(VOVWORLD) - ປີ 2019, ທົ່ວເມືອງສາມາດເກັບກ່ຽວດອກຊາເຫລືອງອົບໄດ້ 600 ກິໂລກຼາມ, ໃບຊາດອກເຫລືອງແຫ້ງໄດ້ 6 ໂຕນ ແລະ ແນວພັນປູກກ່ວາ 100.000 ຕົ້ນ, ລາຍຮັບໄດ້ທັງໝົດແມ່ນ 13,8 ຕື້ດົ່ງ
ເມືອງ ບາແຈ໋, ແຂວງ ກ໋ວາງນິງ ພວມພັດທະນາຮູບແບບປູກຕົ້ນຊາດອກໄມ້ເຫຼືອງ (ຫຼືເອີ້ນວ່າຕົ້ນຊາປ່າ). ຫລາຍຕາແສງຢູ່ເຂດພູສູງຂອງເມືອງ ບາແຈ໋ ຄື: ໂດ່ນດາກ, ແທງເຊີນ, ດາບແທງ ເລື່ອງປູກຕົ້ນຊາດອກໄມ້ເຫຼືອງສະຫຼັບໃສ່ກັບການປູກຕົ້ນໄມ້ອື່ນໆ ໄດ້ຊ່ວຍໃຫ້ປະຊາຊົນຢູ່ນີ້ ຍົກສູງແຫຼ່ງລາຍຮັບ, ປະກອບສ່ວນລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ຍູ້ແຮງການພັດທະນາເສດຖະກິດທ້ອງຖິ່ນ.
ຕົ້ນຊາດອກໄມ້ເຫຼືອງ ພາບ: baoquangninh.com.vn |
ຕົ້ນຊາດອກໄມ້ເຫຼືອງພວມໄດ້ຮັບຖືວ່າແມ່ນ “ບໍ່ຄຳ” ແຫ່ງຢາສະໝູນໄພຂອງເມືອງເຂດພູດອຍ ບາແຈ໋. ຍ້ອນມີມູນຄ່າທາງດ້ານເສດຖະກິດສູງ, ສະນັ້ນ ຈຶ່ງຖືວ່າແມ່ນຕົ້ນລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນຫລາຍຄົນ.
ກ່ອນນີ້, ລາຍຮັບຂອງຄອບຄົວອ້າຍ ຈິ໊ວຊິງຟ້ານ, ຊາວເຜົ່າຢ້າວຢູ່ຕາແສງ ໂດ່ນດາກ ຕົ້ນຕໍແມ່ນອີງໃສ່ການປູກຕົ້ນກະຖິນນະລົງ ແລະ ຕົ້ນແຄະ ດ້ວຍເນື້ອທີ່ 1 ເຮັກຕາ. ເມື່ອອຳນາດການປົກຄອງທ້ອງຖິ່ນຂົນຂວາຍກໍ່ສ້າງຮູບແບບປູກຕົ້ນຊາດອກໄມ້ເຫລືອງ, ອ້າຍ ຟ້ານ ຂໍໃຫ້ທາງອຳນາດການປົກຄອງທ້ອງຖິ່ນໜູນຊ່ວຍເບ້ຍໄມ້ປະເພດຕ່າງໆ 300 ຕົ້ນ. ພາຍຫລັງ 4 ປີ, ຕົ້ນຊາດອກເຫຼືອງ 300 ຕົ້ນໃນສວນ ສາມາດເກັບກ່ຽວລະດູທຳອິດດ້ວຍມູນຄ່າກ່ວາ 40 ລ້ານດົ່ງ. ເມື່ອເຫັນໄດ້ປະສິດທິຜົນທາງດ້ານເສດຖະກິດສູງ, ອ້າຍ ຟ້ານ ຈຶ່ງສືບຕໍ່ທະວີຄູນເນື້ອທີ່ປູກ. ປະຈຸບັນ, ສວນຕົ້ນຊາດອກໄມ້ເຫລືອງຂອງອ້າຍ ຟ້ານ ມີເກືອບ 1000 ຕົ້ນແລ້ວ. ອ້າຍ ຈິ໊ວຊິງຟ້ານ ໃຫ້ຮູ້ວ່າ:
“ຕົ້ນຊາດອກໄມ້ເຫລືອງມີປະສິດທິຜົນດ້ານເສດຖະກິດສູງ, ສ້າງລາຍຮັບໄດ້ຫລາຍໃນຄອບຄົວ. ນັບແຕ່ເມື່ອປູກຕົ້ນຊາດອກໄມ້ເຫລືອງ ລາຍຮັບຂອງຄອບຄົວກໍ່ໄດ້ດີກ່ວາ ເມື່ອທຽບໃສ່ການປູກຕົ້ນໄມ້ປະເພດອື່ນ.”
ບໍ່ພຽງແຕ່ມີອ້າຍ ຟ້ານ ເທົ່ານັ້ນ, ຫລາຍຄອບຄົວອື່ນຢູ່ຕາແສງ ໂດ່ນດາກ ກໍ່ຢັ້ງຢືນປະສິດທິຜົນດ້ານເສດຖະກິດສູງຈາກການປູກຕົ້ນຢາສະໝູນໄພອັນລ້ຳຄ່ານີ້. ອ້າຍ ຈ້ຽວດຶກຈີ່ງ ໄດ້ຮັບການໝູນຊ່ວຍເງິນຊື້ແນວພັນປູກ 70% ຈາກທາງເມືອງ ເມື່ອລາວຈົດທະບຽນປູກຕົ້ນຊາ 1.600 ຕົ້ນ.
ຜະລິດຕະພັນຈາກຕົ້ນຊາດອກໄມ້ເຫຼືອງ ພາບ: baoquangninh.com.vn |
ໄລ່ຮອດເດືອນ ສິງຫາ ປີ 2020, ເມືອງ ບາແຈ໋ ມີເນື້ອທີ່ປູກຕົ້ນຊາດອກເຫລືອງປະມານ 200 ເຮັກຕາ. ປີ 2019, ທົ່ວເມືອງສາມາດເກັບກ່ຽວດອກຊາເຫລືອງອົບໄດ້ 600 ກິໂລກຼາມ, ໃບຊາດອກເຫລືອງແຫ້ງໄດ້ 6 ໂຕນ ແລະ ແນວພັນປູກກ່ວາ 100.000 ຕົ້ນ, ລາຍຮັບໄດ້ທັງໝົດແມ່ນ 13,8 ຕື້ດົ່ງ, ນຳມາເຊິ່ງແຫຼ່ງລາຍຮັບເປັນປົກກະຕິດີພໍສົມຄວນໃຫ້ແກ່ບັນດາຄອບຄົວ. ກ່ຽວກັບການກຳນົດທິດພັດທະນາຕົ້ນຊາດອກໄມ້ເຫລືອງນັ້ນ, ທ່ານ ວີແທງວິງ, ຫົວໜ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດເມືອງ ບາແຈ໋ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຈະເພີ່ມທະວີການແນະນຳດ້ານເຕັກນິກໃຫ້ແກ່ປະຊາຊົນ, ພິເສດແມ່ນວຽກງານກ້າເບ້ຍໃຫ້ຖືກຕ້ອງຕາມເຕັກນິກ. ຂ້າພະເຈົ້າຄິດວ່າ ທຳອິດປະຊາຊົນຈະມີຄວາມເປັນຫ່ວງເປັນໃຍ ແຕ່ໃນໄລຍະຈະມາເຖິງ ພວກຂ້າພະເຈົ້າຈະສືບຕໍ່ໂຄສະນາໃຫ້ປະຊາຊົນ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈແຈ້ງກ່ຽວກັບແຜນນະໂຍບາຍຂອງເມືອງ. ໃນປີ 2020 ຈະເປັນເສນາທິການ ຈັດຕັ້ງບຸນຊາດອກໄມ້ເຫລືອງຄັ້ງທີ 3. ດ້ວຍຈຸດປະສົງແມ່ນໂຄສະນາໃຫ້ປະຊາຊົນພາຍໃນປະເທດ ແລະ ແຂກທ່ອງທ່ຽວຮັບຮູ້ຄຸນຄ່າຂອງຕົ້ນຊາດອກໄມ້ເຫລືອງ. ພວກຂ້າພະເຈົ້າຈະສືບຕໍ່ເປີດກ້ວາງຂອບຂະໜາດເຂດປູກຕົ້ນຊາດອກໄມ້ເຫລືອງ, ໜູນຊ່ວຍ ແລະ ຮ່ວມເດີນທາງພ້ອມກັບວິສາຫະກິດ ເພື່ອເປີດກ້ວາງຮາກຖານການຜະລິດປຸງແຕ່ງ.”
ຕົ້ນຊາດອກໄມ້ເຫລືອງແມ່ນຕົ້ນຢາສະໝູນໄພອັນລ້ຳຄ່າ, ແຕ່ດົນມາແລ້ວ ນັກຊ່ຽວຊານຫລາຍທ່ານຢູ່ພາຍໃນປະເທດ ແລະ ຕ່າງປະເທດໄດ້ຕີລາຄາສູງຕໍ່ຄຸນນະພາບ, ຄຸນປະໂຫຍດຂອງຕົ້ນຊາດອກໄມ້ເຫລືອງ. ທ່ານຮອງສາດສະດາຈານ, ປະລິນຍາເອກ ເຢືອງວັນຖາວ, ຫົວໜ້າພະແນກປ່າໄມ້, ມະຫາວິທະຍາໄລກະສິກຳປ່າໄມ້ ໃຫ້ຂໍ້ສັງເກດວ່າ:
“ສຳລັບເມືອງ ບາແຈ໋, ຕົ້ນຊາດອກໄມ້ເຫລືອງແມ່ນຕົ້ນໄມ້ຢູ່ໃນທ້ອງຖິ່ນເດີມ, ລະບົບນິເວດທຳມະຊາດຢູ່ທີ່ນີ້ ແມ່ນເໝາະສົມທີ່ສຸດ. ໃນໄລຍະຈະມາເຖິງ, ຄວາມສາມາດບົ່ມຊ້ອນຂອງຕົ້ນຊາດອກໄມ້ເຫລືອງສຳລັບຕະຫລາດພາຍໃນປະເທດກໍ່ຄືຕ່າງປະເທດ ຈະເພີ່ມຂຶ້ນຫລາຍທີ່ສຸດ. ສຳລັບຂະໜາດສວນກ້າເບ້ຍ, ຂ້າພະເຈົ້າເຫັນວ່າດີທີ່ສຸດແລ້ວ ແນ່ນອນວ່າໃນໄລຍະຈະມາເຖິງ ຕ້ອງມີການຄົ້ນຄວ້າ, ສຳຫລວດແຫຼ່ງ Gen ຕື່ມອີກ ແລະ ປົກປັກຮັກສາເບ້ຍຊາໄວ້, ຕົ້ນໃດທີ່ມີແຫຼ່ງ Gen ດີ ກໍ່ຈະນຳມາເຊິ່ງຜົນຜະລິດ ແລະ ຄຸນປະໂຫຍດໄດ້ດີຕໍ່ສຸຂະພາບຂອງຄົນເຮົາ.”
ເລື່ອງພັດທະນາຮູບແບບປູກຕົ້ນຊາດອກໄມ້ເຫລືອງຢູ່ບັນດາຕາແສງເຂດພູສູງຂອງເມືອງ ບາແຈ໋, ແຂວງ ກ໋ວາງນິງ ໄດ້ນຳມາເຊິ່ງສັນຍານທີ່ດີ. ນອກຈາກເລື່ອງຍົກສູງລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນແລ້ວ, ການພັດທະນາຂະໜາດສວນກ້າເບ້ຍຊາ ແລະ ຜະລິດໃນເນື້ອທີ່ກ້ວາງ ກໍ່ຊ່ວຍໃຫ້ເມືອງ ບາແຈ໋ ພັດທະນາເສດຖະກິດ, ປະກອບສ່ວນໂຄສະນາຄວາມສາມາດບົ່ມຊ້ອນຂອງແຂວງ ກ໋ວາງນິງ ໂດຍຜ່ານຜະລິດຕະພັນກະເສດທີ່ມີຄຸນນະພບສູງທີ່ເປັນເອກະລັກສະເພາະ./.