ບົວ​ລະ​ບັດ​ດອກ​ໄມ້. ທ່ານ​ຍັງ​ສະ​ໝັກ​ໃຈຊ່ວຍ​ເຫຼືອ​ບັນ​ດາຜູ້​ປູກດອກ​ໄມ້​ໃນ​ໝູ່​ບ້ານ​ຮ່າ​ດົງ ຕາມ​ວິ​ທີໃໝ່ ແລະ ໃນ​ເບື້ອງ​ຕົ້ນ​ໄດ້​ນຳ​ມາ​ເຊິ່ງ​ໝາກ​ຜົນທີ່​ດີ​ໂດຍ​ບັງ​ເອີນ.

ປະ​ຈຸ​ບັນ, ທ່ານ​ຍ່ວນ ບໍ່​ພຽງ​ແຕ່ຕິດ​ເຄືອງ​ກັບ​ວຽກ​ງານ​ບົວ​ລະ​ບັດ​ສວນດອກ​ໄມ້​ຂອງ​ຄອບ​ຄົວ​ເທົ່າ​ນັ້ນ, ຫາກ​ທ່ານ​ຍັງ​ພ້ອມ​ກັບ​ປະ​ຊາ​ຊົນ​ຜູ້​ອື່ນໆ​ໃນ​ໝູ່​ບ້ານ​ດຳ​ເນີນ​ການ​ຄົ້ນ​ຄ້​ວາ ເພື່ອ​ປູກ​ດອກ​ໄມ້ໃຫ້​ງາມ​ທີ່​ສຸດ​, ແນ​ໃສ່​ຮັບ​ໃຊ້​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ. ທ່ານ​ຫວັງ​ວ່າ, ດອກ​ໄມ້​ຂອງ​ໝູ່​ບ້ານຮ່າ​ດົງ​ສາມາດ​ສົ່ງ​ໄປ​ຂາຍ​ຢູ່​ຍີ່​ປຸ່ນ, ໄທ​ໄດ້, ຫາກ​ບໍ່​ພຽງ​ແຕ່​ຈຳ​ໜ່າຍ​ຢູ່​ພາຍ​ໃນ​ປະ​ເທດ​ຄື​ປະ​ຈຸ​ບັນ​ເທົ່າ​ນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ