ຄອບ​ຄົວ ຫວຽດ​ - ຊາຍ​ຄາ​ຂອງ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ

(VOVWORLD) -ນັບແຕ່ຕົ້ນປີ 2022 ມາຮອດປັດຈຸບັນມີນັກສຶກສາ ກຳປູເຈຍ ແລະ ລາວ ທີ່ພວມຮ່ຳຮຽນຢູ່ ນະຄອນ ໂຮ່ຈີມິນ ກວ່າ 50 ຄົນ ທີ່ມີຄອບຄົວທີ ຂອງຕົນ ເມື່ອບັນດາຄອບຄົວຊາວ ຫວຽດນາມ ຢູ່ 17 ເມືອງນະຄອນ ຖູດຶກ ຂອງນະຄອນ ໂຮ່ຈີມິນ ຮັບເປັນລູກຮັກມາເບິ່ງແຍງດູແລເພື່ອໃຫ້ພວກນ້ອງໄດ້ດຳລົງຊີວິດເໝືອນວ່າເປັນລູກຫຼານໃນຄອບຄົວຂອງຕົນນີ້ກໍແມ່ນໜຶ່ງໃນບັນດາກິດຈະກຳທີ່ແທດຈິງ ເພື່ອແນໃສ່ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ ລາວ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ ກຳປູເຈຍ ຄົບຮອບ 55 ປີ.

Lun Leangchheng, ນັກສຶກສາ ກຳປູເຈຍ ປີທີ 3 ຢູ່ມະຫາວິທະຍາໄລ ໂຕນດຶກຖັງ ໄດ້ກາຍເປັນສະມາຊິກຜູ້ໜຶ່ງຂອງຄອບຄົວ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ. ແມ່່ຮັກຂອງນ້ອງແມ່ນປ້າ ເຈືອງຖຸ່ຍອວຽນ, ຮອງຜູ້ອຳນວຍການ ໂຮງຮຽນມັດທະຍົມຕອນຕົ້ນ ເວິນດົນ, ເມືອງ 4. ນ້ຳໃຈຄວາມຮັກແພງ, ການເອົາໃຈໃສ່ຈາກແມ່ຮັກ ໄດ້ເປັນແຫຼ່ງກຳລັງໜູນເພື່ອໃຫ້ Lun Leangchheng ຊອກຮູ້ກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ, ສຳຜັດໄດ້ເຖິງຈຸດຄ້າຍຄືກັນດ້ານວັດທະນະທຳຂອງ 2 ປະເທດ. ເມື່ອເວົ້າເຖິງແມ່ຮັກຂອງຕົນ, Leangchheng ແບ່ງປັນດ້ວຍຄວາມສຸກວ່າ:

ນ້ອງໄດ້ແມ່ ອຽນ ຮັບມາລ້ຽງດູ ແລະ ເບິ່ງແຍງຄືລູກຄີງຂອງເພິ່ນ. ຍາມໃດເພິ່ນກໍເອົາໃຈໃສ່ຖາມຂ່າວ, ມີຄວາມຫຍຸ້ງຍາກຫຍັງເພິ່ນກໍຊ່ວຍ ນັບທັງດ້ານວັດຖຸ ແລະ ຈິດໃຈ. ນ້ອງມີຄວາມຮູ້ສຶກອົບອຸ່ນເມື່ອມີແມ່ຮັກຢູ່ຄຽງຂ້າງ ໃນເວລາທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ. ນີ້ແມ່ນຄວາມໂຊກດີທີ່ສຸດສຳລັບນ້ອງ.

ຄອບ​ຄົວ ຫວຽດ​ - ຊາຍ​ຄາ​ຂອງ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ - ảnh 1ນັກສຶກສາລາວ, ກຳປູເຈຍ ພ້ອມດ້ວຍພໍ່ຮັກແມ່ຮັກເຂົ້າຮ່ວມກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ຄົບຮອບ 55 ປີ.

ສ່ວນສຳລັບ ດາວທິບ ທຽນເຫຼືອງສະຫວ່າງ, ນັກສຶກສາລາວ ທີ່ພວມຮຽນປະລິນຍາຕີຢູ່ຂະແໜງບໍລິຫານທຸລະກິດ, ມະຫາວິທະຍາໄລ ວັນລາງ, ນັບແຕ່ເມື່ອມາຮ່ວມດຳລົງຊີວິດກັບພໍ່ຮັກແມ່ຮັກ, ນາງກໍເວົ້າພາສາຫວຽດ ໄດ້ຢ່າງລ່ຽນໄຫຼດີ, ເງື່ອນໄຂ ແລະ ຄຸນນະພາບການຮຽນຂອງນາງກໍໄດ້ຮັບການປັບປຸງ. ດາວທິບ ແບ່ງປັນດ້ວຍຄວາມດີໃຈວ່າ:

ພໍ່ຮັກແມ່ຮັກຂອງນ້ອງ ຮັກແພງນ້ອງຫຼາຍ, ຍາມໃດເພິ່ນກໍເບິ່ງແຍງດູແລສຸຂະພາບ, ການກິນການຢູ່ຢ່າງຄົບຖ້ວນ. ຢູ່ເຮືອນກໍມີຫ້ອງຢູ່ຕ່າງຫາກ, ສະນັ້ນ ກໍສະບາຍກວ່າຢູ່ຫໍພັກ, ການຮຽນກໍມີປະສິດທິຜົນກວ່າ”.

ເມື່ອໄດ້ຍິນລູກສາວຮັກໂອ້ລົມ, ປ້າ ໂດະລຽນງອກຫຼີ (ຢູ່ເທດສະບານ 2, ເມືອງ 6) ເລົ່າດ້ວຍຄວາມຍິ້ມແຍ້ມແຈ່ມໃສວ່າ: ດາວທິບ ແມ່ນໜຶ່ງໃນນັກສຶກສາລາວ 2 ຄົນ ທີ່ເພິ່ນໄດ້ຮັບມາເປັນລູກຮັກໃນປີນີ້. ກ່ອນນັ້ນ, ເພິ່ນໄດ້ຮັບລ້ຽງນັກສຶກສາ ລາວ ແລະ ກຳປູເຈຍ 8 ຄົນແລ້ວ. ປ້າ ຫຼີ ສະໝັກໃຈຮັບພວກນ້ອງມາລ້ຽງຍ້ອນວ່າ ຄອບຄົວມີ homestay ແລະ ມີລູກສາວສອງຄົນກໍພວມເປັນນັກສຶກສາເຊັ່ນດຽວກັນ:

ເມື່ອລູກສາວຂອງຂ້າພະເຈົ້າ ໄປຮຽນຢູ່ໄກ, ຂ້າພະເຈົ້າ ກໍມີຄວາມເປັນຫ່ວງກັງວົນທີ່ສຸດ. ເພາະສະນັ້ນ, ເມື່ອເຫັນລູກຮັກມາຮຽນຢູ່ນີ້, ຂ້າພະເຈົ້າຢາກໃຫ້ພວກລູກມີພໍ່ມີແມ່ ແລະ ຮູ້ສຶກອົບອຸ່ນຄືຢູ່ລາວ. ນັ້ນກໍແມ່ນນ້ຳໃຈຂອງຄົນຫວຽດ”.

ຄອບ​ຄົວ ຫວຽດ​ - ຊາຍ​ຄາ​ຂອງ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ - ảnh 2ການມອບຂອງຂວັນປີໃໝ່ໃຫ້ແກ່ນັກສຶກສາ ລາວ ແລະ ກຳປູເຈຍ (ພາບ:TTXVN)
ໄປຄຽງຄູ່ກັບການຂົນຂວາຍບັນດາຄອບຄົວ ຮັບນັກສຶກສາລາວ ແລະ ກຳປູເຈຍ ມາລ້ຽງ ແລະ ເບິ່ງແຍງແລ້ວ, ນະຄອນ ໂຮ່ຈີມິນ ຍັງຈັດຫຼາຍກິດຈະກຳທີ່ມີຄວາມໝາຍຄື: ວັນບຸນຄອບຄົວ ຫວຽດ - ລາວ - ກຳປູເຈຍ; ການນຳນະຄອນລົງຢ້ຽມຢາມ, ລະດົມກຳລັງໃຈຕໍ່ບັນດາຄອບຄົວພໍ່ຮັກແມ່ຮັກ ແລະ ນັກສຶກສາລາວ, ກຳປູເຈຍ;… ບັນດາເມືອງ ແລະ ນະຄອນ ຖູດຶກ ກໍໄດ້ສົມທົບກັນຄຸ້ມຄອງ, ລະດົມກຳລັງໃຈ, ສ້າງເງື່ອນໄຂໃຫ້ນັກສຶກສາລາວ, ກຳປູເຈຍ ໄດ້ເຂົ້າຮ່ວມການເຄື່ອນໄຫວວົງຄະນະຍາດ, ຜ່ານນັ້ນກໍໂຄສະນາ, ເຜີຍແຜ່, ສຶກສາ ເຮັດໃຫ້ນັກສຶກສາລາວ ແລະ ກຳປູເຈຍ ຄວາມເຂົ້າໃຈກ່ຽວກັບປະເທດຊາດ, ປະຊາຊົນ, ວັດທະນະທຳ, ປະຫວັດສາດ ຫວຽດນາມ ກໍຄືມູນເຊື້ອສາຍພົວພັນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ  ແລະ ຫວຽດນາມ - ກຳປູເຈຍ ຫຼາຍກວ່າອີກ.

Ath Sreyneang, ນັກສຶກສາ ກຳປູເຈຍ ພວມຮ່ຳຮຽນຢູ່ ນະຄອນ ໂຮ່ຈີມິນ ມີຄວາມຕື້ນຕັນໃຈຕໍ່ຄວາມເອົາໃຈໃສ່ຂອງພໍ່ຮັກແມ່ຮັກ.

“ເມື່ອເປັນລູກຮັກຂອງເພິ່ນ, ນ້ອງຮູ້ສຶກມີຄວາມສຸກຫຼາຍ ຍ້ອນວ່າ ເຖິງວ່າເຮົາຢູ່ຫ່າງໄກຈາກບ້ານເກີດເມືອງນອນກໍ່ຕາມ ແຕ່ຍາມໃດກໍມີຍາດພີ່ນ້ອງຢູ່ຄຽງຂ້າງເບິ່ງແຍງດູແລນ້ອງຊ່ວຍເຫຼືອນ້ອງຍາມປະສົບກັບຄວາມຫຍຸ້ງຍາກ”.

ຍັງມີຫຼາຍໂຄງການ, ກິດຈະກຳທີ່ມີຄວາມໝາຍ, ບໍ່ພຽງແຕ່ໄດ້ສ້າງຄວາມຜູກພັນລະຫວ່າງນັກສຶກສາລາວ, ກຳປູເຈຍ ກັບປະຊາຊົນ ຫວຽດນາມ ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມເອົາໃຈໃສ່, ການເບິ່ງແຍງຂອງຄະນະພັກ, ອຳນາດການປົກຄອງນະຄອນ ໂຮ່ຈີມິນ ທີ່ມີຕໍ່ເຂົາເຈົ້າ ໃນໄລຍະທີ່ຮ່ຳຮຽນ, ດຳລົງຊີວິດຢູ່ດິນແດນແຫ່ງນີ້. ຜ່ານການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ແມ່ນເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ກ່ຽວກັບປະເທດຊາດ, ປະຊາຊົນ, ວັດທະນະທຳ, ປະຫວັດສາດຫຼາຍກວ່າອີກ. ຈາກນັ້ນ ກໍປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ, ຮັດແໜ້ນຄວາມສາມັກຄີ, ສາຍພົວພັນມິດຕະພາບແບບພິເສດລະຫວ່າງສາມປະເທດບ້ານໃກ້ເຮືອນຄຽງ ຫວຽດນາມ - ລາວ - ກຳປູເຈຍ ຕື່ມອີກ./.

 

ຕອບກັບ

ຂ່າວ/ບົດ​ອື່ນ