(vovworld)- ປູຊະນີຍະສະຖານປະຫວັດສາດໂນນ A1 ແມ່ນໂນນມີຄວາມສູງ 32 ແມັດເມື່ອທຽບໃສ່ຫນ້າທາງ, ດ້ວຍເນື້ອທີ່ 82.000 ຕາລາງແມັດ, ຫ່າງຈາກຂຸມບັນຊາກຸ່ມຖານທີ່ໝັ້ນໃຫຍ່ຂອງພວກລ່າເມືອງຂຶ້ນຝລ່ັງ ຢູ່ ດ້ຽນບຽນຝູ ໄປທາງທິດຕາເວັນຕົກ 500 ແມັດ. ບໍລິເວນນີ້ແມ່ນເປົ້າໝາຍເພື່ອຕີຢືດຄອງເປັນເວລາຍາວນານລະຫວ່າງທະຫານຫວຽດນາມ ແລະ ທະຫານ ຝລັ່ງ ໃນບັ້ນຮົບດ້ຽນບຽນຝູປີ 1954.
|
ໂນນ A1 ພ້ອມກັບບັນດາສາຍໂນນທາງທິດຕາເວັນອອກຄື: C1,D2,E1,E2 ໄດ້ສ້າງເປັນກຳແພງອັນໝັ້ນແກ່ນເພື່ອປ້ອງກັນໃຫ້ເຂດໃຈກາງ, ໃນນັ້ນ ມີຂຸມບັນຊາ De Castries. ຈາກໂນນ A1 ທ່ານສາມາດສັງເກດເຫັນທັງໝົດເຂດໃຈກາງຂອງນະຄອນ ດ້ຽນບຽນຝູ ຄືເຂດໝໍ້ຂາງ, ໂນນ D1,C1,C2,E1, E2, ຂຸມບັນຊາ De Castries, ສະຫນາມບິນ ເມື່ອງແທງ, ທົ່ງນາ A1, ເຂດສຸສານ A1 ຢູ່ຕີນໂນນ. ຖານທີ່ໝັ້ນນີ້ຊື່ງ ທະຫານຝລັ່ງ ຖືວ່າແມ່ນແຜ່ນບັງເຫລັກເພ່ືອປ້ອງກັນຂຸມບັນຊາຂອງ De Castries. ສຳລັບທະຫານຂອງພົນເອກ ຫວໍງວຽນຢາບ, ນີ້ແມ່ນຖານທີ່ໝັ້ນຍາກທີ່ີຢືດຄອງໄດ້. ບັ້ນຮົບດ້ຽນບຽນຝູ ແກ່ຍາວໃນເວລາ 56 ວັນ ແລະຄືນ, ທະຫານຫວຽດນາມ ຕ້ອງສູ້ຮົບໃນຕະຫລອດ 39 ວັນ ແລະ ຄືນ, ນັກຮົບຖືກເສຍສະຫລະຊີວິດກວ່າ 2000 ຄົນ ຈຶ່ງສາມາດຢືດຄອງທີ່ຕັ້ງນີ້ໄດ້.
ເສັ້ນທາງຂຶ້ນໂນນ A1 ຕ້ອງຍ່າງຕາມຂັ້ນໄດຫິນ. ຢືນຢູ່ເທິງໂນນ A1 ທ່ານສາມາດເຫັນລະບົບຂຸມຄອງລຳລຽງຂົນສົ່ງຂອງກອງທັບ ຝລັ່ງ ຂຶ້ນຖານທີ່ໝັ້ນໃຫຍ່ A1 ໃນເມື່ອກ່ອນ. ນັກຮົບເກົ່າ ຟ້າມບາມ່ຽວ, ອາຍຸ 84 ປີ ຢູ່ ນະຄອນ ດ້ຽນບຽນໃຫ້ຮູ້ວ່າ:
“ກອງທະຫານຂ້າພະເຈົ້າສູ້ຮົບຢູ່ໂນນ A1 ນັບແຕ່ໄລຍະຫົວທີຈົນເຖິງເມື່ອສິ້ນສຸດບັ້ນຮົບ. ບັນດາບັ້ນໂຈມຕີໃນຕະຫລອດບັ້ນຮົບບໍ່ນັບວັນ, ແລະຄືນ. ບາງເທື່ອຂາດແຄນອາຫານ, ບໍ່ໄດ້ນອນ ແຕ່ສຸມກຳລັງເພື່ອຕີສັດຕູ, ສູ້ຮົບແທນໃຫ້ບັນດາສະຫນາມຮົບອື່ນຂອງເພື່ອນຮ່ວມກົມກອງຕົນ. ພວກຂ້າພະເຈົ້າລະເບີດໃຫ້ໄດ້ຢູ່ໂນນ A1 ກໍ່ບໍ່ແມ່ນງ່າຍ. ການຢືດຄອງເອົາທີ່ດິນແຕ່ລະແມັດຢູ່ໂນນ A1 ກໍບໍ່ແມ່ນເລື່ອງງ່າຍ. ພວກຂ້າພະເຈົ້າຕ້ອງຂຸດລະບົບຂຸມຄອງຈາກ ຕາແລ່ງເຖິງໂນນ A1. ພວກຂ້າພະເຈົ້າຕ້ອງຢືດຄອງສະຫນາມຮົບກັບສັດຕູ ໃນແຕ່ລະມື້ ແລະ ຢາກເປີດເສັ້ນທາງທີ່ສຳຄັນ ຕ້ອງທຳລາຍລົດຖັງ 2 ຄັນ, ປ້ອມໝັ້ນນ້ອຍຫລາຍແຫ່ງ .”
ປະຈຸບັນ ຮ່ອງຮອຍກ່ຽວກັບບັນດາບັ້ນໂຈມຕີທີ່ນອງເລືອດໃນເມື່ອກ່ອນຢູ່ບໍລິເວນໂນນ A1 ຍັງຄົງໄດ້ຮັບການຮັກສາໄວ້ຄືເກົ່າ. ເອື້ອຍ ຫລໍ່ທິຊີງ, ຜູ້ນຳທ່ຽວ ສັງກັດຫໍພິພິດທະພັນປະຫວັດສາດ ດ້ຽນບຽນຝູ ໃຫ້ຮູ້ວ່າ:
“ນີ້ແມ່ນຫນຶ່ງໃນຈຳນວນລົດຖັນ 2 ຄັນ ຊື່ງທະຫານຝລັ່ງນຳໃຊ້ເພື່ອຕ່າວຕີທະຫານ ຫວຽດນາມ ຖືກກອງຮ້ອຍ 600 ຂອງສະຫາຍ ລືວຫວຽດຫືວ ນຳໃຊ້ປືນ bagioco ຍິງທຳລາຍໃນຮຸ່ງເຊົ້າວັນທີ 1/4/1954. ຢູ່ຄຽງຂ້າງແມ່ນຂຸມຝັງສົບຂອງໝູ່ນັກຮົບ 4 ຄົນທີ່ຖືກເສຍສະຫລະຊີວິດເມື່ອຍິງທຳລາຍລົດຖັງ.”
ເພື່ອຢືດຄອງໃຫ້ໄດ້ຖານທີ່ໝັ້ນ A1, ຊື່ງແມ່ນຖານທີ່ໝັ້ນປອດໄພທີ່ສຸດຂອງກຸ່ມຖານທີ່ໝັ້ນດ້ຽນບຽນຝູ, ທະຫານຂອງ ພົນເອກ ຫວໍງວຽນຢາບ ໄດ້ປະຕິບັດວິທີການທີ່ສະຫລາດສະຫລຽວ ແລະ ກ້າຫານ ນັ້ນແມ່ນ ຂຸດທາງໃຕ້ດິນ, ວາງລະເບີດໃຫຍ່ ເພື່ອທຳລາຍຂຸມບັນຊາຂອງຖານທີ່ໝັ້ນ A1. ເອື້ອຍ ຫລໍ່ທິຊີງ ໃຫ້ຮູ້ຕື່ມອີກວ່າ:
“ເລື່ອງຂຸດທາງໃຕ້ດິນແມ່ນມອບໃຫ້ນັກຮົບ 25 ຄົນ. ເມື່ອຂຸດເຂົ້າເລິກຍິ່ງຂາດອົກຊີແຢນ, ຕ້ອງມີຜູ້ຢືນຕາມຫລັງວີໃຫ້ຜູ້ເຂົ້າກ່ອນ. ດິນທີ່ຂຸດມາໄດ້ຕ້ອງເອົາໃສ່ຖົງຈ້ອງ, ຂົນອອກນອກ ແລະ ເພື່ອປ້ານຕື່ມໃສ່ລະບົບຂຸມຄອງ. ໃນເວລາ 15 ວັນ, ເສັ້ນທາງໃຕ້ດິນມີຄວາມຍາວ 47 ແມັດ ໄດ້ຮັບການຂຸດສຳເລັດ. ກົງກັບເວລາ 20 ໂມງ 30 ນາທີ ຂອງວັນທີ 6/5/1954, ບັນດານັກຮົບໄດ້ຮັບຄຳສັ່ງທຳລະເບີດມີນຳ້ຫນັກ 1 ໂຕນແຕກໃນຂຸມ. ສຽງລະເບີດສັ່ນສະເທື່ອນທົ່ວເຂດໂນນ, ດັບສູນກອງຮ້ອຍຫນຶ່ງຂອງສັດຕູ, ເຮັດໃຫ້ສັດຕູຢູ່ໃນຂຸມຈັ້ງໝັ້ນ, ຕົກສະທ້ານຢ້ານກົວທີ່ສຸດ. ໂດຍກຳໄດ້ກາລະໂອກາດນັ້ນ, ພວກເຮົາຢືດຄອງໄດ້ຖານທີ່ໝັ້ນ A1, ດັບສູນສັດຕູ 850 ຄົນ, ປັດເຂ່ຍ 4 ກອງພັນນ້ອຍຊຳນານຮົບຂອງຝລ່ັງ. ”
ບ່ອນທີ່ລະເບີດແຕກໃນເມື່ອກ່ອນ ໄດ້ຮັບການບູລະນະປະຕິສັງຂອນເມື່ອປີ 2004, ດ້ວຍຄວາມເລິກ 13 ແມັດ, ກວ້າງ 18 ແມັດ, ຄືດັ່ງຮ່ອງຮອຍ ປະຫວັດສາດອັນສະຫງ່າລາສີ. ຂຸມຈັ້ງໝັ້ນຂອງກອງບັນຊາໂນນ A1 ຍັງຄົງຮັກສາໄວ້ໄດ້. ລະບົບຮົ້ວເຫລັກປ້ອງກັນ, ປ້ອມໝັ້ນ10 ແຫ່ງໃນຈຳນວນ 37 ແຫ່ງຂອງທະຫານ ຝລັ່ງ ແລະ ຮ່ອງຮອຍອື່ນຢູ່ ໂນນພູ A1 ປະຈຸບັນຍັງສະແດງໃຫ້ເຫັນໄລຍະທີ່ລຳບາກກາກກຳເປັນເວລາ“56 ວັນແລະຄືນເພື່ອໃຫ້ມີໄຊຊະນະ ດ້ຽນບຽນຝູ ທີ່ສະຫງ່າລາສີ.