(VOVWORLD) -ຢູ່ໂຮງໝໍ K ສາຂາ ເຕີນຈ່ຽວ, ຮ່າໂນ້ຍ, ມີຫ້ອງຮຽນພິເສດທີ່ມີຊື່ວ່າ “ຫ້ອງຮຽນແຫ່ງຄວາມຜາສຸກ” ເຊິ່ງຫາກໍ່ໄຂຂຶ້ນໃນຕົ້ນເດືອນ ມິຖຸນາ ນີ້.
ບັນດາເດັກທີ່ເປັນມະເຮັງໄດ້ຈັບປື້ມ, ບິກ, ສໍສີເພື່ອແຕ້ມຮູບ ຫຼື ຝຶກອ່ານ
(ພາບ: benhvienk.vn)
|
ນັກຮຽນຂອງຫ້ອງຮຽນນີ້ແມ່ນບັນດາເດັກນ້ອຍທີ່ເປັນມະເຮັງອັນຕະລາຍ. ເຖິງວ່າ, ຫ້ອງຮຽນຫາກໍ່ເປີດໄດ້ບໍ່ດົນ, ແຕ່ຫ້ອງຮຽນນີ້ໄດ້ນຳມາເຊິ່ງຄວາມເບີກບ່ານມ່ວນຊື່ນ, ຄວາມຜາສຸກ, ເປັນກຳລັງໜູນ ບໍ່ພຽງແຕ່ໃຫ້ບັນດາເດັກນ້ອຍທີ່ເປັນພະຍາດຢູ່ໂຮງໝໍແຫ່ງນີ້ຜ່ານຜ່າຄວາມເຈັບປວດເທົ່ານັ້ນ, ຫາກຍັງນຳມາເຊິ່ງແຫຼ່ງລະດົມກຳລັງໃຈໃຫ້ແກ່ພໍ່ແມ່ຂອງພວກນ້ອງອີກດ້ວຍ.
ໂດຍເຂົ້າຮ່ວມຊົ່ວໂມງສອນຂອງ “ຫ້ອງຮຽນແຫ່ງຄວາມຜາສຸກ” ຢູ່ຊັ້ນ 3 ໂຮງໝໍ K, ພວກຂ້າພະເຈົ້າຮູ້ສຶກໄດ້ຄວາມຜາສຸກຂອງບັນດາເດັກທີ່ເປັນມະເຮັງ ເມື່ອໄດ້ຈັບປື້ມ, ບິກ, ສໍສີເພື່ອແຕ້ມຮູບ ຫຼື ຝຶກອ່ານ, ຮ້ອງເພງຕາມຈັງຫວະຕົບມື້ຂອງເອື້ອຍຄູ. ສິ່ງທີ່ຄິດວ່າເປັນເລື່ອງທຳມະດານີ້, ສຳລັບບັນດາເດັກນ້ອຍທີ່ເປັນມະເຮັງແລ້ວແມ່ນຄວາມໄຝ່ຝັນທີ່ໃຫຍ່ຫຼວງ. ຫາກໍ່ໃສ່ຢາແລ້ວ, ສີໜ້າຍັງອິດເມື່ອຍ, ແຕ່ນ້ອງ ຮ່ວາງວັນມິງ, ອາຍຸ 8 ປີ, ທີ່ມາຈາກແຂວງ ບັ໊ກນິງ, ຍັງມານະພະຍາຍາມເຂົ້າຮ່ວມຫ້ອງຮຽນນີ້ພ້ອມກັບໝູ່ເພື່ອນ.
- ລູກປິ່ນປົວພະຍາດຢູ່ທີ່ນີ້ດົນແລ້ວບໍ່? ລູກປິ່ນປົວພະຍາດຢູ່ທີ່ນີ້ນັບແຕ່ເດືອນ ມີນາ.
- ມື້ນີ້ລູກເຂົ້າຫ້ອງຮຽນເພື່ອແຕ້ມຮູບ, ລູກຮູ້ສຶກຄືແນວໃດ? ລູກຮູ້ສຶກມ່ວນຫຼາຍ, ລູກຂອບໃຈເອື້ອຍຄູຫຼາຍເດີ.
ຄວາມສຸກໃນຫ້ອງຮຽນດັ່ງກ່າວ ບໍ່ພຽງແຕ່ແມ່ນມາຈາກສຽງຫົວເລາະຂອງບັນດາເດັກນ້ອຍທີ່ເປັນມະເຮັງເທົ່ານັ້ນ, ຫາກຍັງສະແດງອອກຜ່ານຢອດນ້ຳຕາຂອງຜູ້ເປັນພໍ່ເປັນແມ່ ເມື່ອເຫັນລູກຂອງຕົນໄດ້ຮ່ຳຮຽນຄືພວກເດັກນ້ອຍປົກກະຕິຄົນອື່ນໆ. ອ້າຍ ຮ່ວາງວັນບິ່ງ, ພໍ່ຂອງນ້ອງ ຮ່ວາງວັນມິງ, ໄດ້ເລົ່າສູ່ຟັງວ່າ, ເມື່ອຄອບຄົວໄດ້ຮູ້ວ່າ ມິງ ເປັນມະເຮັງກະດູກອອ່ນກ່ອນນີ້ 2 ເດືອນ. ມິງ ໄດ້ຜ່າຕັດຢູ່ໂຮງໝໍເດັກສູນກາງ ຫຼັງຈາກນັ້ນກໍ່ໄດ້ສົ່ງມາປິ່ນປົນຢູ່ໂຮງໝໍ K. ພາຍຫຼັງປິ່ນປົວ 3 ຄັ້ງ, ລູກຈຶ່ງສາມາດຍ່າງໄປເອງໄດ້. ເຖິງວ່າແມ່ນເຈັບປວດເມື່ອເຫັນລູກເຈັບເປັນກໍ່ຕາມ, ແຕ່ເມື່ອເຫັນວ່າລູກໄດ້ໄປໂຮງຮຽນ, ລະຫຼີ້ນພ້ອມກັບເອື້ອຍຄູ - ອ້າຍຄູ, ໝູ່ເພື່ອນ, ຄວາມເຈັບ, ຄວາມຫງວມເຫງົາຂອງອ້າຍກໍ່ໄດ້ຫຼຸດລົງສ່ວນໃດສ່ວນໜຶ່ງ. ອ້າຍ ຮ່ວາງວັນບິ່ງ, ແບ່ງປັນວ່າ.
“ກໍ່ຍ້ອນການຮຽນຖືກຂາດວັກຂາດຕອນ ສະນັ້ນເມື່ອໄດ້ເຂົ້າຮ່ວມຫ້ອງຮຽນນີ້ລູກຈຶ່ງຕັ້ງໃຈຮໍ່າຮຽນ. ມາແຫ່ງນີ້ມີເພື່ອນຮຽນພ້ອມກັນ, ສະນັ້ນເຫັນວ່າລູກກໍ່ມ່ວນຊື່ນກວ່າ, ຈິດໃຈກໍ່ສະບາຍກວ່າ. ກ່ອນນີ້ຍ້ອນໃສ່ຢາເຄມີຫຼາຍລູກກໍ່ອິດເມື່ອຍ, ແຕ່ 2 – 3 ມື້ມານີ້ເລື່ອງກິນດຶ່ມກໍ່ໄດ້ດີກວ່າແລ້ວ. ຄອບຄົວຂ້າພະເຈົ້າຂໍຂອບໃຈໂຮງໝໍທີ່ໄດ້ປິ່ນປົວໃຫ້ລູກເພື່ອໃຫ້ລູກມີສຸຂະພາບເຂັ້ມແຂງມາຮອດຈົນທຸກມື້ນີ້. ຂອບໃຈທາງຫ້ອງຮຽນທີ່ໄດ້ສ້າງບ່ອນຮຽນບ່ອນຫຼີ້ນໃຫ້ພວກລູກໆ”.
ບັນດາເດັກນ້ອຍໃນເກນອາຍຸແຕ່ 3 - 10 ປີຢູ່ໂຮງໝໍ K ທີ່ໄດ້ເຂົ້າຮ່ວມ “ຫ້ອງຮຽນແຫ່ງຄວາມຜາສຸກ” ໃນຕອນແລງນັບແຕ່ວັນອັງຄານ ຫາວັນສຸກ ປະຈຳແຕ່ລະອາທິດ. ຢູ່ໃນຫ້ອງຮຽນນັ້ນ, ພວກນ້ອງໄດ້ຮຽນແຕ້ມ, ສ້າງຮູບ, ຮຽນດົນຕີ, ຟ້ອນ, ໄດ້ຮັບຟັງການເລົ່າເລື່ອງ… ເອື້ອຍຄູ ເລທິກີນຈາງ, ຮອງຫົວໜ້າໂຮງຮຽນອະນຸບານ ກືເຄ, ໃຫ້ຮູ້ວ່າ:
“ຢູ່ໃນຫ້ອງຮຽນນັ້ນ ເດັກນ້ອຍແຕ່ລະຄົນມີສະພາບການ, ມີພະຍາດ, ຄວາມມຸ່ງມາດປາດຖະໜາ, ຄວາມຫຍຸ້ງຍາກທີ່ແຕກຕ່າງກັນ, ພວກຂ້າພະເຈົ້າຕ້ອງພົບປະກັບເດັກນ້ອຍໂດຍກົງເພື່ອເຫັນໄດ້ຈິດຕະສາດຂອງພວກເດັກພວມປະສົບກັບຄວາມຫຍຸ້ງຍາກເປັນຄືແນວໃດ, ຜ່ານນັ້ນ ພວກຂ້າພະເຈົ້າຈະຊ່ວຍເດັກແກ້ໄຂ. ເມື່ອເຂົ້າຮ່ວມຫ້ອງຮຽນ, ພວກເດັກມັກຮຽນສິ່ງໃດ ພວກຂ້າພະເຈົ້າຈະຊ່ວຍພວກນ້ອງສິ່ງນັ້ນ. ທັງຮຽນທັງແບ່ງປັນ, ສ້າງຄວາມເບີກບ່ານມ່ວນຊື່ນໃຫ້ພວກນ້ອງໄປພ້ອມໆກັນ.”
ໂດຍຖືກຕ້ອງກັບຫ້ອງຮຽນທີ່ມີຊື່ວ່າ “ຫ້ອງຮຽນແຫ່ງຄວາມຜາສຸກ”, ບໍ່ພຽງແຕ່ແມ່ນຄວາມຜາສຸກຂອງສະເພາະພວກເດັກນ້ອຍທີ່ພວມປິ່ນປົວພະຍາດຢູ່ໂຮງໝໍ K ເທົ່ານັ້ນ, ຫາກຍັງແມ່ນບັນດາຢອດນ້ຳຕາທີ່ສະແດງໃຫ້ເຫັນຄວາມຜາສຸກຂອງຜູ້ເປັນພໍ່, ເປັນແມ່ ເມື່ອເຫັນປະຈັກຕາບັນດາລູກຂອງຕົນໄດ້ລະຫຼີ້ນ, ຮ່ຳຮຽນຄືດັ່ງເດັກນ້ອຍຄົນອື່ນອີກດ້ວຍ. ທ່ານໝໍ ຫວຽນບ໊າຕິ້ງ, ຫົວໜ້າຫ້ອງວຽກງານສັງຄົມ, ໂຮງໝໍ K, ແບ່ງປັນວ່າ: ພາຍຫຼັງເປີດຫ້ອງຮຽນດັ່ງກ່າວ, ບັນດາແພດໝໍຂອງໂຮງຮຽນ ແລະ ກຸ່ມອາສາສະໝັກປາດຖະໜາວ່າ, ນອກຈາກຊົ່ວໂມງປົວພະຍາດແລ້ວ, ພວກນ້ອງນ້ອຍຍັງສາມາດເຂົ້າຮ່ວມການເຄື່ອນໄຫວລະຫຼີ້ນ, ຮ່ຳຮຽນ ນີ້ກໍ່ແມ່ນການຊ່ວຍໃຫ້ພວກນ້ອງນ້ອຍຜ່ານຜ່າຄວາມເຈັບປອດ, ຢ້ານກົວເພື່ອຕ້ານພະຍາດ.
“ບັນດາຜູ້ຈັດຕັ້ງມີຄວາມສຸກທີ່ສຸດ, ເມື່ອເຫັນພວກນ້ອງຢາກເຂົ້າຮຽນ, ເມື່ອພວກນ້ອງຮ່ຳຮຽນມີປູຍ່າຕາຍາຍ, ພໍ່ແມ່ຕິດຕາມ, ເບິ່ງພວກນ້ອງດ້ວຍຄວາມສຸກ. ພວກນ້ອງອາດຈະບໍ່ຮູ້ຫຍັງຫຼາຍກ່ຽວກັບພະຍາດຂອງຕົນ, ພວກນ້ອງພະຍາຍາມເທົ່າໃດ, ຜູ້ເປັນພໍ່ເປັນແມ່ຕ້ອງມານະພະຍາຍາມຫຼາຍນັບສິບເທົ່າ, ຮ້ອຍເທົ່າ ເພື່ອຮ່ວມເດີນທາງພ້ອມກັບພວກນ້ອງ, ເພື່ອສາມາດປີ່ນປົວພະຍາດນີ້ໃຫ້ບັນລຸປະສິດທິຜົນ. ຫ້ອງຮຽນນີ້ກໍ່ແມ່ນນ້ຳໃຈ, ການແບ່ງປັນຂອງພະນັກງານຂະແໜງການແພດ, ເອື້ອຍຄູ - ອ້າຍຄູ ແລະ ກຸ່ມນັກອາສາສະໝັກ”.
ຢູ່ໂຮງໝໍແຫ່ງນີ້, ບ່ອນທີ່ເບິ່ງຄືວ່າມີພຽງຄວາມເປັນຫວ່ງເປັນໃຍ ແລະ ຄວາມເຈັບປວດຍ້ອນພະຍາດ, “ຫ້ອງຮຽນແຫ່ງຄວາມຜາສຸກ” ຄືດັ່ງສິ່ງທີ່ສ້າງຄວາມເບີກບານມ່ວນຊື່ນ, ຄວາມຜາສຸກ. ຢູ່ທີ່ນີ້, ບໍ່ມີສຽງຂອງເຄື່ອງຈັກປິ່ນປົວພະຍາດ, ບໍ່ມີກິ່ນຂອງຢາ, ຂອງທາດເຄມີ ຫາກມີພຽງແຕ່ຊົ່ວໂມງຮຽນ, ພ້ອມກັບສຽງຮ້ອງເພງ… ບັນດາຄວາມໄຝ່ຝັນຂອງພວກນ້ອງນ້ອຍທີ່ເປັນມະເຮັງຍັງສືບຕໍ່ໄດ້ຮັບການປະຕິບັດ.