(vovworld) – ມາຢ້ຽມຢາມອ່າວຫ້າລອງ, ແຂວງກວາງນິງ, ແມ່ນມາຢ້ຽມຢາມໜຶ່ງໃນບັນດາສິ່ງມະຫັດສະຈັນທຳມະຊາດທີ່ມີຊື່ສຽງຂອງໂລກ. ຢູ່ທີ່ນີ້, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ຢ້ຽມຊົມບັນດາທັດສະນີຍະພາບທີ່ສວຍງາມ, ໄດ້ສູບອາກາດທີ່ປອດໂປ່ງເທົ່ານັ້ນ, ຫາກຍັງໄດ້ເຂົ້າຮ່ວມລາຍການທ່ອງທ່ຽວພິເສດອີກດ້ວຍ. ເຊີນທ່ານພ້ອມກັບນັກຂ່າວວິທະຍຸກະຈາຍສຽງຫວຽດນາມທົດລອງ ”ເປັນຊາວປະມົງໃນມື້ໜຶ່ງ” ເພື່ອຄົ້ນຫາສິ່ງທີ່ຈັບອົກຈັບໃຈກາງທະເລ.
ກຳ່ປັ່ນທ່ອງທ່ຽວໂດຍສານນັກທ່ອງທ່ຽວເລີ່ມເດີນທາງອອກຈາກທ່າກຳ່ປັ່ນທ່ອງທ່ຽວ ບ້າຍໃຈ໋ ນັບແຕ່ຮຸ່ງເຊົ້າ ແລະ ໄປຕາມທິດອ່າວ ບ໋າຍຕືລອງ. ບົນເສັ້ນທາງໄປຍັງໝູ່ບ້ານຊາວປະມົງ, ກຳ່ປັ່ນໄດ້ໄປຜ່ານເກາະຫີນຫຼາຍໜ່ວຍ, ດ້ວຍຮູບຮ່າງທີ່ແຕກຕ່າງກັນ. ຊາວທ້ອງຖີ່ນໄດ້ຕັ້ງຊື່ໃຫ້ເກາະແຕ່ລະໜ່ວຍຕາມຮູບຮ່າງຂອງມັນ, ຕົວຢ່າງຄື ເກາະກາ, ເກາະໜ້າຍັກ,… ເຂົ້າຮ່ວມລາຍການທ່ອງທ່ຽວ ”ເປັນຊາວປະມົງໃນມື້ໜຶ່ງ”, ນັກທ່ອງທ່ຽວທີ່ມາຈາກທຸກສາລະທິດປາຖະໜາໄດ້ຄົ້ນພົບຊີວິດການເປັນຢູ່ຂອງຊາວປະມົງ. ເຂົາເຈົ້າດີໃຈຫຼາຍເມື່ອໄດ້ຮັບຟັງທ່ານນາງ ໂດທິທູຮ່ຽນ, ຜູ້ອຳນວຍການບໍລິສັດ Datmo travel, ຫົວໜ່ວຍຈັດລາຍການທ່ອງທ່ຽວ ”ເປັນຊາວປະມົງໃນມື້ໜຶ່ງ” ແນະນຳກ່ຽວກັບລາຍການນີ້.
“ນີ້ແມ່ນລາຍການທ່ອງທ່ຽວຮ່ວມດຳລົງຊີວິດກັບປະຊາຄົມ ແລະ ເມື່ອນັກທ່ອງທ່ຽວເຂົ້າຮ່ວມລາຍການທ່ອງທ່ຽວນີ້, ເຂົາເຈົ້າບໍ່ພຽງແຕ່ໄດ້ຄົ້ນເຫັນທຳມະຊາດທີ່ສວຍງາມຂອງອ່າວຫ້າລອງເທົ່ານັ້ນ, ຫາກຍັງໄດ້ດຳລົງຊີວິດພ້ອມກັບຊາວປະມົງ, ເຂົ້າຮ່ວມການເຄື່ອນໄຫວຕ່າງໆທີ່ດຳເນີນຢູ່ໝູ່ບ້ານຊາວປະມົງໃນອ່າວຫ້າລອງ, ຄືຫາປາ, ລ່ອງເຮືອກະຈາດ, ດຳລົງຊີວິດເທິງເຮືອແພໃນອ່າວຫ້າລອງ ອີກດ້ວຍ”.
ພາຍຫຼັງເກືອບ 4 ຊົ່ວໂມງເທິງກ່ຳປັ່ນ, ນັກທ່ອງທ່ຽວຈະໄດ້ລົງເຮືອແພຂອງຊາວປະມົງບ້ານ ວຸງວຽງ ທີ່ຫ່າງຈາກດິນຕໍ່ແຜ່ນ 24 ກມ. ໝູ່ບ້ານປະມົງ ວຸງວຽງ ຕັ້ງຢູ່ເຂດທີ່ມີຄວາມສະຫົງບງຽບ ດ້ວຍທີວທັດທຳມະຊາດທີ່ສວຍງາມ. ຊາວປະມົງ 160 ກວ່າຄົນຢູ່ໃນບ້ານຍັງຄົງຮັກສາການດຳລົງຊີວິດຂອງປະຊາຄົມຊາວປະມົງໃນອ່າວຫ້າລອງໄວ້. ນັ້ນແມ່ນສາຍເຫດເພື່ອໃຫ້ໝູ່ບ້ານຊາວປະມົງນີ້ກາຍເປັນຜະລິດຕະພັນທ່ອງທ່ຽວ. ທ່ານນາງ ດິງມິງຮັ່ງ, ຜູ້ຄຸ້ມຄອງບ້ານຊາວປະມົງວຸງວຽງ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າສົມທົບກັບບັນດາບໍລິສັດທ່ອງທ່ຽວ ເພື່ອຊ່ວຍຊາວປະມົງທັງເຮັດເສດຖະກິດ, ທັງເຮັດການທ່ອງທ່ຽວ ເພື່ອໃຫ້ເຂົາເຈົ້າໄດ້ຊົມໃຊ້ຜົນປະໂຫຍດຈາກມໍລະດົກ. ຜ່ານນັ້ນເຂົາເຈົ້າຈະເຂົ້າໃຈໄດ້ບັນຫາປົກປັກຮັກສາຊັບພະຍາກອນ, ມໍລະດົກທຳມະຊາດໂລກ”.
ຄະນະນັກທ່ອງທ່ຽວຖືກແບ່ງອອກເປັນຫຼາຍໜ່ວຍ ແລະ ໄດ້ຮັບເສື້ອຊູຊີບ ເພື່ອຈະລົງເຮືອກະຈາດ. ຊາວປະມົງຈະພາໄປຍັງເຂດທີ່ມີປາຫຼາຍ ແລະ ນັກທ່ອງທ່ຽວກໍ່ໄດ້ພາຍເຮືອ, ຫາປາຄືຊາວປະມົງແທ້. ທຳອິດ, ຊາວປະມົງຈະແນະນຳໃຫ້ນັກທ່ອງທ່ຽວວິທີຕຶກມອງ. ວຽກງານນີ້ເບິ່ງແລ້ວຄິດວ່າຈະງ່າຍດາຍ ແຕ່ມັນພັດຕ້ອງການມີຄວາມຄ່ອງແຄ້ວ ຖ້າບໍ່ລະມັດລະວັງມອງຈະເປັນຫຍຸ້ງ. ພາຍຫຼັງຕຶກມອງ, ຕ້ອງພາຍເຮືອໄປ 1 ຮອບ. ວຽກງານຕໍ່ໄປແມ່ນຕ້ອງເຄາະເປັນສຽງເພື່ອໃຫ້ປາລອດເຂົ້າມອງ.
ໃກ້ຈະຮອດຕອນທຽງ, ເຊິ່ງແມ່ນຈຸດເວລາທີ່ທຸກຄົນໃນຄະນະຮູ້ສຶກອິດເມື່ອຍ ແລະ ຫີວເຂົ້າແລ້ວ, ຊາວປະມົງຈະອອກສັນຍານໃຫ້ດຶງມອງຂຶ້ນເພື່ອເກັບປາ. ນີ້ແມ່ນວຽກງານດູດດື່ມທີ່ສຸດສຳລັບທຸກຄົນ. ມອງທີ່ດຶງມາເຕັມໄປດ້ວຍປາເກັດຂາວແວວວາວພາຍໃຕ້ແສງແດດກາງທະເລ. ນັກທ່ອງທ່ຽວໄດ້ຮັບແນະນຳວິທີເກັບປາຄືແນວໃດເພື່ອບໍ່ໃຫ້ມອງຂາດ. ຜູ້ໃດກໍ່ພາກພູມໃຈເມື່ອຫາປາໄດ້ຫຼາຍຄືແນວນັ້ນ. ອ້າຍເຈິ່ນມິງຮ່າ, ເວົ້າດ້ວຍຄວາມພາກພູມໃຈວ່າ:
“ໃນການຕຶກມອງນີ້, ຂ້າພະເຈົ້າຫາປາໄດ້ຫຼາຍ ແລະ ຂ້າພະເຈົ້າກໍ່ເຂົ້າໃຈໄດ້ວ່າ ສຳລັບຊາວປະມົງ, ການຫາປາບໍ່ແມ່ນເລື່ອງງ່າຍດາຍ, ບໍ່ແມ່ນເວລາໃດກໍ່ມີຄວາມສະດວກສະບາຍ“.
ໃນຄາບເຂົ້າຕອນທ່ຽງ, ມີອາຫານຫຼາຍເຍື່ອງທີ່ໄດ້ຮັບການປຸງແຕ່ງຈາກປາທີ່ຫາກໍ່ຕຶກໄດ້. ນັ້ນແມ່ນເຍື່ອງອາຫານທຳມະດາບໍ່ຕ້ອງປຸງແຕ່ງຢ່າງລະອຽດລະອໍ ໂດຍແມ່ຍິງບ້ານຊາວປະມົງ ວຸງວຽງ ຕົ້ມເອງ, ອັນໄດ້ນຳມາເຊິ່ງຄວາມປະທັບໃຈໃຫ້ແກ່ທຸກຄົນ.
ບົນກຳ່ປັ່ນກັບຄືນທ່າ, ນັກທ່ອງທ່ຽວຜູ້ໃດກໍ່ຮູ້ສຶກພາກພູມໃຈ. ລາຍການເປັນຊາວປະມົງໃນມື້ໜຶ່ງ ໄດ້ເຮັດໃຫ້ນັກທ່ອງທ່ຽວມີຄວາມແປກປະຫຼາດ ແລະ ຈັບອົກຈັບໃຈ, ຜ່ານນັ້ນໄດ້ຊ່ວຍໃຫ້ເຂົາເຈົ້າມີຄວາມເຂົ້າໃຈຕື່ມອີກກ່ຽວກັບຊີວິດຂອງຊາວປະມົງໃນເຂດທະເລ.