(VOVWORLD) - ແມ່ນ້ຳຂອງ, ມີຄວາມຍາວ 5.000 ກມ ເລີ່ມຈາກເຂດພູພຽງທິເບດ ໄຫຼຜ່ານປະເທດ ຈີນ, ລາວ, ມຽນມາ, ໄທ, ກຳປູເຈຍ ແລະ ອອກສູ່ທະເລຕາເວັນອອກຂອງ ຫວຽດນາມ, ເຊິ່ງເປັນໜຶ່ງໃນບັນດາແມ່ນ້ຳລຳໃຫຍ່ທີ່ສຸດ ແລະ ມີຊີວະນາໆພັນຫຼາຍທີ່ສຸດໃນໂລກ.
ພາບປະກອບ |
ນີ້ແມ່ນລຳແມ່ນ້ຳຕົ້ນຕໍ ໃນການສະໜອງນ້ຳ, ທັນຍາຫານ ແລະ ວິຖີຊີວິດໃຫ້ແກ່ປະຊາຊົນຜ່ານລຸ້ນຕ່າງໆ. ແຕ່ເຖິງຢ່າງໃດກໍ່ຕາມ, ການກະທົບຂອງມະນຸດ ແລະ ການປ່ຽນແປງຂອງດິນຟ້າອາກາດທີ່ຍາກຈະຄາດຄະເນລ່ວງໜ້ານັ້ນໄດ້ກໍ່ຄວາມວິຕົກວັງວົນຢ່າງເລິກເຊິ່ງເຖິງຄວາມໝັ້ນຄົງຂອງແຫຼ່ງຊັບພະຍາກອນນ້ຳໃນແມ່ນ້ຳຂອງ. ຕໍ່ບັນດາສິ່ງທ້າທາຍນັ້ນ, ບັນດາປະເທດສະມາຊິກຄະນະກຳມາທິການແມ່ນ້ຳຂອງ ມີມາດຕະການໃດເພື່ອຄຸ້ມຄອງ, ປົກປັກຮັກສາແຫຼ່ງຊັບພະຍາກອນທີ່ລ້ຳຄ່ານີ້.
ວິວັດການຫັນເປັນຕົວເມືອງ, ການຈັບຫາສິນໃນນ້ຳດ້ວຍມາດຕະການແບບດັບສູນ, ພັດທະນາພື້ນຖານໂຄງລ່າງດ້ວຍລະດັບສູງຄື: ສ້າງເຂື່ອນໄຟຟ້ານ້ຳຕົກ, ກິດຈະກຳຊົນລະປະທານຂະໜາດໃຫຍ່, ໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງຢ່າງຮ້າຍແຮງຍ້ອນສະພາບອາກາດທີ່ຮ້າຍແຮງ, ເກີດຂຶ້ນໃນລຳແມ່ນ້ຳຂອງ ໄດ້ສົ່ງຜົນສະທ້ອນເຖິງບັນດາປະເທດນອນໃນເຂດອ່າງແມ່ນ້ຳຄື: ກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ, ເຊິ່ງເປັນເຂດມີປະຊາຊົນ 65 ລ້ານກ່ວາຄົນພວມດຳລົງຊີວິດ ແລະ ອາໄສແມ່ນ້ຳ ເພື່ອຮັບປະກັນຊີວິດການເປັນຢູ່. ເປັນໜ້າເສຍດາຍແມ່ນ, ຄວາມມານະພະຍາຍາມແກ້ໄຂບັນຫານີ້ຢູ່ຂັ້ນທ້ອງຖິ່ນຢູ່ລຽບຕາມເຂດຊາຍແດນແມ່ນບໍ່ຫຼາຍ. ສິ່ງດັ່ງກ່າວໄດ້ອະທິບາຍບັນຫາທີ່ວ່າ ເປັນຫຍັງຄະນະກຳມາທິການແມ່ນ້ຳຂອງ (MRC) ຊຶ່ງສວມບົດບາດສຳຄັນ ແລະ ແມ່ນເວທີປາໄສກ່ຽວກັບການຮ່ວມມືສິ່ງແວດລ້ອມພາກພື້ນ ເພື່ອຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳລວມຢ່າງມີປະສິດທິຜົນ. ດ້ວຍການໜູນຊ່ວຍດ້ານການເງິນຈາກທະນາຄານໂລກ (WB) ແຕ່ປີ 2009, MRC ພວມໜູນຊ່ວຍ 4 ປະເທດສະມາຊິກເຂດອ່າງແມ່ນ້ຳຂອງເຊິ່ງລວມມີ: ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ ແກ້ໄຂບັນດາບັນຫາຂ້າມຊາຍແດນຜ່ານໂຄງການຄຸ້ມຄອງສັງລວມແຫຼ່ງຊັບພະຍາກອນນ້ຳ (IWRM). ທ່ານ Greg Browder, ນັກຊ່ຽວຊານຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳສັງລວມ, ທະນາຄານໂລກ (WB) ໃຫ້ຮູ້ວ່າ:
“ບັນດາແຫຼ່ງຊັບພະຍາກອນນ້ຳ, ສິນໃນນ້ຳໄດ້ເຄື່ອນຍ້າຍຈາກປະເທດນີ້ສູ່ປະເທດອື່ນ. ຍ້ອນເຫດນັ້ນ, ສິ່ງສຳຄັນແມ່ນຕ້ອງຮ່ວມມື ແລະ ປະສານການຄຸ້ມຄອງ ແລະ ນຳໃຊ້ບັນດາແຫຼ່ງຊັບພະຍາກອນນີ້. ແມ່ນ້ຳຂອງ ແມ່ນ້້ຳເຂດອ່າງແມ່ນ້ຳກ້ວາງໃຫຍ່ ແລະ ສັບສົນດ້ວຍຫຼາຍເຖິງບັນຫາຕ່າງໆ. ລາຍການຄຸ້ມຄອງຊັບພະຍາກອນນ້ຳສັງລວມຊ່ວຍໃຫ້ບັນດາປະເທດຮັບຮູ້ໄດ້ບັນຫາຂ້າມຊາຍແດນມີລັກສະນະສະເພາະ - ເປັນຕົ້ນແມ່ນບັນຫາ 2 ຝ່າຍລະຫວ່າງບັນດາປະເທດ, ສ້າງກົນໄກປະສານງານຮ່ວມ ແລະ ຫຼັງຈາກນັ້ນ ຜັນຂະຫຍາຍແຜນການກະທຳ”
ໂຄງການ IWRM ທີ່ນຳໃຊ້ຫຼັກການຄຸ້ມຄອງສັງລວມແຫຼ່ງຊັບພະຍາກອນນ້ຳແມ່ນວິທີການສຳຜັດ ແລະ ຄຸ້ມຄອງສົມທົບກັນ ເພື່ອໃຫ້ມີຄວາມດຸ່ນດຽງບັນດາຄວາມຕ້ອງການຂອງສັງຄົມ ແລະ ເສດຖະກິດ, ພ້ອມທັງປົກປັກຮັກສາລະບົບຊີວະພາບຂອງບ່ອນທີ່ແມ່ນ້ຳໄຫຼຜ່ານ. ດ້ວຍການໜູນຊ່ວຍດ້ານເຕັກນິກຂອງ MRC ແຕ່ປີ 2011, 4 ປະເທດສະມາຊິກ MRC ໄດ້ສ້າງ 5 ໂຄງການ 2 ຝ່າຍ ເພື່ອແນໃສ່ເພີ່ມທະວີການໂອ້ລົມສົນທະນາຂ້າມຊາຍແດນຢູ່ຂັ້ນທ້ອງຖິ່ນ, ສຸມໃສ່ຄຸ້ມຄອງເຂດທົ່ງພຽງ, ສິນໃນນ້ຳ, ແມ່ນ້ຳ, ໜອງ ແລະ ເຂດດິນນ້ຳຖ້ວມ. ຕີລາຄາກ່ຽວກັບໂຄງການ IWRM ແລ້ວ, ທ່ານ ຟ້າມຕ໋ວນຟານ, ຜູ້ອຳນວຍການຝ່າຍບໍລິຫານງານຄະນະກຳມາທິການແມ່ນ້ຳຂອງ (MRC), ໃຫ້ຮູ້ວ່າ:
“ນີ້ແມ່ນຈຸດໃໝ່ ແລະ ເປັນເອກະລັກສະເພາະສຳລັບປະຫວັດແຫ່ງການຮ່ວມມືພາກພື້ນຂອງຄະນະກຳມາທິການແມ່ນ້ຳຂອງ. ການໂອ້ລົມສົນທະນາຂ້າມຊາຍແດນຈະຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງ, ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດສະມາຊິກ, ລ້ຽງດູຈິດໃຈແຫ່ງການຮ່ວມມືແມ່ນ້ຳຂອງ ເພື່ອຄຸ້ມຄອງແຫຼ່ງຊັບພະຍາກອນລວມຢ່າງມີປະສິດທິຜົນ ແລະ ປະເຊີນໜ້າກັບບັນດາສິ່ງທ້າທາຍລວມ. ຂ້າພະເຈົ້າຖືວ່າ, ຕາມການເວລາ, ການຮ່ວມມືຂ້າມຊາຍແດນ 2 ຝ່າຍຈະພັດທະນາຢ່າງແຮງໃນທົ່ວພາກພື້ນ. ພວກຂ້າພະເຈົ້າ, ຄະນະກຳມາທິການແມ່ນ້ຳຂອງຈະສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມນີ້.”
ພາບປະກອບ |
ມາຮອດປະຈຸບັນ, ບັນດາໂຄງການແບບຢ່າງໃນຈຳນວນ 5 ໂຄງການເຊິ່ງລວມມີ: ໂຄງການຄຸ້ມຄອງອາຊີບຫາປາ ຢູ່ລຳແມ່ນ້ຳຂອງ ແລະ ແມ່ນ້ຳ ເຊກອງ ລະຫວ່າງ ກຳປູເຈຍ ແລະ ລາວ (ເລີ່ມເຄື່ອນໄຫວໃນເດືອນ ກໍລະກົດ 2014) ເພື່ອແນໃສ່ແກ້ໄຂບັນຫາຊຸດຫລຸດລົງຂອງປາປະເພດຊີ້ນຂາວ ອົບພະຍົບຍ້ອນຄວາມດັນຕ່າງໆ, ໂຄງການຄຸ້ມຄອງເຂດອ່າງແມ່ນ້ຳ ເຊຊານ ແລະ ແມ່ນ້ຳ ເຊປອກ ເພີ່ມທະວີການຮ່ວມມືລະຫວ່າງ ກຳປູເຈຍ - ຫວຽດນາມ (ເລີ່ມເຄື່ອນໄຫວແຕ່ເດືອນພຶດສະພາ 2014) ກ່ຽວຂ້ອງເຖິງການພັດທະນາເຂື່ອນໄຟຟ້ານ້ຳຕົກ, ໂຄງການຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳເຂດທົ່ງພຽງແມ່ນ້ຳຂອງ ລຽບຕາມຊາຍແດນ ກຳປູເຈຍ - ຫວຽດນາມ (ເລີ່ມເຄື່ອນໄຫວໃນເດືອນພຶດສະພາ 2014) ແກ້ໄຂບັນດາສິ່ງທ້າທາຍຍ້ອນການພັດທະນາເຂດຕົ້ນນ້ຳ ແລະ ການປ່ຽນແປງຂອງດິນຟ້າອາກາດ. 3 ໂຄງການກຳນົດບັນຫາລວມຜ່ານການຕີລາຄາພື້ນທີ່ຕົວຈິງ, ການພົວພັນແລກປ່ຽນ ແລະ ການສ້າງແຜນການເຄື່ອນໄຫວລວມ. ຜ່ານນັ້ນ, ບັນດາອົງການກ່ຽວຂ້ອງ ແລະ ວົງຄະນະຍາດຢູ່ທ້ອງຖິ່ນນັບມື້ນັບຍົກສູງຄວາມຮັບຮູ້ການຮ່ວມມືຂ້າມຊາຍແດນ. ທ່ານ Nou Ketputhirath, ຮອງຫົວໜ້າພະແນກຊົນລະປະທານ ແລະ ກະສິກຳ, ຊັບພະຍາກອນນ້ຳ ແຂວງ ຕາແກວ, ປະເທດ ກຳປູເຈຍ ໄດ້ໃຫ້ຮູ້ວ່າ:
“ຜ່ານໂຄງການເຂດທົ່ງພຽງແມ່ນ້ຳຂອງລະຫວ່າງ ກຳປູເຈຍ ແລະ ຫວຽດນາມ, ຂ້າພະເຈົ້າຫວັງວ່າ 2 ປະເທດອາດຈະຮ່ວມມືແໜ້ນແຟ້ນນຳກັນ ເພື່ອຍົກອອກມາດຕະການຍືນຍົງໃຫ້ປະຊາຊົນນຳໃຊ້ນ້ຳ, ລວມມີການຟື້ນຟູບັນດາເຂດຮ່ວມສຳພັນເພື່ອແນໃສ່ຫລຸດຜ່ອນປະລິມານນ້ຳໃຫ້ທັງ 2 ປະເທດ.”
ສ່ວນສອງໂຄງການທີ່ຍັງເຫຼືອໄດ້ສຸມໃສ່ເຂົ້າການສົ່ງເສີມການຊອກຫາຮ່ຳຮຽນເຊິ່ງກັນ ແລະ ກັນ. ໂຄງການໄດ້ປະຕິບັດບັນດາການຢ້ຽມຢາມພື້ນທີ່ຕົວຈິງ ແລະ ຊອກຫາວິທີປົກປ້ອງລະບົບຊີວະພາບ ແລະ ປັບປຸງວິຖີຊີວິດຜ່ານການຄຸ້ມຄອງແຫຼ່ງຊັບພະຍາກອນໃຫ້ມີປະສິດທິຜົນກ່ວາ.
ມາຮອດປະຈຸບັນ, ການໂອ້ລົມສົນທະນາຂ້າມຊາຍແດນລະດັບຊາດໄດ້ຮັບການປະຕິບັດຢູ່ຂັ້ນແຂວງ. 4 ປະເທດສະມາຊິກ MRC ພວມຕັ້ງໜ້າປະກອບສ່ວນເພື່ອນຳມາເຊິ່ງຄວາມເຂົ້າອົກເຂົ້າໃຈລວມກ່ຽວກັບບັນດາບັນຫາຂ້າມຊາດ, ເຈລະຈາເພື່ອມີບັນດາມາດຕະການແບບຍືນຍົງ ແລະ ແບ່ງປັນບັນດາບົດຮຽນດີທີ່ສຸດຂອງປະເທດຄູ່ຮ່ວມມື.