ການເສັງບັນລະຍາຍດ້ວຍພາສາໄທ ປີ 2015 - ກາລະໂອກາດຢັ້ງຢືນຕົນເອງຂອງບັນດານັກສຶກສາຫວຽດນາມ


(vovworld)- “ພວກ​ຂ້າ​ພະ​ເຈົ້າ​ຢາກ​ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​​ພາ​ສາ​ໄທ​ໃຫ້​ແກ່​ບັນ​ດາ​ນັກ​ສຶກ​ສາ​ຮຽນ​ພາ​ສາ​ໄທ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຕ່າງໆຂອງ​ຫວຽດ​ນາມ”. ນັ້ນ​ແມ່ນ​ຄຳ​ຢ​ືນ​ຢັນ​ຂອງ​ທ່ານ​ນາງ ດ​ອນ​ລາ​ດາ ທອງ​ບົນ, ເລ​ຂາ​ທີ​ຫນຶ່ງ ສະ​ຖານ​ທູດ ລາ​ຊະ​ອາ​ນາ​ຈັກ ໄທ ປະ​ຈຳ​ຫວຽດ​ນາມ, ຫົວ​ຫນ້າ​ຄະ​ນະ​ກວດ​ສອບ​ກາ​ນ​ເສັງ​ບັນ​ລະ​ຍາຍ​ດ້ວຍ​ພາ​ສາ​ໄທ ຄັ້ງ​ທີ 4 ປີ 2015 ​ເຊິ່ງຈັດ​ຂຶ້ນ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ ໃນ​ກາງ​ເດືອນ 5/2015. ການ​ເສັງ​ທີ່​ມີ​ຫົວ​ຂໍ້​ວ່າ: “ ຂ້າ​ພະ​ເຈົ້າ​ຢາກ​ເວົ້າ​ກັບ​ຄົນໄທວ່າ..”.

       ສຽງ​ເພື່ອນ ມີງ​ເຍີດ

ການເສັງບັນລະຍາຍດ້ວຍພາສາໄທ ປີ 2015 - ກາລະໂອກາດຢັ້ງຢືນຕົນເອງຂອງບັນດານັກສຶກສາຫວຽດນາມ - ảnh 1
ນັກ​ສຶກ​ສາ​ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ເສັງ​ບັນ​ລະ​ຍາຍ​
ດ້ວຍ​ພາ​ສາ​ໄທ
ພາບ:vov

        ບົດ​ບັນ​ລະ​ຍາຍ​ດ້ວຍ​ພາ​ສາ​ໄທ ຂອງ​ເພື່ອນ ມີງ​ເຍີດ ໄດ້​ຮັບ​ຄວາມຊົມ​ເຊີຍ​ຈາກ​ຜ້​ູ​ແທນ​ກວ່າ 200 ຄົນ. ມີ​ງ​ເຍີດ ມີ​ອາ​ຍຸ 20 ປີ, ປະ​ຈຸ​ບັນ ພວມ​ຮຽນ​ປີ​ທີ 2 ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ມະ​ນຸດ ນະ​ຄອນ ໂຮ່​ຈິ​ມີນ. ເພື່ອນ ມີງ​ເຍີດ ເລີ່ມ​ຕົ້ນ​ຮຽນ​ພາ​ສາ ໄທ ກ່ອນນີ້ 4 ປີ ເມື່ອ​ຄາວ​ຍັງ​ແມ່ນ​ນັກ​ຮຽນ ມັດ​ທະ​ຍົມ​ຕອນ​ປາຍ ຕຽນ​ຢາງ. ໄລ​ຍະ​ຕົ້ນ, ມີງ​ເຍີດ ຮຽນ​ພາ​ສາ​ໄທ​ເອງ ຜ່ານຫນ້າ​ເວັບ speakingthai.com  ແລະ learnthai.com, ແຕ່​ການ​ຮຽນ​ຜ່ານ​ຫນ້າ​ເວັບ​ບໍ່​ນຳ​ມາ​ເຊິ່ງ​ໝາກ​ຜົນ​ປານ​ໃດ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ໃນ 2 ປີ​ຮ່ຳ​ຮຽນ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ, ພາ​ສາ​ໄທ​ຂອງ ມີງ​ເຍີດ ມີ​ຄວາມ​ຄືບ​ຫນ້າ​ຫລາຍ. ແລະ ການ​ເສັງ​ບັນ​ລະ​ຍາຍ​ໃນ​ຄັ້ງ​ນີ້ ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້ ມີງ​ເຍີດ ສະ​ແດງ​ຄວາມ​ນິ​ຍົມ​ພາ​ສາ​ໄທ​ຂອງ​ຕົນ​ຕໍ່​ຊາວ​ໄທ.

ສຽງ​ຂອງ​ເພື່ອນມີງ​ເຍີດ

​        ພາຍ​ຫລັງ​ຈັດ​ຕັ້ງ​ການ​​ເສັງບັນ​ລະ​ບາຍ 3 ຄັ້ງ​ສຳ​ເລັດ​ຜັນ, ການ​ເສັງໃນ​ຄັ້ງ​ນີ້ ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກ​ສາ​ຫລາຍ​ຄົນ​ທີ່​ມາ​ຈາກ ມະ​ຫາ​ວິ​ທະ​ຍາ​ໄລ 5 ແຫ່ງ​ພາຍ​ໃນ​ປະ​ເທດ​ຄື: ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ - ມະ​ຫາ​ວິ​ທະ​ຍາ​ໄລ​ຮ່າ​ໂນ້ຍ, ມະ​ຫາ​ວິ​ທະ​ຍາ​ໄລ ວິ​ທະ​ຍາ​ສາດ ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ມະ​ນຸດ ຮ່າ​ໂນ້ຍ, ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ມະ​ນຸດ ນະ​ຄອນ ໂຮ່​ຈິ​ມີນ ແລະ ມະ​ຫາ​ວິ​ທະ​ຍາ​ໄລ ດາ​ຫນັງ. ດ້ວຍ​ຫົວ​ຂໍ້​: “ຂ້າ​ພະ​ເຈົ້າຢາກ​ເວົ້າ​ກັບ​ຄົນ​ໄທວ່າ..” ໃນ​ ຮອບ​ທີ 1 ຂອງ ການ​ເສັງ ແມ່ນ​ການ​ເສັງ​ຂຽນ​ບົດ, ຄະ​ນະ​ຈັດ​ຕັ້ງ​ໄດ້​ຮັບ​ບົດ​ເສັງ​ກວ່າ 60 ບົດ ແລະ ຄັດ​ເລືອກ​ນັກ​ສຶກ​ສາ 19 ຄົນ ຊຶ່ງແມ່ນ​​ຜ​ູ້​ທີ່ມີ​ຜົນ​ງານ​ດີ​ເດັ່ນ​ເພື່ອ​ເຂົ້າ​ຮ່ວມ​ການ​ເສັງ​ບັນ​ລະ​ຍາຍ. ສະ​ນັ້ນ ນັກ​ສຶກ​ສາ​​ທີ່​ໄດ້ເຂົ້າ​ຮ່ວມ​ການ​ເສັງບັນ​ລະ​ຍາຍ​ລ້ວນ​ແຕ່ຮູ​້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ. ເພື່ອນ ທວາ ແລະ ຈາງ ມາ​ຈາກ ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ການ​ເສັງ​ຊື່ງ​ພວກ​ນ້ອງ​ລໍ​ຖ້າ​ແຕ່​ດົນ​ແລ້ວ, ນັບ​ແຕ່​ເມື່ອ​ພວກ​ນ້ອງ​ຮຽນ​ພາ​ສາ​ໄທ. ນ້ອງ​ເຫັນ​ວ່າ ຕົນ​ເອງ ໂຊກ​ດີ​ຫລາຍ​ເມື່ອ​ໄດ້​ເຂົ້າ​ຮ່ວມ​ການ​ເສັງ​​ຄັ້ງນີ້ ເພາະ​ວ່າ ການ​ເສັງ​ບໍ່​ຈັດ​ຕັ້ງ​ປະ​ຈຳ​ປີ ຫາກ 2,3 ປີ ຈຶ່ງ​ຈັດ​ຕັ້ງ​ເທື່ອ​ຫນຶ່ງ.”

        “ເມື່ອ​ໄດ້​ຮັບ​ຂ່າວ​ວ່າ​​ຕົ​ນ​ເອງ​ໄດ້​ຮັບເລືອກເຂົ້າ​ຮອບ​ຊີງ​ຊະ​ນະ​ເລີດ​ຂອງ​ການ​ເສັງ​ບັນ​ລະ​ຍາຍ​ດ້ວຍ​ພາ​ສາ​ໄທ. ນ້ອງ​ດີ​ໃຈ​ຫລາຍ ແລະ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ສຸ​ດ.”

ການເສັງບັນລະຍາຍດ້ວຍພາສາໄທ ປີ 2015 - ກາລະໂອກາດຢັ້ງຢືນຕົນເອງຂອງບັນດານັກສຶກສາຫວຽດນາມ - ảnh 2
ເພື່ອນ ມີງ​ເຍີດ ຜູ້​ໄດ້​ຮັບ​ລາງວັນ​ທີ 1
ພາບ:vov

        ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ການ​ເສັງ ແລະ ນັກ​ສຶກ​ສາ​ເຂົ້າ​ຮ່ວມ, ອ້າຍ​ຄູ ຫງວຽນ​ເຕືອງ​ລາຍ, ຄູ​ສອນ​ພາ​ສາ​ໄທ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ ວິ​ທະ​ຍາ​ສາດ​ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ມະ​ນຸດ - ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ພວກ​ນ້ອງ​ນັກ​ສຶກ​ສາ​ເຂົ້າ​ຮ່ວມ​ການ​ເສັງ​ໃນ​ຄັ້ງ​ນີ້ ​ສ່ວນ​ຫລາຍ​ແມ່ນ​ຜູ້​ນິ​ຍົມ​ພາ​ສາ​ໄທ, ຮັກ​ແພງ​ປະ​ເທດ​ໄທ ແລະ ຊາວ​ໄທ. ພວກ​ນ້ອງດຸ​ໝັ່ນ​ໃນ​ການ​ຊອກ​ຮູ້​ພາ​ສາ​ໄທ, ປະ​ຫວັດ​ສາດ ແລະ ວັດ​ທະ​ນະ​ທຳ​ໄທ. ນອກ​ຈາກ​ຮ່ຳ​ຮຽນ​ຢູ່​ໂຮງ​ຮຽນ​ແລ້ວ ພວກ​ນ້ອງ​ຍັງ​ຄົ້ນ​ຄ້​ວາ​ພາ​ສາ​ໄທ​ຜ່ານ​ຫນ້າ​ເວັບ ແລະ ປື້ມ​ຕ່າງໆ. ແຕ່ກ​ອ່ນ​ພວກ​ນ້ອງບໍ່​ຮູ້​ພາ​ສາ​ໄທ​ ແຕ່​ມາ​ຮອດ​ປະ​ຈຸ​ບັນ ເຂົາ​ເຈົ້າ​ສາ​ມາດ​ບັນ​ລະ​ຍາຍ​ໄດ້.”

        ຜ່ານ​ການ​ຈັດ​ຕັ້ງມາ​ເປັນຫລາຍ​ຄັ້ງ, ການ​ເສັງ​ບັນ​ລະ​ຍາຍ​ດ້ວຍ​ພາ​ສາ​ໄທ ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ ແລະ ພັດ​ທະ​ນາ​ການ​ສິດ​ສອນ​ພາ​ສາ​ໄທ ແລະ ຄົ້ນ​ຄ້​ວາ​ກ່ຽວ​ກັບ​ປະ​ເທດ​ໄທ ຢູ່ ຫວຽດ​ນາມ. ນັ້ນ​ກໍ​ແມ່ນ​ຄວາມ​ມຸ້ງ​ຫວັງ​ຂອງ​ທ່ານ​ນາງ ດອນ​ລາ​ດາ ທອງ​ບົນ, ເລ​ຂາ​ທິ​ຫນຶ່ງ ສະ​ຖານ​ທູດ​ໄທ ປະ​ຈຳ​ຫວຽດ​ນາມ, ຫົວ​ຫ​ນ້າ​ຄະ​ນະ​ກວດ​ສອບ​ການ​ເສັງ:

        ສຽງ​ທ່ານ​ນາງ ດອນ​ລາ​ດາ

        ການ​ເສັງ​ບັນ​ລະ​ຍາຍ​ອັດ​ລົງ​ເວ​ລາ 12 ໂມງ​ເຄິ່ງ, ລາງວັນ​ທີ 1 ແມ່ນ​ໄດ້​ແກ່​ເພື່ອນ ຮີ່ງ​ມີງ​ເຍີດ ດ້ວຍ​ມູນ​ຄ່າ 10 ລ້ານ​ດົງ. ນອກນັ້ນ ຄະ​ນະ​ກວດ​ສອບ ຍັງ​ມອບ​ລາງວັນ​ທີສອງ 1 ລາງວັນ, ທີ​ສາມ 1 ລາງວັນ ແລະ ລາງວັນ​ຊົມ​ເຊີຍ 5 ລາງວັນ ໃຫ້​ແກ່​ບັນ​ດາ​ນັກ​ສຶກ​ສາ​ມາ​ຈາກ ມະ​ຫາ​ວິ​ທະ​ຍ​າ​ໄລ ຮ່າ​ໂນ້ຍ, ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ, ມະ​ຫາ​ວິ​ທະ​ຍາ​ໄລ ດາ​ຫນັງ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ມະ​ນຸດ​ຮ່າ​ໂນ້​ຍ.

ຕອບກັບ

ຂ່າວ/ບົດ​ອື່ນ