ເຂດວັດທະນະທຳລຸກໂບະ ໃນນະຄອນ ເຫວ້ - ແຫ່ງເກັບຮັກສາອາຊີບຫັດຖະກຳຢູ່ດິນແດນເມືອງຫຼວງເກົ່າ

(VOVWORLD) -ໂດຍຖືກອຸປະມາດັ່ງເຂດວັດທະນະທຳຮັດແຄບເຂົ້າ, ເຂັ້ມຂົ້ນໄປດ້ວຍສີສັນຂອງເຫວ້,  ເຂດວາງສະແດງວັດທະນະທຳລຸກໂບະບໍ່ພຽງແຕ່ວາງສະແດງບັນດາຜະລິດຕະພັນຫັດຖະກຳຄືດອກໄມ້ເຈ້ຍແທັງຕຽນ,ກຸບບ້າຍເທີ, ຮູບແກ້ວເທົ່ານັ້ນ ຫາກຍັງແມ່ນແຫ່ງແນະນຳບັນດາຜະລິດຕະພັນໃນລາດຊະວັງສະໄໝລາດຊະວົງຫງວຽນ ຄືື ຊາ, ເຫຼົ້າ... ນອກຈາກນັ້ນຢູ່ເຂດວັດທະນະທຳລຸກໂບະແຂກທ່ອງທ່ຽວຍັງໄດ້ຄົ້ນຫາການທ່ອງທ່ຽວຢູ່ໝູ່ບ້ານອາຊີບຫັດຖະກຳເຊິ່ງໄດ້ຮັບການແນະນຳຈາກບັນດານັກສະລະປະການຜະລິດອອກບັນດາຜະລິດຕະພັນທີ່ມີສີສັນຂອງເຫວ້
ເຂດວັດທະນະທຳລຸກໂບະ ໃນນະຄອນ ເຫວ້ - ແຫ່ງເກັບຮັກສາອາຊີບຫັດຖະກຳຢູ່ດິນແດນເມືອງຫຼວງເກົ່າ - ảnh 1ເດີນ, ສວນຢູ່ເຂດວັດທະນະທຳລຸກໂບະ

     ເຂດວັດທະນະທຳລຸກໂບະຖືກຕັ້ງຢູ່ເຮືອນເລກທີ 79 ຖະໜົນຫງວຽນຈີ໊ຢ້ຽວ ຕາແສງຖ້ວນແທັ່ງ ນະຄອນເຫວ້ ຂຶ້ນກັບກຸ່ມປູຊະນີຍະສະຖານ ກຸງເກົ່າເຫວ້. ເຂດເຮືອນນີ້ ແມ່ນນອນໃນເຂດລຸກໂບະໝາຍເຖິງເຂດມີ 6 ກະຊວງຄຸ້ມຄອງວຽກງານຂອງປະເທດຊາດໃນສະໄໝລາດຊະວົງຫງວຽນ (1884 – 1945). ໃນລະບົບການປົກຄອງໃນສະໄໝລາດຊະວົງຫງວຽນ, ເຂດລຸກໂບະມີບົດບາດສຳຄັນທີ່ສຸດຕິດພັນກັບການສ້າງຕັ້ງຂະຫຍາຍຕົວແລະການພັງທະລາຍຂອງລະບອບສັກດີນາລາດຊະວົງຫງວຽນ. ການຜັນແປທຸກຢ່າງໃນຊີວິດເສດຖະກິດ ສັງຄົມການເມືອງໃນສະໄໝລາດຊະວົງຫງວຽນກໍ່ລ້ວນແຕ່ມີຄວາມຜູກພັນຢ່າງສະໜິດແໜ້ນກັບບັນດາການເຄື່ອນໄຫວຂອງບັນດາກະຊວງ, ຍ້ອນເຫດນີ້ເອງ ການຄົງຕົວຂອງບັນດາຮ່ອງຮອຍຢູ່ເຂດລຸກໂບະຍັງມີຄວາມໝາຍອັນສູງສົ່ງ ເປັນຂີດໝາຍກ່ຽວກັບທີ່ຕັ້ງເຊິ່ງເຄີຍໄດ້ຕັ້ງບັນດາອົງການສຳນັກງານທີ່ສຳຄັນໃນລະບົບອຳນາກການປົກຄອງສູນກາງໃນລະໄໝລາດຊະວົງຫງວຽນ. ໃນສະໄໝເຈົ້າຊີວິດ ຕຶດຶກ ເຂດນີ້ມີບາງກິດຈະກຳໄດ້ຮັບການກໍ່ສ້າງເປັນສະຖານທີ່ຮ່ຳຮຽນຂອງເຈົ້າຊີວິດບາງອົງໃນຄາວຍັງນ້ອຍ. ປີ 1881 ເຈົ້າຊີວິດຕຶດຶກໄດ້ໃຫ້ກໍ່ສ້າງໂຮງຮຽນຢຸກດຶກ. ປີ 1945 ພາຍຫຼັງລາດຊະວົງຫງວຽນເຊິ່ງແມ່ນສະໄໝສັກດິນາສຸດທ້າຍຢູ່ ຫວຽດນາມຖືກຍຸບເລີກ, ປູຊະນີຍະສະຖານແຫ່ງນີ້ໄດ້ກາຍເປັນສະຖານທີ່ຮົກເຮື້ອຖືກປະປ່ອຍຕາມການເວລາ. ປີ 2005 ກິດຈະກຳນີ້ໄດ້ມອບໃຫ້ສູນອະນຸລັກຮັກສາປູຊະນີຍະສະຖານກຸງເກົ່າເຫວ້ ຄຸ້ມຄອງ. ຕົ້ນປີ 2015 ທາງສູນໄດ້ມອບໃຫ້ ສູນພັດທະນາການບໍລິການປູຊະນີຍະສະຖານເຫວ້ ລົງທຶນບູລະນະປະຕິສັງຂອນລະບົບເຮືອນ ເດີ່ນ ສວນເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວບໍລິການວັດທະນະທຳ. ນາງຫງວຽນທິກ໊າຍ, ນັກສິລະປະການໃນໝູ່ບ້ານອາຊີບເຮັດກຸບຝູໝີແບ່ງປັນວ່າ:

      “ສຳລັບອາຊີບເຮັດກຸບແມ່ນຖືກສືບທອດໃນວົງຕະກຸນ.  ວັດສະດຸເຮັດກຸບ, ນອກຈາກໃບຫູກວາງແລ້ວ ກໍ່ຕ້ອງທາແປ້ງຊັ້ນໜຶ່ງ. ສຳລັບໃບຫູກວາງຕ້ອງໄປເດັດໃນປ່າ ແລ້ວກໍ່ນຳໄປມ່າໃນນ້ຳແລະໃສ່ຢາຕື່ມອີກເປັນເວລາສອງເດືອນ, ແລ້ວຈຶ່ງນຳໃຊ້ເພື່ອເຮັດກຸບ”.

       ອາຊີບເຮັດກຸບນີ້ໄດ້ປາກົດມີຢູ່ ເຫວ້ ກ່ອນນີ້ຫຼາຍກວ່າ 300 ປີ. ເມື່ອເຫັນກຸບໃນເບື້ອງຕົ້ນເບິ່ງຄືວ່າເບົາບາງແຕ່ບໍ່ອ່ອນແອແຕ່ຢ່າງໃດ  ພັດທົນທານ ແລະ ໜັກແໜ້ນຜ່ານແຕ່ລະຕອກໄມ້ໄຜ່, ໃບຫູກວາງແຕ່ລະຊັ້ນ ພ້ອມກັບການຫຍິບຢ່າງຄ່ອງແຄ້ວ. ພິເສດໃນກຸບເຫວ້ ກໍ່ລ້ວນແຕ່ໜີບຄຳກອນ, ຮູບແຕ້ມໃສ່ໃບຫູກວາງສອງຊັ້ນ. ນີ້ແມ່ນຜະລິດຕະພັນສິລະປະກຳຊ້ອນແຝງຄວາມງາມຂອງນາງສາວເຫວ້ ທີ່ລຽບງ່າຍແລະລະອຽດອ່ອນ. ນາງຍືກວິ່ງຜູ້ນຳທ່ຽວໃຫ້ຮູ້ວ່າ:

     “ຢູ່ເຂດເຄິ່ງກາງນີ້ ແມ່ນແນະນຳບັນດາໝູ່ບ້ານອາຊີບຫັດຖະກຳ. ອາດຈະເຫັນພວກແມ່ປ້າພວມແຕ້ມກຸບ, ຫຍິບກຸບ. ສຳລັບອາຊີບເຮັດດອກໄມ້ເຈ້ຍ ແທັງຕຽນ ແມ່ນເລີ່ມມາຈາກບ້ານແທັງຕວຽນ. ທຸກໆຄົນອາດຈະເຫັນດອກບົວເຈ້ຍເຮັດດ້ວຍເຈ້ຍ A4 ຈະຖືກຍ້ອມສີທີ່ແຕກຕ່າງກັນ. ເຊິ່ງຕົ້ນຕໍແມ່ນສີຂຽວແລະສີບົວ. ດອກໄມ້ດອກໜຶ່ງກໍ່ຕ້ອງມີ 9 ກີບເຊັ່ນນີ້”.

      ເຂດວາງສະແດງ ແລະ ແນະນຳມີບັນດາການເຄື່ອນໄຫວຄືສະແດງການຊົງຊາ; ແນະນຳບັນດາຜະລິດຕະພັນມີຕົ້ນກຳເນີດຈາກລາດຊະວັງໃນສະໄໝລາດຊະວົງຫງວຽນ ຄື ຊາ, ເຫຼົ້າ, ວາງສະແດງບາງຜະລິດຕະພັນຫັດຖະກຳຂອງເຫວ້ ຄືກຸບ,ເຂົ້າໜົມເຫວ້, ເຄື່ອງຈັກສານ...

        ເມື່ອມາຢ້ຽມຊົມເຂດວັດທະນະທຳແຫ່ງນີ້ ແຂກທ່ອງທ່ຽວອາດຈະໄດ້ເຂົ້າຮ່ວມບາງການເຄື່ອນໄຫວທ່ອງທ່ຽວຄົ້ນຫາ ພິເສດແມ່ນໄດ້ດື່ມຊາຊະນິດຕ່າງໆ ໂດຍເຈົ້າຊີວິດເສນາອາມາດເຄີຍດື່ມ. ມາຢ້ຽມຊົມເຂດລຸກໂບະໄດ້ດື່ມຊາຫອມ ຮັບຊົມການແນະນຳອາຊີບຫັດຖະຫຳໂດຍບັນດານັກສິລະປະການຢູ່ແຫ່ງນີ້ສະແດງກໍ່ແມ່ນການຄົ້ນຫາທີ່ເປັນໜ້າຈັບອົກຈັບໃຈ ທີ່ສຸດ. 

ຕອບກັບ

ຂ່າວ/ບົດ​ອື່ນ