(vovworld) - ນ້ອງທີ່ຮັກແພງ! ຈົດໝາຍທຸກສະບັບທີ່ອ້າຍສົ່ງມາຫານ້ອງແມ່ນແຫຼ່ງປຸກລະດົມກຳລັງໃຈນ້ອງໃນເວລາຢູ່ໄກຈາກອ້າຍ. ແຕ່ຈົດໝາຍສະບັບນີ້ບາງເທື່ອຈະເປັນຄວາມໂສກເສົ້າທຳອິດໃນຊີວິດຂອງນ້ອງ. ນ້ອງທີ່ຮັກແພງ! ພວກເຮົາມີຊີວິດຢູ່ຮ່ວມກັນບໍ່ເທົ່າໃດມື້, ແຕ່ສົງຄາມໄດ້ຢືດເອົາຄວາມຮັກທີ່ລົ້ນເຫຼືອຂອງນ້ອງ. ຜູ້ອື່ນເອົາຜົວແມ່ນຈະຮັບຄວາມຖະນຸຖະໜອມທຸກຢ່າງ. ແຕ່ນ້ອງພັດບໍ່ມີໂຊກຄືແນວນັ້ນ. ພວກເຮົາຫາກໍ່ພົບກັນ, ແຕ່ຕ້ອງພັດພາກກັນໄປຊົ່ວກາລະນານ. ນີ້ແມ່ນຈົດໝາຍສະບັບສຸດທ້າຍ ເຊິ່ງນັກຮົບ ເລວັນຮວີ່ງ (Le Van Huynh) ຢູ່ຕາແສງ ເລເລີ້ຍ ເມືອງກ໋ຽນເຊືອງ, ແຂວງ ທ໋າຍບິ່ງຂຽນໃຫ້ເມຍແມ່ນປ້າ ດັ້ງທິເຊ (Dang Thi Xo) ກ່ອນທີ່ເສຍສະຫລະຊີວິດ.
ປ້າ ດັ້ງທິເຊີກຳກຳລັງອ່ານຈົດໝາຍຂອງຜົວ
ເຖິງວ່າສົງຄາມໄດ້ລ່ວງເລີຍໄປເປັນເວລາ 37 ປີແລ້ວກໍ່ຕາມ, ແຕ່ສຳຫຼັບປ້າ ດັ້ງທິເຊ (Dang Thi Xo), ບັນດາຄຳຕັກເຕືອນ ແລະ ຮູບພາບຂອງຜົວຍັງຄົງຝັງເລິກຢູ່ໃນດວງໃຈ. ເລື່ອງລາວກ່ຽວກັບຜົວເມຍປ້າ ໄດ້ເຮັດໃຫ້ຫຼາຍຄົນຕື້ນຕັນໃຈ. ພາຍຫຼັງຮັກກັນມາເປັນເວລາ 3 ປີ, ປ້າກັບອ້າຍ ຮວີ່ງ (Huynh) ຈຶ່ງແຕ່ງດອງ. ແຕ່ອ້າຍ ຮວີ່ງ (Huynh) ຍັງໄປຮຽນ, ຍາມພັກແລ້ງກໍ່ບໍ່ກັບເມືອຄອບຄົວ ຍ້ອນຕ້ອງໄປເຮັດວຽກຕື່ມຢູ່ ອຽນບ໋າຍ ເພື່ອຫາເງິນໃຊ້ຄ່າຮຽນ, ແຕ່ລະປີກັບເມືອບ້ານສອງສາມເທື່ອ, ຮອດຍາມບຸນປີໃໝ່ພຽງແຕ່ກັບມາຕ້ອນຮັບບຸນກັບຄອບຄົວ 3 ວັນເທົ່ານັ້ນ.
ຄາວຍັງເປັນສາວ, ປ້າເປັນຍິງທີ່ສວຍງາມ ດັ່ງນັ້ນຈຶ່ງມີອ້າຍບ່າວຫຼາຍຄົນສົນໃຈ, ຮັກຫອມ. ແຕ່ປ້າພັດສະຫງວນຄວາມຮັກໃຫ້ແກ່ອ້າຍບ່າວຜູ້ໜຶ່ງຢູ່ບ້ານດຽວກັນແມ່ນ ເລວັນຮວີ່ງ (Le Van Huynh) ນັກສຶກສາພະແນກກໍ່ສ້າງ, ມະຫາວິທະຍາໄລຊັບພະວິຊາ ຮ່າໂນ້ຍ ແລ້ວ ແລະ ຄວາມຮັກນັ້ນໄດ້ຮັບການຢັ້ງຢືນດ້ວຍງານດອງທີ່ງ່າຍດາຍ ແລະ ບໍ່ຫຍຸ້ງເຫຍືອງຍາກຊາ.
”ພວກເຮົາທັງສອງໄດ້ໝັ້ນໝາຍນຳກັນວ່າ, ພາຍຫຼັງອ້າຍຮຽນຈົບມະຫາວິທະຍາໄລພວກເຮົາຈຶ່ງສ້າງຄອບຄົວເພື່ອໃຫ້ອ້າຍອຸ່ນອຽນໃຈກັບການຮ່ຳຮຽນ. ແຕ່ຮອດທ້າຍປີ 1972 ຄອບຄົວທັງສອງຢາກໃຫ້ພວກເຮົາຈັດງານດອງ. ອ້າຍ ຮວີ່ງ (Huynh) ຕ້ອງຍາດເວລາ 3 ວັນພັກບຸນປີໃໝ່ສາກົນເພື່ອກະກຽມ ແລະ ຈັດງານດອງ. ຫຼັງຈາກນັ້ນກໍ່ສືບຕໍ່ໄປຮຽນ. ຕໍ່ມາຮອດບຸນປີໃໝ່ປະຈຳຊາດ, ອ້າຍກໍ່ໄດ້ກັບເມືອຄອບຄົວຕື່ມອີກ 3 ວັນ ແລ້ວອອກເດີນທາງໄປສູ່ສະໜາມຮົບຕະຫຼອດໄປບໍ່ໄດ້ກັບເມືອຄອບຄົວອີກ”.
ເມື່ອໄດ້ຮັບຂ່າວວ່າອ້າຍຖືກເສຍສະຫຼະຊີວິດແລ້ວ, ທຸກຄົນກໍ່ບອກເຕືອນປ້າໄປສ້າງຄອບຄົວກັບຜູ້ອື່ນ, ເພາະວ່າເວລານັ້ນປ້າຍັງໜຸ່ມ ແລະ ບໍ່ທັນມີລູກ. ແຕ່ປ້າຍັງຄົງຢູ່ໂດດດຽວເພື່ອບູຊາຜົວ, ເຖິງວ່າພຽງແຕ່ເປັນເມຍໃນເວລາ 6 ວັນເທົ່ານັ້ນ. ປ້າໄດ້ເລົ່າໃຫ້ຮູ້ກ່ຽວກັບຄວາມໃນໃຈຂອງຜົວ ກ່ອນທີ່ຈະເດີນທາງອອກສູ່ສະໜາມຮົບ, ນີ້ກໍ່ ແມ່ນສາຍ ເຫດທີ່ພາໃຫ້ປ້າຄິດຮອດເຖິງຮູບພາບຂອງຜົວຕະຫຼອດຊີວິດ.
”ກ່ອນທີ່ຈະອອກເດີນທາງໄປສະໜາມຮົບອ້າຍເວົ້າວ່າ, ຖ້າຫາກອ້າຍຖືກບາດເຈັບ, ຂາກຸດ, ແຂນກຸດ, ເປັນຄົນພິການນ້ອງຈະຮັກອ້າຍອີກຫຼືບໍ່. ຂ້າພະເຈົ້າເວົ້າວ່າ, ນ້ອງຈະຮັກອ້າຍຕະຫຼອດຊີວິດ, ອ້າຍຈົ່ງອຸ່ນອ່ຽນໃຈໄປສູ້ຮົບ, ວຽກງານຄອບຄົວນ້ອງຈະຮັບຜິດຊອບທຸກຢ່າງ, ອ້າຍບໍ່ຕ້ອງເປັນຫ່ວງ”
ປ້າເວົ້າວ່າ, ຖ້າອ້າຍຖືກບາດເຈັບ, ຂາກຸດ, ແຂນກຸດກໍ່ໄດ້, ພຽງແຕ່ຢາກໃຫ້ອ້າຍກັບມາກໍ່ດີໃຈແລ້ວ. ຄວາມຫວັງຄືແນວນັ້ນ ແຕ່ກໍ່ບໍ່ໄດ້, ວັດຖຸພັນທີ່ຍັງເຫຼືອພຽງແຕ່ມີຈົດໝາຍທີ່ອ້າຍຂຽນກ່ອນທີ່ຈະເສຍສະຫຼະຊີວິດ ແລະ ຮູບຖ່າຍທີ່ຕັ້ງເທິງແທ່ນບູຊາເທົ່ານັ້ນ.
”ເມື່ອຈັດງານແຕ່ງດອງພວກຂ້າພະເຈົ້າກໍ່ບໍ່ມີຮູບຖ່າຍຈັກແຜ່ນເລີຍ. ໂອກາດບຸນປີໃໝ່ໄດ້ກັບເມືອພ້ອມກັບຄອບຄົວ, ອ້າຍກໍ່ໍບໍ່ຖ່າຍຮູບ, ບົນເສັ້ນທາງເຄື່ອນທັບອ້າຍໄດ້ເວົ້າໃນຈົດໝາຍວ່າຈົ່ງແຍກຮູບຂອງອ້າຍອອກຈາກຮູບພາບທີ່ຖ່າຍຮ່ວມກັບໝູ່ເພື່ອນຫ້ອງ 10, ດັ່ງນັ້ນປະຈຸບັນຂ້າພະເຈົ້າຈຶ່ງມີຮູບແຜ່ນນີ້ເພື່ອບູຊາ”.
ສຽງອ່ານຈົດໝາຍຂອງຜົວ
ແຕ່ລະເທື່ອເມື່ອຄິດຮອດຜົວ, ປ້າ ເຊີ (Xo) ກໍ່ນຳເອົາຈົດໝາຍຂອງຜົວມາອ່ານ. ບໍ່ຮູ້ວ່າປ້ານອນບໍ່ຫຼັບ ແລະ ຮ້ອງໄຫ້ຕະຫຼອດຄືນຍ້ອນຄິດຮອດຜົວບໍ່ຈັກວ່າເທົ່າໃດ. ພິເສດເມື່ອບໍ່ທັນຊອກເຫັນຂຸມຝັງສົບຜົວ, ປ້າໂສກເສົ້າຫຼາຍ ແລະ ຄິດວ່າຈະພະຍາຍາມປະຕິ ບັດຄຳໝັ້ນສັນຍາກັບຜົວໃຫ້ໄດ້.
ສຽງປ້າ ເຊີ (Xo)
“ກ່ອນນີ້ເຮົາໄດ້ໝັ້ນໝາຍຈະຮັກອ້າຍຕະຫຼອດຊີວິດແລ້ວ ແລະ ໃນຈົດໝາຍທີ່ຝາກມາໃຫ້ຂ້າພະເຈົ້າ ອ້າຍກໍ່ເວົ້າວ່າຈົ່ງນຳອັດຖິຂອງອ້າຍມາປົງຢູ່ບ້ານເກີດເມືອງນອນ. ນັ້ນແມ່ນຄວາມຫວັງຂອງອ້າຍ. ເມື່ອບໍ່ທັນຊອກຫາໄດ້, ຍາມໃດຂ້າພະເຈົ້າກໍ່ຍິນສຽງເວົ້າທີ່ວ່ານຳອ້າຍກັບມາແດ່. ແຕ່ປະຈຸບັນເຮົາຮູ້ສຶກສະບາຍໃຈທີ່ສຸດ, ເພາະວ່າໄດ້ນຳອັດຖິຂອງອ້າຍມາປົງຢູ່ບ້ານເກີດເມືອງນອນຢ່າງຮຽບຮ້ອຍແລ້ວ ”
“ນ້ອງແມ່ນ ເຊີ (Xo) , ເມຍຂອງອ້າຍຫ້ັນນາ, ຂໍໃຫ້ອ້າຍຮູ້ໃຈຈິງຂອງນ້ອງ, ແລະ ບັນດານໃຫ້ນ້ອງມີສຸຂະພາບເຂັ້ມແຂງ”
ປະຈຸບັນເຖິງວ່າຈະມີອາຍຸສູງແລ້ວກໍ່ຕາມ, ແຕ່ປ້າກໍ່ບໍ່ຫວັງໄດ້ຮັບສິ່ງໃດໃຫ້ແກ່ຕົວເອງ. ຄວາມໄຝ່ຝັນສຸດທ້າຍ ແມ່ນນຳອັດຖິຜົວກັບເມືອບ້ານເກີດເມືອງນອນກໍ່ໄດ້ປະຕິບັດຮຽບຮ້ອຍແລ້ວ. ຈົດໝາຍຂອງຜົວ, ເຊິ່ງແມ່ນວັດຖຸພັນອັນລ້ຳຄ່າທີ່ສຸດປ້າກໍ່ມອບໃຫ້ຫໍພິພິດທະພັນກຳແພງເກົ່າກວາງຈີ້, ປ້າພຽງແຕ່ຮັກສາແຜ່ນກ໊ອບປີ້ໄວ້ເທົ່ານັ້ນ. ປ້າຄິດວ່າ: ”ຜົວຕົນເສຍສະຫຼະຊີວິດ, ນັ້ນແມ່ນຄວາມເຈັບປວດທີ່ສຸດ, ແຕ່ນັ້ນກໍ່ແມ່ນການເສຍສະຫຼະຊີວິດ ເພື່ອເອກະລາດ, ເສລີພາບຂອງປະເທດຊາດ. ແລະປ້າຄິດໃນໃຈວ່າຕົ້ນເອງຕ້ອງດຳລົງຊີວິດຄືແນວໃດໃຫ້ສົມກັບການເສຍສະຫຼະຊີວິດຂອງຜົວ.”