(vovworld) - ມາຢ້ຽມຢາມໝູ່ເກາະເຈື່ອງຊາ (ເມືອງເຈື່ອງຊາ), ແຂວງແຄ໋ງຮ່ວາ, ທ່ານຈະມີໂອກາດໄດ້ເຫັນປະຈັກຕາບັນດາເຮືອນຫຼັງນ້ອຍທີ່ຕັ້ງເທິງຫາດຫີນປະກາລັງທີ່ກວ້າງໃຫຍ່ຢູ່ນອກຝັ່ງທະເລ, ເຊິ່ງທະຫານເຮືອເຄີຍເອີ້ນວ່າ “ເກາະນ້ຳຖ້ວມ“. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ, ຂາດເຂີນຫຼາຍຢ່າງກໍ່ຕາມ, ແຕ່ບັນດາພະນັກງານນັກຮົບ ແລະ ປະຊາຊົນຢູ່ “ເກາະນ້ຳຖ້ວມ“ ຍັງຄົງຕິດພັນ ແລະ ປົກປັກຮັກສາອະທິປະໄຕທີ່ສັກກະລະບູຊາຂອງປະເທດຊາດເປັນປະຈຳ.
ເກາະນ້ຳຖ້ວມຢູ່ໝູ່ເກາະເຈື່ອງຊາເມືອງເຈື່ອງຊາ, ແຂວງແຄ໋ງຮ່ວາ
(ພາບອິນເຕີແນດ)
“ເກາະນ້ຳຖ້ວມ“ ແມ່ນເກາະທີ່ໄດ້ຮັບການກໍ່ສ້າງເທິງຫາດຫີນປະກາລັງນ້ຳຖ້ວມ. ໝູ່ເກາະເຈື່ອງຊາ ມີຫາດຫີນປາກະລັງຫຼາຍແຫ່ງ, ໃນນັ້ນເກາະທີ່ມີທະຫານ ແລະ ປະຊາຊົນພວມດຳລົງຊີວິດນັ້ນແມ່ນບັນດາເກາະຄື: ດ໋າເລີ໋ນ (ຫີນໃຫຍ່) ດ໋ານາມ (ຫີນທີດໃຕ້), ທ່ວຽນຈ່າຍ (ເຮືອຫາປາ), ໂກລີນ, ແລນດາວ, ຕຽນໜື (ເທວະດາ), ນູ໋ຍແລ (ພູເລ), ຕົກຕານ, ດ໋າດົງ (ຫີນທິດຕາເວັນອອກ), ດ໋າໄຕ (ຫີນທິດຕາເວັນຕົກ), ດ໋າລາດ (ຫີນລາດ), ດ໋າທິ (ຫີນທິ). ເກາະນ້ຳຖ້ວມແຕ່ລະແຫ່ງພຽງແຕ່ມີເຮືອນໜຶ່ງຫຼືສອງຫຼັງ ທີ່ໄດ້ຮັບການກໍ່ສ້າງແບບຖາວອນເທົ່ານັ້ນ. ເຖິງວ່າຈະແມ່ນເຮືອນນ້ອຍກໍ່ຕາມ, ແຕ່ໃນເຮືອນພັດມີທັງຫ້ອງຄົວ, ຫ້ອງກິນ, ຫ້ອງປະຊຸມ, ຫ້ອງແອບກາຍ ແລະ ຫ້ອງນອນ. ຖ້າເກາະໃດມີເຮືອນສອງຫຼັງແມ່ນຈະຖືກເຊື່ອມຕໍ່ກັນດ້ວຍຂົວນ້ອຍ.
ເກາະແຫ່ງທຳອິດທີ່ຂ້າພະເຈົ້າແວ່ຢາມເມື່ອໄປເຈື່ອງຊາ, ນັ້ນແມ່ນເກາະນ້ຳຖ້ວມດ໋າລາດ (ຫີນລາດ)... ສັງເກດຢູ່ທາງໄກກໍ່ເຫັນວ່າ, ເກາະແຫ່ງນີ້ຕັ້ງຢູ່ໃຈກາງວົງມົນສີສັນຫຼາຍວົງ ທີ່ຖືກສ້າງຂຶ້ນດ້ວຍຫາດຫີນປະກາລັງ, ຫາດຊາຍ ແລະ ຄື້ນທະເລ. ພັນໂທ ຫງວຽນວຽດທ້ວນ, ຮອງຫົວໜ້າກອງພົນນ້ອຍ 146, ທະຫານເຮືອເຂດ 4, ໃຫ້ຮູ້ວ່າ:
“ເມື່ອນ້ຳທະເລຂຶ້ນສູງ, ຫາດຫີນປະກາລັງນີ້ຖືກນ້ຳຖ້ວມແຕ່ 1- 3 ແມັດ. ເມື່ອນ້ຳທະເລຫຼຸດລົງ, ຫາດຫີນປະກາລັງກໍ່ຟູຂຶ້ນ. ມີເກາະບາງແຫ່ງມີຫາດຫີນປະກາລັງຍາວທີ່ສຸດຄືເກາະທ່ວຽນຈ່າຍ (ເຮືອຫາປາ) ມີຫາດຫີນປະກາລັງຍາວກວ່າ 30 ກມ... ເພື່ອໃຫ້ທະຫານ ແລະ ປະຊາຊົນດຳລົງຊີວິດ ແລະ ພັດທະນາຢູ່ເທິງເກາະ, ພວກຂ້າພະເຈົ້າໄດ້ກໍ່ສ້າງເຮືອນນ້ອຍຫຼາຍຫຼັງ ເພື່ອໃຫ້ເຂົາເຈົ້າມີເງື່ອນໄຂຂຸດຄົ້ນ, ຫາປາ ແລະ ປົກປັກຮັກສາເກາະ. ເກາະນ້ຳຖ້ວມບໍ່ມີສີຂຽວຂອງຕົ້ນໄມ້ໃບຫຍ້າ, ພຽງແຕ່ມີຕົ້ນໄມ້ປະດັບບາງຕົ້ນ ທີ່ປູກໃນກະຖາງເທົ່ານັ້ນ“.
ເກາະນ້ຳຖ້ວມຢູ່ທິດຕາເວັນອອກ
(ພາບອິນເຕີແນດ)
ດຳລົງຊີວິດໃນບັນດາເກາະທີ່ມີຕົ້ນໄມ້ຄືເກາະເຈື່ອງຊາໃຫຍ່, ນາມອຽດ, ຊິງໂຕ່ນ...ແມ່ນຍັງປະສົບກັບຄວາມຫຍຸ້ງຍາກລຳບາກແລ້ວ, ແຕ່ຢູ່ເກາະນ້ຳຖ້ວມ, ການດຳລົງຊີວິດຂອງທະຫານ ແລະ ປະຊາຊົນຍິ່ງປະສົບກັບຄວາມຫຍຸ້ງຍາກຂາດເຂີນກວ່າອີກ. ພັນຕີ ຫງວຽນດຶກຢູ້, ຜູ້ທີ່ເຄີຍຢູ່ເກາະນ້ຳຖ້ວມ ດ໋າທິ (ຫີນທິ), ໃຫ້ຮູ້ວ່າ ປະຈຸບັນເກາະນ້ຳຖ້ວມ ໄດ້ກໍ່ສ້າງອ່າງເກັບນ້ຳຕື່ມອີກຫຼາຍອ່າງ, ກ່ອນນີ້ແມ່ນຂາດນ້ຳໃຊ້, ບາງເທື່ອ 2,3 ວັນຈຶ່ງໄດ້ອາບນ້ຳເທື່ອໜຶ່ງ ແລະ ຕ້ອງອາບນ້ຳໃນຊາມ ເພື່ອເອົານ້ຳເສຍນີ້ມາຫົດໃຫ້ຜັກ. ສ່ວນຜັກແມ່ນປູກໃນກະຖາງດ້ວຍຢາງ ແລະ ໄດ້ຮັບການບົວລະບັດຢ່າງລະອຽດ.
“ຢູ່ໃນເກາະ, ພວກຂ້າພະເຈົ້າໄດ້ປູກຜັກໃນກະຖາງດ້ວຍຢາງເພື່ອຮັບປະກັນມີຜັກໃນຄາບເຂົ້າ. ເຖິງວ່າບໍ່ຫຼາຍຄືຢູ່ເຂດດິນຕໍ່ແຜ່ນກໍ່ຕາມ, ແຕ່ຄາບເຂົ້າໃດພວກຂ້າພະເຈົ້າກໍ່ມີແກງຜັກ ແລະ ແຕ່ລະອາທິດກໍ່ມີຜັກລວກ 3 ຄາບ. ນອກຈາກລ້ຽງໝາແລ້ວ, ປະຈຸບັນ, ໃນເກາະຍັງມີໄກ່, ເປັດອີກດ້ວຍ.”
ຜັກທີ່ປູກໃນກະຖາງດ້ວຍຢາງໃນເກາະນ້ຳຖ້ວມ
(ພາບອິນເຕີແນດ)
ພັນຕີ ຫງວຽນວັນກວາງ, ຜູ້ບັນຊາການເກາະດ໋າໄຕ (ຫີນທິດຕາເວັນຕົກ), ໃຫ້ຮູ້ວ່າ, ປີ 2003, ເກາະນ້ຳຖ້ວມບໍ່ທັນມີໄຟຟ້າ. ແຕ່ປະຈຸບັນ, ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ ແລະ ປະຊາຊົນທົ່ວປະເທດ, ເກາະນ້ຳຖ້ວມໄດ້ມີໄຟຟ້າພະລັງງານແສງຕາເວັນ, ໄຟຟ້າແຮງລົມ 24/24 ຊົ່ວໂມງ, ມີທີວີ, ໂທລະພາບດີຈີຕອນ…. ແລະ ສາມາດຮັບສາຍໂທລະສັບໄດ້. ຈາກລາຍການປະກອບຫີນກໍ່ສ້າງເຈື່ອງຊາ, ປະຈຸບັນ ເກາະດ໋າໄຕ (ຫີນທິດຕາເວັນຕົກ) ໄດ້ມີຫໍວັດທະນະທຳຕື່ມອີກ 3 ແຫ່ງ, ນອກຈາກຮັບໃຊ້ຊີວິດທາງດ້ານວັດທະນະທຳ, ຈິດໃຈແລ້ວ, ນີ້ກໍ່ແມ່ນແຫ່ງເພື່ອຕ້ອນຮັບ, ແມ່ນບ່ອນພັກທີ່ສະຫງວນໃຫ້ແກ່ເມຍ, ລູກ, ຍາດຕິພີ່ນ້ອງຂອງບັນດານັກຮົບ ເມື່ອເຂົາເຈົ້າມາຢາມເກາະອີກດ້ວຍ. ພັນຕີ ຫງວຽນວັນກວາງ, ໃຫ້ຮູ້ວ່າ:
“ພະນັກງານ, ນັກຮົບໃນເກາະຮູ້ສຶກພາກພູມໃຈທີ່ສຸດ ເພາະວ່າເກາະໄດ້ມີເຮືອນຢູ່ຕື່ມອີກ, ມີສະຖານທີ່ເຄື່ອນໄຫວວັດທະນະທຳ, ກິລາພາຍຫຼັງເວລາເຝິກອົບຮົມ, ປະຕິບັດງານ, ມີສະຖານທີ່ຕ້ອນຮັບຊາວປະມົງເມື່ອປະສົບພາຍຸ ຫຼືເຈັບເປັນ. ໃນປີຜ່ານມາເກາະແຫ່ງນີ້ໄດ້ກູ້ໄພກູ້ຊີບໃຫ້ຊາວປະມົງມາຫຼາຍຄັ້ງ… ນັ້ນແມ່ນອະນຸສອນທີ່ລືມບໍ່ໄດ້. ພວກຂ້າພະເຈົ້າໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມສະໜິດຕິດພັນກັບປະຊາຊົນ; ແລະ ເປັນບ່ອນອີງເພື່ອໃຫ້ຊາວປະມົງຕິດພັນກັບທະເລ; ຢັ້ງຢືນອະທິປະໄຕທະເລໝູ່ເກາະຂອງຫວຽດນາມ”.
ໄຟຟ້າພະລັງງານແສງຕາເວັນໃນເກາະນ້ຳຖ້ວມ
(ພາບອິນເຕີແນດ)
ໂດຍຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ພາຍຸລົມແຮງບໍ່ຈັກວ່າເທົ່າໃດ… ແຕ່ບັນດາເຮືອນນ້ອຍເທິງເກາະນ້ຳຖ້ວມທີ່ຂຶ້ນກັບໝູ່ເກາະເຈື່ອງຊາ ຍັງຄົງຮັກສາໄວ້ຢ່າງສະຫງ່າຜ່າເຜີຍ, ທ່າມກາງນ່ານຟ້າ ແລະ ທະເລຂອງປະເທດຊາດ. ເທິງເຮືອນແບບຖາວອນເຫຼົ່ານັ້ນ, ທຸງຊາດສີແດງດາວເຫຼືອງຂອງປະເທດຊາດຍັງຄົງປິວສະບັດຕະຫຼອດ, ອັນໄດ້ເປັນການຢືນຢັ້ງອະທິປະໄຕທະເລ ແລະ ໝູ່ເກາະຂອງຫວຽດນາມ.