ທິດ​​ກ້າວ​ເດີນ​ໃຫ້​ການ​ຮ່ວມ​ມື​​ກ່ຽວ​ກັບນ້ຳ​ມັນ​ປາມ ລະ​ຫວ່າງ ຫ​ວຽດ​ນາມ - ອິນ​ໂດ​ເນ​ເຊຍ

(VOVWORLD) -ອິນໂດເນເຊຍ ແມ່ນປະເທດສົ່ງອອກນ້ຳມັນປາມຫຼາຍທີ່ສຸດໃນໂລກ. ໃນຂະນະທີ່ຫວຽດນາມແມ່ນປະເທດທີ່ມີຄວາມຕ້ອງການໃຊ້ນ້ຳມັນໃນການປຸງແຕ່ງອາຫານຫຼາຍ. ສະນັ້ນ, ອິນໂດເນເຊຍ ແລະ ຫວຽດນາມ ມີກາລະໂອກາດຮ່ວມມືຫຼາຍຢ່າງເພື່ອຜົນປະໂຫຍດຂອງທັງສອງປະເທດ. ຕໍ່ໄປ, ເຊີນທ່ານຮັບຟັງບົດສາລະຄະດີຂອງນັກຂ່າວ ງວຽນຮ່າ ດ້ວຍຫົວຂໍ້ “ທິດກ້າວເດີນໃຫ້ການຮ່ວມມືກ່ຽວກັບນ້ຳມັນປາມ ລະຫວ່າງ ຫວຽດນາມ - ອິນໂດເນເຊຍ.

 

        ໃນກາງເດືອນ ສິງຫາ 2020 ຜ່ານມາ, ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືກ່ຽວກັບນ້ຳມັນປາມ ລະຫວ່າງ ຫວຽດນາມ - ອິນໂດເນເຊຍ”. ກອງປະຊຸມໄດ້ປືກສາຫາລືກ່ຽວກັບທ່າອ່ຽງ ແລະ ມາດຕະການຊຸກຍູ້ການຮ່ວມມືໃນການຄ້ານ້ຳມັນປາມຂອງ ອິນໂດເນເຊຍ ໄປຍັງ ຫວຽດນາມ, ກໍຄື ເພີ່ມທະວີການຕິດຕໍ່ພົວພັນ ແລະ ຕາໜ່າງດຳເນີນທຸລະກິດຂອງບັນດາວິສາຫະກິດສອງປະເທດ. ຕີລາຄາການຮ່ວມມືກ່ຽວກັບນ້ຳມັນປາມ ລະຫວ່າງ ອິນໂດເນເຊຍ ແລະ ຫວຽດນາມ ໃນປັດຈຸບັນ, ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ Ibnu Hadi ແບ່ງປັນວ່າ:

        “ນ້ຳມັນພືດ, ໃນນັ້ນຕົ້ນຕໍແມ່ນນ້ຳມັນປາມ ແມ່ນນອນໃນບັນຊີລາຍຊື່ສິນຄ້າ 10 ປະເພດສົ່ງອອກຫຼັກຂອງ ອິນໂດເນເຊຍ ໄປຍັງ ຫວຽດນາມ. ປັດຈຸບັນ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສົ່ງອອກຕົ້ນຕໍຂອງ ອິນໂດເນເຊຍ ແລະ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດ. ໃນປີ 2016, ການສົ່ງອອກນ້ຳມັນພືດຂອງ ອິນໂດເນເຊຍ ໄປຍັງ ຫວຽດນາມ ບັນລຸປະມານ 162 ລ້ານ USD, ຮອດປີ 2018 ເພີ່ມຂຶ້ນຢ່າງແຮງ ດ້ວຍເກືອບ 77%, ບັນລຸເກືອບ 300 ລ້ານ USD. ເຖິງຢ່າງໃດກໍຕາມ ຮອດປີ 2019, ຕົວເລກດັ່ງກ່າວພັດຫຼຸດລົງ 23%. ຮອດ 6 ເດືອນຕົ້ນປີ 2020, ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍຕາມ ແຕ່ມູນຄ່າສົ່ງອອກນ້ຳມັນພືດຂອງ ອິນໂດເນເຊຍ ໄປຍັງ ຫວຽດນາມ ໄດ້ບັນລຸເກືອບ 230 ລ້ານ USD, ເພີ່ມຂຶ້ນ 35% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019”.

ທິດ​​ກ້າວ​ເດີນ​ໃຫ້​ການ​ຮ່ວມ​ມື​​ກ່ຽວ​ກັບນ້ຳ​ມັນ​ປາມ ລະ​ຫວ່າງ ຫ​ວຽດ​ນາມ - ອິນ​ໂດ​ເນ​ເຊຍ - ảnh 1ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ Ibnu Hadi

        ກໍຕາມທ່ານເອກອັກຄະລັດຖະທູດ Ibnu Hadi ແລ້ວ, ໃນຕົວຈິງ, ອິນໂດເນເຊຍ ໄດ້ສົ່ງອອກນ້ຳມັນປາມໄປຍັງ ຫວຽດນາມ ແຕ່ດົນແລ້ວ, ແຕ່ຮອດປີ 2015 ຈຶ່ງເຫັນຜະລິດຕະພັນນ້ຳມັນປາມຂອງ ອິນໂດເນເຊຍ ຢູ່ ຕະຫຼາດ ຫວຽດນາມ. ເຖິງວ່າ ການສົ່ງອອກນ້ຳມັນພືດຂອງ ອິນໂດເນເຊຍ ໄປຍັງ ຫວຽດນາມ ນັບແຕ່ເວລານັ້ນຈົນຮອດປັດຈຸບັນ ກໍມີໄລຍະຖືກຫຼຸດລົງ ກໍຕາມ, ແຕ່ເມື່ອເບິ່ງສະພາບການລວມແລ້ວ ແມ່ນມີທ່າອ່ຽງເພີ່ມຂຶ້ນ. ນີ້ແມ່ນສັນຍານທີ່ດີເພື່ອເລີ່ມປະຕິບັດການໂຄສະນາ, ສົ່ງເສີມການຄ້າສຳລັບບັນດາຜະລິດຕະພັນນ້ຳມັນປາມ. ຫວຽດນາມ ມີຄວາມຕ້ອງການນຳໃຊ້ນ້ຳມັນ ຂຶ້ນເຖິງ 1,5 ລ້ານໂຕນຕໍ່ປີ, ແຕ່ສະມັດຕະພາບການຜະລິດພາຍໃນປະເທດຕອບສະໜອງໄດ້ພຽງປະມານ 40% ເທົ່ານັ້ນ, ສະນັ້ນ ຕ້ອງນຳເຂົ້າຈາກປະເທດອື່ນໆ, ໃນນັ້ນ ຫຼາຍທີ່ສຸດແມ່ນນໍາເຂົ້າຈາກ ມາເລເຊຍ ແລະ ຖັດມາແມ່ນ ອິນໂດເນເຊຍ. ທ່ານນາງ ຫງວຽນທິທູຖຸຍ, ຮອງປະທານ - ເລຂານຸການໃຫຍ່ ສະຫະສະມາຄົມພັດທະນາສິນຄ້າໃຊ້ສອຍ ຫວຽດນາມ (VACOD) ໃຫ້ຮູ້ວ່າ:

        “ຢູ່ຫວຽດນາມ, ນ້ຳມັນປາມພວມແມ່ນຂົງເຂດທີ່ມີການແກ້ງແຍ້ງສູງ. ບັນດາວິສາຫະກິດ ຫວຽດນາມ ໃຫ້ຮູ້ວ່າ ສຳລັບປະເພດສິນຄ້ານ້ຳມັນປາມ, ມາເລເຊຍ ພວມໄປກ່ອນ ອິນໂດເນເຊຍ ກ້າວໜຶ່ງໃນບັນຫາສົ່ງເສີມການຄ້າກັບ ຫວຽດນາມ. ຢູ່ ຫວຽດນາມ, ນ້ຳມັນປາມ ຍັງບໍ່ທັນໄດ້ຮັບຄວາມນິຍົມຊົມໃຊ້ຫຼາຍຄືກັບນ້ຳມັນພືດຊະນິດອື່ນໆ. ເຖິງຢ່າງໃດກໍຕາມ, ປະລິມານນຳເຂົ້ານ້ຳມັນປາມ ຈາກ ອິນໂດເນເຊຍ ໄປຍັງ ຫວຽດນາມ ໄດ້ເພີ່ມຂຶ້ນໃນຊຸມປີມໍ່ໆມານີ້ ແຕ່ຈຳນວນຜູ້ບໍລິໂພກນ້ຳມັນປາມແມ່ນຍັງບໍ່ສູງ. ບັນດາປະເພດສິນຄ້າຈາກນ້ຳມັນປາມທີ່ນຳເຂົ້າ ຫວຽດນາມ ແມ່ນເພື່ອຮັບໃຊ້ການຜະລິດບັນດາຜະລິດຕະພັນໃນຂະແໜງອຸດສາຫະກຳ ເປັນສ່ວນຫຼາຍ”.

ທິດ​​ກ້າວ​ເດີນ​ໃຫ້​ການ​ຮ່ວມ​ມື​​ກ່ຽວ​ກັບນ້ຳ​ມັນ​ປາມ ລະ​ຫວ່າງ ຫ​ວຽດ​ນາມ - ອິນ​ໂດ​ເນ​ເຊຍ - ảnh 2ບັນດາປະເພດສິນຄ້າຈາກນ້ຳມັນປາມທີ່ນຳເຂົ້າ ຫວຽດນາມ ແມ່ນເພື່ອຮັບໃຊ້ການຜະລິດບັນດາຜະລິດຕະພັນໃນຂະແໜງອຸດສາຫະກຳ ເປັນສ່ວນຫຼາຍ

        ຕາມບັນດາວິສາຫະກິດ ຫວຽດນາມ ແລ້ວ, ໜຶ່ງໃນບັນດາຄວາມຫຍຸ້ງຍາກ ເມື່ອນຳຜະລິດຕະພັນນ້ຳມັນປາມເຂົ້າຕະຫຼາດຫວຽດນາມ ນັ້ນແມ່ນ ຍ້ອນຄວາມລຶ້ງເຄີຍຂອງຜູ້ບໍລິໂພກຫວຽດ. ຄວາມນິຍົມຊົມຊອບຂອງຜູ້ບໍລິໂພກອຸປະໂພກ ຫວຽດ ໃນປັດຈຸບັນ ແມ່ນບຸລິມະສິດນຳໃຊ້ນ້ຳມັນ ໂອລິວ, ນ້ຳມັນຖົ່ວດິນ, ນ້ຳມັນໝາກງາ, ນ້ຳມັນເຂົ້າ.... ໃນຂະນະທີ່ນ້ຳມັນປາມຍັງບໍ່ທັນໄດ້ເປັນທີ່ຮູ້ຈັກຂໍ້ມູນກ່ຽວກັບຄຸນນະພາບ ກໍຄື ສ່ວນປະກອບຢ່າງລະອຽດເທື່ອ ແລະ ມັນເໝາະສົມກັບຄົນຫວຽດ ຫຼືບໍ. ຍິ່ງໄປກວ່ານັ້ນ, ການແກ້ງແຍ້ງດ້ານລາຄາກໍແມ່ນບັນຫາໜຶ່ງ ທີ່ບັນດາວິສາຫະກິດ ອິນໂດເນເຊຍ ຄວນເອົາໃຈໃສ່ ເມື່ອຢາກສົ່ງອອກນ້ຳມັນປາມ ແລະ ພິເສດແມ່ນຢາກຄອບຄອງຕະຫຼາດນ້ຳມັນປາມຢູ່ ຫວຽດນາມ. ທ່ານນາງ ຫວຽນຖຸ່ຍເຢືອງ, ຫົວໜ້າບັນນາທິການໜັງສືພິມ ເທືອງຢາ, ເຊິ່ງເປັນອົງການສື່ມວນຊົນຂອງ ສະຫະສະມາຄົມພັດທະນາສິນຄ້າໃຊ້ສອຍ ຫວຽດນາມ ໃຫ້ຮູ້ວ່າ:

        “ເຮັດແນວໃດເພື່ອຊ່ວຍປະຊາຊົນຫວຽດນາມ ເຫັນໄດ້ເຖິງຄຸນປະໂຫຍດອັນພົ້ນເດັ່ນຂອງນ້ຳມັນປາມ ເມື່ອທຽບໃສ່ນ້ຳມັນຊະນິດອື່ນໆ ເພື່ອສາມາດປ່ຽນແປງຄວາມລຶ້ງເຄີຍຂອງຜູ້ບໍລິໂພກ. ພິເສດ, ເມື່ອບັນດາວິສາຫະກິດ ຫວຽດນາມ ຢາກຮ່ວມມືກັບ ອິນໂດເນເຊຍ ນັ້ນ, ເຂົາເຈົ້າຈະໄດ້ຮັບຜົນປະໂຫຍດໃດແດ່ທີ່ດີກວ່າ, ເພາະວ່າເຂົາເຈົ້າໄດ້ລຶ້ງເຄີຍກັບການຮ່ວມມືກັບບັນດາຄູ່ຮ່ວມມືກ່ອນນີ້ແລ້ວ, ຖ້າຫາກປ່ຽນໄປຮ່ວມມືກັບຄູ່ຮ່ວມມືໃໝ່ນັ້ນ ແມ່ນຕ້ອງມີຜົນປະໂຫຍດໃດໜຶ່ງທີ່ໂດດເດັ່ນກວ່າ. ຍິ່ງໄປກວ່ານັ້ນ ຕ້ອງເສຍຄ່າໃຫ້ການໂຄສະນາຜະລິດຕະພັນ ຈຶ່ງປ່ຽນຄວາມລຶ້ງເຄີຍຂອງຜູ້ບໍລິໂພກໄດ້. ພວກຂ້າພະເຈົ້າ ກໍພ້ອມແລ້ວທີ່ຈະຮ່ວມມື ແລະ ຊ່ວຍຊຸກຍູ້ການສົ່ງເສີມການຄ້າສອງສົ້ນລະຫວ່າງສອງປະເທດ”.

        ກ່ຽວກັບຄຳສະເໜີຈາກຝ່າຍ ຫວຽດນາມ, ທ່ານ Joko Supriyono, ປະທານສະຫະສະມາຄົມນ້ຳມັນປາມ ອິນໂດເນເຊຍ (GAPKI), ຕາງໜ້າໃຫ້ບັນດາບໍລິສັດ ອິນໂດເນເຊຍ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເຫັນດີຕໍ່ບັນດາຂໍ້ສະເໜີຈາກຝ່າຍຫວຽດນາມ ທີ່ວ່າ ອິນໂດເນເຊຍ ຄວນເພີ່ມທະວີການໂຄສະນາຫຼາຍກວ່າອີກ ໂດຍຜ່ານບັນດາກອງປະຊຸມສຳມະນາ, ງານວາງສະແດງ ແລະ ເຮັດວຽກກັບບັນດາຄູ່ຮ່ວມມືຫວຽດນາມ. ນີ້ແມ່ນໜ້າທີ່ ເຊິ່ງພວກຂ້າພະເຈົ້າ ໄດ້ສຸມໃສ່ປະຕິບັດໃນສະເພາະໜ້າ. ພວກຂ້າພະເຈົ້າ ຕ້ອງຊ່ວຍໃຫ້ປະຊາຊົນ ຫວຽດນາມ ມີຄວາມເຂົ້າໃຈຢ່າງຖືກຕ້ອງ ແລະ ຄົບຖ້ວນກ່ຽວກັບນ້ຳມັນປາມ, ສ່ວນປະກອບ ແລະ ຄຸນປະໂຫຍດຂອງມັນ.  ແລະ ພວກຂ້າພະເຈົ້າກໍຢາກໄດ້ຮັບການຊ່ວຍເຫຼືອຈາກ ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ເພື່ອຈັດຕັ້ງບັນດາເວທີປາໄສ ຊ່ວຍເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດສອງປະເທດ.”

        ກ່ຽວກັບບັນດາມາດຕະການໃນສະເພາະໜ້າ, ຝ່າຍ ອິນໂດເນເຊຍ ຈະເພີ່ມທະວີບັນດາຮູບແບບການໂຄສະນາ ເປັນຕົ້ນແມ່ນແນະນຳວີດີໂອກ່ຽວກັບນ້ຳມັນປາມ ເພື່ອແນໃສ່ຊ່ວຍໃຫ້ປະຊາຊົນ ຫວຽດນາມ ມີຄວາມເຂົ້າໃຈຢ່າງຖືກຕ້ອງ, ຮອບດ້ານກວ່າກ່ຽວກັບບັນດາສ່ວນປະກອບ ກໍຄືຄຸນປະໂຫຍດຂອງນ້ຳມັນປາມ ແລະ ຈະມີບັນດາບາດກ້າວເດີນລະອຽດ, ຕັ້ງໜ້າກວ່າອີກ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ