(vovworld)- ນະຄອນເຫ້ວ ໄດ້ຮັບການຂະຫນານນາມວ່າແມ່ນນະຄອນສວນ, ເຮືອນສວນ. ໃນບັນດາສະຖານທີ່ທ່ອງທ່ຽວລືຊື່ຢູ່ ເຫ້ວ, ລາຍການທ່ອງທ່ຽວຢ້ຽມຢາມເຮືອນສວນຍາມໃດກໍດຶງດູດນັກທ່ອງທ່ຽວເປັນຈຳນວນຫລວງຫລາຍ. ເມື່ອມາຢ້ຽມຊົມເຮືອນສວນ, ທ່ານຈະຮູ້ໄດ້ວ່າ ແນວຄິດຈິດໃຈ ແລະ ແບບແຜນການດຳລົງຊີວິດຂອງເຈົ້າຂອງເຮືອນ. ເຮືອນສວນຢູ່ເຫ້ວ ແມ່ນສະແດງໃຫ້ເຫັນການປະສົມປະສານລະຫວ່າງຊີວິດຂອງມະນຸດ ແລະ ຕົ້ນໄມ້ໃບຫຍ້າ. ເຮືອນສວນຢູ່ເຫ້ວ ບໍ່ພຽງແຕ່ສະແດງໃຫ້ທັດສະນີຍະພາບທຳມະຊາດ ແລະ ສະຖາປັດຕະຍະກຳເທົ່ານັ້ນ ຫາກເຕັມໄປດ້ວຍຄຸນຄ່າວັດທະນະທຳ, ປະຫວັດສາດທີ່ເປັນເອກະລັກພິເສດ, ກາຍເປັນມໍລະດົກສຳຄັນຂອງ ເຫ້ວ ອີກດ້ວຍ. ໃນລາຍການຄົ້ນຫາຫວຽດນາມພາກນີ້ ພວກເຮົາຂໍແນະນຳບົດຂຽນຂອງນັກຂ່າວ ລານແອງ ທີ່ມີຫົວຂໍ້ວ່າ: ໄປຢ້ຽມຢາມເຮືອນສວນຢູ່ນະຄອນເຫ້ວ.
ເຮືອນສວນ ອານຮຽນ ຢູ່ ນະຄອນ ເຫ້ວ
ພາບ:dulich.vn
|
ບັນດາເຮືອນສວນທີ່ສວຍງາມຢູ່ເຫ້ວ ລ້ວນແຕ່ໄດ້ຮັບການປຸກສ້າງຢູ່ແຄມແມ່ນ້ຳເຮືອງຄື: ລອງໂຮ່, ງອກໂຮ່, ເຮືອງລອງ, ກີມລອງ, ຫງວຽດບຽວ, ເລືອງກວານ, ເຢືອງຊວນ, ຫວີຢ້າ, ບາວວີງ.. ເຮືອນສວນສວຍງາມທີ່ມີຊື່ສຽງຈຳນວນຫນຶ່ງຢູ່ເຫ້ວຄື: ອານຮຽນ, ງອກເຊີນກົງຈົວຕື, ລາກຕິ້ງວຽນ ແລະ ລະບົບເຮືອນສວນ ຟູມົ້ງ - ກີມລອງ. ມາຢ້ຽມຢາມ ເຮືອນສວນຢູ່ເຫ້ວ, ນັກທ່ອງທ່ຽວບໍ່ວ່າຜູ້ໃດກໍລ້ວນແຕ່ມັກຄວາມງາມຂອງບັນດາສວນດອກໄມ້ທີ່ມີສີສັນຫລາກຫລາຍ, ຕົ້ນໄມ້ໃບຫຍ້າຂຽວສົດງົດງາມ, ອາກາດປອດໂປ່ງ, ບັນຍາກາດສະຫງຽບງົບ. ທ່ານ ຫງວຽນວັນແທງ, ຊາວນະຄອນເຫ້ວ ໃຫ້ຮູ້ວ່າ:
“ເຮືອນສວນຢູ່ ເຫ້ວ ໃນເມື່ອກ່ອນ ເຄີຍເອີ້ນວ່າ ເຮືອນເຣື່ອງ, ເຮືອນບູຮານ. ວັດສະດຸກໍ່ສ້າງສ່ວນຫລາຍແມ່ນດິນຈີ່, ຫີນ ຫາກບໍ່ແມ່ນວັດສະດຸທັນສະໄຫມຄືປະຈຸບັນ. ເຮືອນສວນຢູ່ ເຫ້ວ ໄດ້ຮັບການອອກແບບ ແລະ ກໍ່ສ້າງຈາກສີມືອັນຄ່ອງແຄ້ວຂອງບັນດາ ຊ່າງເຟີນີເຈີ ເຫ້ວ ແລະນາຍຊ່າງ ເຟີນີເຈີ ມາຈາກພາກເຫນືອຫວຽດນາມ. ແລະ ສະຖາປັດຕະຍະກຳຂອງ ບັນດາເຮືອນສວນນີ້ ແມ່ນການປະສານສົມທົບຈາກຮູບແບບເຮືອນບູຮານຕະຫລອດຮອດລາຊະວັງ, ສະນັ້ນມາເຖິງປະຈຸບັນ ຍັງຄົງຮັກສາ ບັນດາວັງງາມໄວ້ໄດ້ຄື ທາຍຮ່ວາ, ລອງອານ.”
ໃນບັນດາເຮືອນສວນທີ່ຍັງເຫລືອຢູ່ ເຫ້ວ ປະຈຸບັນ ມີເຮືອນສວນ ອານຮຽນ ແມ່ນຫນຶ່ງໃນບັນດາຫລັງເຮືອນທີ່ສວຍງາມ ໄດ້ຮັບການກໍ່ສ້າງດ້ວຍສະຖາປັດຕະຍະກຳດີເດັ່ນ, ເປັນແບບຢ່າງຂອງເຮືອນສວນຢູ່ ເຫ້ວ. ເຮືອນສວນ ອານຮຽນ ກໍ່ສ້າງຕາມບັນດາຫລັກການຂອງສະຖາປັດຕະຍະກຳທີ່ເປັນມູນເຊື້ອຂອງຝ່າຍ ຕາເວັນອອກ. ປະຕູໃຫຍ່ຂອງເຮືອນແມ່ນມຸ່ງຫນ້າສູ່ແມ່ນ້ຳເຮືອງ. ເຮືອນຫລັງນີ້ ຖືກຕັ້ງໃນສວນຕົ້ນໄມ້ຂຽວອຸ່ມທຸ່ມດ້ວຍເນື້ອທີ່ກວ້າງເກືອບ 5000 ຕາແມັດ. ເສັ້ນທາງຈາກປະຕູໂຂງເຂົ້າໄປຮອດເຮືອນ ມີຄວາມຍາວ 34 ແມັດ ແລະ ຢູ່ ສອງຟາກທາງລ້ວນແຕ່ປູກຕົ້ນໄມ້ປະດັບອັນໄດ້ສ້າງຄວາມປະທັບໃຈຕໍ່ແຂກມາຢ້ຽມຢາມເຮືອນ. ແມ່ຕູ້ ຫງວຽນທິແທກ, ຊື່ງແມ່ນຜູ້ເຝົາເຮືອນຫລັງນີ້ໃຫ້ຮູ້ວ່າ:
“ຍ່າງຈາກຈາກປະຕູໂຂງເຂົ້າມາເຮືອນ ທ່ານຈະພົບເຫັນສາກບັງຫນ້າ. ຢູ່ ເຫ້ວ ເຮືອນຫລັງໃດກໍມີສາກບັງຫນ້າ. ເບື້ອງຫລັງຂອງ ສາກບັງຫນ້າ ແມ່ນຫນອງນ້ຳ. ຫລັງຈາກນັ້ນ ທ່ານຈຶ່ງຍ່າງເຂົ້າເຮືອນ. ຢູ່ ເຫ້ວ ເຄີຍເອີ້ນວ່າ ຍ່າເຣື່ອງ, ເຣື່ອງໝາຍເຖິງເສົາໄມ້, ເຮືອນສວນທັງໝົດລ້ວນແຕ່ໄດ້ຮັບການກໍ່ສ້າງດ້ວຍໄມ້, ສ່ວນຕະປູ, ເບຕົງເສີມ, ເຫລັກບໍ່ມີໃນເຮືອນສວນຢ່າງເດັດຂາດ.”
ທາງເຂົ້າເຮືອນສວນ
ພາບ:dulich.vn
|
ເຮືອນສວນ ອານຮຽນ ມີມາແຕ່ດົນນານແລ້ວ ແລະ ຜ່ານການນຳໃຊ້ຂອງເຈົ້າຂອງຫລາຍຄົນ. ຕາມເອກະສານຂອງຄອບຄົວແລ້ວ, ກ່ອນປີ 1895, ເຈົ້າຂອງເຮືອນ ແມ່ນ ລາຊາທິດາຂອງເຈົ້າຊີວິດ ຢຸກດືກ. ເຈົ້າຂອງຜູ້ສຸດທ້າຍຂອງເຮືອນຫລັງນີ້ແມ່ນ ທ່ານ ຕວນຫວູຫງວຽນດີງຈີ. ເມຍຂອງທ່ານ ຫງວຽນດີງຈີ ແມ່ນ ທ່ານນາງ ດາວທິຊວນອຽນ ແມ່ນຜູ້ສືບມໍລະດົກ ແລະ ສືບຕໍ່ຄຸ້ມຄອງ, ຮັກສາເຮືອນສວນນີ້. ທ່ານນາງ ດາວທິຊວນອຽນ ກໍແມ່ນເຈົ້າຂອງເຮືອນ ໃນໄລຍະດົນນານກວ່າໝູ່ ແລະ ເປັນຜູ້ຮັກສາ, ຍົກສູງຄຸນຄ່າຂອງເຮືອນສວນ ອານຮຽນ ຈົນເຖິງເມື່ອທ່ານນາງເຖິງແກ່ມໍລະນະກຳເມື່ອປີ 1977. ພາຍຫລັງປະເທດຊາດໄດ້ທ້ອນໂຮມເປັນເອກະພາບ ຈົນເຖິງເມື່ອທ່ານນາງ ດາວທິຊວນອຽນ ເຖິງແກ່ມໍລະນະກຳ ເມື່ອປີ 1997, ອານຮຽນ ຫລື ເອີ້ນວ່າ ເຮືອນສວນຂອງ ແມ່ຕູ້ ຕວນຈີ ກາຍເປັນສະຖານທີ່ວັດທະນະທຳຂອງເຂດດິນເມືອງຫລວງ. ປະຈຸບັນ ເຮືອນສວນ ອາຮຽນ ແມ່ນຂຶ້ນກັບສິດສືບມໍລະດົກຂອງລູກໃພ້ ຟານທິຮ່ວາງແອງ ແລະ ຫລານ 4 ຄົນຂອງແມ່ຕູ້ ພວມດຳລົງຊີວິດຢູ່ຝລັ່ງ. ແມ່ຕູ້ ແທ້ງ ໃຫ້ຮູ້ວ່າ:
“ເຮືອນສວນ ອານຮຽນ ແມ່ນເຮືອນສວນງາມແບບທຳມະຊາດ ແຕ່ເຈົ້າຂອງບໍ່ໂຄສະນາ, ບໍ່ເຮັດທຸລະກິດ, ຜູ້ໃດກໍສາມາດມາຢ້ຽມຢາມໄດ້. ຂ້າພະເຈົ້າດີໃຈຫລາຍເມື່ອເຫັນວ່າ ນັກທ່ອງທ່ຽວມາຢ້ຽມຢາມ ເຮືອນສວນເປັນຈຳນວນຫລາຍ. ເຂົາເຈົ້າມາຢ້ຽມຢາມ ເຫ້ວ ສ່ວນຫລາຍມັກໄປຢ້ຽມຢາເຮືອນບູຮານ. ໃນຍາມລະດູຮ້ອນ ນັກທ່ອງທ່ຽວຫວຽດນາມ ມາຢ້ຽມຢາມເຮືອນສວນເປັນຈຳນວນຫລວງຫລາຍ.
ເບື້ອງໃນຂອງເຮືອນສວນແມ່ນໄດ້ຈັດແບ່ງຕາມຄວາມຕ້ອງການນຳໃຊ້. ຫ້ອງໃຈກາງແມ່ນຫ້ອງບູຊາ, ເບື້ອງຫນ້າແມ່ນບູຊາພະພຸດທະເຈົ້າ, ເບື້ອງຫລັງແມ່ນບູຊາປູ່ຍ່າຕ່າຍາຍ. 2 ຫ້ອງຢູ່ທາງຂ້າງ ແມ່ນບ່ອນຕ້ອນຮັບແຂກ. ສິ່ງພິເສດ, ເຮືອນຫລັງນີ້ ມີເຄື່ອງທີ່ລະນຶກຫລາຍຢ່າງຂອງ ລາຊະວົງຫງວຽນ. ຜ່ານການຜັນແປຂອງປະຫວັດສາດ ແລະ ຄວາມຮ້າຍກາດຂອງການເວລາ, ປະຈຸບັນ ເຮືອນສວນ ອານຮຽນ ແມ່ນບ່ອນສະຫງົບງຽບ, ແມ່ນ ສະຖານທີ່ວັດທະນະທຳຂອງເຂດດິນເມືອງຫລວງ, ຍາມໃດກໍດຶງດູດແຂກມາຢ້ຽມຢາມເປັນຈຳນວນຫລວງຫລາຍ.