(vovworld)- ແຕ່ປີ 1558 ມາຮອດປີ 1945, ເຫ້ວເຄີຍເປັນເມືອງເອກຂອງ ເຈົ້າອາດຍາ ຫງວຽນ 9 ສະໄຫມ ຢູ່ພາກໃຕ້, ແມ່ນເມືອງຫລວງຂອງສະໄຫມລາດຊະວົງ ໄຕເຊີນ ແລະ ເມືອງຫລວງ ຂອງ 13 ສະໄຫມລາດຊະວົງເຈົ້າຊີວິດ ຫງວຽນ. ຜ່ານ 4 ສັດຕະວັດ, ດ້ວຍການປ່ຽນແປງຫລາຍຢ່າງ, ກຸງເກົ່າ ເຫ້ວ ໃນເມື່ອກ່ອນ ໄດ້ກາຍເປັນມໍລະດົກວັດທະນະທຳ, ແມ່ນກຸ່ມປູຊະນີຍະສະຖານສະຖາປັດຕະຍະກຳ ແລະທັດສະນີຍະພາບລືຊື່. ດ້ວຍຄວາມງາມສະເພາະນັ້ນ ປີ 1993 ກຸ່ມປູຊະນີຍະສະຖານກຸງເກົ່າ ເຫ້ວ ໄດ້ຮັບການຮັບຮອງຈາກ UNESCO ວ່າ ແມ່ນມໍລະດົກວັດທະນະທຳໂລກ. ເຂດປູຊະນີຍະສະຖານ ກຸ່ງເກົ່າເຫ້ວ ຍາມໃດກໍດຶງດູດນັກທ່ອງທ່ຽວມາຢ້ຽມຢາມນັບມື້ນັບຫລາຍ.
ພະລາຊະວັງ ຢູ່ ເຫ້ວ
|
ໂດຍຕັ້ງຢູ່ໃຈກາງນະຄອນເຫ້ວ, ທາງທິດເຫນືອແຄມ ແມ່ນ້ຳເຮືອງ, ລະບົບສະຖາປັດຕະຍະກຳແມ່ນສັນຍາລັກແຫ່ງສິດອຳນາດຂອງລະບອບລາດຊະວົງ ຫງວຽນ ຍັງຄົງຕົວຕໍ່ຫນ້າການຜັນແປຂອງການ ເວລາ. ກຸງເກົ່າເຫ້ວ ຂຶ້ນກັບແຂວງ ເທື່ອທຽນເຫວ ປະຈຸບັນ ຍັງຄົງຮັກສາບັນດາມໍລະດົກວັດທະນະທຳມີຮູບຮ່າງ ແລະ ບໍ່ມີຮູບຮ່າງ ທີ່ມີຄຸນຄ່າທາງດ້ານສິລະປະສະຖາປັດຕະຍະກຳ ແລະ ບັນດາຄຸນຄ່າວັດທະນະທຳສິລະປະບໍ່ມີຮູບຮ່າງ. ເມື່ອເວົ້າເຖິງ ເຫ້ວ ແມ່ນເວົ້າເຖິງບັນດາກຳແພງ, ພະລາຊະວັງ, ວັດວາອາຮາມທີ່ໃຫຍ່ໂຕ, ສຸສານຫລາຍແຫ່ງພ້ອມດ້ວຍບັນດາທັດສະນີຍະພາບທີ່ເກົ່າແກ່… ລະບົບກຳແພງປ້ອງກັນຢູ່ທີ່ນີ້ ແມ່ນການປະສົມປະສານ ຢ່າງກົມກຽວລະຫວ່າງສິ່ງຍອດຢ້ຽມຂອງສະຖາປັດຕະຍະກຳຝ່າຍຕາເວັນອອກ ແລະ ຝ່າຍຕາເວັນຕົກ ຊື່ງໄດ້ຕັ້ງຢູ່ໃນເຂດດິນແດນທີ່ມີທິວທັດທຳມະຊາດສວຍງາມ ດ້ວຍພູງື້ບີງ, ແມ່ນ້ຳເຮືອງ, ດອນ ຢາວຽນ, ດອນ ບົກແທງ.. ພະລາຊະວັງ ໄດ້ຮັບປ້ອງກັນດ້ວຍ ກຳແພງເກືອບເປັນມົນທົນດ້ວຍຄວາມຍາວຂອງແຕ່ລະດ້ານ ເກືອບ 600 ແມັດ ແລະ ມີ 4 ປະຕູທີ່ເປັນເອກະລັກສະເພາະ. ຢູ່ພາຍໃນ ພະລາຊະວັງ ແມ່ນບ່ອນຢູ່ອາໄສ ແລະ ດຳເນີນຊີວິດປະຈຳວັນຂອງ ລາຊະວົງ. ຢູ່ທາງທິດຕາເວັນຕົກຂອງ ລາຊະວັງ, ຢູ່ສອງຝັ່ງແຄມແມ່ນ້ຳເຮືອງ, ມີສຸສານຂອງບັນດາເຈົ້າຊີວິດຫງວຽນ ໄດ້ຮັບຖືວ່າ ແມ່ນບັນດາຜົນງານຂອງພື້ນຖານສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະຂອງຫວຽດນາມ. ສຸສານແຕ່ລະແຫ່ງແມ່ນສ່ອງແສງໃຫ້ເຫັນຊີວິດ ແລະ ນິດໃສໃຈຄໍຂອງເຈົ້າຊີວິດແຕ່ລະອົງ. ແຕ່ລະປີ ສະຖານທີ່ທ່ອງທ່ຽວນີ້ໄດ້ຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມນັບຮ້ອຍໆເທື່ອຄົນ.
ຂົວເຈື່ອງຕຽນ
|
ມາຢ້ຽມຢາມກຸງເກົ່າເຫ້ວ, ນັກທ່ອງທ່ຽວມາຈາກທຸກສາລະທິດຍັງເຫັນໄດ້ຄວາມງາມດັ່ງໃນຝັນ. ຍ້ອນຄວາມງາມຂອງແມ່ນ້ຳເຮືອງທີ່ສົດໃສໄຫລຜ່ານທາງຫນ້າກຸງເກົ່າ ເຫ້ວ ເຊິ່ງໄດ້ກາຍເປັນປັດໄຈສ້າງເປັນຄວາມງາມດັ່ງໃນຝັນ. ແມ່ນ້ຳເຮືອງ ບໍ່ພຽງແຕ່ແມ່ນເສັ້ນທາງ ຄົມມະນາຄົມທາງນ້ຳເທົ່ານັ້ນ ຫາກຍັງເປັນກຳແພງທຳມະຊາດເພື່ອປົກປັກຮັກສາພະລາຊະວັງເຫ້ວ ອີກດ້ວຍ. ແມ່ນ້ຳເຮືອງ ຕິດພັນກັບພູງື້ບີງ ສ້າງເປັນຄວາມງາມທີ່ເປັນເອກະລັກສະເພາະຂອງຝ່າຍຕາເວັນອອກ. ທ່ານ ຫງວຽນຊວນຮ່ວາ, ຊາວ ນະຄອນເຫ້ວ ມີຄວາມເອກອ້າງທະນົງໃຈເມື່ອເວົ້າເຖິງແມ່ນ້ຳເຮືອງ.
“ແມ່ນ້ຳເຮືອງ ຄືດັ່ງວັດຖຸມີທີ່ປະເສີດໂດຍທຳມະຊາດດົນບັນດານໃຫ້ນະຄອນເຫ້ວ. ຍາກທີ່ຫາໄດ້ສາຍແມ່ນ້ຳໃດຢູ່ ຫວຽດນາມ ທີ່ມີຄວາມງາມດັ່ງໃນຝັນຄືແມ່ນ້ຳເຮືອງ. ຈາກສາຍພູຫລວງ, ໄຫລຜ່ານປ່າດົງພົງໄພ ແລະ ໄຫລຮອດເຂດທົ່ງພຽງ,ແລ້ວແມ່ນ້ຳເຮືອງຍັງໄຫລຜ່ານນະຄອນເຫ້ວຄືດັ່ງແພໄຫມຜືນຫນຶ່ງພາດຜ່ານນະຄອນ… ຈາກນັ້ນກໍໄຫລອອກສູ່ບືງ ຕາມຢາງແຄມທະເລ”
ເມື່ອຂີ່ເຮືອລ່ອງໄປຕາມ ແມ່ນ້ຳເຮືອງ ຮັບຟັງດົນຕີລາຊະວັງ ຫລື ເພງພື້ນເມືອງ ເຫ້ວ ຍາມໃດກໍແມ່ນລາຍການທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວເປັນຈຳນວນຫລວງຫລາຍ.
ຢູ່ສອງຝັ່ງແຄມແມ່ນ້ຳ ເຮືອງ ໄດ້ເຊື່ອມຕໍ່ກັນດ້ວຍຂົວ ເຈື່ອງຕຽນ ມີອາຍຸກວ່າ 100 ປີ. ຂົວແຫ່ງນີ້ ແມ່ນສັນຍາລັກຂອງກຸງເກົ່າເຫ້ວ ແລະ ກໍແມ່ນຫນຶ່ງໃນບັນດາຂົວທຳອິດຊື່ງ ຝລັ່ງໄດ້ກໍ່ສ້າງຢູ່ ອິນດູຈີນ ແລະ ມີຄຸນຄ່າດ້ານສິລະປະສູງສຸດຂອງຜົນງານດ້ານວິທະຍາສາດໃນຍຸກສະໄຫມ. ທ່ານ ຟານທ້ວນອານ, ນັກຄົ້ນຄ້ວາກ່ຽວກັບ ເຫ້ວ ໃຫ້ຮູ້ວ່າ:
“ສຳລັບຊາວ ນະຄອນເຫ້ວແລ້ວ, ຂົວເຈື່ອງຕຽນ ແມ່ນກິດຈະກຳໄດ້ຮັບການກໍ່ສ້າງໄວກວ່າໝູ່ ແລະ ມີຄຸນຄ່າດ້ານສິລະປະສູງສຸດ. ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ ຢູ່ ເຫ້ວ, ບໍ່ມີຜູ້ໃດທີ່ຍັງບໍທັນເຄີຍໄດ້ຜ່ານຂົວແຫ່ງນີ້. ສະນັ້ນ ຂົວເຈື່ອງຕຽນ ຍາມໃດກໍຝັງເລິກໃນໃຈຂອງຊາວນະຄອນເຫ້ວ.”
ປະຈຸບັນ, ເຫ້ວ ຍັງໄດ້ຮູ້ຈັກເຖິງແມ່ນນະຄອນ Festival ທີ່ເປັນເອກະລັກພິເສດ ຢູ່ ຫວຽດນາມ. ສອງປີເທື່ອຫນຶ່ງ ນະຄອນ ເຫ້ວ ຈັດພິທີຕ້ອນຮັບເພື່ອນມິດຢູ່ພາຍໃນ ແລະ ຕ່າງປະເທດ ມາເຂົ້າຮ່ວມ Festival. ດ້ວຍຄວາມງາມສະຖາປັດຕະຍະກຳຂອງບັນດາສະໄຫມລາດຊະວົງສັກດີນາ ພ້ອມກັບທິວທັດທຳມະຊາດສວຍງາມ, ອາລົມຈິດຄວາມຮັກແພງແຂກຄົນຂອງຊາວນະຄອນເຫ້ວ ແລະ ບັນດາສຽງດົນຕີ, ເພງພື້ນເມືອງທີ່ເປັນເອກະລັກສະເພາະ, ອາຫານການກິນທີ່ແຊບນົວ ໄດ້ສ້າງເປັນເຄື່ອງໝາຍການຄ້າ Festival ເຫ້ວ ທີ່ມີຊື່ສຽງ. ກຸງເກົ່າເຫ້ວ ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບນັກທ່ອງທ່ຽວເມື່ອມາຢ້ຽມຢາມພາກກາງ ຫວຽດນາມ ແລະ ກໍແມ່ນແຫ່ງເພື່ອເຂົ້າຮ່ວມ ແລະ ຄົ້ນຫາຄວາມງາມຂອງກຸງເກົ່າໃນເມື່ອກ່ອນ.