ໄປທ່ອງທ່ຽວມ໋ອງກ໋າຍ

(vovworld) - ປະ​ຈຸ​ບັນ, ມ໋ອງ​ກ໋າຍ ພວມ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃນ​ເຂດ​ຊາຍ​ແດນ​ທີ່​ສ້າງ​ຄວາມ​ດູດດື່ມ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ຢູ່​ທີ່ນີ້​ມີ​ທີວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ມີ​ຈຸດທ່ອງ​ທ່ຽວພິ​ເສດຫຼາຍ​ແຫ່ງ, ​​ມີວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ນິ​ຍົມ​ທີ່​ສຸດ.

ໄປທ່ອງທ່ຽວມ໋ອງກ໋າຍ - ảnh 1

ນະຄອນມ໋ອງກ໋າຍ
(ພາບ: ອິນເຕີແນດ)

ສະ​ຖານ​ທີ່​ທຳ​ອິດ​ໃນ​ລາຍ​ການ​ທ່ອງ​ທ່ຽວ​ມ໋ອງ​ກ໋າຍ ນັ້ນ​ແມ່ນ​ຕາ​ແສງ​ຈ່າ​ໂກ, ດິນ​ແດນ​ແຫ່ງ​ທຳ​ອິດ​ຂອງ​ຫວຽດນາມ​, ນີ້​​ແມ່ນແຫ່ງ​ເຕົ້າ​ໂຮມ​ບັນ​ດາ​ປັດ​ໃຈ​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ຂອງ​ຫວຽດ​ນາມ ດ້ວຍແຫຼມ​ຊາ​ຫວີ, ບ່ອນ​ຕັ້ງ​ຮອຍ​ແຕ້ມ​ທຳ​ອິດ​ໃນ​ແຜນ​ທີ່ຫວຽດ​ນາມ​; ສາ​ລາ​ຈ່າ​ໂກ, ສາ​​ລາ​ທີ່ເຂັ້ມ​ຄົ້ນ​ໄປ​ດ້ວຍ​ວັດ​ທະ​ນະ​ທຳ​ຫວຽດ​ນາມ; ໂບດ​ຈ່າ​ໂກ ທີ່​ເກົ່າ​ແກ່… ນັກ​ທ່ອງ​ທ່ຽວ​ມາ​ແຫ່ງນີ້​ຜູ້​ໃດ​ກໍ່​ຢາກ​ຖ່າຍ​ຮູບ​ຢູ່​ຂ້າງຫຼັກ​ໝາຍ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ຂອງ​ຫວຽດ​ນາມ ເພື່ອ​ເປັນ​ອະ​ນຸ​ສອນ​ການ​ຢ້ຽມ​ຢາມ​ດິນ​ແດນ​ຕອນ​ທຳ​ອິດ​ຂອງ​ປະ​ເທດ


ໄປທ່ອງທ່ຽວມ໋ອງກ໋າຍ - ảnh 2

(ພາບ: ອິນເຕີແນດ)

ມ໋ອງ​ກ໋າຍ ມີຫາດ​ຊາຍ​ທະ​ເລ​ຈ່າ​ໂກ, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຫາດ​ຊາຍ​ທະ​ເລ​ຍາວກວ່າ​ໝູ່​ຢູ່​ຫວຽດ​ນາມ. ຫາດ​ຊາຍ​ທະ​ເລ​ຈ່າ​ໂກ ຍັງ​ຄົງ​ຮັກ​ສາຄວາມ​ງາມ​ແບບ​ທຳ​ມະ​ຊາດ​ໄວ້. ດ້ວຍຫາດ​ຊາຍ​ທະ​ເລຂາວ ແລະ ຮາບ​ພຽງ,​ ພ້ອມ​ກັບ​ຄື້ນ​ທະ​ເລ​ທົບ​ໃສ່​ຝັ່ງ​ຕະຫຼອດ. ນີ້​ແມ່ນ​ແຫ່​ງ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ຍ່າງ​ຫຼິ້ນ ​ແລະ ເຈືອ​ຈານ​​ເຂົ້າ​ທຳ​ມະ​ຊາດທີ່​ປອດ​ໂປ່​ງ. ເອື້ອຍ​ ຫງວຽນຖູ່ຍ​ລິງ, ບໍ​ລິ​ສັດ​ທ່ອງ​ທ່ຽວ Open Tour, ແນ​ະ​ນຳ​ວ່າ:

        “ທະ​ເລ​ຈ່າ​ໂກ​ ເຕົ້າ​ໂຮມ​ຈຸດ​ພິ​ເສດຫຼາຍ​ຢ່າງ. ນີ້​ແມ່ນ​ຫາດ​ຊາຍ​ທະ​ເລ​ແຫ່ງ​ທຳ​ອິດ​ໃນ​ແຜນ​ທີ່​ປະ​ເທດ​ຫວຽດ​ນາມ. ທະ​ເລ​ຈ່າ​ໂກ ແມ່ນ​ຫາດ​ຊາຍ​ທະ​ເລ​ຕິດ​ກັບ​ຊາຍ​ແດນ, ຢືນ​ຢູ່​ນີ້​ກໍ່ສາ​ມາດ​ເຫັນ​ເບື້ອງ​ຈີນ​ໄດ້. ຢູ່​ອ້ອມ​ທະ​ເລ​ຈ່າ​ໂກ ຍັງ​ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່ຫຼາຍ​ແຫ່ງ​ອີກ​ຄື​ແຫຼມ​ຊາ​ຫວີ, ແຫຼມງອກ, ສາ​ລາ​ຈ່າ​ໂກ, ໂບດ​ຈ່າ​ໂກ.”

ໄປທ່ອງທ່ຽວມ໋ອງກ໋າຍ - ảnh 3

ທະເລຈ່າໂກ
(ພາບ: ອິນເຕີແນດ)

ຍ້າຍ​ອອກ​ຈາກ​ຈ່າ​ໂກ, ນັກ​ທ່ອງ​ທ່ຽວ​ກັບຄືນໃຈ​ກາງ​ນະ​ຄອນ​ມ໋ອງ​ກ໋າຍ, ຢູ່ນະ​ຄອນ​ທ່ານຈະ​ໄດ້​ຮັບ​ປະ​ທານ​ອາ​ຫານ​ທະ​ເລ​ທີ່​ແຊບນົວຫຼາຍ​ເຍື່ອງ, ເຊິ່ງ​ປະ​ຊາ​ຊົນ​ຢູ່​ທີ່ນີ້​ແນະ​ນຳ​ວ່າ, ນັ້ນ​ແມ່ນ​ອາ​ຫານ​ພິ​ເສດ​ສະ​ເພາະ​ຂອງ​ທະ​ເລ​ມ໋ອງ​ກ໋າຍ. ອາ​ຫານ​ທະ​ເລ​ທີ່​ມີ​ເຄື່ອງ​ໝາຍ​ມ໋ອງ​ກ໋າຍ ໄດ້​ປະ​ກອບ​ສ່ວນ​ສ້າງ​ຄວາມ​ປະ​ທັບ​ໃຈ, ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຄິດ​ຮອດ​ຄິດ​ເຖິງ​ເຂດ​ດິນ​ແຫ່ງນີ້. ອ້າຍ ຫງວຽນ​ຕ໋ວນ​ດຶກ, ບໍ​ລິ​ສັດ​ທ່ອງ​ທ່ຽວ​ມິດ​ຕະ​ພາບ, ແຂວງກວາງ​ນິງ, ໃຫ້​ຮູ້​ວ່າ:

        “ການ​ປຸງ​ແຕ່ງ​ສິນ​ທະ​ເລ​ຢູ່​ມ໋ອງ​ກ໋າຍ ກໍ່​ຕ່າງ​ກັບ​ເຂດ​ຕ່າງໆ. ເວົ້າ​ເຖິງ​ມ໋ອງ​ກ໋າຍ ແມ່ນ​ເວົ້າ​ເຖິງ​ເຂົ້າ​ປຽກ​ສິນ​ທະ​ເລ ​ແລະ ອາ​ຫານ​ເຍື່ອງ​ຕ່າງໆ​ຂອ​ງ​ຈີນ. ອາ​ຫານ​ຢູ່​ມ໋ອງ​ກ໋າຍ​ ມີຫຼາຍ​ຮູບຫຼາຍ​ແບບ. ເຂົ້າ​ປຽກ​ຢູ່​ທີ່ນີ້​ບໍ່​ພຽງ​ແຕ່​​ແຕ່ງ​ກັບ​​ກຸ້ງ, ປູທະ​ເລ​ເທົ່າ​ນັ້ນ, ຫາກ​ຍັງ​ມີຊີ້​ນ​ໝູ ແລະ ຜັກ​ອີກ​ດ້ວຍ.”


ໄປທ່ອງທ່ຽວມ໋ອງກ໋າຍ - ảnh 4

ເຂົ້າປຽກສິນທະເລຢູ່ມ໋ອງກ໋າຍ

(ພາບ: ອິນເຕີແນດ)

ດ່ານ​ຊາຍ​ແດນ​ສາ​ກົນ​ມ໋ອງ​ກ໋າຍ ແມ່ນ​ດ່ານ​ຊາຍ​ແດນ​ພິ​ເສດ​ທີ່​ສຸດ​ຢູ່​ຫວຽດ​ນາມ, ເພາະ​ວ່າ​ມັນ​ຕິດ​ກັບ​ນະ​ຄອນ​, ດັ່ງ​ນັ້ນ​ພຽງ​ແຕ່​ເຮັດ​ລະ​ບຽບ​ການ​​ບໍ​ລິ​ຫານດ້ານ​ການ​ທູດ​​ຢ່າງ​ງາຍ​ດາຍ​ເທົ່າ​ນັ້ນ, ນັກ​ທ່ອງ​ທ່ຽວ​ກໍ່​ສາ​ມາດ​ໄປ​ຢາມ​ປະ​ເທດ​ຈີນ​ໄດ້. ເອື້ອຍ ຫງວຽນ​ຖູ່ຍ​ລິງ, ແນະ​ນຳ​ວ່າ:

“ຖ້າ​ຢາກ​ຂ້າມ​ດ່ານ​ຊາຍ​ແດນ​ສາ​ກົນ​ມ໋ອງ​ກ໋າຍ ​ເພື່ອ​ໄປ​ຍັງ​ແຂວງກວາງຊິງ ຂອງ​ຈີນ ນັກ​ທ່ອງ​ທ່ຽວ​ພຽງ​ແຕ່​ກະ​ກຽມ​ບັດ​ປະ​ຈຳ​ຕົວ ແລະ ຮູບ​ຖ່າຍ ເພື່ອ​ເຮັດ​ໜັງ​ສື​ຜ່ານ​ແດນເທົ່າ​ນັ້ນ ກໍ່​ສາ​ມາດ​ໄປ​ໄດ້​ໂດຍບໍ່​ຕ້ອງ​ລໍຖ້າ​ດົນ. ດ່ານ​ຊາຍ​ແດນ​ອັດ​ປະຕູ​ເວລາ 16 ​ໂມງ​ຂອງ​ທຸກ​ວັນ, ດັ່ງ​ນັ້ນພວກ​ຂ້າພະ​ເຈົ້າ​ຈະ​ພາ​ແຂກ​ທ່ອງ​ທ່ຽວໄປ​ຢ້ຽມຢາມ​ບັນດາ​ແຫ່ງ​ທີ່​ມີ​ຊື່​ສຽງ​ຂອງຈີນ​ຄື​ສະໜາມຫຼວງ, ສຳນັກອົງການ ບໍລິຫານ, ຕະຫຼາດ​ຕຸ​ງຊິງ ແຕ່​ຕອນ​ເຊົ້າ​ແລ້ວ​ກັບ​ມາ​ຫວຽດນາມໃຫ້​ທັນ​ເວລາ

ໄປທ່ອງທ່ຽວມ໋ອງກ໋າຍ - ảnh 5

ດ່ານຊາຍແດນສາກົນມ໋ອງກ໋າຍ
(ພາບ: ອິນເຕີແນດ)

​ໄປ​ທ່ອງ​ທ່ຽວ​ມ໋ອງກ໋າຍ, ທ່ານ​ຈະ​ມີ​ໂອກາດ​ແວ່​ຢາມ​ສູນ​ການ​ຄ້າມ໋ອງກ໋າຍ. ນີ້​ແມ່ນ​ຕະຫຼາດ​ໃຫຍ່​ກວ່າ​ໝູ່​ຢູ່​ນະຄອນ​ມ໋ອງກ໋າຍ, ​ແມ່ນ​ແຫ່ງ​ແລກປ່ຽນ​ການ​ຄ້າ​ລະຫວ່າງ​ນັກທຸລະກິດ​ຫວຽດນາມ ​ແລະ ຈີນ. ກ່ອນ​ທີ່​ຈະ​ອອກ​ຈາກ​ມ໋ອງກ໋າຍ, ນັກ​ທ່ອງ​ທ່ຽວ​ສາມາດ​ເລືອກ​ຊື້​ສິນຄ້າ​ຫຼາຍ​ປະ​ເພດ​ຄື: ​ອາພອນ​ສະ​ໄໝ, ​ເຄື່ອງ​ໄຟຟ້າ, ​ເຄື່ອງ​ໃຊ້​ພາຍ​ໃນ​ຄອບຄົວ… ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ລາຄາກໍ່​ເໝາະ​ສົມ. ​ເອື້ອ​ຍ ລິງ ​ແນະນຳ​ວ່າ:

ຢູ່​ມ໋ອງກ໋າຍ ຍັງ​ມີ​ຕະຫຼາດ​ອື່ນໆ​ອີກ​ຫຼາຍ​ແຫ່ງ, ​ແຕ່​ແຫ່ງ​ທີ່​ນັກ​ທ່ອງ​ທ່ຽວ​ມັກ​ມາ​ຊື້​ເຄື່ອງ​ຂອງ​ຫຼາຍ​ກວ່າ​ໝູ່​ແມ່ນ​ຕະຫຼາດ​ໃຈກາງ​ມ໋ອງກ໋າຍ. ຈຸດ​ພິ​ເສດ​ຂອງ​ຕະຫຼາດ​ແມ່ນ​ພຽງ​ແຕ່​ເປີດ​ປະຕູ​ພຽງ​ເຄິ່ງມື້ເທົ່າ​ນັ້ນ, ດັ່ງ​ນັ້ນ​ນັກ​ທ່ອງ​ທ່ຽວ​ເຄີຍ​ໄປ​ຕະຫຼາດ​ແຕ່ 7 ​ໂມງ​ເຊົ້າ​ເຖິງ 12 ​ໂມງ. ​ໃນ​ຕະຫຼາດ​ທັງ​ຂາຍ​ສິນຄ້າ​ຂອງ​ຫວຽດນາມ ​ແລະ ຈີນ.

ໄປທ່ອງທ່ຽວມ໋ອງກ໋າຍ - ảnh 6

ສູນການຄ້າມ໋ອງກ໋າຍ
(ພາບ: ອິນເຕີແນດ)

ມ໋ອງກ໋າຍ​ ແມ່ນ​ແຫ່ງ​ເຕົ້າ​ໂຮມ​ຫຼາຍ​ປັດ​ໃຈ ມີ​ທັງ​ແມ່​ນ້ຳລຳ​ເຊ, ພູຜາປ່າ​ໄມ້, ​ເຂດ​ທົ່ງພຽງ ​ແລະ ທະ​ເລ​ອີກ. ມາ​ແຫ່ງ​ນີ້, ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ໄດ້​ຊົມ​ເຫັນ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ ​ແລະ ຮັບ​ປະທານ​ອາຫານ​ພິ​ເສດສະ​ເພາະ​ຂອງ​ມ໋ອງກ໋າຍ ​ເທົ່າ​ນັ້ນ, ຫາກ​ຍັງ​ຊອກ​ໄດ້​ຈຸດ​ເວລາ​ສະຫງົບ​ງຽບ​ຢູ່​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຈິດ​ວີນຍານ​ອີກ​ດ້ວຍ. ຜູ້​ໃດ​ມີ​ໂອກາດ​ໄປ​ຢ້ຽມຢາມ​ມ໋ອງກ໋າຍ ​ແລ້ວ, ກໍ່​ຢາກ​ໄດ້​ກັບ​ມາ​ອີກ, ​ເພາະວ່າ​ຢູ່​ທີ່​ນີ້​ຍັງ​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ຈັບ​ອົກ​ຈັບ​ໃຈ​ພວມ​ລໍຖ້າ​ນັກ​ທ່ອງ​ທ່ຽວ​ມາ​ຄົ້ນ​ຫາ.

ຕອບກັບ

ຂ່າວ/ບົດ​ອື່ນ