ເຂົ້າມາທ່ອງທ່ຽວຢູ່ໝູູ່່ບ້ານບູຮານ ເດື່ອງເລິມ ທີ່ນະຄອນຫຼວງ ຮ່າໂນ້ຍ

(VOVWORLD) -ໂດຍນອນຢູ່ເທດສະບານ ເຊີນເຕິຍ ຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ກວ່າ 40 ກິໂລແມັດ ໄປທາງທິດຕາເວັນຕົກ, ເດື່ອງເລິມ ແມ່ນໝູ່ບ້ານບູຮານ ແຫ່ງທຳອິດຢູ່ ຫວຽດນາມ ໄດ້ຮັບການຮັບຮອງຈາກລັດ ແມ່ນປູຊະນີຍະສາຖານປະຫວັດສາດວັດທະນະທຳລະດັບຊາດປີ 2005. ຢູ່ແຫ່ງນີ້ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງ ຮ່າໂນ້ຍ ຍ້ອນບັນດາຄຸນຄ່າທີ່ເປັນເອກະລັກທາງດ້ານປະຫວັດສາດສະຖາປັດຕະຍະກຳ ແລະ ວັດທະນະທຳ. 
ເຂົ້າມາທ່ອງທ່ຽວຢູ່ໝູູ່່ບ້ານບູຮານ ເດື່ອງເລິມ ທີ່ນະຄອນຫຼວງ ຮ່າໂນ້ຍ - ảnh 1ປະຕູໂຂງ ໝູ່ບ້ານບູຮານ ເດື່ອງເລິມ

      ໝູ່ບ້ານບູຮານ ເດື່ອງເລິມ ແມ່ນແຫ່ງທີ່ໄດ້ກຳເນີດບັນດາບຸລຸດທີ່ມີຊື່ສຽງຂອງປະເທດຊາດຄື ເຈົ້າຊີວິດ ໂງກວ່ຽນ, ນາຍທະຫານ ຟຸ່ງຮຶງ, ປະລິນຍາເອກ ຢາງວັນມິງ... ນີ້ແມ່ນໝູ່ບ້ານພຽງແຫ່ງດຽວຢູ່ ຫວຽດນາມ ເທົ່ານັ້ນ ໄດ້ມີເຈົ້າຊີວິດອົງໜຶ່ງ ແລະ ນາຍທະຫານອົງໜຶ່ງ. ປູຊະນີຍະສະຖານໝູ່ບ້ານບູຮານ ເດື່ອງເລິມ ໃນປັດຈຸບັນພວມອະນຸລັກບັນດາຄຸນຄ່າທາງດ້ານວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸທີ່ມີຫຼາຍຮູບຫຼາຍສີອຸດົມສົມບູນ ດ້ວຍປູຊະນີຍະສະຖານຫຼາຍກວ່າ 60 ແຫ່ງ ຄືສາລາໝູ່ບ້ານ, ວັດວາອາຮາມ, ຫໍໂຮງບູຊາ, ໂບດ, ເຮືອນບູຮານນັບຮ້ອຍຫຼັງທີີ່ມີມາກ່ອນນີ້ແຕ່ 100 ຫາ 400 ປີ. ລຸງ ຮ່າຫິວເຖ ເຈົ້າຂອງເຮືອນບູຮານຫຼັງໜຶ່ງຢູ່ບ້ານ ເດື່ອງເລິມ ໃຫ້ຮູ້ວ່າ:

      “ເຮືອນຫຼັງນີ້ຖືກປູ່ຍ່າຕາຍາຍຂອງຂ້າພະເຈົ້າ ໄດ້ປຸກສ້າງມາແຕ່ສະໄໝລາດຊະວົງ ເລ ສະໄໝສຸດທ້າຍ ຄືໃນສະຕະວັດທີ  XVI. ເຮືອນຫຼັງນີ້ຖືກອອກແບບເປັນ 7 ຫ້ອງແມ່ນໜຶ່ງໃນບັນດາເຮືອນບູຮານທີ່ໃຫຍ່ທີ່ສຸດ ແລະ ມີອາຍຸຫຼາຍປີທີ່ສຸດຢູ່ເຂດນີ້. ເຮືອນຫຼັງນີ້ໄດ້ຜ່ານ 14 ລຸ້ນຄົນ ໃນວົງຕະກຸນໄດ້ຢູ່ນີ້ແລ້ວ. ເຮືອນຫຼັງນີ້ປະກອບມີ 7 ຫ້ອງ ໃຫຍ່ທີ່ສຸດໃນໝູ່ບ້ານ ໄດ້ຮັບການຢັ້ງຢືນຈາກລັດ ດັ່ງນັ້ນເຮົາກໍ່ພະຍາຍາມອະນຸລັກຮັກສາ ເພື່ອກາຍເປັນສະຖານທີ່ທ່ອງທ່ຽວ ໃຫ້ແກ່ແຂກມາຢ້ຽມຊົມ”.

       ປັດຈຸບັນໝູ່ບ້ານ ເດື່ອງເລິມ ໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ ດ້ວຍການບໍລິການຕ່າງໆຄື ຖີບລົດ, ຢ້ຽມຊົມທິວທັດເຂດບ້ານນາ, ຊອກຮູ້ການເຮັດເຄື່ອງທີ່ເປັນທີ່ລະນຶກ, ເຂົ້າຮ່ວມບັນດາການເຄື່ອນໄຫວຜະລິດກະສິກຳພ້ອມກັບປະຊາຊົນ.                     

    

        ໃນບັນດາເຮືອນບູຮານແຂກທ່ອງທ່ຽວຫຼາຍຄະນະ ໄດ້ມາຢ້ຽມຊົມທັດສະນະສຶກສາ ຢູ່ບັນດາສະຖານທີ່ຜະລິດນ້ຳຈ້ຳໝາກຖົ່ວເຫຼືອງ, ເຮັດເຂົ້າໜົມ... ບັນດາເຍື່ອງອາຫານທີ່ເຂັ້ມຂົ້ນໄປດ້ວຍສີສັນເຂດບ້ານນາ ພ້ອມກັບທິວທັດທຳມະຊາດທີ່ສະຫງົບສຸກ, ຊາວບ້ານ ເດື່ອງເລິມ ມີຈິດໃຈຮັກແພງແຂກ ໄດ້ເຮັດໃຫ້ແຂກທ່ອງທ່ຽວ ບໍ່ສາມາດຫຼົງລືມໄດ້. ແຂກທ່ອງທ່ຽວບາງຄົນເວົ້າຄວາມໃນໃຈສູ່ຟັງວ່າ:

        “ນ້ອງມີຄວາມເອກອ້າງທະນົງໃຈທີ່ສຸດ, ຫວຽດນາມ ສາມາດຮັກສາບັນດາໝູ່ບ້ານຫັດຖະກຳທີ່ມີມານັບ 100 ປີ ເຮົາຫວັງວ່າຍິ່ງຮັກສາໄດ້ດົນກໍ່ຍິ່ງເປັນການດີ ເພື່ອໃຫ້ລູກຫຼານ ຫວຽດນາມ ໃນພາຍພາກໜ້າມາຢ້ຽມຊົມ ແລະ ຊອກຮູ້ກ່ຽວກັບການດຳລົງຊີວິດຂອງປູ່ຍ່າຕາຍາຍເມື່ອກ່ອນນີ້. ຢູ່ແຫ່ງນີ້ມີຄວາມສະຫງົບສຸກ ບັນຍາກາດປອດໂປ່ງ ຊາວບ້ານມີຈິດໃຈຮັກແພງແຂກ”.

      “ຂ້າພະເຈົ້າຮູ້ສຶກວ່າມີຄວາມສະຫວາດສະເຫວີຍເມື່ອມາແຫ່ງນີ້. ເກືອບຄືວ່າບັນດາຄຸນຄ່າທີ່ເປັນມູນເຊື້ອວັດທະນະທຳ ສະຖາປັດຕະຍະກຳຂອງຊາວ ຫວຽດນາມ ກໍ່ລ້ວນແຕ່ໄດ້ຮັບການຮັກສາໄວ້.ໝູ່ບ້ານເຂດບ້ານນາ ປຽບເໝືອນຮູບພາບທີ່ເກົ່າແກ່ ແລະ ສະຫງົບສຸກ”.

       ເດື່ອງເລິມ ກໍ່ແມ່ນແຫ່ງທີ່ມີຫຼາຍງານບຸນ, ບັນດາແຜ່ນສີລາ, ພະລາຊະດຳລັດ, ອາຊີບຫັດຖະກຳ, ແລະ ຍັງຄົງສາມາດຮັກສາບັນດາການລະຫຼິ້ນພື້ນເມືອງ ພ້ອມກັບບັນດາທິວທັດທຳມະຊາດທີ່ງົດງາມ ເຂັ້ມຂົ້ນໄປດ້ວຍສີສັນເຂດບ້ານນາ ຫວຽດນາມ.  ໂຄງການອະນຸລັກຮັກສາມໍລະດົກວັດທະນະທຳຢູ່ໝູ່ບ້ານບູຮານ ເດື່ອງເລິມ ໄດ້ຮັບການເຊີດຊູ ມອບລາງວັນກິດຕິມະສັກ ກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳປີ 2013 ພາກພື້ນອາຊີປາຊີຟິກ ຈາກອົງ Unecso. ປີ 2019 ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ອອກຂໍ້ຕົກລົງຢັ້ງຢືນໝູ່ບ້ານ ເດື່ອງເລິມ ແມ່ນສະຖານທີ່ທ່ອງທ່ຽວ. ລຸງ ຫງວຽນວັນຮຸ່ງ ເຈົ້າຂອງເຮືອນບູຮານຫຼັງໜຶ່ງຢູ່ບ້ານ ມົງຟຸ ຕາແສງ ເດື່ອງເລິມ ແບ່ງປັນວ່າ:

       “ຄອບຄົວຂ້າພະເຈົ້າກໍ່ມີລົດໃຫ້ເຊົ່າ, ແຂກທ່ອງທ່ຽວຄະນະໃດຢາກສັ່ງເຂົ້າກິນ, ເຊົ່າລົດເຮົາກໍ່ຮັບໃຊ້ເປັນຢ່າງດີ. ມີບາງມື້ຢູ່ນີ້ກໍ່ຮັບໃຊ້ແຂກທ່ອງທ່ຽວຕ່າງປະເທດເຖິງ 10 ຄະນະ. ບາງຄັ້ງພວກຂ້າພະເຈົ້າກໍ່ຍັງໃຫ້ຄະນະນັກທ່ອງທ່ຽວຄົ້ນຫາຢູ່ທົ່ງນາ, ໄປຂຸດມັນດ້າງ, ເກັບກູ້ສາລີ...” 

        ໂດຍຜ່ານການສ້າງຕັ້ງ ແລະ ຂະຫຍາຍຕົວມາເປັນເວລານັບ 100 ປີ, ໝູ່ບ້ານ ເດື່ອງເລິມ ຍັງຄົງສາມາດຮັກສາຈຸດທີ່ເປັນເອກະລັກສະເພາະ ຂອງໝູ່ບ້ານທີ່ເປັນປະເພນີດ້ວຍປະຕູໂຂງຂອງໝູ່ບ້ານ, ຕົ້ນໄຮ, ທ່ານ້ຳ, ເດີນສາລາ, ວັດວາອາຮາມ, ນ້ຳສ້າງ, ເຂົ້ານາທາມ... ອຳນາດການປົກຄອງເທດສະບານ ເຊີນເຕິຍ ຮ່າໂນ້ຍ ໄດ້ວາງເປົ້າໝາຍນຳໝູ່ບ້ານບູຮານ ເດື່ອງເລິມ ກາຍເປັນບູຊະນີຍະສະຖານລະດັບຊາດພິເສດໂດຍໄວ ແລະ ກາຍເປັນສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນຂອງນະຄອນຫຼວງ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ