(vovworld)- ຕາມສົນທິສັນຍາກ່ຽວກັບສິດເດັກໄດ້ກຳນົດວ່າ: ເດັກນ້ອຍທຸກຄົນລ້ວນແຕ່ມີສິດໄດ້ມີຊີວິດ, ສິດໄດ້ຮັບການພັດທະນາ ແລະ ສິດໄດ້ຮັບການປົກປ້ອງປາສະຈາກທຸກການໃຊ້ຄວາມຮຸນແຮງດ້ວຍທຸກຮູບແບບ. ສິ່ງດັ່ງກ່າວໄດ້ເນັ້ນຫນັກທີ່ເວທີປາໄສເດັກນ້ອຍ ອາຊຽນ ຄັ້ງທີ 4 ຫາກໍດຳເນີນຢູ່ ຮ່າໂນ້ຍໃນທ້າຍເດືອນ 6 ຜ່ານມາ. ເຖິງຢ່າງໃດກໍຕາມ, ວຽກງານປ້ອງກັນຕ້ານ, ລົບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ ຍັງຄົງແມ່ນສິ່ງທ້າທາຍຢູ່ທຸກປະເທດ, ໃນນັ້ນ ມີບັນດາປະເທດສະມາຊິກ ອາຊຽນ ໃນສະພາບການນັ້ນ, ລັດຖະບານບັນດາປະເທດ ຄວນເຮັດຫຍັງເພື່ອປົກປ້ອງພວກນ້ອງໃຫ້ຫລຸດພົ້ນອອກຈາກສະພາບການໃຊ້ຄວາມຮຸນແຮງຕໍ່ເດັກ.
ລາຍການສິລະປະຂ່ຳນັບຊົມເຊີຍເວທີປາໄສ
|
“ນ້ອງ ແມ່ນ Christine ມາຈາກ ຟິລີບປີນ. ນ້ອງເຫັນວ່າ ພວກເຮົາໄດ້ມີບັນດາຂໍ້ກຳນົດຕ້ານການໃຊ້ຄວາມຮຸນແຮງຕໍ່ເດັກໃນຄອບຄົວ, ໃນໂຮງຮຽນ ແລະ ນັບທັງໃນຊີວິດການເປັນຢູ່. ເຖິງຢ່າງກໍຕາມ, ການປະຕິບັດພັດຍັງບໍ່ທັນມີປະສິດທິຜົນ ຍ້ອນ ຜູ້ປະສົບເຄາະຮ້າຍຫລາຍຄົນຍັງບໍ່ທັນຮັບຮູ້ເຖິງສິດປົກປ້ອງຕົນເອງ. ນ້ອງເອງ ກໍເຄີຍຖືກໝູ່ເພື່ອນອາຍຸສູງກວ່າທູບຕີຢູ່ໂຮງຮຽນ ແຕ່ໃນເວລານັ້ນນ້ອງຍັງບໍ່ທັນຮູ້ວິທີປ້ອງກັນຕົວ, ເລີຍບໍ່ກ້າບອກອາຈານ. ນ້ອງປາດຖະຫນາວ່າ ສິ່ງນີ້ຈະບໍ່ເກີດຂຶ້ນສຳລັບໝູ່ເພື່ອນຄົນອື່ນໆ.”
ນັ້ນແມ່ນ ຄຳແບ່ງປັນຫນຶ່ງໃນບັນດາຜູ້ຕາງຫນ້າທີ່ເຂົ້າຮ່ວມເວທີປາໄສເດັກນ້ອຍ ອາຊຽນ ຄັ້ງທີ 4 ດຳເນີນໄປຫວ່າງແລ້ວນີ້ຢູ່ຮ່າໂນ້ຍ. ທີ່ເວທີປາໄສ, ບັນດາຜູ້ແທນກໍເຂົ້າໃຈໄດ້ວ່າ ການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍແມ່ນບັນຫາຮ້ອນເຮັ່ງບໍ່ພຽງແຕ່ເກີດຂຶ້ນຢູ່ບັນດາໂຮງຮຽນ, ໃນວົງຄະນາຍາດເທົ່ານັ້ນ ຫາກຍັງໃນບັນດາຄອບຄົວອີກດ້ວຍ. ນອກຈາກ ຟິລີບປີນແລ້ວ, ມີຫລາຍປະເທດໃນພາກພື້ນກໍຢັ້ງຢືນວ່າ ມີຫລາຍກໍລະນີໃຊ້ຄວາມຮຸນແຮງຄ້າຍຄືກັນ. ຕາມການຄົ້ນຄ້ວາກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍຢູ່ພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟີກ, ຄາດວ່າ ອັດຕາສ່ວນເດັກຍິງ ແລະ ເດັກຊາຍຢູ່ບັນດາປະເທດສະມາຊິກ ອາຊຽນ ຖືກທາລຸນທາງຮ່າງກາຍ ແມ່ນຢູ່ໃນລະດັບແຕ່ 10%- ກວ່າ 30%; ຖືກສວຍໃຊ້ທາງເພດສຳພັນແຕ່ 1,7%-ກວ່າ 10%, ການທາລຸນດ້ານ ຈິດໃຈເກືອບ 70% ແລະ ການໃຊ້ແຮງງານເດັກມີບາງບ່ອນຂຶ້ນເຖິງເກືອບ 60%.
ກົດໝາຍຂອງບັນດາປະເທດລ້ວນແຕ່ມີບັນດາຂໍ້ກຳນົດກ່ຽວກັບສິດຂອງເດັກນ້ອຍ ດ້ວຍກອບການຕັດສິນລົງໂທດຫນັກຈຳຄຸກ 3 ປີ ເຖິງການປະຫານຊີວິດສຳລັບບັນດາຜູ້ມີການກະທຳຜິດ, ເຖິງວ່າ ວຽກງານປົກປ້ອງເດັກນ້ອຍຍັງບໍ່ທັນນຳມາເຊິ່ງປະສິດທິຜົນພໍປານໃດ ຍ້ອນສະຕິຄວາມຮັບຮູ້ດ້ານສັງຄົມກ່ຽວກັບບັນຫານີ້ຍັງຄົງແມ່ນສິ່ງກີດຂວາງບໍ່ແມ່ນຫນ້ອຍ. ຫນຶ່ງໃນບັນດາມາດຕະການ ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງຫນ້າຈາກລັດຖະບານບັນດາປະເທດ ອາຊຽນ ນັ້ນແມ່ນເພີ່ມທະວີວຽກງານໂຄສະນາ, ສຶກສາອົບຮົມຄວາມຮັບຮູ້ທາງສັງຄົມ.
ພວກນ້ອງນ້ອຍ ອາຊຽນ ເຂົ້າຮ່ວມເວທີປາໄສເດັກນ້ອຍອາຊຽນ
ພາບ:vov
|
ທ່ານ ດັ້ງຮວານາມ, ຫົວຫນ້າກົມປົກປ້ອງເດັກນ້ອຍ ສັງກັດກະຊວງແຮງງານທະຫານເສຍອົງຄະ ແລະສັງຄົມ ຖືວ່າ:
“ບັນດາປະເທດອາຊຽນ, ໃນນັ້ນ ມີຫວຽດນາມ ໄດ້ປະຕິບັດສິດມີສ່ວນຮ່ວມຂອງເດັກ, ເຄົາເລົາຄວາມເຫັນຂອງຂອງເດັກ. ຄຽງຄູ່ກັນນັ້ນ ພວກເຮົາຄວນມີບັນດາໂຄງການດຳເນີນງານຢ່າງມີປະສິດທິຜົນເພື່ອຍົກສູງສະຕິຂອງປະຊາຊົນ ແລະ ວົງຄະນາຍາດໃນການປົກປ້ອງສິດຂອງເດັກນ້ອຍ. ໃນຫລາຍປີຜ່ານມາ, ລັດຖະບານຫວຽດນາມ ກໍໄດ້ຈັດຕັ້ງການພົບປະສົນທະນາ, ກອງປະຊຸມສຳມະນາ, ການໂຄສະນາກ່ຽວກັບສິດຂອງເດັກນ້ອຍເປັນຫລາຍຄັ້ງຢູ່ຫລາຍແຫ່ງ ກໍຄືເຜີຍແຜ່ກ່ຽວກັບສິດປ້ອງກັນຕົວຂອງພວກນ້ອງຢູ່ບັນດາໂຮງຮຽນ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ວຽກງານປົກປ້ອງສິດຂອງເດັກນ້ອຍ ຈະໄດ້ຮັບການປະຕິບັດຢ່າງມີປະສິດທິຜົນກວ່າໃນໄລຍະຈະມາເຖິງ.”
ຄຽງຄູ່ກັບການປົກປ້ອງຂອງກົດໝາຍກໍຄືຄວາມເອົາໃຈໃສ່, ການຮ່ວມແຮງຮ່ວໃຈຂອງວົງຄະນາຍາດສັງຄົມ, ເດັກນ້ອຍເອງຜູ້ທີ່ປະສົບເຄາະຮ້າຍຈາກການໃຊ້ຄວາມຮຸນແຮງຕ້ອງມີສຽງເວົ້າ ແລະ ປົກປ້ອງຕົນເອງ. ສິ່ງດັ່ງກ່າວໂດຍທ່ານນາງ Marta Santos Pais, ຜູ້ຕາງຫນ້າພິເສດຂອງເລຂາທິການໃຫຍ່ ສປຊ ກ່ຽວກັບບັນຫາໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ, ຍົກອອກມາທີ່ເວທີປາໄສດັ່ງກ່າວ. ທ່ານນາງ ເນັ້ນຫນັກວ່າ: ຫນຶ່ງໃນບັນດາມາດຕະການມີປະສິດທິຜົນເພື່ອປົກປ້ອງເດັກນ້ອຍ ນັ້ນແມ່ນສ້າງສະຕິປ້ອງກັນຕົວຂອງໝູ່ເດັກນ້ອຍ, ລະດົມກຳລັງໃຈ ແລະ ຮຽກຮ້ອງພວກນ້ອງຍົກອອກທັດສະນະ, ສຽງເວົ້າຂອງຕົນ.
“ສຽງເວົ້າຂອງເດັກນ້ອຍແມ່ນສຳຄັນທີ່ສຸດເພື່ອນຳໃຊ້ບັນດາຂໍ້ກຳນົດ, ບັນດານະໂຍບາຍ ແລະ ການກະທຳໃຫ້ດີກວ່າຢູ່ໃນລະດັບຊາດ. ເພາະວ່າ ສຽງເວົ້າຂອງເດັກນ້ອຍແມ່ນຄວາມຮັບຮູ້ຂອງພວກນ້ອງໃນເວລາຢູ່ໂຮງຮຽນ, ຢູ່ວົງຄະນາຍາດ ແລະ ຢູ່ຄອບຄົວ. ສິ່ງໃດທີ່ປົກປ້ອງພວກນ້ອງ, ສິ່ງໃດບໍ່ປົກປ້ອງພວກນ້ອງ. ສິ່ງໃດເຮັດໃຫ້ພວກນ້ອງຢ້ານກົວ. ບັນດາລັດຖະບານ ອາຊຽນ ຕ້ອງສົ່ງເສີມໃຫ້ເດັກນ້ອຍຍົກອອກທັດສະນະຂອງຕົນ, ກໍຄືຄວາມເຫັນກ່ຽວກັບນະໂຍບາຍ. ສິ່ງດັ່ງກ່າວນີ້ແມ່ນສຳຄັນທີ່ສຸດ.”
ອາດຈະເວົ້າໄດ້ວ່າ ວຽກງານປ້ອງກັນຕ້ານການໃຊ້ຄວາມຮຸນແຮງຕໍ່ເດັກ ບໍ່ແມ່ນຫນ້າທີ່ສະເພາະຂອງລັດຖະບານປະເທດໃດຫນຶ່ງເທົ່ານັ້ນ ຫາກຍັງແມ່ນຂອງທົ່ວທັງວົງຄະນາຍາດສັງຄົມອີກດ້ວຍ. ແລະ ເມື່ອໃດການໃຊ້ຄວາມຮຸນແຮງຖືກລົບລ້າງບັນດາສິດຂອງເດັກນ້ອຍກໍໄດ້ຮັບການຮັບປະກັນ, ບັນດາ ເດັກນ້ອຍ “ເຈົ້າຂອງປະເທດຊາດໃນອະນາຄົດ” ຈຶ່ງສາມາດພັດທະນາເປັນປົກກະຕິ, ເຂັ້ມແຂງ ແລະກາຍເປັນເສົາຄ້ຳຂອງປະເທດຊາດ.