Nguyen Huu Long ຜູ້ເມົາມົວກັບອຸປະກອນການສຽງເດີມ


(vovowrld) - ປະຈຸ​ບັນ, ​ໃນ​ຂະນະ​ທີ່​ບັນດາ​ນັກ​ຜະລິດ​ພວມ​ແນະນຳ​ເຕັກ​ໂນ​ໂລ​ຢີ ​ແລະ ເຕັກນິກ​ການສຽງ​ໃໝ່ນັ້ນ, ​ແຕ່​ພັດ​ມີບັນດາຜູ້​ທີ່​ພວມ​ສະ​ສົມຫົວຊີດີ, ລຳໂພງ, ​​ທີ່​ໄດ້​ຮັບ​ການ​ຜະລິດ​ແຕ່​ຊຸມ​ປີ 50, 70 ຂອງ​ສະຕະວັດ​ກ່ອນ ຫຼື​​ແຜ່ນ, ​ສາຍເທບ​ເກົ່າ​ ​ເພື່ອ​ຮັບ​ຟັງ​ນ້ຳ​ສຽງ​ທີ່​ກະຈາຍ​ຈາກ​ເຄື່ອງ​ຈັກ​ທີ່​ເກົ່າ​​ແກ່​, ​ໃນນັ້ນມີອ້າຍ Nguyen Huu Long. ​ເມື່ອ​ເຫັນ​ເຄື່ອງ​ຈັກ​, ​ສາຍເທບ​​ເຫຼົ່າ​ນັ້ນ​, ຜູ້​ຄົນ​ທັງຫຼາຍລ້ວນ​ແຕ່ມີ​ຄວາມນິຍົມຊົມ​ຊອບ​ຕໍ່​ຄວາມ​ອຸດົມສົມບູນ, ປະ​ເພດ ​ແລະ ຈຳນວນ​​​ເຄື່ອງຂອງ​ດັ່ງກ່າວ.

Nguyen Huu Long ຜູ້ເມົາມົວກັບອຸປະກອນການສຽງເດີມ - ảnh 1
(ພາບປະກອບ google.com.vn)

        ​ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ເຮືອນ​ຂອງອ້າຍ Nguyen Huu Long ຕັ້ງ​ຢູ່​ຮ່ອມ​ບ້ານ​ນ້ອຍໆ​ບົນ​ຖະໜົນ Phan Dinh Giot, ​ເມືອງ Hoang Mai, ​ໄດ້​ກາຍ​ເປັນ​​ແຫ່ງ​ນັດ​ພົບ​ຂອງ​ຜູ້​ນິຍົມ​ນ້ຳ​ສຽງ​ເດີມ. ​ເຮືອນຂອງ​ອ້າຍ​ປຽບ​ເໝືອນ​ຫໍພິພິດທະພັນ​ນ້ອຍ​ກ່ຽວ​ກັບ ຫົວຊີດີ, ​ລຳ​ໂພງ​ຫຼາຍ​ປະ​ເພດ​ທີ່​ມີ​ມາ​ກ່ອນ​ຊຸມ​ປີ 1980. ອ້າຍ Nguyen Tuan Ngoc ພ້ອມ​ກັບ​ເພື່ອນ​ມິດ​ບາງ​ຄົນ​ພວມ​ວິຈານ​ອຸປະກອນ​ບາງ​ປະ​ເພດ​ໃນ​ເຮືອນ​ຂອງ​ອ້າຍ​ Long ວ່າ.

        ”ພວກ​ຂ້າພະ​ເຈົ້າ​ມາ​ແຫ່ງ​ນີ້​​ເພື່ອຊົມ​ອຸປະກອນ ​ແລະ ຮັບ​ຟັງ​ນ້ຳ​ສຽງ​​ເດີມ​ເປັນ​ຕົ້ນ, ຫາກ​ບໍ່​ແມ່ນ​ມາ​ເພື່ອ​ຊື້. ຢູ່​ທີ່​ນີ້​ອຸປະກອນອຸດົມສົມບູນ​ດ້ວຍ​ຫຼາຍ​ປະ​ເພດ ​ເພື່ອ​ໃຫ້​ຜູ້​ມີ​ຄວາມ​ນິຍົມ​ດຽວ​ກັນ​ສະ​ສົມ, ຮັບ​ຟັງ​ນ້ຳ​ສຽງ​ເດີມ​”

        ອ້າຍ Long ມີຄວາມ​ນິຍົມ​ສະ​ສົມ​ອຸປະກອນ​ການ​ສຽງ​ເດີມນັບ​ແຕ່​ເວລາ​ຍັງ​ນ້ອຍ. ປະຈຸ​ບັນ​ມັນ​ແມ່ນ​ຄວາມ​ນິຍົມ​ຊົມ​ຊອບ, ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ຂອງ​ລາວ

        ”ນັບ​ແຕ່​ເວລາ​ຍັງ​ນ້ອຍ​ຂ້າພະ​ເຈົ້າ​ໄດ້​ເມົາ​ມົວ​ກັບ​ນ້ຳ​ສຽງ​ແລ້ວ​. ໃນ​ຊຸມ​ປີ 97, 98 ຄອບຄົວ​ຂ້າພະ​ເຈົ້າ​ໄດ້​ມີ ສາຍເທບ (ແບບເກົ່າ). ​​ເຊິ່ງ​ແມ່ນ​ເຄື່ອງ​​ຫາ​ຍາກ​ທີ່​ສຸດ​ໃນ​ເວລາ​ນັ້ນ, ​ແຕ່ຂ້າພະ​ເຈົ້າ​ໂຊກ​ດີ​ທີ່​ໄດ້​ນຳ​ໃຊ້​ອຸປະກອນດັ່ງກ່າວ ແລະ​ ຕາມ​ການ​ເວລາ, ຄວາມ​ເມົາ​ມົວ​ນັ້ນ​ນັບ​ມື້​ນັບ​​ເພີ່ມ​ຂຶ້ນ​ຈົນ​ເຖິງ​ປະຈຸ​ບັນ”.

Nguyen Huu Long ຜູ້ເມົາມົວກັບອຸປະກອນການສຽງເດີມ - ảnh 2
(ພາບປະກອບ google.com.vn)

        ກາງ​ເວັນ​ໄປ​ເຮັດ​ວຽກ, ຕອນ​ແລງ​ຈຶ່ງແມ່ນ​ຈຸດ​ເວລາ​ເພື່ອ​ໃຫ້​ອ້າຍ Long ພ້ອມ​ກັບ​ໝູ່​ເພື່ອນ​ແລກປ່ຽນ​ບັນດາ​ອຸປະກອນ​ທີ່​ຫາ​ກໍ່​ສະ​ສົມ​ໄດ້. ອ້າຍ Nguyen Quoc Khanh, ​ເພື່ອນ​ຂອງ​ອ້າຍ Long, ຜູ້​ນິຍົມ​ນ້ຳ​ສຽງ​ເດີມ​ມາ​​ໄດ້ຫຼາຍ​ປີ​ ​ແບ່ງປັນ​ວ່າ :

        ”ຂ້າພະ​ເຈົ້າ​ຮູ້​ອ້າຍ  Long ນັບ​ແຕ່​ເວລາ​ຫາ​ກໍ່​ເປີດຮ້ານ​ຂາຍ​ເຄື່ອງ. ​ລາວ​ຫຼິ້ນ​ນ້ຳ​ສຽງ​ເດີມ​ມາ​ແຕ່​ດົນ​ແລ້ວ ດັ່ງ​ນັ້ນ​ຈຶ່ງ​ມີ​ບົດຮຽນ​ຫຼາຍ​ໃນ​ການ ກວດ, ແກ້​ນ້ຳ​ສຽງ”

        ອ້າຍ Long ​ເວົ້າ​ວ່າການ​ຫຼິ້ນ​ອຸປະກອນ​ການ​ສຽງ​ເດີມ​ໄດ້​ເຮັດ​ໃຫ້​ທຸກ​ຄົນ​ໄກ້​ສິດ​ຕິດ​ພັນ​ນຳ​ກັນ. ທັງ​ນັ່ງ​ກິນ​ນ້ຳ​ຊາ, ທັງ​ຮັບ​ຟັງ​ດົນຕີ​ຜ່ານ​ອຸປະກອນ​ອັດ ​ແລະ ກະຈາຍສຽງ​ທີ່​ມີ​ມາ​ກ່ອນ​ນີ້​ຫຼາຍ​ສິບ​ປີ.

​        ​ອ້າຍ Long ​ເວົ້າ​ວ່າ​ເມື່ອ​ແຜ່ນ CD, DVD ປະກົດ​ຂຶ້ນ, ​ແຜ່ນ​ສຽງ, ສາຍເທບ​ເກົ່າ​, ​ລຳ​ໂພງ, ຈັກ​ອັດ​ສຽງ, ​, ຊຸດແອັມ ກ່ອນ​ນີ້​ນັບ​ເຄິ່ງສະຕະວັດ ເກືອບ​ຄື​ວ່າ​ຖືກ​ຫຼົງ​ລືມ​ໄປ. ​ແຕ່​ຫວ່າງ​ແລ້ວ​ນີ້. ​​ເມື່ອ​ເຂົາ​ເຈົ້າ​ຮັບ​ຮູ້​ໄດ້​ວ່າ ແຜ່ນສຽງ​, ສາຍເທບ​ເກົ່າດ້ວຍ​ນ້ຳ​ສຽງ analogue ​ໄກ້​ສິດ​ກັບ​ນ້ຳ​ສຽງ​ທຳ​ມະ​ຊາດ, ອຸປະກອນ​ເຫຼົ່າ​ນັ້ນ​ກໍ່​ຄ່ອຍໆ​ປະກົດ​ຄືນ​ໃໝ່​ໃນ​ຊີວິດ.

Nguyen Huu Long ຜູ້ເມົາມົວກັບອຸປະກອນການສຽງເດີມ - ảnh 3
(ພາບປະກອບ google.com.vn)

        ”ຄວາມ​ຈິງ​ແລ້ວ, ​ໃນ 5 ປີ ມາ​ນີ້, ບັນດາ​ຜູ້​ນິຍົມ​ນ້ຳ​ສຽງ​ເດີມ​ໄດ້​ຊອກ​ຫາ​, ສະ​ສົມອຸປະກອນ​ການ​ສຽງເກົ່າ. ພິ​ເສດ​ແມ່ນ​ບັນດາ​ຜູ້​ທີ່​ເຄີຍ​ນຳ​ໃຊ້​ອຸປະກອນ​ນີ້​ໃນ​ເມື່ອ​ກ່ອນ. ຂ້າພະ​ເຈົ້າ​ນິຍົມ​ກັບ​ອຸປະກອນ​ການ​ສຽງ​ເດີມ​ນີ້​ຫຼາຍ. ມາ​ຮອດ​ປະຈຸ​ບັນ, ເຕັກນິກ​ການ​ສຽງ analogue ຍັງ​ຄົງ​ມີນ້ຳ​ສຽງ​ມ່ວນ​ທີ່​ສຸດ”.

        ​ໃນ​ຊຸດ​ອຸປະກອນການ​ສຽງສະ​ສົມ​ຂອງອ້າຍ Long ມີ​ບັນດາ​ໜ່ວຍ Radio ​ເກົ່າ​​ແກ່. ອ້າຍ Long ​ເວົ້າ​ວ່າ ບັນດາ​ຜູ້​ນິຍົມ​ນ້ຳ​ສຽງ​ເດີມ​ລ້ວນ​ແຕ່​ສະ​ສົມ​ອຸປະກອນ​ການ​ສຽງ​ເກົ່າ. ​ເຖິງ​ວ່າ​ພຽງ​​ແຕ່ສະ​ສົມ​ເພື່ອ​ວາງສະ​ແດງ​ເທົ່າ​ນັ້ນ, ​ແຕ່​ຜູ້ນິຍົມ​ກໍ່​ຕ້ອງ​ໃຊ້​ເຫື່ອ​ແຮງ​ຫຼາຍ​ຈຶ່ງ​ມີບັນດາ ໜ່ວຍ Radio ທີ່​ເກົ່າ​ແກ່ຄື​ແນວ​ນັ້ນ​ໄດ້.

        ”ມີ​ອຸປະກອນ​ຈຳນວນ​ໜຶ່ງ​ຊື້​ມາ​ພຽງ​ແຕ່​ເພື່ອ​ຮັກສາ​ເທົ່າ​ນັ້ນ ​ເພາະວ່າ​ມັນ​ໄດ້​ຮັບ​ການ​ອອກ​ແບບ​ງາມ​ທີ່​ສຸດ. ຕົວຢ່າງ​ຄື​ບັນດາໜ່ວຍ Radio ​ເກົ່າ​ໃນ​ຊຸມ​ປີ 30, 40. ຮູບ​ນອກ​ຂອງ​ມັນ​ແມ່ນ​ເຮັດ​ດ້ວຍ​ໄມ້, ຈູມເຮັດ​ດ້ວຍ​ທອງ, ​ໄມ້... ພິ​ເສດ​​ເຂົາ​ເຈົ້າ​​ໄດ້ໃຊ້​ຜ້າ​ງາມ​ທີ່​ສຸດ​ເພື່ອ​ກັ້ງ​ລຳ​ໂພງ​ ”.

​        ”ໜ່ວຍ​ຕັ້ງ​ຢູ່​ບ່ອນ​ສູງ​ສຸດ​​ໂດຍ​ອາ​ເມ​ລິ​ກາ​ຜະລິດ, ໜ່ວຍ​ທີ​ສອງ​ໂດຍ​ເຢຍລະ​ມັນຜະລິດ, ສ່ວນ​ໜ່ວຍ​ທີ​ສາມ​ແມ່ນ​ປະກອບ​ໂມງ​ຕື່ມ​ອີກ”

        ​ເຖິງ​ວ່າ​ບໍ່​ແມ່ນ​ຜູ້​ມັກ​ຫຼິ້ນ​ອຸປະກອນ​ການສຽງ​ເດີມກໍ່ຕາມ ​ແຕ່​ທ່ານ Nguyen Van The, ນັກ​ຂ່າວ​ພາບຂອງ​ໜັງສືພິມ Quan doi nhan dan ສຽງ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ພັດ​ຢາກ​ຖ່າຍຮູບ Radio ​ເກົ່າ​ແກ່. ສຳ​ຫຼັບ​ທ່ານ​ແລ້ວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ​ແມ່ນ​ເພື່ອນ​ຜູ້​ສະໜິດສະໜົມ, ດັ່ງ​ນັ້ນ​ທ່ານ​ຈຶ່ງ​ນິຍົມ​ຕໍ່​ອຸປະກອນ​ສະ​ສົມ​ຂອງ​ອ້າຍ Long ຫຼາຍ.

        ”ຂ້າພະ​ເຈົ້າ​ນິຍົມ​ຕໍ່​ອຸປະກອນ​ການ​ສຽງ​ຂອງ​ອ້າຍ Long ຫຼາຍ. ຂ້າພະ​ເຈົ້າ​ເຕີບ​ໃຫຍ່​ກໍ່​ຍ້ອນ​ມີ​ວິທະຍຸ​ກະຈາຍສຽງ​ຫວຽດນາມ.  Radio​ແມ່ນ​ຂົວ​ເຊື່ອມ​ຕໍ່​ນ້ຳ​ສຽງ, ດົນຕີ ກັບ​ຜູ້​ຟັງ. ອ້າຍ  Long  ​ແມ່ນ​ຜູ້​ຮູ້​ສະ​ສົມ ​ແລະ ​ຮູ້​ແບ່ງ​ປະ​ເພດອຸປະກອນ​ການ​ສຽງ. ຂ້າພະ​ເຈົ້າ​ນິຍົມ​ບັນດາ Radio ທີ່ເກົ່າ​​ແກ່ຂອງ​ລາວ​ຫຼາຍ. ​ເມື່ອ​ມາ​ຢ້ຽມຢາມ​ເຮືອນ​ຂອງ​ລາວ ຂ້າພະ​ເຈົ້າ​ຮູ້ສຶກຄື​ພວມດຳລົງ​ຊີວິດ​ໃນ​ສະ​ໄໝ​ກ່ອນ​ແທ້ໆ”.

​        ຍິ່ງ​ຟັງ​ຍິ່ງ​ນິຍົມ, ຍິ່ງ​ນິຍົມ​ຫຼິ້ນ​ຍິ່ງ​ເມົາ​ມົວ. ສຳ​ຫຼັບ​ອ້າຍ Long ​ແລ້ວ, ນ້ຳ​ສຽງ​ເດີມ​ໄດ້​ຊືມ​ເຂົ້າ​ເລືອດ​​ເນື້ອປຽບ​ເໝືອນ​ການກິນ​ດື່ມ ​ແລະ ນຸ່ງ​ຖື​ໃນ​ປະຈຳ​ວັນ. ການ​ນິຍົມ​ຫຼິນ​ອຸປະກອນ​ການ​ສຽງ​ໄດ້​ນຳ​ມາ​ເຊິ່ງຄວາມ​ສະບາຍ​ໃຈ​ໃຫ້​ແກ່​ອ້າຍ ​ແລະ ສິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ​ມັນ​ໄດ້​ເຮັດ​ໃຫ້​ອ້າຍ​ພ້ອມ​ກັບ​ໝູ່​ເພື່ອນ​ມີ​ຄວາມ​ເມົາ​ມົວຮ່ວມ​ກັນ

       

       

ຕອບກັບ

ຂ່າວ/ບົດ​ອື່ນ