ນຳ ເຫ້ວ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວສີຂຽວ

(VOVWORLD) - ຫລຸດຜ່ອນຂີ້ເຫຍື້ອປະລາສຕິກໃນຂະແຫນງທ່ອງທ່ຽວ ເພື່ອແນໃສ່ປະກອບສ່ວນນຳ ເຫ້ວ ໃຫ້ກາຍເປັນຕົວເມືອງຫລຸດຜ່ອນຂີ້ເຫຍື້ອໃນປີນີ້ ນັ້ນແມ່ນຄຳຮຽກຮ້ອງຂອງຂະແຫນງທ່ອງທ່ຽວ ແຂວງ ເທື່ອທຽນເຫ້ວ. ທັງໝົດແມ່ນມຸ່ງໄປເຖິງການສ້າງສະພາບແວດລ້ອມການທ່ອງທ່ຽວເຫ້ວ ສີຂຽວ - ສະອາດ - ເປັນມິດກັບສິ່ງແວດລ້ອມ ແລະ ດຶງດູດແຂກທ່ອງທ່ຽວ.

ນຳ ເຫ້ວ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວສີຂຽວ - ảnh 1ເທື່ອທຽນເຫ້ວ ພວມມານະພະຍາຍາມກໍ່ສ້າງສະຖານທີ່ທ່ອງທ່ຽວສີຂຽວ, ດຶງດູດໃຈນັກທ່ອງທ່ຽວ. (ພາບ: VOV)

ໝູ່ບ້ານ ຖູຍບ່ຽວ, ຕາແສງ ຖູຍບ່ຽວ ໄດ້ຜັນຂະຫຍາຍຮູບແບບທົດລອງ, ສະຖານທີ່ທ່ອງທ່ຽວ ຫລຸດຜ່ອນຂີ້ເຫຍື້ອປະລາສຕິກ ແຫ່ງທຳອິດ ຢູ່ ນະຄອນ ເຫ້ວ. ປະຈຸບັນ ໝູ່ບ້ານນີ້ ມີ 15 ຮາກຖານເຂົ້າຮ່ວມ ແລະ ຜັນຂະຫຍາຍບັນດາມາດຕະການ ຫລຸດຜ່ອນຂີ້ເຫຍື້ອປະລາສຕິກ. ນັກທ່ອງທ່ຽວໄດ້ຮັບການສົ່ງເສີມຖືເຄື່ອງໃຊ້ສ່ວນຕົວໄປນຳ ຖ້າຫາກບໍ່ມີຕຸກນ້ຳ ກໍ່ຈະໄດ້ຮັບຕຸກນ້ຳ ແລະ ນ້ຳດື່ມໂດຍບໍ່ເສຍຄ່າ. ນອກນັ້ນ ຢູ່ລົດຖີບກໍ່ໄດ້ປະກອບດ້ວຍເສື້ອກັນຝົນ, ຄັນຮົ່ມ. ສຳລັບ  Tour ທ່ອງທ່ຽວມີລາຍການສອນແຕ່ງກິນ, ຖົງໄປຕະຫລາດ ແລະ ກ່ອງໃສ່ອາຫານ ລ້ວນແຕ່ໄດ້ຈັດວາງເພື່ອໃຫ້ນັກທ່ອງທ່ຽວບໍ່ນຳໃຊ້ຖົງນີລົງ. ໃນຫ້ອງພັກ ກໍ່ມີກວດແກ້ວນ້ຳດຶ່ມບໍລິສຸດ. ທ່ານ ເຈີ່ນກວາງຫ່າວ, ປະທານ ສາຂາທ່ອງທ່ຽວປະຊາຄົມ, ສະຫະສະມາຄົມທ່ອງທ່ຽວແຂວງ ເທື່ອທຽນເຫ້ວ ໃຫ້ຮູ້ວ່າ:

 “ນັກທ່ອງທ່ຽວເອງແມ່ນຜູ້ທີ່ມີຄວາມຕ້ອງການສຳລັບ Tour ຫລຸດຜ່ອນຂີ້ເຫຍື້ອປະລາສຕິກນີ້. ຈາກນັ້ນ ພໍ່ແມ່ປະຊາຊົນຈຶ່ງເຂົ້າຮ່ວມດ້ວຍຄວາມຫວັງ ຄວາມລໍຄອຍ. ສອງສາຍເຫດດັ່ງກ່າວ ໄດ້ເຮັດໃຫ້ປະຊາຊົນຮູ້ສຶກດຶງດູດໃຈ ແລະ ຕັດສິນໃຈປະຕິບັດ.       

ພ້ອມກັບການຫນູນຊ່ວຍຂອງໂຄງການ “ເຫ້ວ - ຕົວເມືອງ ຫລຸດຜ່ອນຂີ້ເຫຍື້ອປະລາສຕິກ ຢູ່ ພາກກາງ ຫວຽດນາມ", ສະຫະສະມາຄົມທ່ອງທ່ຽວແຂວງ ເທື່ອທຽນເຫ້ວ ໄດ້ຜັນຂະຫຍາຍການເຄື່ອນໄຫວຫລາຍຢ່າງ ເພື່ອຫລຸດຜ່ອນການນຳໃຊ້ເຄື່ອງປະລາສຕິກເທື່ອດຽວເມື່ອທຳການເຄື່ອນໄຫວທ່ອງທ່ຽວຈາກໂຮງແຮມ, ບໍລິສັດທ່ອງທ່ຽວ ແລະ ບັນດາສະຖານທີ່ທ່ອງທ່ຽວວົງຄະນາຍາດໃນບໍລິເວນນະຄອນ ເຫ້ວ. ມາຮອດປະຈຸບັນ, ຢູ່ ແຂວງ ເທື່ອທຽນເຫ້ວ ມີ ໂຮງແຮມ 22 ແຫ່ງ, ບ່ອນພັກເຊົາ ກວມເອົາ 70% ຈຳນວນສະມາຊິກຂອງສະມາຄົມໂຮງແຮມຢູ່ແຂວງ ເທື່ອທຽນເຫ້ວ ໄດ້ໃຫ້ຄຳໝັ້ນສັນຍາຈະຜັນຂະຫຍາຍຢ່າງຫນ້ອຍສຸດແມ່ນການກະທຳຫນຶ່ງໃນການຫລຸດຜ່ອນຂີ້ເຫຍື້ອປະລາສຕິກ. ທ່ານນາງ ເຈົາທິຮ່ວາງມາຍ, ຜູ້ອຳນວຍການບໍລິຫານໂຮມແຮມ Alba ເຫ້ວ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າ ມີຄວາມປາດຖະຫນາວ່າ ບັນດາວຽກງານນີ້ ຈະແຜ່ຂະຫຍາຍອອກຫລາຍກວ່າ. ປະຊາຄົມທ່ອງທ່ຽວຂອງ ເທື່ອທຽນເຫ້ວ ຈະນັບມື້ນັບມີຄວາມເອົາໃຈໃສ່ການຫລຸດຜ່ອນເຄື່ອງປະລາສຕິກທີ່ໃຊ້ເທື່ອດຽວ.

ນຳ ເຫ້ວ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວສີຂຽວ - ảnh 2ນັກທ່ອງທ່ຽວ ເຂົ້າຮ່ວມການປຸງແຕ່ງເຍື່ອງອາຫານ ຢູ່ ໝູ່ບ້ານທ່ອງທ່ຽວຊຸມຊົນ ຖູຍບ່ຽວ ນະຄອນ ເຫ້ວ. ພາບ:VOV

ແຕ່ເດືອນ ສິງຫາ ປີ 2023, ສະຫະສະມາຄົມທ່ອງທ່ຽວແຂວງ ເທື່ອທຽນເຫ້ວ ກໍ່ໄດ້ຈັດຕັ້ງບັນດາຊຸດຝືກອົບຮົມຍົກສູງຄວາມຮັບຮູ້ກ່ຽວກັບການຫລຸດຜ່ອນຂີ້ເຫຍື້ອປະລາສຕິກໃຫ້ແກ່ 120 ສະມາຊິກ ລວມມີ ໂຮງແຮມ, ບໍລິສັດທ່ອງທ່ຽວ ແລະ ບັນດາສະຖານທີ່ທ່ອງທ່ຽວວົງຄະນາຍາດ. ບັນດາສະມາຊິກຂອງສະຫະສະມາຄົມໄດ້ເຫັນດີກ່ຽວກັບລັກສະນະຈຳເປັນຂອງເລື່ອງຜັນຂະຫຍາຍບັນດາການເຄື່ອນໄຫວຫລຸດຜ່ອນການນຳໃຊ້ຜະລິດຕະພັນປະລາສຕິກ. ທ່ານນາງ ຫງວຽນທິຮວ່າງວີ, ຮອງປະທານ ສະຫະສະມາຄົມທ່ອງທ່ຽວແຂວງ ເທື່ອທຽນເຫ້ວ ຖືວ່າ:

 “ພວກຂ້າພະເຈົ້າປາດຖະຫນາວ່າ ບັນດາໄລຍະຈະມາເຖິງ, ນອກຈາກບັນດາຫົວຫນ່ວຍນຳຫນ້າແລ້ວ ຈະມີຮູບແບບ, ຂໍ້ລິເລີ່ມທີ່ດີກວ່າອີກ. ພວກຂ້າພະເຈົ້າ ຈະທະວີຄູນບັນດາການເຄື່ອນໄຫວນີ້, ບໍ່ພຽງແຕ່ໃນຂົງເຂດນ້ອຍເທົ່ານັ້ນ ຫາກນັບທັງການເຄື່ອນໄຫວລວມອີກດ້ວຍ.

ນະຄອນ ເຫ້ວ ແມ່ນນະຄອນບັນລຸ 5 ນາມມະຍົດ UNESCO, ນະຄອນ ວັດທະນະທຳຂອງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ນະຄອນ ຍືນຍົງດ້ານສິ່ງແວດລ້ອມ ອາຊຽນ ແລະ ກໍ່ແມ່ນນະຄອນນຳຫນ້າໃນຂະບວນການພັດທະນາສີຂຽວແບບຍືນຍົງ ໂດຍ ອົງການ WWF ມອບໃບຢັ້ງຢືນ ແມ່ນນະຄອນ ສີຂຽວ ອາຊຽນ ປີ 2024. ຂະແຫນງທ່ອງທ່ຽວ ແຂວງ ເທື່ອທຽນເຫ້ວ ພວມມານະພະຍາຍາມກໍ່ສ້າງສະພາບແວດລ້ອມການທ່ອງທ່ຽວ ເຫ້ວ ໃຫ້ນັບມື້ນັບ ສີຂຽວ, ສະອາດ, ສະຫວ່າງ, ເປັນມິດກັບສິ່ງແວດລ້ອມ ແລະ ດຶງດູດແຂກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ