(vovworld) – ເມື່ອເຕື້ອງເຖິງວັດວາອາຮາມບູຮານຢູ່ຮ່າໂນ້ຍ, ເຂົາເຈົ້າເຄີຍເວົ້າເຖິງວັດມົດກົດ (ວັດເສົາດຽວ), ວັດ ເຈິ໋ນກວົກ ຫຼືວັດ ກວ໋ານຊື໋. ແຕ່ວ່າມີວັດແຫ່ງໜຶ່ງຕັ້ງຢູ່ແຄມໜອງ ໂຮ່ໄຕ ພັດແມ່ນໜຶ່ງໃນຈຳນວນວັດບູຮານທີ່ສຸດຢູ່ຮ່າໂນ້ຍ, ນັ້ນແມ່ນວັດຮ່ວາງເອິນ. ວັດຮ່ວາງເອິນ ແມ່ນໜຶ່ງໃນບັນດາປູຊະນີຍະສະຖານປະຫວັດສາດ ວັດທະນະທຳ ແລະ ທັດສະນີຍະພາບຢູ່ທາງທິດຕາເວັນຕົກສຽງເໜືອຂອງນະຄອນຫຼວງຮ່າໂນ້ຍ.
ຮ່ວາງເອິນ - ວັດບູຮານຂອງຮ່າໂນ້ຍ
(ພາບອິນເຕີແນດ)
ຕາມບັນດາເອກະສານມາແຕ່ບູຮານແລ້ວ, ໝູ່ບ້ານກວາງບ໋າ ແມ່ນມີມາແຕ່ສະໄໝ ໂບ໋ກ໋າຍດ້າຍເວືອງຝຸ່ງຮຶງ ຕີສັດຕູຖາງທີ່ມາຮຸກຮານເມື່ອ (ປີ 791). ຜ່ານການເວລາ, ໝູ່ບ້ານບູຮານ ກວາງບ໋າ ບໍ່ພຽງແຕ່ແມ່ນໝູ່ບ້ານປູກຕົ້ນໄມ້ປະດັບທີ່ມີຊື່ສຽງເທົ່ານັ້ນ, ຫາກຍັງແມ່ນແຫ່ງທີ່ຮັກສາຫຼາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອີກດ້ວຍ. ດ້ວຍບັນດາຜະລິດຕະພັນຄື: ຊາດອງດອກບົວ, ຕົ້ນກ້ຽງນ້ອຍປະດັບ ແລະ ປູຊະນີຍະສະຖານວັດທະນະທຳທີ່ມີມາແຕ່ບູຮານຂອງເຂດດິນແຫ່ງນີ້ຄື: ວັດຮ່ວາງເອິນ. ວັດຕັ້ງຢູ່ແຄມໜອງໂຮ່ໄຕ, ທ່າມກາງບໍລິເວນທີ່ມີຄວາມສະຫົງບງຽບ, ອັນໄດ້ເຮັດໃຫ້ວັດແຫ່ງນີ້ມີຄວາມເຄັ່ງຂືມກວ່າອີກ. ເມື່ອຍິນສຽງສວດມົນໃນວັດ, ຜູ້ໄປນະມັດສະການກໍ່ຮູ້ສຶກວ່າຈິດໃຈອົບອຸ່ນ, ສະຫວາດສະເຫວີຍກວ່າ.
(ພາບອິນເຕີແນດ)
ຕາມເລື່ອງລາວທີ່ເລົ່າຂານກັນມາແລ້ວ, ວັດ ຮ່ວາງເອິນ ໄດ້ຮັບການກໍ່ສ້າງແຕ່ສະໄໝລາຊະວົງ ຫຼີ (1019 – 1088). ຮອດສະໄໝລາຊະວົງ ເລ (1628), ວັດໄດ້ຮັບການກໍ່ສ້າງຄືນໃໝ່. ຕາມເອກະສານທີ່ລະບຸໃນແຜ່ນສີລາເກົ່າຢູ່ວັດແລ້ວ: ລາຊະທິດາ ຫງວຽນທິງອກຕູ໋, ລູກສາວຂອງ ດ່ວານກວົກກົງທ້າຍ ໂຕຢາຢຸ ມະຫາກະສັດ ຫງວຽນຮ່ວາງ (1623 – 1657) ໄດ້ອະນຸຍາດໃຫ້ກໍ່ສ້າງວັດຄືນໃໝ່ ດ້ວຍຂອບຂະໜາດໃຫຍ່ກວ່າ. ໂດຍຜ່ານການເວລາ ແລະ ການປ່ຽນແປງຂອງປະຫວັດສາດ, ແຕ່ວັດຍັງຄົງຮັກສາໄດ້ສະຖາປັດຕະຍະກຳທີ່ເປັນເອກະລັກພິເສດຂອງເຂດທົ່ງພຽງພາກເໜືອຢູ່. ໃນຕໍ່ໜ້າອາຄານຕົ້ນຕໍ່ ມີຫໍບັນຈຸລະຄັງທີ່ສູງທຽມຟ້າ ແລະ ຢູ່ເດີນວັດທີ່ປູດິນຈີແດງແກ່ຍັງມີຕົ້ນລຳໃຫຍ່ຂຽວອຸ່ມທູ່ມຫຼາຍຕົ້ນ.
ມີຫໍບັນຈຸລະຄັງທີ່ສູງທຽມຟ້າ
(ພາບອິນເຕີແນດ)
ພິເສດ, ໃນເຂດບູຊາຕົ້ນຕໍ່ຍັງຮັກສາຝາຜະໜັງເດີມ ແລະ ບານປະຕູໄມ້ທີ່ຖືກຕົກສີຕາມການເວລາ. ເຖິງຢ່າງໃດກໍ່ຕາມ, ບັນດາວັດຖຸພັນພິເສດສະເພາະໃນວັດຍັງຄົງໄດ້ຮັບການຮັກສາໄວ້ຄື ພະພຸດທະຮູບ 30 ອົງ ແຕ່ສະໄໝ ເລ - ຫງວຽນ (ສະຕະວັດທີ 17 – 18). ພະພຸດທະຮູບຢູ່ທີ່ນີ້ຖືກປັ້ນຢ່າງລະອຽດລະອໍ. ໃນນັ້ນມີຮູບພະກວນອິນ ໜານໄຫ, ດ້ວຍໃບໜ້າເມດຕາ, ນຸ່ງຜະສະບົງ ພວມນັ່ງເທິງຖ່ານຮູບດອກບົວ.
ພະພຸດທະຮູບກວນອິນ
(ພາບອິນເຕີແນດ)
ມາຮອດປະຈຸບັນ, ພະພຸດທະຮູບທັງໝົດໃນວັດ ຍັງຄົງເຮັດໃຫ້ວົງການນັກຄົ້ນຄ້ວາສິລະປະແປກປະຫຼາດໃຈຕໍ່ຄວາມຊຳນານຂອງບັນດານັກສິລະປະການໃນເມື່ອກ່ອນ. ຮອງສາດສະດາຈານ ດຮ. ຫງວຽນໂດບາວ, ນັກຄົ້ນຄ້ວາສິລະປະ, ຜູ້ທີ່ໄດ້ສະຫງວນເວລາສ່ວນຫຼາຍເພື່ອໄປຢ້ຽມຢາມ ແລະ ຄົ້ນຄ້ວາຢູ່ວັດ ຮ່ວາງເອິນ, ໃຫ້ຂໍ້ສັງເກດວ່າ:
“ບັນດາພະພຸດທະຮູບ ບໍ່ມີຮູບໃດຄືກັນກັບຮູບໃດ, ມັນຖືກປັ້ນຕາມຮູບຄົນໃນຊີວິດປະຈຳວັນ. ບາງເທື່ອຕາມຮູບຂອງເຈົ້າບ້ານ, ຫຼືຜູ້ເຖົ້າຜູ້ແກ່ໃນບ້ານທີ່ໄດ້ຮັບຄວາມເຄົາລົບຈາກປະຊາຊົນ. ຜ່ານຮູບປັ້ນພະພຸດນັ້ນສາມາດເຫັນໄດ້ຫົວຄິດປະດິດສ້າງຂອງຜູ້ປັ້ນຮູບ”.
ໃນວັດມີລະຄັງໃຫຍ່ຖືກຫຼໍ່ເມື່ອປີ 1743, ສູງ 1,5ມ, ເສັ້ນຜ່າກາງ 0,8 ມ. ໃນບໍລິເວນວັດຍັງມີບັນດາແຜ່ນສີລາເດີມ ແລະ ເຂດທາດໃຫຍ່ນ້ອຍໃຕ້ຮົ່ມດອກໄມ້ທີ່ຫອມຫວນ ແລະ ຕົ້ນໝາກທີ່ສູງທຽມຟ້າ.
ແຜ່ນສີລາໃນວັດຮ່ວາງເອິນ
(ພາບອິນເຕີແນດ)
ນັກຄົ້ນຄ້ວາສິລະປະ ຫງວຽນໂດບາວ ມີຄວາມປະທັບໃຈທີ່ສຸດຕໍ່ທັດສະນີຍະພາບໃນວັດ:
“ໂດຍນອນໃນເຂດໃຈກາງນະຄອນ, ແຕ່ວັດຍັງຄົງຮັກສາບໍລິເວນທີ່ກວ້າງຂວາງ, ມີຕົ້ນໄມ້ຂຽວອຸ່ມທູ່ມຫຼາຍຕົ້ນ… ດັ່ງນັ້ນພວກເຮົາຍັງຮູ້ສືກວ່າ ວັດຖືກຕັ້ງຢູ່ບ່ອນໃດໜຶ່ງທີ່ໄກຈາກໃຈກາງນະຄອນ, ສິ່ງແວດລ້ອມບໍ່ຖືກມົນລະພິດ, ບໍ່ມີສຽງອຶກກະທຶກນຶກນັນ… ທັງໝົດເຫຼົ່ານັ້ນຍິ່ງເຮັດໃຫ້ຜູ້ຄົນທັງຫຼາຍຢາກທ່ຽວຊົມບໍລິເວນ ພຸດທະສາສະໜາ, ດ້ວຍບັນດາມໍລະດົກວັດທະນະທຳກວ່າ”.
(ພາບອິນເຕີແນດ)
ດ້ວຍບັນດາຄຸນຄ່າປະຫວັດສາດ, ວັດທະນະທຳຂອງ ວັດ, ປີ 1991, ວັດ ຮ່ວາງເອິນ ໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ວ່າແມ່ນປູຊະນີຍະສະຖານປະຫວັດສາດ ວັດທະນະທຳລະດັບຊາດ. ປະຈຸບັນ, ວັດແມ່ນສະຖານທີ່ວັດທະນະທຳແຫ່ງຈິດວີນຍານຂອງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ເມື່ອມາຢ້ຽມຢາມຮ່າໂນ້ຍ. ດ້ວຍທີ່ຕັ້ງ ໂດຍທຳມະຊາດບັນດານໃຫ້ຢູ່ແຄມໜອງ ໂຮ່ໄຕ ທີ່ເຕັມໄປດ້ວຍລົມພັດນັ້ນ. ໄປນະມັດສະການວັດຮ່ວາງເອິນໃນບໍລິເວນສະຫງົບງຽບຢູ່ໃຈກາງນະຄອນ ຮ່າໂນ້ຍແຫ່ງອຶກກະທຶກນຶກນັນໃນປະຈຸບັນ, ນັກທ່ອງທ່ຽວຈະຮັບຮູ້ໄດ້ສິ່ງມະຫັດມະຈັນຂອງວັດທະນະທຳທັງລອງ ໃນເມື່ອກ່ອນ.