(VOVWORLD) -ໂດຍໄດ້ກຳເນີດ ແລະ ເຕີບໃຫ່ຍຂຶ້ນຢູ່ເມືອງ ເກິ່ນເດື໋ອກ, ແຂວງ ລອງອານ ເຊິ່ງແມ່ນອູ່ໃຫ້ກຳເນີດ ສິລະປະຂັບເດີນກາຕາຍຕືພາກໃຕ້, ດັ່ງນັ້ນຄວາມຮັກທີ່ສະຫງວນໃຫ້ແກ່ ສຽງຂັບ, ສຽງດົນຕີໄດ້ເຊື່ອມເລິກເຂົ້າໃນຈິດໃຈ ຂອງນັກສິລະປະການພິການຕາ ເຈ່ິນ ງອັກ ເນືອງ. ເຖິງວ່າຕາທັງຄູ່ຂອງລາວ ບໍ່ເຫັນຮຸ່ງກໍ່ຕາມ ແຕ່ດ້ວຍຄວາມເກັ່ງກ້າສາມາດ ແລະ ຄວາມມານະອົດທົນໃນການຝຶກແອບ, ທ່ານໄດ້ນຳສຽງດົນຕີດັງກ້ອງກັງວານໄປທົ່ວທຸກແຫ່ງຫົນ, ພ້ອມທັງໄດ້ຖ່າຍທອດ ບອກສອນວິຊາຊີບ ໃຫ້ແກ່ສິລະປິນໜຸ່ມຫຼາຍຄົນ ດ້ວຍຄວາມສຸດຈິດສຸດໃຈ
ນັກສິລະປະການ ພິການຕາ ເຈິ່ນ ງອັກ ເນືອງ ສອນນັກຮຽນໃນເຮືອນຂອງຕົນ |
ໃນເຮືອນນ້ອຍຫຼັງໜຶ່ງ ຂອງນັກສິລະປະການ ພິການຕາ ເຈິ່ນ ງອັກ ເນືອງ ຢູ່ຄຸ້ມຖະໜົນ 6, ເທດສະບານເມືອງ ເກິ່ນເດື໋ອກ, ແຂວງ ລອງອານ ຍາມໃດກໍ່ຄຶກຄື້ນມ່ວນຊື່ນດ້ວຍສຽງດົນຕີ, ສຽງຂັບຮ້ອງຂອງພວກນັກຮຽນ ທີ່ພວມຝຶກແອບ ດ້ວຍຄວາມດຸໝັ່ນຂະຫຍັນພຽນ ຕາມຄຳບອກສອນຂອງອ້າຍຄູ. ບັນດາສຽງຂັບຮ້ອງ ປະສານກັບສຽງດົນຕີ ແບບວັງເວເວດທະນາ ໄດ້ເຮັດໃຫ້ຜູ້ຟັງທັງຫຼາຍ ຮູ້ສຶກສະບາຍໃຈ ແລະ ມີຄວາມສະຫງົບສຸກ ຢູ່ໃນໝູ່ບ້ານເຂດບ້ານນາ ທາງທິດຕາເວັນຕົກພາກໃຕ້. ນ້ອງ ຫວໍມິງຫຽວ ຢູ່ເທດສະບານເມືອງ ເກິ່ນເດື໋ອກ ໄດ້ເຂົ້າຮ່ວມຊຸດຮຽນນີ້ ໄດ້ສອງສາມເດືອນມານີ້ ໃຫ້ຮູ້ວ່າ:
“ນ້ອງຊົມຊອບສິລະປະ ຂັບເດີນກາຕາຍຕືພາກໃຕ້ທີ່ສຸດ, ແຕ່ຍັງບໍ່ທັນເຂົ້າໃຈເລິກ, ດັ່ງນັ້ນ ໄດ້ມາຫາອາວເນືອງເພື່ອຮຽນ ທັງໄດ້ຊອກຮູ້ກ່ຽວກັບຄວາມຮູ້ຫຼາຍຢ່າງ. ເມື່ອຂັບຮ້ອງເດີນກາຕາຍຕືໃນແຕ່ລະເທື່ອ ນ້ອງຮູ້ສຶກວ່າມີຄວາມເອກອ້າງທະນົງໃຈທີ່ສຸດ ຍ້ອນວ່ານີ້ ແມ່ນປະເພດສິລະປະຂອງທ້ອງຖິ່ນຕົນ”.
ມີນັກຮຽນຫຼາຍຄົນ ໄດ້ມາຫານັກສິລະປະການ ເຈິ່ນ ງອັກ ເນືອງ ເພື່ອຊອກຮູ້ກ່ຽວກັບສິລະປະ ຂັບເດີນກາຕາຍຕືພາກໃຕ້ ກໍ່ບໍ່ພຽງແຕ່ຍ້ອນຄວາມເກັ່ງກ້າ ທາງດ້ານດົນຕີຂອງລາວເທົ່ານັ້ນ, ຫາກຍັງເພື່ອນ້ຳໃຈຂອງນັກສິລະປະການຄົນໜຶ່ງ ທີ່ໄດ້ອຸທິດສ່ວນໃຫ້ແກ່ ດົນຕີພື້ນເມືອງຂອງຊາດ, ສິ່ງນີ້ໄດ້ສະແດງໃຫ້ເຫັນຜ່ານວິທີ ຖ່າຍທອດບອກສອນ. ໃນຊຸດຮຽນຂອງທ່ານ ກໍ່ມີນັກຮຽນພິການຕາຫຼາຍຄົນ. ໃຜມີພອນສະຫວັນ ແລະ ມານະອົດທົນຝຶກແອບກໍ່ສາມາດກ້າວໄວ, ສ່ວນສຳລັບນັກຮຽນມາໃໝ່, ພິເສດ ນັກຮຽນຄົນພິການຕາ, ທ່ານຕ້ອງໄດ້ແນະນຳ ບອກສອນຢ່າງລະອຽດ ເພື່ອໃຫ້ນັກຮຽນມີຄວາມຈື່ຈຳຜ່ານຮູບການ ສອນແບບປາກຕໍ່ປາກ. ນາງ ຫງວຽນທິທຸ່ຍຈາງ ຢູ່ເທດສະບານເມືອງ ເກິ່ນເດື໋ອກ ເວົ້າວ່າ:
“ເວົ້າລວມແລ້ວ, ນ້ອງຮຽນກໍ່ໄດ້ຫຼາຍບົດເພງ, ອາວເນືອງກໍ່ສອນໃຫ້ພວກນ້ອງດ້ວຍຄວາມສຸດຈິດສຸດໃຈ, ເຮົາຕັ້ງໃຈຮຽນ ກໍຈະສາມາດເຂົ້າໃຈດີ, ເຖິງວ່າຮຽນຂັບຮ້ອງກໍ່ຍາກ ແຕ່ດ້ວຍຄວາມເມົາມົວ, ດັ່ງນັ້ນ ເຮົາກໍ່ໄດ້ພະຍາຍາມຮຽນໃຫ້ເກັ່ງ”.
ໂດຍໄດ້ກຳເນີດຂຶ້ນໃນຄອບຄົວ ທີ່ມີເຖິງອ້າຍນ້ອງທັງໝົດ 15 ຄົນ ປະກອບອາຊີບຕີເຫຼັກ, ນັບແຕ່ຄາວ ມີອາຍຸ 4 ປີ, ທ່ານ ເຈິ່ນ ງອັກ ເນືອງ ໄດ້ຖືກເສຍແສງຕາ. ຄອບຄົວກໍ່ໄດ້ໃຫ້ທ່ານຮຽນໜັງສື ເບີເລຼວ ເມື່ອມີອາຍຸ 14 ປີ, ແລ້ວກໍ່ຮຽນປີອາໂນ, ແຕ່ຍ້ອນສະພາບຄອບຄົວປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ດັ່ງນັ້ນ ທ່ານຕ້ອງພັກຮຽນ ແລະ ບໍ່ສາມາດຮຽນຕໍ່ໄດ້ອີກ. ແຕ່ທ່ານໄດ້ປະຢັດເງິນ ເພື່ອຊອກຫາບ່ອນໄປຮຽນດົນຕີພື້ນເມືອງ, ຖ້າຫາກໄດ້ຍິນຢູ່ໃສມີບ່ອນສອນດົນຕີ, ລາວກໍ່ໄດ້ຕັດສິນໃຈໄປຫາເພື່ອຮຽນເອົາວິຊາຊີບ ເຊິ່ງເປັນການຫາເງິນເພື່ອລ້ຽງຊີບ ບໍ່ອາໄສນຳຄອບຄົວ. ສຳລັບຄົນທຳມະດາຮຽນກໍ່ໄດ້ຍາກແລ້ວ, ແຕ່ສຳລັບຄົນພິການຄື ທ່ານ ເນືອງ ຊ້ຳພັດຍິ່ງມີຄວາມຫຍຸ້ງຍາກຫຼາຍຂຶ້ນ ເພາະວ່າພຽງອີງໃສ່ການໄດ້ຍິນເພື່ອຮຽນເທົ່ານັ້ນ. ແຕ່ຍ້ອນຄວາມເມົາມົວຢ່າງແຮງກ້າ ຕໍ່ດົນຕີພື້ນເມືອງ, ທ່ານໄດ້ຝຶກແອບດ້ວຍຄວາມມານະອົດທົນ ຢ່າງບໍ່ຢຸດຢັ້ງ ແລະ ມາຮອດປັດຈຸບັນ ທ່ານ ເຈິ່ນ ງອັກ ເນືອງ ບໍ່ພຽງແຕ່ສາມາດເສບເຄື່ອງດົນຕີ ກີຕາໄດ້ເທົ່ານັ້ນ ຫາກຍັງສາມາດເສບດົນຕີພື້ນເມືອງ ຫຼາຍປະເພດອື່ນໆອີກດ້ວຍ. ເມື່ອມີໂອກາດໄດ້ພົບກັບຜູ້ ມີຊະຕາກຳອາພັບຄືຕົນເອງ, ທ່ານໄດ້ພາເຂົາເຈົ້າມາເຮືອນ ເພື່ອສອນດົນຕີ, ສອນວິທີຂັບຮ້ອງ ເພື່ອຊ່ວຍເຂົາເຈົ້າຫາເງິນເພື່ອລ້ຽງຊີບ. ນັກສິລະປະການ ເຈິ່ນ ງອັກ ເນືອງ ໃຫ້ຮູ້ວ່າ:
“ຂ້າພະເຈົ້າມີຄວາມຫວັງ ພຽງແຕ່ຢາກອະນຸລັກຮັກສາດົນຕີພື້ນເມືອງຂອງຊາດຕົນເທົ່ານັ້ນ, ແຕ່ຂ້າພະເຈົ້າ ບໍ່ຮັບຄ່າຮຽນ. ພວກນ້ອງຢາກຮຽນກໍ່ຕ້ອງມາຫາເຮົາເອງ, ມີນັກຮຽນທີ່ເມົາມົວ ກັບສິລະປະດົນຕີ ເຊິ່ງບໍ່ຮູ້ຢູ່ບ່ອນໃດສອນ, ພຽງແຕ່ມານີ້ຈູດທູບໄຕ້ທຽນ ໄຫ້ວບູຊາບັນພະບຸລຸດເທົ່ານັ້ນກໍ່ໄດ້ຮຽນໂລດ.”
ດ້ວຍຄວາມຜູກພັນກັບອາຊີບ ຂັບເດີນກາຕາຍຕື ແລະ ເຄື່ອງດົນຕີພື້ນເມືອງ ເປັນເວລາກວ່າ ເຄິ່ງຊີວິດຂອງຕົນ, ນັກສິລະປະການ ເຈິ່ນ ງອັກ ເນືອງ ໄດ້ຕໍ່ກຳລັງໄຟທາງດ້ານອາຊີບ ໃຫ້ແກ່ນັກຮຽນຫຼາຍຄົນ. ຊີວິດຂອງທ່ານ ແມ່ນເລື່ອງລາວທີ່ເປັນໜ້າຕື້ນຕັນໃຈ ກ່ຽວກັບນັກສິລະປິນ ທີ່ມີຄວາມເກັ່ງກ້າສາມາດ, ໄດ້ຜ່ານຜ່າຊະຕາກຳອາພັບ ແລະ ສຸດຈິດສຸດໃຈເພື່ອທຸກໆຄົນ. ມີນັກຮຽນຂອງທ່ານຫຼາຍຄົນ ໄດ້ກາຍເປັນຜູ້ເກັ່ງກ້າສາມາດ, ນຳສຽງຂັບຮ້ອງ, ສຽງດົນຕີ ໄປສະແດງຢູ່ທຸກແຫ່ງຫົນ, ອັນໄດ້ສ້າງພະລັງຊີວິດອັນແຂງແຮງ ໃຫ້ແກ່ປະເພດດົນຕີເດີນກາຕາຍຕື.