ປະເພນີໄປຕະຫຼາດວ່ຽງເພື່ອຫວັງມີຄວາມໂຊກດີ ແມ່ນການດຳເນີນຊີວິດວັດທະນະທຳການເຫຼື້ອມໃສຢູ່ເຂດທົ່ງພຽງແມ່ນ້ຳແດງ. ຕະຫຼາດວ່ຽງແມ່ນຕະຫຼາດນັດເປັນເອກະລັກສະເພາະເພາະໃນແຕ່ລະປີ ພຽງແຕ່ມີຂຶ້ນເທື່ອໜຶ່ງໃນວັນທີ 8 ເດືອນຈຽງໂດຍໄລ່ຕາມຈັນທະປະຕິທິນ. ຕະຫຼາດວ່ຽງແມ່ນເຕົ້າໂຮມສິ່ງທີ່ຍອດຍິ່ງ, ວັດຖຸເຄື່ອງຂອງໃນທ້ອງຖິ່ນ ແລະ ກໍແມ່ນແຫ່ງຕ້ອນຮັບແຂກທ່ອງທ່ຽວອອກເດີນທາງຄັ້ງທຳອິດໃນຕົ້ນລະດູບານໃໝ່.
ຕົ້ນໄມ້ປະດັບທີ່ຂາຍຢູ່ຕະຫຼາດວ່ຽງ
|
ຢູ່ແຂວງນາມດີ້ງ ມີ 2 ຕະຫຼາດວ່ຽງ, ນັ້ນແມ່ນ ຕະຫຼາດວ່ຽງຢູ່ເທດສະບານເມືອງນາມຢາງ, ເມືອງນາມຈຶກ ແລະ ຕະຫຼາດວ່ຽງຝູໄຢ, ຕາແສງກິມທ້າຍ, ເມືອງວູ້ບານ. ໂດຍມີຄວາມແຕກຕ່າງກັບຄວາມຟົດຟື້ນເນືອງນັນຢູ່ຕະຫຼາດມີຢູ່ທົ່ວໄປນັ້ນ, ຕະຫຼາດວ່ຽງມີຄວາມໝາຍທາງດ້ານຈິດວິນຍານ. ຕະຫຼາດວ່ຽງຢູ່ຕາແສງກິມທ້າຍ, ເມືອງວູ້ບານແມ່ນແຫ່ງມີກຸ່ມປູຊະນີຍະສະຖານຝູໄຢ ບູຊາເຈົ້າແມ່ ລ້ຽວແຫ້ງ. ສ່ວນຕະຫຼາດວ່ຽງຢູ່ ເມືອງນາມຈຶກແມ່ນແຫ່ງມີວັດດ້າຍບີ ບູຊາພະມະຫາອາຈານ ຕືດ້າວແຫ້ງ ຊຶ່ງແມ່ນໜຶ່ງໃນບັນດານັກບວດທີ່ມີຊື່ສຽງໃນສະໄໝລາດຊະວົງຫຼີໃນສະຕະວັດທີ 11. ທ່ານ ຫງວຽນຕ້ວນເຊີນ ຢູ່ຕາແສງນາມຫາຍ, ເມືອງນາມຈຶກ ໃຫ້ຮູ້ວ່າ :
“ຕະຫຼາດວ່ຽງຢູ່ວູ້ບານມີຂຶ້ນກ່ອນຕະຫຼາດວ່ຽງຢູ່ ເມືອງນາມຈຶກ. ແຕ່ 2 ຕະຫຼາດນີ້ກໍຄ້າຍຄືກັນ, ມີມາແຕ່ດົນນານ, ໃນຕະຫຼາດມີສາລາ, ວັດວາອາຮາມ. ທຸກໆຄົນໄປຕະຫຼາດກໍລ້ວນແຕ່ມາຖະຫວາຍທູບທຽນຢູ່ວັດ. ຕະຫຼາດວ່ຽງນາມດິ້ງແມ່ນມີຊື່ສຽງໂດ່ງດັງ, ແຂກຈາກສາລະທິດຕ່າງກໍພາກັນມາບູຊາຫວັງມີຄວາມໂຊກດີ ”
ໂດຍເອີ້ນວ່າ ແມ່ນຕະຫຼາດ, ແຕ່ຕະຫຼາດວ່ຽງບໍ່ຊື້ຂາຍເຄື່ອງຂອງ, ຜະລິດຕະພັນລະດັບສູງມີລາຄາແພງຄືຢູ່ຕະຫຼາດໃນຕົວເມືອງໃຫຍ່. ເຄື່ອງຂອງທີ່ນຳມາຂາຍຢູ່ນີ້ ຕົ້ນຕໍແມ່ນສິນພິເສດຂອງທ້ອງຖິ່ນ, ເຂັ້ມຂົ້ນໄປດ້ວຍສີສັນເຂດບ້ານນາ. ຊາວທ້ອງຖິ່ນເລົ່າຂານກັນມາວ່າ ອາດຈະໄປຢ້ຽມຊົມທຸກບ່ອນໃນຕະຫຼາດວ່ຽງແຕ່ຕອນບ່າຍຮອດຄ່ຳ, ແຕ່ຖ້າຫາກຢາກຊື້ຫຍັງ ກໍຄວນລໍ່ຖ້າຮອດ 0 ໂມງຂອງວັນທີ 8 ຈຶ່ງຊື້ເພື່ອຈະໄດ້ຮັບຄວາມໂຊກດີ. ລຸງ ຫງວຽນຕ້ວນເຊີນ ຢູ່ຕາແສງນາມຫາຍ ເມືອງນາມຈຶກ ໃຫ້ຮູ້ວ່າ :
“ຕະຫຼາດວ່ຽງນາມດິ້ງ ຂາຍເຄື່ອງຂອງຄົບທຸກຊະນິດຈາກເຄື່ອງບູຮານ, ເຄື່ອງເຮັດດ້ວຍທອງ, ເຄື່ອງປັ້ນດິນເຜົາເຄືອບຕະຫຼອດຮອດເຄື່ອງມືຮັບໃຊ້ການຜະລິດກະສີກຳ. ຕະຫຼາດວ່ຽງນາມດິ້ງ ມີຊື່ສຽງແມ່ນຕະຫຼາດຂາຍຕົ້ນໄມ້ປະດັບ. ມີຕົ້ນໄມ້ປະດັບງາມມີຄ່າຫາຍາກ ຖືກນຳມາຂາຍຢູ່ຕະຫຼາດແຫ່ງນີ້”
ເຖິງວ່າຕະຫຼາດນັດມີຂຶ້ນໃນວັນທີ 8 ເດືອນຈຽງກໍຕາມ, ແຕ່ໃນຕອນບ່າຍຂອງມື້ກ່ອນ, ຕະຫຼາດໄດ້ເລີ່ມຄຶກຄັກ. ແຂກຈາກສາລະທິດ, ຢູ່ພາກເໜືອລົງຮອດພາກໃຕ້ກໍພາກັນມາຕະຫຼາດ, ແຕ່ຫຼາຍກ່ວາໝູ່ຍັງຄົງແມ່ນຊາວນາມດິ້ງ ແລະ ບັນດາແຂວງເຂດທົ່ວພຽງແມ່ນ້ຳແດງ. ເຂົາເຈົ້າມານີ້ກໍຍ້ອນໄດ້ຍິນຊື່ສຽງຂອງຕະຫຼາດວ່ຽງ ຈຶ່ງພາກັນມານີ້.
ຢູ່ຕະຫຼາດວ່ຽງ, ຜູ້ຂາຍເຄື່ອງ ກໍລ້ວນແຕ່ເວົ້າລາຄາຂາຍ, ບໍ່ມັກເວົ້າລາຄາໃຫ້ຜູ້ຊື້ຕໍ່ລອງ ຊຶ່ງແມ່ນຈຸດຄວາມງາມມີພຽງແຕ່ຢູ່ຕະຫຼາດແຫ່ງນີ້ເທົ່ານັ້ນ. ເບິ່ງຄືວ່າ ການຊື້ຂາຍເຄຶ່ອງຢູ່ຕະຫຼາດແຫ່ງນີ້ ແມ່ນມີລັກສະນະຈິດວິນຍານທີ່ວ່າ ເຂົາເຈົ້າພຽງຕ້ອງການຊື້ຫຼືຂາຍເຄື່ອງຂອງໃດໜຶ່ງກໍເພື່ອຄວາມໂຊກດີ ແລະ ທັງ 2 ຝ່າຍກໍດີໃຈຕໍ່ການຊື້ຂາຍ. ຫຼາຍຄົນມີຄວາມສຳນຶກວ່າ ຖ້າພາດໂອກາດໄປຕະຫຼາດວ່ຽງຍາມຕົ້ນປີ ແມ່ນພາດໂອກາດທັງປີ. ນາງ ຈິ້ງທິທູ ຢູ່ຕາແສງນາມເລີ້ຍ ເມືອງນາມຈຶກ ໃຫ້ຮູ້ວ່າ :
“ ຄວາມເປັນເອກະລັກສະເພາະຂອງຕະຫຼາດວ່ຽງນາມດິ້ງ ນັ້ນແມ່ນຕະຫຼາດມີຂຶ້ນບໍ່ເພື່ອຈຸດປະສົງເຮັດທຸລະກິດ, ຫາກເພື່ອຈຸດປະສົງທາງດ້ານຈິດວິນຍານ. ບັນຍາກາດຢູູ່ຕະຫຼາດແມ່ນຟົດຟື້ນມ່ວນຊື່ນທີ່ສຸດ. ເຂົາເຈົ້າໄປຕະຫຼາດແມ່ນເພື່ອຫວັງໃຫ້ມີຄວາມໂຊກດີ, ທັງເພື່ອໄປທ່ຽວຫຼິ້ນຍາມຕົ້ນລະດູບານໃໝ່. ໃຜໄດ້ມາຕະຫຼາດ ຕ່າງກໍຊື້ເອົາເຄື່ອງຂອງໃດໜຶ່ງ. ແຂກມາຕະຫຼາດ ກໍຍັງໄປຖະຫວາຍທູບທຽນບູຊາຢູ່ວັດ ແລະ ຂໍຕົວໜັງສືນຳອາຈານ ”
ປະເພນີໄປຕະຫຼາດວ່ຽງຍາມຕົ້ນລະດູບານໃໝ່ ຖືກສືບທອດກັນມາຈາກຄົນລຸ່ນນີ້ສູ່ຄົນລຸ່ນອື່ນ. ແຕ່ລະປີ, ຕະຫຼາດວ່ຽງດຶງດູດແຂກທ່ອງທ່ຽວຈາກສາລະທິດນັບໝື່ນຄົນມາທ່ຽວຊົມ, ຊື້ເຄື່ອງຂອງ, ຫຼີ້ນບຸນ, ນະມັດສະການວັດ. ທຸກໆຄົນມາຕະຫຼາດວ່ຽງ ຕ່າງກໍຫວັງໄດ້ຮັບຄວາມໂຊກດີ, ສິ່ງທີ່ດີງາມ, ການທຳມາຫາກິນໄດ້ຮັບຜົນດີເມື່ອກ້າວເຂົ້າສູ່ປີໃໝ່.