(VOVWORLD) -ພາຍຫຼັງຕັ້ງໜ້າເຈລະຈາມາເປັນເວລາ 8 ປີ, ຜ່ານຜ່າຄວາມແຕກຕ່າງ ແລະ ສິ່ງທ້າທາຍນາໆປະການ, 10 ປະເທດສະມາຊິກ ອາຊຽນ ພ້ອມດ້ວຍ 5 ປະເທດ ຄູ່ຮ່ວມມືນອກພາກພື້ນ ໄດ້ລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຢ່າງເປັນທາງການໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ເຊິ່ງຖືກຈັດຂຶ້ນຢູ່ ຮ່າໂນ້ຍ ໃນໄລຍະຜ່ານມາ.
ນີ້ແມ່ນຜົນງານອັນໃຫຍ່ຫຼວງຢ່າງແທ້ຈິງ, ຊ່ວຍກຳນົດພາກພື້ນ ການຄ້າເສລີ ທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນໂລກ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທຸກປະເທດສະມາຊິກ, ໃນນັ້ນ ມີ ກຳປູເຈຍ. ວັນໂດ໊, ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ກຳປູເຈຍ ຈະໄຈ້ແຍກຢ່າງລະອຽດ ກ່ຽວກັບບັນຫາດັ່ງກ່າວ ຜ່ານບົດຂຽນດ້ວຍຫົວຂໍ້ວ່າ “ກຳປູເຈຍ ພ້ອມແລ້ວທີ່ຈະພັດທະນາພ້ອມກັບ RCEP”.
ພິທີລົງນາມສັນຍາ RCEP |
RCEP ໄດ້ຮັບຖືວ່າ ແມ່ນສັນຍາການຄ້າເສລີທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນໂລກ, ດ້ວຍຕະຫຼາດທີ່ມີປະຊາກອນປະມານ 2,2 ຕື້ຄົນ, ກວມເອົາ 30% GDP ແລະ 28% ອັດຕາສ່ວນການແລກປ່ຽນການຄ້າທົ່ວໂລກ. ເລື່ອງລົງນາມໃນສັນຍາ RCEP ໄດ້ຮັບການຕີລາຄາຈາກຫາງສຽງ, ສື່ມວນຊົນ ແລະ ນັກຮຽນຮູ້ ວ່າ ຈະເຮັດໃຫ້ກະແສການຄ້າ ແລະ ການລົງທຶນໃນພາກພື້ນມີການປ່ຽນແປງຢ່າງແຮງ, ຊຸກຍູ້ບັນດາລະບົບສະໜອງພາຍໃນກຸ່ມ, ສ້າງກຳລັງໜູນສຳຄັນໜູນຊ່ວຍແກ່ວິວັດການພັດທະນາເສດຖະກິດ - ສັງຄົມ ແລະ ສິ່ງແວດລ້ອມແບບຍືນຍົງ, ສ້າງກຳລັງໜູນຊຸດຍູ້ການເຕີບໂຕເສດຖະກິດ, ປັບປຸງຊີວິດການເປັນຢູ່ ແລະ ວິທີການຫາລ້ຽງຊີບຂອງປະຊາຊົນໃນພາກພື້ນ, ກໍຄື ຊ່ວຍຟື້ນຟູບັນດາພື້ນຖານເສດຖະກິດ ພາຍຫຼັງວິກິດການຂອງໂລກລະບາດໂຄວິດ - 19.
ທ່ານ Chheng Kimlong, ຮອງປະທານສະຖາບັນ ວິໄສທັດ ອາຊີ (AVI) ຂອງ ກຳປູເຈຍ ຕີລາຄາວ່າ, ເລື່ອງເຂົ້າຮ່ວມສັນຍາ RCEP ໄດ້ນຳມາກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ ກຳປູເຈຍ, ເປັນຕົ້ນແມ່ນ ເປີດກວ້າງບັນດາຕະຫຼາດສົ່ງອອກທີ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນ, ເພີ່ມທະວີການດຶງດູດການລົງທຶນຈາກຕ່າງປະເທດ ແລະ ມີໂອກາດຢ່າງໃຫຍ່ຫຼວງກວ່າເພື່ອຍົກລະດັບພື້ນຖານເສດຖະກິດ ແລະ ພື້ນຖານການເຕີບໂຕເສດຖະກິດຂອງປະເທດ. ກຳປູເຈຍ ຈະຕ້ອງສ້າງໂຄງປະກອບຕະຫຼາດສົ່ງອອກຄືນໃໝ່, ສ້າງຜະລິດຕະພັນໃຫ້ຫຼາກຫຼາຍ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງຜະລິດຕະພັນ ແລະ ການບໍລິການທີ່ມີຕໍ່ຕະຫຼາດພາຍໃນ ແລະ ການສົ່ງອອກ. ສັນຍາ RCEP ກໍໄດ້ສ້າງເງື່ອນໄຂເພື່ອໃຫ້ ກຳປູເຈຍ ສືບຕໍ່ນະໂຍບາຍເປີດປະຕູ, ດຶງດູດແຫຼ່ງເງິນລົງທຶນ ແລະ ເຕັກໂນໂລຢີພາຍໃນກຸ່ມ ເພື່ອສ້າງພື້ນຖານພັດທະນາເສດຖະກິດ. ທ່ານ Chheng Kimlong ແບ່ງປັນວ່າ:
“ເລື່ອງເຂົ້າຮ່ວມການລົງນາມໃນສັນຍາ RCEP ຈະນຳມາເຊິ່ງຜົນປະໂຫຍດທີ່ໃຫຍ່ຫຼວງຫຼາຍຢ່າງໃຫ້ແກ່ ກຳປູເຈຍ. ທຳອິດແມ່ນ ເປີດກວ້າງຕະຫຼາດ. ພິເສດ, ເມື່ອໝູນໃຊ້ສັນຍາດັ່ງກ່າວແມ່ນກັບກອບນິຕິກຳປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງ ກຳປູເຈຍ, ກໍຄືລະຫວ່າງບັນດາປະເທດນ້ອຍອື່ນໆກັບບັນດາຄູ່ຮ່ວມມືທີ່ໃຫຍ່ກວ່າ”.
ກຳປູເຈຍ ພ້ອມແລ້ວທີ່ຈະພັດທະນາພ້ອມກັບ RCEP |
ທ່ານ Mey Kalyan, ປະທານ ສະຖາບັນພັດທະນາແຫຼ່ງກຳລັງຂອງ ກໍາປູເຈຍ ໃຫ້ຮູ້ວ່າ, ໂດຍແມ່ນພົນລະເມືອງຂອງ ກຳປູເຈຍ, ທ່ານມີຄວາມປິຕິຊົມຊື່ນ ແລະ ເຊື່ອໝັ້ນວ່າ ສັນຍາ RCEP ຈະຊຸກຍູ້ການພັດທະນາຂອງພາກພື້ນ ພາຍຫຼັງໂລກລະບາດໂຄວິດ - 19, RCEP ແນ່ນອນວ່າ ຈະສວມບົດບາດສຳຄັນຍິ່ງໃນຈຸດເວລາທີ່ພື້ນຖານເສດຖະກິດທົ່ວໂລກພວມຂາດຄວາມດຸ່ນດ່ຽງ ຍ້ອນໂລກລະບາດໂຄວິດ - 19 ແລະ ລັດທິອາລັກຂາ. ໃນສະພາບການປັດຈຸບັນ, ສັນຍາ RCEP ຈະນຳມາເຊິ່ງກາລະໂອກາດຫຼາຍຢ່າງໃຫ້ແກ່ ກຳປູເຈຍ ເພື່ອຊຸກຍູ້ວົງເງິນການຄ້າກັບບັນດາປະເທດສະມາຊິກ, ດ້ານອື່ນ ກຳປູເຈຍ ກໍຕ້ອງມານະພະຍາຍາມຫຼາຍກວ່າອີກ ເພື່ອກຳແໜ້ນບັນດາໂອກາດດັ່ງກ່າວ.
ໂດຍມີທັດສະນະຄືກັນກັບທ່ານ Mey Kalyan, ທ່ານ Pho Vy - ນັກຂ່າວຮັບຜິດຊອບດ້ານເສດຖະກິດຂອງ ວິທະຍຸກະຈາຍສຽງ ແລະ ໂທລະພາບ Apsara ໃຫ້ຂໍ້ສັງເກດວ່າ: ສັນຍາ RCEP ຈະນຳມາເຊິ່ງກາລະໂອກາດໃຫ້ແກ່ ກຳປູເຈຍ ແຕ່ຄຽງຄູ່ກັນນັ້ນ ກໍມີບັນດາສິ່ງກີດຂວາງຮຽກຮ້ອງໃຫ້ ກຳປູເຈຍ ຕ້ອງຜ່ານຜ່າ. ທ່ານ Pho Vy ໃຫ້ຮູ້ວ່າ:
“ພ້ອມກັບບັນດາຜົນປະໂຫຍດທີ່ໃຫຍ່ຫຼວງນັ້ນ, ສັນຍາ RCEP ກໍເຮັດໃຫ້ ກຳປູເຈຍ ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ. ທຳອິດ ແມ່ນບັນຫາແຫຼ່ງຊັບພະຍາກອນມະນຸດ. ກຳປູເຈຍ ກະກຽມໄດ້ແຫຼ່ງຊັບພະຍາກອນ ພ້ອມແລ້ວທີ່ຈະຕອບສະໜອງໄດ້ບັນດາຄວາມຕ້ອງການໃນໄລຍະຈະມາເຖິງແລ້ວຫຼືບໍ? ທີສອງແມ່ນ ຕະຫຼາດນຳເຂົ້າ - ສົ່ງອອກ. ກຳປູເຈຍ ຕ້ອງເຮັດແນວໃດເພື່ອສ້າງຄວາມດຸ່ນດ່ຽງລະຫວ່າງຕະຫຼາດສົ່ງອອກ ກັບຕະຫຼາດນຳເຂົ້າ.”
ສັນຍາ RCEP ໄດ້ເລີ່ມເຄື່ອນໄຫວແຕ່ເດືອນພະຈິກ 2012 ຢູ່ ພະນົມເປັນ, ເຊິ່ງເວລານັ້ນ ກຳປູເຈຍ ເປັນປະເທດເຈົ້າພາບໝູນວຽນ ອາຊຽນ ດ້ວຍຄວາມຫວັງສ້າງສະພາບແວດລ້ອມເສລີ ແລະ ລົງທຶນເປີດກວ້າງລະຫວ່າງ 10 ປະເທດສະມາຊິກ ອາຊຽນ ແລະ ບັນດາພື້ນຖານເສດຖະກິດພັດທະນາໃນພາກພື້ນ. ຜ່ານການຄົ້ນຄວ້າຕ່າງໆ, ບັນດານັກຊ່ຽວຊານໄດ້ຄາດຄະເນວ່າ ພາຍຫຼັງສັນຍາ RCEP ມີຜົນສັກສິດ ຈະຊ່ວຍໃຫ້ຂະແໜງສົ່ງອອກໃນແຕ່ລະປີຂອງ ກຳປູເຈຍ ເພີ່ມຂຶ້ນຕື່ມອີກ 7,3%, ການລົງທຶນໂດຍກົງຈາກຕ່າງປະເທດເພີ່ມຂຶ້ນ 23,4% ແລະ GDP ເພີ່ມຂຶ້ນປະມານ 2%./.