ໄປຢ້ຽມຢາມ ວັດຕຽວ - ທັດສະນີຍະພາບທີ່ເກົ່າແກ່ຢູ່ເຂດ ກີງບັກ

 (vovworld)- ວັດ​ຕຽວ ຫລື​ເອີ້ນ​ວ່າ “ທຽນ​ເຕີມ​ຕື້” ຂຶ້ນ​ກັບ​ຕາ​ແສງ ເຕືອງ​ຢາງ ເທດ​ສະ​ບານ ຕື​ເຊີນ ແຂວງ ບັກ​ນີງ. ມາ​​ຢ້ຽມ​ຢາມວັດແຫ່ງນີ້ ນັກ​ທ່ອງ​ທ່ຽວ ແລະ ສາ​ສະ​ນີ​ກະ​ຊົນ​​ກໍ​ແມ່ນ​ຢາກຊອກ​ຮູ້ແຫ່ງທີ່​ພະ​ອາ​ຈານມະຫາວ້ານ​ແຫ້ງເປັນ​ອະ​ທິ​ການ​ວັດ, ​ອົງທີ່​ໄດ້​ລ້ຽງ​ດູ ຫລີ​ກົງ​ອວນ, ຊື່ງ​ແມ່ນເຈົ້າ​ຊີ​ວິດ ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ກໍ່​ຕັ້ງສະ​ໄຫມລາ​ຊະ​ວົງ​ຫລີ ແລະ ພື້ນ​ຖານ​ອະ​ລິ​ຍະ​ທຳ ດ້າຍ​ຫວຽດ(1009-1225).

ໄປຢ້ຽມຢາມ ວັດຕຽວ - ທັດສະນີຍະພາບທີ່ເກົ່າແກ່ຢູ່ເຂດ ກີງບັກ - ảnh 1
ວັດ​ຕຽວ ຂຶ້ນ​ກັບ​ຕາ​ແສງ ເຕືອງ​ຢາງ ແຂວງ ບັກ​ນີງ
photo:internet

        ໄປ​ລຽບ​ຕາມ​ເສັ້ນ​ທາງ​ຈາກ​ຕີນ​ພູ​ເຖິງວັດ​ຕຽວ, ດ້ວຍ​ສີ​ຂຽວ​ທີ່​ງົດ​ງາມ​ຂອງ​ຕົ້ນ​ໄມ້​ໃບ​ຫ​ຍ້າ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ສູບ​ອາ​ກາດ​ທີ່​ປອດ​ໂປ່ງ, ເຢັນສະ​ບາຍ. ເມື່ອ​ໄປ​ເຖີງ​ເນີນ​ພູ ​ໃນ​ສາຍ​ຕາ​ຂອງນັກ​ທ່ອງ​ທ່ຽວ​ແມ່ນ​ປະ​ກົດ​ມີວັດ​ແຫ່ງ​ຫ​ນຶ່ງ​​ເກົ່າ​ແກ່ ດ້ວຍ​ຫນອງດອກ​ບົວ​ທີ່​ສວຍ​ງາມ ແລະມີຮູບປັ້ນເຈົ້າ​ແມ່ກວນ​ອີນ. ຢູ່​ອ້ອມ​ແອ້ມວັດ​ແມ່ນ ທົ່ງ​ນາ​ທີ່​ຍາວ​ຢຽດ ຊື່ງ​ກ່ອນນີ້ ມີ​ແມ່​ນ້ຳ ຕຽວ​ເຕືອງ​ໄຫລ​ຜ່ານ.

ຕາມ​ການ​ເລ​ົ່າ​ສືບ​ທອດ​ກັນ​ມາ​ແຕ່​ບູ​ຮານ​ນະ​ການ​, ວັດ​ຕຽວ ມີ​ມາ​ແຕ່​ດົນ​ນານ​ແລ້ວ. ຮອດ​ສະ​ໄຫມ​ລາ​ຊະ​ວົງ​ຫລີ, ວັດແຫ່ງນີ້ ແມ່ນ​ສູນ​ກາງ​ສາ​ສະ​ຫ​ນາ​ພຸດ, ແມ່ນ​ສະ​ຖານ​ທີ່ຊື່ງ​ນັກ​ບວດຫລີ​ວ້ານ​ແຫ້ງ​​ເປັນ​ເຈົ້າອະ​ທິ​ການ​ວັດ. ຕາມ​ເລື່ອງ​ລາວ​ເລົ່າ​ຂານກັນ​ມາ​ວ່າ, ເຂດ​ດິນ​ໂກ້​ຟາບ ກ່ອນນີ້ ມີ​ນາງ​ສາວ​ຜູ້​ຫ​ນື່ງ ​ຂຶ້ນ​ກັບ​ວົງ​ຕະ​ກຸນ​ຟ້າມ. ນາງ​ຂຶ້ນ​ວັດ​ຕ​ຽວ​ເຊີນ ​ຖະ​ຫວາຍ​ທູບ​ທຽນເປັນ​ປະ​ຈຳ. ສະ​ນັ້ນ ເທວະ​ດາ​ໄດ້ດົນ​ບັນດາ​ນ​ໃຫ້​ນາງ​ຖືພາ​ເກີດ​ລູກ​ຊາຍ​ຜູ້​ຫ​ນຶ່ງ​ຢູ່ ວັດ ອືງ​ເຕີມ ຫລື​ເອີ້ນ​ວ່າ ວັດ​ເຢີ້ນ ຂຶ້ນ​ກັບ​ເມືອງ ດີງ​ບາງ​ປະ​ຈຸ​ບັນ. ເມື່ອ​ຮອດ​ອາ​ຍຸ 3 ປີ, ເດັກ​​ຊາຍຄົນ​ຖືກນັກ​ບວດ ຫລີ​ແຄງວັນ ຊື່ງ​ແມ່ນ​ນ້ອງ​ຊາຍ​ຂອງ​ນັກ​ບວດ ຫລີ​ວ້ານ​ແຫ້ງ ​ຮັບ​ເປັນ​ລູກ​ລ້ຽງ​ແລະ ​ຖືກຕັ້ງ​ຊື່​ວ່າ ຫລີ​ກົງ​ອວນ. ໂດຍ​ແມ່ນ​ຜູ້​ສະ​ຫລາດ​ສະ​ຫລຽ​ວ ແລະ ເກັ່ງ​ກ້າ​ສາ​ມາດກວ່າ​ເມື່ອ​ທ​ຽບ​ກັບ​ເດັກ​ທຳ​ມະ​ດາ ສະ​ນັ້ນ ​ຄາວ​ຍັງ​ນ້ອຍ​ເມື່ອໄປ​ຮຽນ, ຫລີ​ກົງ​ອວນ ໄດ້​ຮັບ​ການ​ຍ້ອງ​ຍໍ​ຈາກ​ນັກ​ບວດ ຫລີ​ວ້ານ​ແຫ້ງວ່າ: ເດັກ​ຊາຍ​ຄົນ​ນີ້ບໍ່​ແມ່ນ​ຄົນ​ທຳ​ມະ​ດາ, ເມື່ອ​ເຕີບ​ໃຫ​ຍ່​ຂຶ້ນ​ອາດ​ຈະ​ເປັນ​ຜູ້​ສາ​ມາດ​ແກ້​ໄຂ​ຄວາມ​ຫ​ຍຸ້ງ​ຍາກ​ໃຫ້​ແກ່​ປະ​ເທດ​ຊາດ​ໄດ້.”

​ອາ​ຈານ ທີກ​ດາມ​ຈີງ, ​ເຈົ້າອະ​ທິ​ການ​ວັດ​ຕຽວ ຕາ​ແສງ ເຕືອງ​ຢາງ ເທດ​ສະ​ບານ ຕື​ເຊີນ ແຂວງ ບັກ​ນີງ ໃຫ້​ຮູ້​ວ່າ:

        “ນັກ​ບວດ ຫລີ​ວ້ານ​ແຫ້ງ ອາ​ໄສ​ຢູ່​ທີ່ນີ້ ແລະ ເມື່ອ​ເຈົ້າ​ຊີ​ວິດ ຫລີ​ທາຍ​ໂຕ ​ກຳ​ເນີດຂຶ້ນ ​ກໍ​ໄດ້​ຮັບມາ​ດຳ​ລົງ​ຊີ​ວິດຢູ່​ວັດ​ນີ້ ແລະ ໄດ້​ຮັບ​ການ​ສິດ​ສອນ​ຈາກ​ນັກ​ບວດ ຫລີ​ວ້ານ​ແຫ້ງ. ເມື່ອ​ເຫັນ​ວ່າ ເຈົ້າ​ຊີ​ວິດ ເລ​ຫງວ້າ​ຈຽວ ບໍ່​ສາ​ມາດ​ນຳ​ພາ​ປະ​ເທດ​ຊາດ​ໄດ້, ນັກ​ບວດ ຫລີ​ວ້ານ​ແຫ້ງ ໄດ້​ອອກ​ເຫື່ອ​ແຮງ​ເພື່ອ​ສິດ​ສອນ​ໃຫ້​ຫລີ​ທາຍ​ໂຕ​ກາຍ​ເປັນ​ເຈົ້າ​ຊີ​ວິດ, ຄ​ຸ້ມ​ຄອງປະ​ເທດ​ຊາດ.”

ໄປຢ້ຽມຢາມ ວັດຕຽວ - ທັດສະນີຍະພາບທີ່ເກົ່າແກ່ຢູ່ເຂດ ກີງບັກ - ảnh 2

        ຜ່ານ​ກາ​ນ​ອະ​ນຸ​ລັກ​ຮັກ​ສາ​ແລະ ປະ​ຕິ​ສັງ​ຂອນ​ເປັນ​ຫລາຍ​ຄັ້ງ ແຕ່​ວັດ​ຕຽວ ຍັງ​ຄົງ​ຮັກ​ສາ​ໄດ້ບັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ໃນ​ສະ​ໄຫມ​ລາ​ຊະ​ວົງ​ເລ (1740-1786 )- ສະ​ໄຫມ​ລາ​ຊະ​ວົງຫງວຽນ (1802-1925). ຄຽງ​ຄູ່​ກັນ​ນັ້ນ ວັດ​ຕຽວ ຍັງ​ຮັກ​ສາ​ເອ​ກະ​ສານ, ວັດ​ຖຸ​ພັນ​ອັນ​ລ້ຳ​ຄ່າ​ຫລາຍ​ຢ່າງ​ທີ່​ກ່ຽວ​ຂ້ອງ​ເຖິງ​ປະ​ຫວັດ​ສາດ​ຫວຽດ​ນາມ. ເປັນ​ຫ​ນ້າ​ສົນ​ໃຈ ນັ້ນ​ແມ່ນ​ແຜ່ນ​ສີ​ລາ​​ບູ​ຮານ ໂດຍ​ຄວັດ​ບັນ​ດາ​ຕົວ​ຫ​ນັງ​ສື​ໃຫ​ຍ່​ຄື: ຫລີ​ຢາ​ລີງ​ແຈກ(ໝາຍ​ເຖິງ​ກ້ອນ​ຫີນ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ລາ​ຊະ​ວົງ​ຫລີ). ນອກນັ້ນ ວັດ​​ແຫ່ງນີ້ຍັງ​ຮັກ​ສາ​​ບົດ​ນິ​ພົນປະ​ຫວັດ​ສາດ ແລະ ວັດ​ທະ​ນະ​ທຳ ໂດຍໄດ້​ຂຽນ​ກ່ຽວ​ກັບ​ບັນ​ດາເຈົ້າ​ຊີ​ວິດ​ທີ່​ສະ​ຫລາດ​ສ່ອງ​ໃສໃນ​ສະ​ໄຫມ​ລາ​ຊະ​ວົງ​ຫລີ.

ເມື່ອ​ມາ​ຢ້ຽມ​ຢາມ​ວັດ​ຕຽວ, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ພະ​ອາ​ຈານມະຫາ ທີກ​ຍື​ຈີ, ແມ່ນ​​ອົງ​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ຮຽບ​ຮຽງ ແລະ ພິມ​ ​ບັນ​ດາ​ປື້ມ​ກ່ຽວ​ກັບ​ສາ​ສະ​ຫ​ນາ​ພຸດ, ບົດ​ກະ​ວີ​ມ່ວນ.

        ປີ 1991, ວັດ​ຕຽວ ໄດ້​ຮັບ​ການ​ຮັບ​ຮອງ​ວ່າ​ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ລະ​ດັບ​ຊາດ. ໃນ​ຊຸມ​ປີມໍ່​ໆ​ມານີ້, ນັກ​ທ່ອ​ງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ກໍ​ຄື​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ມາ​ຢ້ຽມ​ຢາມ​ວັດ​ແຫ່ງນີ້​ນັບ​ມື້ນ​ັບ​ຫລາຍ, ທ່ານ ຫງວຽນ​ດັງ​ເຮີບ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ເມືອງ ບາ​ດີງ, ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຢາມ​ວັດ​ຕຽວ ເປັນ 5 ຄັ້ງ​ແລ້ວ. ​ມາ​ຄັ້ງໃດ ຂ້າ​ພະ​ເຈົ້າ​ກໍ​ເຫັນ​ວ່າ ວັດ​ແຫ່ງນີ້​ຍິ່ງ​ງາມກວ່າ ແລະ ໄດ້​ຮັບ​ການ​ອະ​ນຸ​ລັກ​ຮັກ​ສາ​ດີກວ່າ​ເກົ່າ. ຂ້າ​ພະ​ເຈົ້າ​ກໍ​ຄື​ປະ​ຊາ​ຊົນ​ ແລະ ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ ມາ​ຢ້ຽມ​ຢາມ​ວັດ​ກໍ​ຢາກ​ປະ​ກອບ​ກຳ​ລັງ​ເຫື່ອ​ແຮງ​ສ່ວນ​ຫ​ນຶ່ງ​ເພື່ອ​ປະ​ຕິ​ສັງ​ຂອນ​ໃຫ້​ວັດ​ຕຽວ ສົມ​ກັບ​ທີ່​ຕັ້ງ​ໃນ​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ຊາດ.”

        ຖ້າ​ທ່ານ​ໄດ້​ມາ​ຢ້ຽມ​ຢາມ​ວັດ​ຕຽວ ເທື່ອ​ຫ​ນຶ່ງ, ທ່ານ​​ບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ເຂດ​ດິນ​ກີງ​ບັກເທົ່າ​ນັ້ນ ຫາກ​ຍັງ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ເຈົ້າ​ຊີ​ວິດ ຫລີ​ກົງ​ອວນ ແລະ​ປະ​ຫວັດ​ສາ​ດ​ແຫ່ງ​ການ​ສ້າງ​ສາ​ປະ​ເທດ​ຊາດ​ຫວຽດ​ນາ​ມອ​ີກ​ດ້ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ