ນັກທ່ອງທ່ຽວສາກົນກັບຫລວງພະບາງ ຕົວເມືອງປອດຄວັນຢາສູບ


(vovworld)- ຫ່າງ​ຈາກ​ ທາງ​ທິດ​ເຫນືອ ນະ​ຄອນ​ຫລວງ ວຽງ​ຈັນ ປະ​ມານກວ່າ 400 ກິ​ໂລ​ແມັດ, ຫລວງ​ພະ​ບາງ ແມ່ນ​ສະ​ຖານ​ທີ່​ຂາດບໍ່​ໄດ້​​ເມື່ອ​ນັກ​ທ່ອງ​ທ່ຽວມາ​ຢ້ຽມ​ຢາມ​ປະ​ເທດ​ລ້ານ​ຊ້າງ. ປີ 1995, ຫລວງ​ພະ​ບາງ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງ​ການ UNESCO ວ່າ​ແມ່ນ​ເມືອງມໍ​ລະ​ດົກ​ໂລກ. ເພື່ອ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ທີ່ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງ​ການ UNESCO ແລະ ສືບ​ຕໍ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ຫລາຍກວ່ານັ້ນ, ນະ​ຄອນ ຫລວງ​ພະ​ບາງ ພວມ​ມຸ້ງ​ໄປ​ເຖິງ​ການກໍ່​ສ້າງ​ຕົວ​ເມືອງ​ແຫ່ງ​ການທ່ອງ​ທ່ຽວ​ປອດ​ຄວັນ​ຢາ​ສູບ. ດ້ວຍ​ການ​ປະ​ຕິ​ບັດ ສ​ະ​ຖານ​ທີ່​ທ່ອງ​ທ່ຽວ​ປອດ​ຄວັນ​ຢາ​ສູບ ແລະ ໄດ້​ຮັບ​ການ​ຊົ​ມ​ເຊີຍຈາກ​ນັກ​ທ່ອງ​ທ່ຽວ​ຄື​ແນວ​ໃດ.

ນັກທ່ອງທ່ຽວສາກົນກັບຫລວງພະບາງ ຕົວເມືອງປອດຄວັນຢາສູບ - ảnh 1
ຫລວງ​ພະ​ບາງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ຫລາຍ
ພາບ:toptentravel.com.vn

        ບໍ່​ວ່າຢູ່​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ໃດ​ໃນ​ເມືອງ​ຫລວງພະ​ບາງ, ນັກ​ທ່ອງ​ທ່ຽວ​​​ກ​ໍ​ຈະພົບ​ເຫັນ​ປ້າຍ​ຫ້າມ​ ສູບຢາຢູ່​ບັນ​ດາ​ເຂດ​ປູຊະ​ນີ​ຍະ​ສະ​ຖານ ​ຊື່ງຂຽນ​​ເປັນ 2 ພາ​ສາ​ຄື: ອັງ​ກິດ ແລະ ລາວ ພ້ອມ​ກັບ​ຮູບຫ້າມ​ສູບ​ຢາ ຕິດ​ຢູ່​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ໃນ​ຕົວ​ເມືອງ. ນອກນັ້ນ, ຢູ່​ໃນ​ຮ້ານ​ອາ​ຫານ​ຕ່າງໆ​ກໍ​ໄດ້​ຕິດ​ສັນ​ຍາ​ລັກ​ຫ້າມສູບ​ຢາ. ຢູ່​ເຂດ​ທີ​່​ມີ​ປ້າຍ​ຫ້າມ​ສູບ​ຢານີ້, ນັບ​ທັງນັກ​ທ່ອງ​ທ່ຽວ ແລະ ຊາວ​ທ້ອງ​ຖິ່ນ​ລ​ວ້ນ​ແຕ່ບໍ່​ໄດ້​ສູບ​ຢາ. ນັ້ນ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ສາຍ​ເຫດ​ຊື່ງ ອ້າຍ Graig Huitt, ນັກ​ທ່ອງ​ທ່ຽວ​ມາ​ຈາກ ກາ​ນາ​ດາ ແລະ ຄອບ​ຄົວ​ຕັດ​ສິນ​ໃຈ​ໄປ​ຢ້ຽມ​ຢາມ ແລະ ຄົ້ນ​ຫາ​ຄວາມ​ງາມ​ຂອງ​ເມືອງ​ຫລວງ​ພະ​ບາງ, ຊື່ງ​ໄດ້​ຮັບ​ການ​ຮັບ​ຮ​ອງ​ວ່າເປັນມໍ​ລະ​ດົກຂອງ​ໂລກ.

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ເລື່ອງ​ຜັນ​ຂະ​ຫຍາຍ​ການ​ຫ້າມ​ສູບ​ຢາ​ແມ່ນ​ດີ​ທີ່​ສຸດ ​ພິ​ເສດ ເມື່ອ​ຂ້າ​ພະ​ເຈົ້າ​ໄປ​ທ່ອງ​ທ່ຽວ​ກັບ​ຄອບ​ຄົວ. ຂ້າ​ພະ​ເຈົ້າ​ສາ​ມາດ​ເຂົ້າ​ຮ້ານ​ອາ​ຫານດື່ມ​ຈອກ​ກາ​ເຟ ແຕ່ບໍ່​ມີ​ຜູ້​ໃດ​ສູບ​ຢາ. ນັ້ນ​ແມ່ນ​ສິ່ງ​ດີ​ເລີດ​ເມື່ອ​ທຽບ​ໃສ່ ໂຕ​ກຽວ, ຊື່ງ​ແມ່ນ​ສະ​ຖານ​ທີ່​ມີ​ຫລາຍ​ຄົນອາດ​ຈະ​ສູບ​ຢາ​ຢູ່​ທົ່ວທຸກ​ບ່ອນ.”

        ສຳ​ລັບ​ທ່ານ​ນາງ Karen ແລະ ຜົວ ຊື່ງແມ່ນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ ອ​ັງ​ກິດ​ແລ້ວ, ການ​ຢ້ຽມ​ຢາມ ເມືອງ​ຫລວງ​ຄັ້ງ​ນີ້​ໄດ້​ສ້າງ​ອະ​ນຸ​ສອນຫລາຍ​ຢ່າງ​ໃຫ້​ທ່ານ​ນາງ. ເພາະວ່າ ບໍ່​ພຽງ​ແຕ່​ຄວາມ​ສວຍ​ງາມ​ຢູ່ສະ​ຖານ​ທີ່​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ເທົ່າ​ນັ້ນ ຫາກ ທ່ານ​ນາງ ແລະ ຜົວ ກໍ​ບໍ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ຄວັນ​ຢາ​ສູບ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ນາງ Karen ຖື​ວ່າ ອຳ​ນາດ​ການ​ປົກ​ຄອງ ຫລວງ​ພະ​ບາງ ຄວນ​ມີ​ສະ​ຖານ​ທີ່​​ສະ​ຫງວນສະ​ເພາະ​ໃຫ້​ແກ່​ບັນ​ດາ​ນັກ​ທ່ອງ​ທ່ຽວ​​ຜູ້​ທີ່​ສູບ​ຢາ.

        “ເມື່ອ​ມາ​ຢ້ຽມ​ຢາມ ເມືອງ​ຫລວງ ຂ້າ​ພະ​ເຈົ້າ​ພົບ​ເຫັນ​ມີ​ປ້າຍ​ຫ້າມ​ສູບ​ຢາ​ຫລາຍ​ສົມ​ຄວນ ແລະ ຂ້າ​ພະ​ເຈົ້າ​ຖື​ວ່າ ນີ້​ແມ່​ນ​ສິ່ງ​ດີ​ທີ່​ສຸດ. ​ເມື່ອ​ໄປ​ກິນ​ເຂົ້າ​ເຊົ້າ ຂ້າ​ພະ​ເຈົ້າ​ບໍ່​ມັກ​ຜູ້​ສູບ​ຢາ​​ຢູ່​ອ້ອມ​ຂ້າງປ່ອຍ​ຄວັນ​ໃສ່​ຫ​ນ​້າ. ແຕ່​ຢູ່ ລອນດອນ ມີ​ບາງ​ເຂດ​ອະ​ນຸ​ຍາດ​ໃຫ້​ສູບ​ຢາ ແລະ​ຜູ້​ມັກ​ສູບ​ຢາ​ພາ​ກັນ​ມານັ້ນ​ເພື່ອ​ສູບ​ຢາ.”

ນັກທ່ອງທ່ຽວສາກົນກັບຫລວງພະບາງ ຕົວເມືອງປອດຄວັນຢາສູບ - ảnh 2

        ​ອ້າຍ ຕ້າກວາງ​ດົງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ທິວ​ທັດ​ທຳ​ມະ​ຊາດ​ຢູ່​ຫລວງພະ​ບາງ ​ຍາມ​ໃດ​ກໍດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມເປັນ​ຈຳ​ນວນ​ຫລວງ​ຫລາຍ ພິ​ເສດ​ເຂົາ​ເຈົ້າ​ຈະ​ຮູ້​ສຶກ​ປະ​ທັບ​ໃຈ​ກວ່າ​ເມື່ອ​ຕົວ​ເມືອງນີ້​ປອດ​ຄວັນ​ຢາ​ສູບ.

        “ຂ້າ​ພະ​ເຈົ້າ​ຖື​ວ່າ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຊ່ວຍ​ໃຫ້ ຫລວງ​ພະ​ບາງ​ກາຍ​ເປັນ​​ຕົວ​ເມືອງ​ແຫ່ງ​ການ​ທ່ອງ​ທ່ຽວ​ປອດ​ຄວັນ​ຢາ​ສູບ​ແມ່ນ​​ຈຳ​ເປັນ​ທີ່​ສຸດ ເພາະ​ວ່າ ບໍ່​ສູບ​ຢາ​ກໍເປັນ​ການ​ປະ​ກອບ​ສ່ວນ​ຮັກ​ສາສິ່ງ​ແວດ​ລ້ອມ, ​ຮັກ​ສາສ​ຸ​ຂະ​ພາບ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ແລະ ຊາວ​ທ້ອງ​ຖິ່ນ. ແລະ ນີ້​ແມ່ນ​ສິ່ງ​ທີ່​ຖືກ​ຕ້ອງ​ຕາມຄ​າດ​ໝາຍ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ແນ່ນອນ​ວ່າ ຫລວງ​ພະ​ບາງ ຈະ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ໂຄ​ສະ​ນາ​ແມ່ນ​ຕົວ​ເມືອງ​ແຫ່ງ​ການ​ທ່ອງ​ທ່ຽວ​ປອດຄ​ວັນ​ຢາ​ສູບ, ພ້ອມ​ກັບ​ສິ່ງ​ທີ່​ ຫລວງ​ພະ​ບາງ ຍາດ​ມາ​ໄດ້​ຄື: ສະ​ຖານ​ທີ່​ທ່ອງ​ທ່ຽວ​ໄມ​ຕິ​ຈິດ, ຊາວ​ທ້ອງ​ຖິ່ນ​ມີ​ຄວາມ​ສະ​ຫນິດ​ສະ​ຫນົມ​ກັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ, ພື້ນ​ຖານ​ໂຄງ​ລ່າງ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ລະ​ດັບ​ຂຶ້ນ. ດ້ວຍ​ເຄື່ອງ​ໝາຍ ແມ່ນ​​ຕົວ​ເມືອງປອດ​ຄວັນ​ຢາ​ສູບ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ຫລວງ​ພະ​ບາງ ຈະ​ມີ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ນັບ​ມື້​ນັບ​ຫລາຍກວ່າ ແລະ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ ດູດ​ດື່ມ​ໃນ​ແຜນ​ທີ່​ທ່ອງ​ທ່ຽວ​ໂລກ​ກໍ​ຄື​ຂອງ​ລາວ​ເວົ້າ​ລວມ.”

        ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ຖື​ວ່າ ເລື່ອງ​ ນະ​ຄອນ​ຫລວງ​ພະ​ບາງ ຫ້າມ​ສູບ​ຢາ​ຢູ່​ບັນ​ດາ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ແລະ ສະ​ຖານ​ທີ່​ສາ​ທາ​ລະ​ນະ ຈະ​ປະ​ກອບ​ສ່ວນ​ຊ່ວຍ​ອະ​ນຸ​ລັກ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ຊື່ງ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO. ສະ​ນັ້ນ ເລື່ອງ​ຫ້າມ​ສູບ​ຢາ​ຈະ​ບໍ່​ຫລຸດ​ຜ່ອນ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ມາຢ້ຽມ​ຢາມ​ເມືອງ​ຫລວງນີ້. ເອື້ອຍ Tinky Keeton ນັກ​ທ່ອງ​ທ່ຽວ​ມາ​ຈາກ ອາ​ຟ​ຼິ​ກາ ຖື​ວ່າ:

        “ຂ້າ​ພະ​ເຈົ້າ​ຄິດ​ວ່າ ເລ​ື່ອງ​ຫ້າມ​ສູບ​ຢາ ຈະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈຳ​ນວນ​ຫນຶ່ງ​ຄິດ​ໄລ່​ຊັ່ງ​ຊາ​ເມື່ອ​ມາ​ຢ້ຽມ​ຢາມ​ຫລວງ​ພະ​ບາງ. ແຕ່​ຖ້າ​ເພື່ອນ​ຢາກ​ຢ້ຽມ​ຢາມ​ຕົວ​ເມືອງ​ທີ່​ສວຍ​ງາມນີ້ ທ່ານ​ຈະ​ບໍ່​​ໄດ້ສູບ​ຢາ​ໃນ​ໄລ​ຍະ​​ອັ​ນສັ້ນໆ ຫລື​ມາ​ຢ້ຽມ​ຢາມ​ບັນ​ດາ​ສະ​ຖານ​ທີ່​ອະ​ນຸ​ຍາດ​​ໃຫ້ສູ​ບ​ຢາ.”

        ອຳ​ນາດ​ການ​ປົກ​ຄອງ ຫລວງ​ພະ​ບາງ ໃຫ້​ຮູ້​ວ່າ: ນັບ​ແຕ່​ເມື່ອ​ໄດ້​ຮັບ​ການ​ຮັບ​ຮອງ​​ວ່າເປັນ​ມໍ​ລະ​ດົກ​ໂລກ​ຈາກ UNESCO, ຈຳ​ນວນ​ນັກ​ທ່ອງ​ທ່ຽວ ມາ​ຢ້ຽມ​ຢາມ​ເມືອງ​ຫລວງ ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ດ້ວຍ​ບັນ​ດາ​ວຽກ​ງານ​ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ ແລະ ການ​ສະ​ຫນັບ​ສະ​ຫນູນ​ຂອງ​ນັກ​ທ່ອງ​ທ່ຽວ, ແນ່ນອນ​ວ່າ ນະ​ຄອນ​ຫລວງ​ພະ​ບາງ ຈະ​ກາຍ​ເປັນ​ຕົວ​ເມືອງ​ປອດ​ຄວັນ​ຢາ​ສູບ. ສິ່ງນີ້ ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ຢ້ຽມ​ຢາມ ເມືອງ​ຫລວງ​ພະ​ບາງ​ນັບ​ມື້​ນັບ​ຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ