(vovworld) – ດິນຟ້າອາກາດຢູ່ໝູ່ເກາະເຈື່ອງຊາ (ແຂວງແຄ໋ງຮ່ວາ)ຮ້າຍແຮງ, ຜິດປົກກະຕິ, ບາງເທື່ອແດດກ້າຮ້ອນເອົ້າ, ບາງເທື່ອຝົນຕົກ, ພາຍຸລົມແດງ. ພິເສດແມ່ນຂາດນ້ຳຈືດ, ອັນໄດ້ກໍ່ຄວາມຫຍຸ້ງຍາກໃຫ້ແກ່ຊີວິດຢູ່ໃນເກາະ. ຍ້ອນເຫດນັ້ນ, ການປູກຜັກ, ຕົ້ນໄມ້ ກໍ່ຄືການລ້ຽງສັດຢູ່ທີ່ນີ້ບໍ່ແມ່ນເລື່ອງງ່າຍ. ໃນລາຍການຄົ້ນຫາຫວຽດນາມ ພາກນີ້, ນັກຂ່າວ ວິງຟອງ ຈະແນະນຳບັນດາ “ຮູບແບບກະສີກຳ” ໃນເມືອງເກາະເຈື່ອງຊາ. ເຊີນທ່ານຮັບຟັງ.
ນັກຮົບປົກປັກຮັກສາເກາະເຈື່ອງຊາ
(ພາຍອິນເຕີແນດ)
ບັນດາຮູບແບບກະສີກຳຂະໜາດກາງ ແລະ ນ້ອຍຢູ່ທີ່ນີ້ ແມ່ນການປູກຜັກ, ລ້ຽງເປັດ, ເປັດຫົງ, ກະຕ່າຍ, ໝູ, ງົວ… ຢູ່ເກາະເຈື່ອງຊາ ຜັກຖືກປູກຢູ່ທຸກແຫ່ງ. ສ່ວນຢູ່ເກາະນ້ຳຖ້ວມ, ໃນຊຸມປີກ່ອນ, ການປູກຜັກ ແລະ ຕົ້ນໄມ້ປະສົບກັບຄວາມຫຍຸ້ງຍາກຫຼາຍ ຍ້ອນຂາດນ້ຳຈືດ, ຝຸ່ນເຄມີ ແລະ ເຕັກນິກການປູກຝັງ. ແຕ່ໄລຍະມໍ່ໆມານີ້, ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກປະຊາຊົນໃນເຂດດິນຕໍ່ແຜ່ນ, ພະນັກງານ, ນັກຮົບ ແລະ ປະຊາຊົນໃນເກາະໄດ້ຮັບແນວພັນປູກທີ່ເໝາະສົມກັບດິນຟ້າອາກາດຢູ່ທີ່ນີ້ ພ້ອມກັບກະຖາງປູກຜັກອີກ… ອັນໄດ້ສ້າງຄວາມສະດວກໃຫ້ແກ່ການກ້າເບ້ຍ ແລະ ປູກຜັກກວ່າອີກ. ພັນຕີ ຫງວຽນດຶກຢຸ, ຮອງຫົວໜ້າກອງບັນຊາການເກາະຊິງຕົ່ນດົງ (ທິດຕາເວັນອອກ), ໃຫ້ຮູ້ວ່າ:
“ພະນັກງານ, ນັກຮົບໃນເກາະເອົາໃຈໃສ່ທີ່ສຸດເຖິງການປູກຜັກ ແລະ ລ້ຽງສັດ. ພວກຂ້າພະເຈົ້າໄດ້ປູກຜັກຫຼາຍແນວຄືຢູ່ເຂດດິນຕໍ່ແຜ່ນ. ແຕ່ການບົວລະບັດພັດຍາກຫຼາຍ… ດິນປູກຜັກຕ້ອງນຳມາຈາກດິນຕໍ່ແຜ່ນ, ສ່ວນຝຸ່ນໃຊ້ໃນການປູກຝັງ, ພວກຂ້າພະເຈົ້າກໍ່ຕ້ອງເຮັດເອງດ້ວຍໃບໄມ້ຕົກ. ປະຈຸບັນ, ພວກຂ້າພະເຈົ້າໄດ້ຮັບປະກັນຜັກກິນຢ່າງພຽງພໍຄືຢູ່ເຂດດິນຕໍ່ແຜ່ນ… ຍ້ອນເຫດນັ້ນຊີວິດຂອງພະນັກງານ, ນັກຮົບໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ”.
ປູກຜັກຢູ່ເກາະຊິງໂຕ່ນດົງ
(ພາຍອິນເຕີແນດ)
ຂະບວນການເພີ່ມພູນຜະລິດຜົນໄດ້ຮັບຄວາມເອົາໃຈໃສ່ ແລະ ຍູ້ແຮງຢູ່ເກາະຕ່າງໆໃນໝູ່ເກາະເຈື່ອງຊາ. ເມື່ອໄປຢ້ຽມຢາມເກາະເຈື່ອງຊາໃຫຍ່, ເກາະຊອງຕືໄຕ (ຢູ່ທິດຕາເວັນຕົກ), ເກາະນາມອຽດ… ພວກຂ້າພະເຈົ້າຮູ້ສຶກປະທັບໃຈທີ່ສຸດເມື່ອເຫັນສວນຜັກຂຽວ ດ້ວຍຜັກຫຼາຍແນວຄື: ຜັກປັງ, ຜັກກາດ, ຜັກບົ້ງ, ຜັກຫອມທຸກຊະນິດ ແລະ ຕົ້ນໄມ້ໃຫ້ໝາກຄືໝາກກ້ວຍ, ໝາກຮຸ່ງ, ໝາກມ່ວງ… ຫຼືຢູ່ບັນດາເກາະນ້ຳຖ້ວມຄື: ເກາະດ໋າລາດ, ດ໋າໄຕ, ຕຽນໜື… ເຖິງວ່າມີເນື້ອທີ່ນ້ອຍກໍ່ຕາມ, ແຕ່ພະນັກງານ, ນັກຮົບຍາມໃດກໍໝູນໃຊ້ດິນທີ່ເປົ່າຫວ່າງເພື່ອປູກຜັກ ກໍ່ຄືປູກໃນກະຖາງດ້ວຍຢາງ. ພັນຕີ ຮ່ວາງວັນວິ້ງ, ຜູ້ຊ່ວຍວຽກພະລາທິການຢູ່ເກາະເຈື່ອງຊາດົງ, ໃຫ້ຮູ້ວ່າ:
“ຄວາມຫຍຸ້ງຍາກທີ່ສຸດໃນການປູກຜັກນັ້ນແມ່ນ ຍາມປ່ຽນລະດູ ແລະ ວັນມີພາຍຸລົມແດງ. ຢາກຮັກສາຜັກແມ່ນຕ້ອງປົກຄຸມຢ່າງລະອຽດ. ເຮັດຄືແນວນັ້ນຜັກຈຶ່ງພັດທະນາໄດ້. ປະຈຸບັນພວກຂ້າພະເຈົ້າພວມປູກຜັກໃນກະຖາງ 120 ອັນ. ປູກຜັກແບບນີ້ສາມາດປະຢັດນ້ຳໄດ້, ປະກອບສ່ວນແກ້ໄຂບັນຫາຜັກໂດຍພື້ນຖານໃຫ້ແກ່ພະນັກງານ, ນັກຮົບໃນເກາະໄດ້. ນອກນັ້ນທະຫານຍັງເອົາໄມ້ຕໍ່ເປັນຂອບເພື່ອປູກຜັກອີກ”.
ປູກຜັກຢູ່ເກາະເຈື່ອງຊາດົງ
(ພາຍອິນເຕີແນດ)
ບໍ່ພຽງແຕ່ປູກຜັກເທົ່ານັ້ນ, ທະຫານ ແລະ ປະຊາຊົນໃນເກາະຕ່າງໆຍັງລ້ຽງສັດອີກ. ຢ່ເກາະເຈື່ອງຊາໃຫຍ່, ເຈື່ອງຊາດົງ, ອານບາງ…ເຂົາເຈົ້າໄດ້ລ້ຽງໄກ້, ໝູ, ງົວຫຼາຍໂຕ ບໍ່ຕ່າງຫຍັງກັບເຂດບ້ານນາຢູ່ດິນຕໍ່ແຜ່ນ. ຢູ່ເກາະເຈື່ອງຊາດົງ ມີເຂດລ້ຽງໄກ່, ເປັດຫຼາຍເຂດ, ແຕ່ລະເຂດຖືກປົກຄຸມຢ່າງລະອຽດ, ເພື່ອກັນລົມ, ຮັບປະກັນເງື່ອນໄຂດີທີ່ສຸດໃຫ້ແກ່ການລ້ຽງໄກ່, ເປັດ, ເປັດຫົງນັບຮ້ອຍໂຕ…ພັນຕີ ຮ່ວາງວັນວິ້ງ, ຜູ້ຊ່ວຍວຽກ ພະລາທິການຢູ່ເກາະເຈື່ອງຊາດົງ (ທິດຕາເວັນອອກ), ໃຫ້ຮູ້ວ່າປີ 2012 ຜ່ານມາ, ເກາະເຈື່ອງຊາດົງ ປູກຜັກໄດ້ເກືອບ 6,5 ໂຕນ, ລ້ຽງສັດໄດ້ກວ່າ 1,6 ໂຕນ…
“ກ່ຽວກັບວຽກງານລ້ຽງສັດ, ພວກຂ້າພະເຈົ້າໄດ້ພະຍາຍາມນຳໃຊ້ທຸກວິທີຢ່າງມີໄຫວພິບ, ບາງເທື່ອເອົາໄຂ່ເປັດໃຫ້ໄກ່ຟັກ, ບາງເທື່ອກໍ່ນຳໃຊ້ດອກໄຟເພື່ອຟັນໄຂ່ເປັດ ແນໃສ່ຮັບປະກັນແນວພັນສັດລ້ຽງ. ດັ່ງນັ້ນໃນປີຜ່ານມາ ພວກຂ້າພະເຈົ້າຈຶ່ງລ້ຽງເປັດໄດ້ 300 ໂຕ “.
ລ້ຽງເປັດໃນເກາະເຈື່ອງຊາ
(ພາຍອິນເຕີແນດ)
ນອກຈາກລ້ຽງສັດປີກໄດ້ດີແລ້ວ, ພະນັກງານ, ນັກຮົບ ແລະ ປະຊາຊົນໃນເກາະຕ່າງໆຍັງປະດິດສ້າງເຄື່ອງຟັນໄຂ່ໄກ່, ໄຂ່ເປັດດ້ວຍດອກໄຟອີກ, ພັນຕີ ຫງວຽນດຶກຢຸ, ຮອງຫົວໜ້າກອງບັນຊາການເກາະຊິງໂຕ່ນດົງ, ແບ່ງປັນວ່າ:
“ຢູ່ເກາະພວກຂ້າພະເຈົ້າກໍ່ປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ໃນການລ້ຽງໄກ່, ເປັດ, ເປັດຫົງ ແລະ ໃຫ້ເປັດປະສົມພັນກັບເປັດຫົງ ເພື່ອມີແນວພັນແຂງແຮງກວ່າ. ດັ່ງນັ້ນສັດປີກຢູ່ໃນເກາະພັດທະນາດີທີ່ສຸດ, ຮັບປະກັນມີຊີ້ນຢ່າງພຽງພໍເພື່ອຮັບໃຊ້ໃຫ້ແກ່ພະນັກງານ, ນັກຮົບຕະຫຼອດປີ“.
ລ້ຽງໝູໃນເກາະເຈື່ອງຊາ
(ພາຍອິນເຕີແນດ)
ການປູກຜັກ, ລ້ຽງສັດຢູ່ເກາະເຈື່ອງຊາ ໄດ້ເຮັດໃຫ້ພາເຂົ້າຂອງພະນັກງານ, ນັກຮົບມີຜັກມີຊີ້ນຢ່າງພຽງພໍ, ຮັບປະກັນສຸຂະພາບເພື່ອໃຫ້ເຂົາເຈົ້າກຽມພ້ອມສູ້ຮົບປົກປັກຮັກສາທະເລເກາະທີ່ແສນຮັກຂອງປະເທດຊາດ.