(VOVWORLD) -ສ. ເຊັກໂກ ແມ່ນແຫ່ງທີ່ມີຫຼາຍຄອບຄົວຊາວຫວຽດນາມສ້າງເສດດຖະກິດທີ່ປະສົບຜົນສຳເລັດ, ແຕ່ຍັງຄົງຮັກສາຮີດຄອງປະເພນີອັນເປັນມູນເຊື້ອຂອງຊາດ ແລະ ອວາຍໜ້າເມືອຫາກົກເຄົ້າເຫງົາກໍ. ພິເສດຢູ່ນະຄອນ ໂຊໂກລົບ, ມີຄອບຄົວຊາວຫວຽດນາມ ປະກອບດ້ວຍຫຼາຍລຸ່ນຄົນຢູ່ນຳກັນ ແມ່ນໜຶ່ງໃນຈຳນວນຄອບຄົວທີ່ເປັຍຕົວແບບນີ້
ການເຕົ້າໂຮມກັນຂອງຄອບຄົວ ອ້າຍເລວັນຖຸ້ຍ |
ອ້າຍເລວັນຖຸ້ຍ, ບ້ານເກີດຢູ່ແຂວງຫາຍເຢືອງ, ໄປສ້າງອາຊີບຢູ່ ສ. ເຊັກໂກຕັ້ງແຕ່ປີ 1995. ດ້ວຍຄວາມດຸໝັ້ນຂະຫຍັນພຽນ, ມານະອົດທົນ, ລາວໄດ້ຄ່ອຍສ້າງຊີວິດອັນເປັນປົກກະຕິ ແລະ ໄດ້ຕ້ອນຮັບພໍ່ແມ່, ອ້າຍເອື້ອຍນ້ອງມາໜູນຊ່ວຍພັດທະນາເສດຖະກິດ. ຜ່ານບັນດາໄລຍະເວລາທີ່ລຳບາກ, ອ້າຍເລວັນຖຸ້ຍ ມີຄວາມເອກອ້າງທະນົງໃຈເມື່ອຄອບຄົວຂອງຕົນຍາມໃດກໍມີສະຕິຮັກສາ ຮີດຄອງປະເພນີ, ວັດທະນະທຳອັນເປັນມູນເຊື້ອຂອງຊາວຫວຽດນາມ.
ສຳລັບຄອບຄົວທີ່ມີຫຼາຍລຸ່ນຄົນດຳລົງຊີວິດຢູ່ຮ່ວມກັນນັ້ນ, ເລື່ອງຍາກກ່ວາໝູ່ແມ່ນການແກ້ໄຂຄວາມຂັດແຍ່ງກັນທີ່ເກີດຂຶ້ນໃນຊີວິດປະຈຳວັນ. ແຕ່ໃນໄລຍະດຳລົງຊີວິດຢູ່ ສ. ເຊັກໂກ ເປັນກວ່າ 20 ປີທີ່ຜ່ານມາ, ເບິ່ງຄືວ່າ ຍັງບໍ່ທັນເກີດມີຄວາມຂັດແຍ່ງໃດໆທີ່ສົ່ງຜົນສະທ້ອນເຖິງສາຍພົວພັນຂອງບັນດາລຸ່ນຄົນໃນຄອບຄົວ. ອ້າຍເລວັນຖຸ້ຍ ໃຫ້ຮູ້ວ່າ ຄວາມເຄົາລົບ ແລະ ຄວາມຮັກແພງລະຫວ່າງທຸກໆຄົນໃນຄອບຄົວແມ່ນວິທີແກ້ໄຂ ຄວາມຂັດແຍ່ງທຸກຢ່າງໃນຄອບຄົວ. ອ້າຍເລວັນຖຸ້ຍ ເວົ້າວ່າ :
“ ແຕ່ລະຄອບຄົວຊາວຫວຽດນາມ ກໍລ້ວນແຕ່ມີສະພາບແຕກຕ່າງກັນ, ເປັນຕົ້ນແມ່ນຄອບຄົວຂອງເຮົາມີຫຼາຍລຸ່ນຄົນດຳລົງຊີວິດຢູ່ຮ່ວມກັນ, ດັ່ງນັ້ນໃນຊີວິດປະຈຳວັນ, ມັກເກີດຄວາມຂັດແຍ່ງກັນ. ແຕ່ເຖິງຢ່າງໃດກໍຕາມ, ສິ່ງທີ່ສຳຄັນ ແມ່ນທຸກໆຄົນຕ້ອງມີຄວາມເຄົາລົບຕໍ່ກັນ. ຖ້າເຮັດໄດ້ສິ່ງນີ້, ຄວາມຂັດແຍ່ງກັນຢ່າງທຸກຢ່າງຈະຖືກຫັນມາເປັນການໂຕ້ແຍ້ງກັນ ຫາກບໍ່ເປັນບັນຫາໜັກເກີນໄປ”
ສຳລັບບັນດາຄອບຄົວທີ່ມີຫຼາຍລຸ່ນຄົນດຳລົງຊີວິດຢູ່ຮ່ວມກັນນັ້ນ, ສາຍພົວພັນລະຫວ່າງຜູ້ເປັນແມ່ຜົວ ແລະ ລູກໃພ້ ເຄີຍເກີດຄວາມຂັດແຍ່ງກັນ. ແຕ່ໃນຄອບຄົວຂອງອ້າຍເລວັນຖຸ້ຍ, ເລື່ອງນີ້ກໍເຄີຍເກີດຂຶ້ນເລີຍ. ນາງ ຮ່າທິແອງເຈີມ ເມຍຂອງອ້າຍຖຸຍ ໃຫ້ຮູ້ວ່າ ນາງມີຄວາມຮູ້ບຸນຄຸນຕໍ່ແມ່ຍ່າທີ່ສຸດ, ເພາະເພິ່ນແມ່ນຜູ້ໃຈດີ, ຍາມໃດກໍພ້ອມແລ້ວໃຫ້ການຫນູນຊ່ວຍລູກໃພ້ຢ່າງສຸດໃຈ. ນາງ ຮ່າທິແອງເຈີມ ເວົ້າວ່າ :
“ ຍາມໃດ ຂ້າພະເຈົ້າກໍນັບຖື ພໍ່ແມ່ຜົວຄືດັ່ງພໍ່ແມ່ຄີງຂອງຕົນ. ສ່ວນແມ່ເຖົ້າແມ່ນຢູ່ໄກ, ດັ່ງນັ້ນບໍ່ມີເວລາມາຊ່ວຍ. ແຕ່ແມ່ຍ່າກໍເບິ່ງແຍງລູກເຕົ້າຢ່າງສຸດໃຈ, ເມື່ອຂ້າພະເຈົ້າໄປການ, ເພິ່ນກໍປັດກວາດເຮືອນຊານຊ່ວຍລູກຫຼານ. ດັ່ງນັ້ນ ຂ້າພະເຈົ້າຮູ້ສຶກມີຄວາມອຸ່ນອຽນໃຈ ”
ແບ່ງປັນກ່ຽວກັບເຄັດລັບຮັກສາຄວາມຜາສຸກໃນຄອບຄົວໜຶ່ງທີ່ ມີຫຼາຍລຸ່ນຄົນດຳລົງຊີວິດຢູ່ຮ່ວມກັນ, ປ້າ ຝ້າມທິກຸກ ປີນີ້ມີອາຍຸ 75 ປີ ເປັນແມ່ຂອງອ້າຍຖຸ້ຍ ຖືວ່າ : ບັນດາຜູ້ອາຍຸສູງໃນຄອບຄົວແມ່ນມີບົດບາດສຳຄັນ. ປ້າ ຝ້າມທິກຸກ ເວົ້າວ່າ :
“ ຕາມຂ້າພະເຈົ້າແລ້ວ, ຢາກຮັກສາຄອບຄົວໃຫ້ມີຄວາມສຸກ, ທຸກໆຄົນກໍເຫັນດີເຫັນພ້ອມຕໍ່ກັນນັ້ນ, ເຮົາຕ້ອງເປັນແບບຢ່າງໃຫ້ພວກລູກຫຼານເຮັດຕາມ. ຕ້ອງບອກສອນພວກຫຼານຮ່ຳຮຽນ ແລະ ຕ້ອງຮູ້ຈັກນັບຖືຜູ້ອາຍຸສູງ. ເວົ້າລວມແລ້ວ ແມ່ນບອກສອນພວກຫຼານຕ້ອງຮັກສາຮີດຄອງປະເພນີຂອງຫວຽດນາມ ”
ໂດຍໄດ້ດຳລົງຊີວິດຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ປະເທດຊາດ ແລະ ໄດ້ມີຊີວິດດ້ວຍຄວາມສຸກກັບພວກລູກຫຼານໃນໄລຍະເປັນບັ້ນປາຍຂອງຊີວິດ, ແຕ່ລຸງ ເງວັນເວື້ອງ ຜູ້ເປັນພໍ່ຂອງອ້າຍຖຸ້ຍ ຍາມໃດກໍມີຄວາມຫວັງຢາກໃຫ້ພວກລູກຫຼານຕ້ອງອວາຍໜ້າເມືອຫາ ບ້ານເກີດເມືອງນອນ, ປະເທດຊາດ. ລຸງ ເວົ້າຄວາມໃນໃຈສູ່ຟັງວ່າ :
“ 2-3 ເດືອນ, ຂ້າພະເຈົ້າ ກໍກັບເມືອປະເທດຊາດເທື່ອໜຶ່ງ, ເພາະຢູ່ຫັ້ນ ແມ່ນບ່ອນຝັງສາຍແຮ່ ບ່ອນແຜ່ສາຍບື ທັງແມ່ນແຫ່ງທີ່ປູ່ຍ່າຕາຍ່າຍໄດ້ດຳລົງຊີວິດເປັນເວລາດົນນານ. ບໍ່ມີຫຍັງເໜືອກ່ວາ ບ້ານເກີດເມືອງນອນ, ປະເທດຊາດ, ແຫ່ງທີ່ມີຄວາມຮັກແພງຂອງໝູ່ເພື່ອນ, ບັນດາຜູ້ຄົນໃນຄອບຄົວເພື່ອນບ້ານໃກ້ຄຽງ ມີຄວາມຮັກແພງກັນແທ້. ”
ຄອບຄົວອ້າຍຖຸ້ຍ ແມ່ນໜຶ່ງໃນບັນດາຄອບຄົວຕົວແບບຂອງຫຼາຍໆຄອບຄົວຊາວຫວຽດນາມອື່ນໆທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ສ.ເຊັກໂກ. ໃນທ່າມກາງຄວາມລຳບາກເພື່ອຫາເງິນລ້ຽງຊີບຢູ່ຕ່າງແດນ, ພ້ອມກັບການປະກອບສ່ວນເຂົ້າໃນສັງຄົມປະເທດປະຈຳຖິ່ນນັ້ນ, ເຂົາເຈົ້າຍັງຄົງຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອໃຫ້ແກ່ລຸ່ນລູກລຸ່ນຫຼານໃນອະນາຄົດ.