ການສະແດງສິລະປະຂອງນັກສຶກສາລາວ ຢູ່ກອງປະຊຸມ (ພາບ: hanoimoi.vn) |
ດ້ວຍຫົວຂໍ້ “3 ພ້ອມ - ກິນພ້ອມກັນ, ຢູ່ພ້ອມກັນ ແລະ ຮຽນພ້ອມກັນ”, ປີນີ້ ພວກນ້ອງນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ໂຮງຮຽນມິດຕະພາບ T78 ຈະມີໂອກາດໄດ້ຮ່ຳຮຽນ ແລະ ຮ່ວມດຳລົງຊີວິດໃນບບັນດາສະມາຊິກໃນ ຄອບຄົວຊາວຫວຽດນາມ ຢູ່ຕາແສງ ເທາະລົກ, ເມືອງຝຸກເທາະ, ນະຄອນຮ່າໂນ້ຍ ເປັນເວລາ 2 ອາທິດ. ດ້ວຍການເຂົ້າຮ່ວມຂອງນັກສຶກສາ 162 ຄົນ, ປີນີ້ໄດ້ຮັບຖືວ່າແມ່ນປີທີ່ລາຍການ ສົ່ງນັກສຶກສາລາວ ໄປຢູ່ນຳຄອບຄົວຂອງປະຊາຊົນ ມີນັກສຶກສາລາວ ເຂົ້າຮ່ວມຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ໂດຍຕີລາຄາປະສິດທິຜົນຂອງລາຍການ 3 ພ້ອມກັນ, ທ່ານ ເລຝຸທັ້ງ ຜູ້ອຳນວຍການໂຮງຮຽນມິດຕະພາບ T78 ໃຫ້ຮູ້ວ່າ:
ເວລານັກສຶກສາລາວ ຢູ່ກັບປະຊາຊົນມີພຽງແຕ່ 15 – 20 ວັນເທົ່ານັ້ນ, ແຕ່ມີປະສິດທິຜົນຢ່າງແທດຈິງ. ພໍ່ແມ່ປະຊາຊົນໄດ້ເບິ່ງແຍງດູແລ, ຊ່ວຍເຫຼືອພວກນ້ອງ, ພ້ອມກັນນັ້ນ ກໍ່ໄດ້ແນະນຳການຮຽນ ຊ່ວຍໃຫ້ພວກນ້ອງມີຄວາມໝັ້ນໃຈໃນການໂອ້ລົມ, ທັກທາຍເປັນພາສາຫວຽດ. ການຢູ່ພ້ອມກັນກັບພໍ່ແມ່ຊາວຫວຽດນາມ ຊ່ວຍພວກນ້ອງມີຄວາມຮູ້ຄວາມເຂົ້າໃຈຕື່ມອີກກ່ຽວກັບຮີບຄອງປະເພນີ, ວັດທະນະທຳຂອງ ຫວຽດນາມ ພ້ອມທັງແມ່ນໂອກາດເພື່ອແນະນຳ, ໂຄສະນາວັດທະນະທຳລາວ ນຳອີກ.
ເພື່ອໃຫ້ນັກສຶກສາລາວ ມີການລົງຕົວຈິງທີ່ສະດວກທີ່ສຸດ, ໄປຄຽງຄູ່ກັບຄວາມເອົາໃຈໃສ່ຂອງໂຮງຮຽນ, ອຳນາດການປົກຄອງທ້ອງຖິ່ນ, ແຕ່ລະຄອບຄົວ ທີ່ຮັບນັກສຶກສາລາວ ລ້ວນແຕ່ມີການກະກຽມຢ່າງລອບຄອບຖີ່ຖ້ວນນັບແຕ່ອາຫານການກິນ, ວິທີການດຳເນີນຊີວິດ ຕະຫຼອດຮອດບບ່ອນຢູ່ບ່ອນນອນ, ພາຫະນະໄປມາໃຫ້ແກ່ພວກນ້ອງໆ… ສຳລັບເຂົາເຈົ້າແລ້ວ, ນ້ອງໆນັກສຶກສາລາວ ກໍ່ຄືກັນກັບລູກຫຼານໃນຄອບຄົວ, ເບິ່ງແຍງດູແລໃຫ້ພວກນ້ອງທັງການກິນ, ການນອນ, ຊ່ວຍເຫຼືອເພື່ອໃຫ້ພວກນ້ອງສາມາດຮ່ຳຮຽນເອົາພາສາຫວຽດ, ເຂົ້າໃຈຮີດຄອງປະເພນີ, ວັດທະນະທຳຄອບຄົວ, ສ້າງເງື່ອນໄຂເພື່ອໃຫ້ພວກນ້ອງເຊື່ອມຕົວເຂົ້າກັບການດຳລົງຊີວິດຢູ່ ຫວຽດນາມ. ທ່ານ ຄວັດຮຶວຄອຍ, ໜຶ່ງໃນບັນດາຄອບຄົວທີ່ເຂົ້າຮ່ວມລາຍການໃຫ້ຮູ້ວ່າ:
ພວກນ້ອງດຸໝັ່ນຫຼາຍ, ມັກຊອກຮູ້ຮ່ຳຮຽນ, ນັບທັງໃນຄາບເຂົ້າ ພວກນ້ອງຍັງຖາມພວກຂ້າພະເຈົ້າວ່າ ພໍ່ເອີຍ, ແມ່ເອີຍ ອາຫານນີ້ແມ່ນຫຍັງ. ປີ 2017, ມີນັກສຶກສາລາວ ຄົນໜຶ່ງຊື່ວ່າ ໂນ ໄດ້ໂອ້ລົມກັບຂ້າພະເຈົ້າວ່າ ພໍ່, ລູກຮູ້ສຶກກັງວົນຫຼາຍ, ຢ້ານເສັງຕົກ, ຂ້າພະເຈົ້າຖາມລາວວ່າ ກັງວົນເສັງວິຊາໃດ, ລາວຕອບວ່າ ລູກຮູ້ສຶກກັງວົນທີ່ສຸດແມ່ນ ວິຊາ ຟັງ ແລະ ຂຽນ ແລະ ລາວກໍ່ຖາມວ່າ ພາສາຫວຽດ ມີຈັກວັນລະຍຸດ, ແລ້ວເຮົາກໍ່ຕ້ອງຕອບໃຫ້ພວກນ້ອງຢ່າງຊັດເຈນ. ດັ່ງນັ້ນ ເມື່ອຮັບພວກນ້ອງມາຢູ່ນຳກັນ, ປະຊາຊົນພວກຂ້າພະເຈົ້າກໍ່ກຳນົດວ່າ ພໍ່ພຽງແຕ່ເບິ່ງແຍງດູແລການກິນການນອນເທົ່ານັ້ນ ຫາກຍັງຕ້ອງສອນພວກນ້ອງຢ່າງສຸດຈິດສຸດໃຈອີກດ້ວຍເພື່ອໃຫ້ພວກນ້ອງຮຽນໄດ້ດີກວ່າເກົ່າ ແລະ ມີການລົງພຶດຕິກຳຕົວຈິງທີ່ດີທີ່ສຸດ.
ໄປຄຽງຄູ່ກັນນັ້ນ, ພວກນ້ອງຍັງໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວທີ່ມີຄວາມໝາຍຄື: ຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ, ຢ້ຽມຊົມຮູບແບບເສດຖະກິດ, ຟາມປູກຝັງສົມທົບກັນລ້ຽງສັດຂອງ 5 ໝູ່ບ້ານໃນບໍລິເວນຕາແສງ. ສົມທົບກັບຄະນະຊາວໜຸ່ມຕາແສງດຳເນີນການອອກແຮງງານດ້ວຍຄວາມສະໝັກໃຈໃນບໍລິເວນ 5 ໝູ່ບ້ານ, ທຳຄວາມສະອາດຖະໜົນຫົນທາງໝູ່ບ້ານ… ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ຮັກສາຄວາມສະອາດດ້ານສິ່ງແວດລ້ອມ, ປຸກລຸກຈິດໃຈຕະລຸມບອນ, ຕັ້ງໜ້າຂອງຊາວໜຸ່ມ ຫວຽດນາມ - ລາວ. ນ້ອງ ກິດຕິສັກ ແລະ ນ້ອງ ທິບພອນ ນຳມະວົງ ນັກສຶກສາລາວ ທີ່ຮຽນກຽມພາສາຫວຽດ ແບ່ງປັນວ່າ:
ນ້ອງມັກການເຄື່ອນໄຫວຢ້ຽມຊົມຮູບແບບເສດຖະກິດທີ່ສຸດ, ນັ້ນແມ່ນການເຄື່ອນໄຫວທີ່ແທດຈິງ, ນຳມູນຄ່າສູງມາໃຫ້ປະຊາຊົນ, ແນ່ນອນວ່າ ພາຍຫຼັງກັບເມືອລາວ ນ້ອງຈະແນະນຳຮູບແບບເສດຖະກິດທີ່ໄດ້ຮູ້ໃນມື້ນີ້ໃຫ້ແກ່ພໍ່ແມ່ປະຊາຊົນ.
ເມື່ອມາຖະຫວາຍທູບທຽນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ຕາແສງ ເທາະລົກ, ໄດ້ຮັບຟັງການແບ່ງປັນຂອງນັກຮົບເກົ່າ, ນ້ອງກໍ່ມີຄວາມເຂົ້າໃຈກ່ວາອີກກ່ຽວກັບການພົວພັນແບບພິເສດລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ. ບັນດານັກຮົບໄດ້ເສຍະສະຫຼະຊີວິດເພື່ອຊາດ ເພື່ອເອກະລາດ, ຄວາມເສລີ, ທ້ອນໂຮມປະເທດຊາດເປັນເອກະພາບໃນການຕໍ່ສູ້ຕ້ານຝລັ່ງ ແລະ ຕ້ານອາເມລິກາ ກູ້ຊາດ, ໃນນັ້ນມີບັນດານັກຮົບ, ທະຫານເສຍສະຫຼະຊີວິດແມ່ນນັກຮົບອາສາສະໝັກ ຫວຽດນາມ ເຊິ່ງໄດ້ເສຍສະຫຼະຊີວິດຢ່າງອົງອາດກ້າຫານຢູ່ປະເທດລາວ.
ພາຍຫຼັງໄດ້ຜັນຂະຫຍາຍລາຍການ “ສົ່ງນັກສຶກສາລາວ ໄປຢູ່ນຳຄອບຄົວປະຊາຊົນ” ມາເປັນເວລາ 6 ປີ, ມາຮອດປັດຈຸບັນ ລາຍການຍັງໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ແທດຈິງ, ມີຜົນປະໂຫຍດຫຼາຍຢ່າງໃຫ້ນັກສຶກສາລາວ ໃນການຮຽນ ແລະ ຊອກຮູ້ວັດທະນະທຳຮີດຄອງປະເພນີ, ການດຳລົງຊີວິດປະຈຳວັນຂອງປະຊາຊົນ ຫວຽດນາມ. ໄປຄຽງຄູ່ກັນນັ້ນ ການເຄື່ອນໄຫວນີ້ຍັງປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ ແລະ ລາວ ເວົ້າລວມ ແລະ ສາຍພົວພັນມິດຕະພາບປະຊາຊົນ ເວົ້າສະເພາະ, ຊ່ວຍປະຊາຊົນສອງປະເທດ ມີຄວາມສະໜິດຕິດແທດກ່ວາເກົ່າ.