ຄວາມ​ຊົງ​ຈຳ​ຂອງ​ອະ​ດີດ​​ພັນ​ລະ​ຍານັກການທູດ ອິນ​ໂດ​ເນ​ເຊຍ ທີ່​ເຄີຍ​ດຳ​ລົງ​ຊີ​ວິດ​ໃນ​ສະ​ໄໝ​ສົງ​ຄາມ​ຢູ່ ຫວຽດ​ນາມ

(VOVWORLD) -ກ່ອນນີ້ 75 ປີ (ປີ 1945), ຫວຽດນາມ ແລະ ອິນໂດເນເຊຍ ພ້ອມກັນຍາດໄດ້ເອກະລາດໃນນັ້ນສອງປະເທດໄດ້ສ້າງຕັ້ງການພົວພັນທາງການທູດມາໄດ້ 65 ປີການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ສະໜິດແໜ້ນນີ້ ແມ່ນຕ້ອງເຕື້ອເຖິງຜູ້ເຮັດໃນວຽກງານການທູດລຸ້ນຕ່າງໆໂດຍແມ່ນຕົວພະຍານໃນສະໄໝສົງຄາມ ຢູ່ ຫວຽດນາມ ດ້ວບົດບາດເປັນພັນລະຍາຂອງພະນັກງານການທູດ ທີ່ເຮັດວຽກຫຼາຍປີຢູ່ ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ໄລຍະແຕ່ປີ 1967  1972, ທ່ານນາງ Sri Wilis Djati Soeroso ໄດ້ບັນທຶກຄວາມຊົງຈຳທັງໝົດຂອງຕົນໃສ່ປຶ້ມເຫຼັ້ມໜຶ່ງທີ່ມີຫົວຂໍ້ຄວາມຊົງຈຳທີ່ບໍ່ມີວັນລືມ”. 
ຄວາມ​ຊົງ​ຈຳ​ຂອງ​ອະ​ດີດ​​ພັນ​ລະ​ຍານັກການທູດ ອິນ​ໂດ​ເນ​ເຊຍ ທີ່​ເຄີຍ​ດຳ​ລົງ​ຊີ​ວິດ​ໃນ​ສະ​ໄໝ​ສົງ​ຄາມ​ຢູ່ ຫວຽດ​ນາມ - ảnh 1ທ່ານນາງ Sri Wilis Djati Soeroso

ຂ້າພະເຈົ້າມາຢ້ຽມຢາມທ່ານນາງ Wilis Djati ໃນວັນທ້າຍອາທິດຂອງລະດູຝົນຢູ່ອິນໂດເນເຊຍ, ອາກາດເຢັນສະບາຍ. ສຽງ piano ທີ່ມີຈັງຫວະຂອງບົດເພງ “ຄືນນີ້ ນ້ອງຝັນພົບລຸງໂຮ່” ໂດຍ ທ່ານນາງ Sri Wilis Djati Soeroso ຫຼີ້ນ ໄດ້ດັງຂຶ້ນຈາກເຮືອນຫຼັງໜຶ່ງທີ່ມີເນື້ອທີ່ກວ້າງປະມານ 80 m2 ຢູ່ທາງທິດໃຕ້ນະຄອນຫຼວງ ຈາກາກຕາ ໄດ້ເຮັດໃຫ້ ຂ້າພະເຈົ້າຮູ້ສຶກຊາບຊຶ້ງຕື້ນຕັນໃຈ. ເຖິງວ່າຕາບໍ່ເຫັນຮຸ່ງປານໃດ, ຍ່າງກໍຊ້າແລ້ວ ແຕ່ 10 ນ້ິວມືຂອງແມ່ເຖົ້າອາຍຸ 82 ປີນີ້ ຍັງຫຼີ້ນ piano ໄດ້ຢ່າງຄ່ອງແຄ້ວ ແລະ ເຊື່ອມຕົວເຂົ້າກັບຄວາມຊົງຈຳຂອງຊຸມວັນທີ່ດຳລົງຊີວິດຢູ່ ຫວຽດນາມ. 48 ປີ ຜ່ານໄປ, ແຕ່ແມ່ຍິງຄົນນີ້ ຍັງເກັບຮັກສາທຸກຄວາມຊົງຈຳໃນປຶ້ມເຫຼັ້ມໜຶ່ງທີ່ມີຫົວຂໍ້ “ຄວາມຊົງຈຳທີ່ບໍ່ມີວັນລືມ” ແລະ ສາມາດເລົ່າຄືນໄດ້ຢ່າງຈະແຈ້ງ. ທ່ານນາງ Wilis Djati ເລົ່າຄວາມໃນໃຈສູ່ຟັງວ່າ:

ຄວາມ​ຊົງ​ຈຳ​ຂອງ​ອະ​ດີດ​​ພັນ​ລະ​ຍານັກການທູດ ອິນ​ໂດ​ເນ​ເຊຍ ທີ່​ເຄີຍ​ດຳ​ລົງ​ຊີ​ວິດ​ໃນ​ສະ​ໄໝ​ສົງ​ຄາມ​ຢູ່ ຫວຽດ​ນາມ - ảnh 2ທ່ານນາງ Wilis Djati ກັບນັກຂ່າວ VOV
ຂ້າພະເຈົ້າຢ້ານຈົນນ້ຳຕາຕົກ ເມື່ອຄັ້ງທຳອິດໃນຊີວິດໄດ້ຍິນສຽງຈາກໂທລະໂຄ່ງປະກາດວ່າ ພໍ່ແມ່ພີ່ນ້ອງຈົ່ງລະວັງ, ລະວັງ, ເຮືອບິນຂອງສັດຕູ ຢູ່ຫ່າງຈາກ ຮ່າໂນ້ຍ 70 ຫຼັກ, ເມື່ອເຮືອຢູ່ບິນຫ່າງຈາກ ຮ່າໂນ້ຍ ປະມານ 60 ຫາ 30 ຫຼັກ ແມ່ນພວກຂ້າພະເຈົ້າຕ້ອງລົງໄປຂຸມລີ້ໄພຢູ່ເບື້ອງຫຼັງເຮືອນເພື່ອຫຼົບລີ້ແລ້ວ. ໃນຖະໜົນສາຍຕ່າງໆ ກໍຈະມີຂຸມລີ້ໄພພໍໃຫ້ 1 ຄົນລົງໄປ. ຢູ່ໃຕ້ຂຸມແມ່ນໜາວຫຼາຍ ແຕ່້ອງຢູນີ້ຈົນຮອດເມື່ອຮັບສັນຍານວ່າປອດໄພແລ້ວ, ພວກຂ້າພະເຈົ້າ ຈຶ່ງໄດ້ອອກຈາກຂຸມ. ື້ໜຶ່ງມີຄືແນວນີ້ປະມານ 4 ເທື່ອ , ເລີ່ມແຕ່ 2 ໂມງເຊົ້າກໍໄດ້ຍິນສຽງເຮືອບິນຂອງ ອາເມລິກາ ຖີ້ມລູກລະເບີດຢູ່ຖະໜົນສາຍຕ່າງໆແລ້ວ. ທີ່ຈິງແລ້ວ, ຊາດ ຫວຽດນາມ ແມ່ນຊາດທີ່ອົງອາດກ້າຫານທີ່ສຸດໃນໂລກ ເພາະສາມາດຕີເອົາຊະນະກຳລັງທີ່ເຂັ້ມແຂງ ແລະ ຍິ່ງໃຫຍ່ຄື ອາເມລິກາ ໂດຍບໍ່ໄດ້ປະກອບອາວຸດຍຸດໂທປະກອນທີ່ທັນສະໄໝ”.
ຄວາມ​ຊົງ​ຈຳ​ຂອງ​ອະ​ດີດ​​ພັນ​ລະ​ຍານັກການທູດ ອິນ​ໂດ​ເນ​ເຊຍ ທີ່​ເຄີຍ​ດຳ​ລົງ​ຊີ​ວິດ​ໃນ​ສະ​ໄໝ​ສົງ​ຄາມ​ຢູ່ ຫວຽດ​ນາມ - ảnh 3ຄອບຄົວທ່ານນາງ Wilis ໃນງານສະຫຼອງວັນຊາດ ອິນໂດເນເຊຍ ຄົບຮອບ 25 ປີ ຢູ່ ຮ່າໂນ້ຍ

ປີ 1967, ທ່ານນາງ Wilis ໄດ້ມາ ຫວຽດນາມ ຕາມສາມີ ທີ່ມາປະຕິບັດໜ້າທີ່ເປັນທູດສື່ມວນຊົນຂອງ ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ. 5 ປີ ທີ່ດຳລົງຊີວິດຢູ່ ຫວຽດນາມ, ຄອບຄົວຂອງທ່ານນາງ ໄດ້ຮັບການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຈາກປະຊາຊົນ ຫວຽດນາມ. ມີຊື່ຂອງບາງຄົນຄື ເອື້ອຍບິ່ງ, ເອື້ອຍງຽມ, ເອື້ອຍກາວ, ເອື້ອຍງາ, ຫຼື ທ່ານໝໍ ຕວ່ານ ໝໍປະສູດທຳການເກີດໃຫ້ແກ່ລູກຊາຍກົກຂອງທ່ານນາງ. ແລ້ວຊຸມວັນທຳອິດທີ່ດຳລົງຊີວິດໃນອາກາດໜາວຈັດຂອງລະດູໜາວ ຮ່າໂນ້ຍ, ການເຂົ້າຮ່ວມບັນດາຮີດຄອງປະເພນີຂອງຊາວ ຫວຽດນາມ ຄື ໄປວັດຍາມຕົ້ນປີໃໝ່, ຫໍ່ເຂົ້າຕົ້ມ, ເຫັນປະຈັກຕາການລຽນແຖວຊື້ເຄື່ອງໃນສະໄໝເກື້ອກູນນັ້ນ ທ່ານນາງລ້ວນແຕ່ຈົດໄວ້ຢ່າງຄົບຖ້ວນ. ແຕ່ສຳລັບ ທ່ານນາງ Wilis, ຄວາມຊົງຈຳທີ່ຝັງເລິກໃນຫົວໃຈຂອງທ່ານນາງ ແລະ ສຸດຊື້ງທີ່ສຸດ ນັ້ນແມ່ນ ວັນທີ່ປະທານໂຮ່ຈີມິນ ເຖິງແກ່ມໍລະນະກຳ. ທ່ານນາງ Wilis ເລົ່າສູ່ຟັງວ່າ:

ສຽງແກດັງໄປທົ່ວທຸກເຂດ, ພາກ, ປະຊາຊົນທຸກຄົນຜູ້ໃດກໍຮ້ອງໄຫ້ ແລະ ໂສກເສົ້າຢ່າສຸດຊື້ງຕໍ່ການຈາກໄປຂອງ ລຸງໂຮ່ ຄືກັນກັບການຈາກໄປຂອງພໍ່ແມ່ເຂົາເຈົ້າ. ສະມາຊິກທຸກຄົນໃນຄອບຄົວຂອງຂ້າພະເຈົ້າ, ນັບທັງແມ່ບ້ານ ລ້ວນແຕ່ນຸ່ງເສື້ອຂາວ ແລະ ເໜັບກາດຳ, ຜູ້ໃດກໍໄຫ້ສະອຶກສະອື້ນ. ປະຊາຊົນລຽນກັນເປັນແຖວຍາວຢຽດຕາມສອງແຄມທາງເພື່ອອຳລາການນຳຜູ້ຍິ່ງໃຫຍ່ຂອງຊາດ. ຂ້າພະເຈົ້າເອງກໍກັ້ນນ້ຳຕາໄວ້ບໍ່ໄດ້ຄືກັນ”.

ທ່ານນາງ Wilis ຍັງເລົ່າຕໍ່ວ່າ: “ໃນຕະຫຼອດຊຸມວັນຕົ້ນເດືອນກັນຍາປີ 1969, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ອອກອາກາດມີແຕ່ບົດເພງເສົ້າໆ ແລະ ບັນດາບົດກະວີກ່ຽວກັບ “ປະທານໂຮ່ຈີມິນ”, ບັນຍາກາດຢູ່ທ້ອງຖະໜົນກໍໂສກເສົ້າກວ່າເວລາໃດໝົດ, ຍັງເຫຼືອແຕ່ສຽງບາດຍ່າງ, ສຽງລົດລາງພາຫະນະ ພ້ອມດ້ວຍສຽງຮ້ອງໄຫ້ເທົ່ານັ້ນ”. ນີ້ແມ່ນຄັ້ງທຳອິດທີ່ທ່ານນາງໄດ້ເຫັນປະຈັກຕາຄວາມຮັກແພງ ແລະ ເຈັບປວດໃຈຂອງປະຊາຊົນ ຫວຽດນາມ, ຂອງເພື່ອນມິດສາກົນ ທີ່ມີຕໍ່ການນຳຜູ້ຍິ່ງໃຫຍ່ ແລະ ແສນເຄົາລົບຮັກ ເມື່ອທ່ານນາງພ້ອມດ້ວຍຄະນະການທູດ ອິນໂດເນເຊຍ ໂດຍທ່ານ Soeharto ອະດີດປະທານາທິບໍດີ ອິນໂດເນເຊຍໃນຄາວນັ້ນ ນຳໜ້າຄະນະເຂົ້າໄວ້ອາໄລປະທານໂຮ່ຈີມິນ.

ປັດຈຸບັນ, ໃນຫ້ອງຮັບແຂກຂອງຄອບຄົວທ່ານນາງ Wilis ຍັງເກັບຮັກສາບັນດາວັດຖຸພັນໃນໄລຍະດຳລົງຊີວິດຢູ່ ຫວຽດນາມ ເປັນຕົ້ນແມ່ນ ພາບສີຂັດມັນ ທີ່ບັນຈຸພາບທາດເຕົ່າ, ດອກບົວ; ເຄື່ອງປັ້ນດິນເຜົາ, ຫີບໃສ່ຊ່ອງຈົດໝາຍຂອງຄອບຄົວແມ່ ເມື່ອຢູ່ ຮ່າໂນ້ຍ. ເຖິງວ່າ ບັນດາວັດຖຸພັນເຫຼົ່ານັ້ນ ກໍເກົ່າແກ່ໄປຕາມການເວລາແລ້ວກໍຕາມ ແຕ່ທ່ານນາງ Wilis ຖະໜຸຖະໜອມ ແລະ ຮັກສາໄວ້ເປັນຢ່າງດີ, ເຊິ່ງເປັນວັດຖຸພັນທີ່ສ້າງພາບກ່ຽວກັບຄວາມຊົງຈຳທີ່ຕິດພັນກັບສາມີ - ອະດີດນັກການທູດຜູ້ອາວຸໂສທີ່ລ່ວງລັບໄປແລ້ວນັ້ນ ແລະ ຄວາມຊົງຈຳກ່ຽວກັບປະເທດຫວຽດນາມ ທີ່ສວຍງາມ. ບັນດາຄວາມຊົງຈຳ ເຊິ່ງທ່ານນາງ Wilis ໄດ້ຈົດໄວ້ໃນປຶ້ມນັ້ນ ໄດ້ຮັບຄວາມເຄົາລົບຈາກລູກໆ, ເຂົາເຈົ້າໄດ້ໂຮມເປັນປຶ້ມ ແລະ ພິມຈຳໜ່າຍ ແລ້ວມອບໃຫ້ໝູ່ເພື່ອນ, ຍາດຕິພີ່ນ້ອງ. ອ້າຍ Djadi Rekso Wibowo ລູກຊາຍກົກ ແລະ ເອື້ອຍ Sri Retno Wijanti - ລູກຫຼ້າຂອງທ່ານນາງ Wilis ແບ່ງປັນວ່າ:

ທຳອິດ, ນີ້ພຽງແຕ່ແມ່ນປຶ້ມບັນທຶກປະຈຳວັນຂອແມ່. ແຕ່ພວກຂ້າພະເຈົ້າເຫັນວ່າ ນີ້ແມ່ນຂົວເຊື່ອມຕໍ່ສາຍົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ, ໂດຍຜ່ານເລື່ອງລາວຕ່າງໆຂອງພໍ່ແມ່ຂ້າພະເຈົ້າ ເຊິ່ງເຄີຍຕາງໜ້າໃຫ ອິນໂດເນເຊຍ ໄປເຮັດວຽກຢູ່ ຫວຽດນາມ ແລະ ໄດ້ເຫັນປະຈັກຕາຄວາມເຂັ້ມແຂງແຮງກ້າຂອງຊາດ ຫວຽດນາມ ໃນຊຸມວັນເກີດສົງຄາມ, ເຫັນປະຈັກຕາ ແລະ ໄປໄວ້ອາໄລປະທານໂຮ່ຈີມິນ”.

ຂ້າພະເຈົ້າບໍ່ໄດ້ເກີດຢູ່ ຮ່ໂນ້ຍ ຄືກັບອ້າຍສອງຄົນຂອງຂ້າພະເຈົ້າ, ແຕ່ຂ້າພະເຈົ້າໄດ້ອ່ານຢ່າງລະອຽດ ແລະ ຮຽບຮຽຄືນເປັນປຶ້ມ. ໃນໄລຍະຮຽບຮຽງຂ້າພະເຈົ້າກໍໄດ້ຊອກຮູ້ຂໍ້ມູນກ່ຽວກັບປະຫວັດສາດ, ພິເສດແມ່ນຊື່ສະຖານທີ່ຕ່າງໆຂອງ ຫວຽດນາມ ໃນອິນເຕີເນັດ. ນອກຈາກນັ້ນ ຂ້າພະເຈົ້າັງໃສ່ພາບຖ່າຍຂອງພໍ່ແມ່ຂ້າພະເຈົ້າໃນຄາວນັ້ນ ເປັນພາບປະກອບດ້ວຍ. ປຶ້ມຫົວນີ້, ທັເປັນທີ່ລະນຶກຂອງຄອບຄົວ, ທັງແມ່ນຂອງຂວັນ ເຊິ່ງພວກຂ້າພະເຈົ້າຢາກມອບໃຫ້ຍາດຕິພີ່ນ້ອງ, ູ່ເພື່ອນ ແລະ ມິດສະຫາຍ ຫວຽດນາມ ອີກດ້ວຍ”.

ເກືອບເຄິ່ງສະຕະວັດໄດ້ຜ່ານໄປ, ແຕ່ແມ່ Wilis - ອະດີດພັນລະຍານັກການທູດ ອິນໂດເນເຊຍ ຍັງຢາກກັບມາຢ້ຽມຢາມ ຫວຽດນາມ, ຊຶ່ງປັດຈຸບັນພວມບືນຕົວຂຶ້ນພັດທະນາ, ກາຍເປັນປະເທດທີ່ມີທີ່ຕັ້ງໃນພາກພື້ນ ເພື່ອໄດ້ພົບປະກັບຊາວ ຫວຽດນາມ - ຜູ້ໄດ້ໃຫ້ການຊ່ວຍເຫຼືອ ແລະ ຮັກແພງດູແລຄອບຄົວຂອງທ່ານນາງ ເໝືອນດັ່ງຄອບຄົວຂອງຕົນ.  ສຳລັບທ່ານນາງ Wilis, ຫວຽດນາມ ແມ່ນປະເທດທີ່ອົງອາດກ້າຫານ, ປະຊາຊົນມີຈິດໃຈດີ, ເມດຕາກະລຸນາ. ທ່ານນາງ Wilis ຍາມໃດກໍຫວັງວ່າ ຫວຽດນາມ ແລະ ອິນໂດເນເຊຍ ຈະນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ສາຍພົວພັນລະຫວ່າງສອງປະເທດ ນັບມື້ນັບສະໜິດແໜ້ນ ແລະ ເກີດດອກອອກຜົນ./.

ຕອບກັບ

ຂ່າວ/ບົດ​ອື່ນ