(vovworld)- ບັນດາປະເທດອາຊີເວົ້າລວມ ແລະ ອາຊີຕາເວັນອອກສຽງໃຕ້ເວົ້າສະເພາະ ຍາມໃດກໍໄດ້ຮັບຖືວ່າແມ່ນພາກພື້ນເຕົ້າໂຮມບັນດາພື້ນຖານອະລິຍະທຳທີ່ເປັນເອກະລັກສະເພາະຂອງມວນມະນຸດ ດ້ວຍຈຳນວນມໍລະດົກວັດທະນະທຳທີ່ຍອດຢ້ຽມເປັນຈຳນວນຫລວງຫລາຍພວມໄດ້ຮັບການອະນຸລັກຮັກສາ. ເຖິງຢ່າງໃດກໍຕາມ, ດ້ວຍຈຸດພິເສດສະເພາະຂອງຕົນ, ແຕ່ລະປະເທດອາຊີຕາເວັນອອກສຽງໃຕ້ ມີຄວາມສຳເລັດຜົນຕ່າງຫາກໃນການຄຸ້ມຄອງ, ອະນຸລັກຮັກສາກໍຄືເສີມຂະຫຍາຍບັນດາຄຸນຄ່າຂອງມໍລະດົກວັດທະນະທຳ.
ໂດຍແມ່ນປະເທດເກາະໃຫຍ່ກວ່າໝູ່ຢູ່ໃນໂລກ ແລະ ຖືກຕັ້ງຢູ່ພາກພື້ນ ອາຊີຕາເວັນອອກສຽງໃຕ້, ອິນໂດເນເຊຍ ໄດ້ສຳເລັດຫລາຍຢ່າງໃນວຽກງານອະນຸລັກຮັກສາກໍຄືເສີມຂະຫຍາຍມໍລະດົກ. ແຕ່ປີ 2009, ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ອິນໂດເນເຊຍ ໄດ້ປຸກລະດົມລາຍການ ພະລັງຊີວິດໃຫມ່ຂອງຫໍພິພິດທະພັນ ແລະ ຫໍພິພິດທະພັນຫນູນຊ່ວຍຂະບວນການແຫ່ງຊາດ ດ້ວຍສານທີ່ວ່າ: “ຫໍພິພິດທະພັນໃນດວງໃຈຂ້ອຍ”. ບັນດາໂຄງການດັ່ງກ່າວໄດ້ຮັບຖືວ່າແມ່ນຄວາມມານະພະຍາຍາມເພື່ອຍົກສູງຄຸນນະພາບຫໍພິພິດທະພັນໃນການຮັບໃຊ້ວົງຄະນາຍາດ ເພື່ອໃຫ້ຜູ້ຊົມຮັບຮູ້ໄດ້ວ່າ ນັ້ນແມ່ນສະຖານທີ່ຕ້ອງແວ່ຢາມ. ໂຄງການດັ່ງກ່າວໄດ້ຮັບການສະຫນັບສະຫນູນຈາກຫໍພິພິດທະພັນທັງໝົດຢູ່ ອິນໂດເນເຊຍ ແລະ ພ້ອມທັງໄດ້ຮັບການຮັບຮອງຈາກສັງຄົມຜ່ານການເຄື່ອນໄຫວທີ່ແຕກຕ່າງກັນຕ່າງໆ. ດຣ Intan Mardiana Napipulu, ຜູ້ອຳນວຍການຫໍພິພິດທະພັນແຫ່ງຊາດ ອິນໂດເນເຊຍ ໃຫ້ຮູ້ວ່າ:
ຫໍພິພິດທະພັນປະຫວັດສາດຢາກາກຕາ
ພາບ:internet
|
“ນັບແຕ່ເມື່ອປຸກລະດົມຂະບວນການດັ່ງກ່າວ ໄດ້ເຮັດໃຫ້ຄວາມຮັບຮູ້ຂອງ ປະຊາຊົນອິນໂດເນເຊຍ ມີການປ່ຽນແປງຫລາຍກວ່າໃນການຊອກຮູ້ກໍຄືອະນຸລັກຮັກສາມໍລະດົກ. ປະຈຸບັນ, ມີຫລາຍກຸ່ມຄົນໄດ້ມາຢ້ຽມຢາມຫໍພິພິດທະພັນເພື່ອຊອກຮູ້ກໍຄືຄົ້ນຫາມໍລະດົກຂອງປະເທດຊາດ ແລະ ບັນດາຫໍພິພິດທະພັນແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫລວງຫລາຍ.”
ກໍມີທັດສະນະເຊັ່ນດຽວກັນກັບ ດຣ Napitupulu, ຜູ້ອຳນວຍການຫໍພິພິດທະພັນແຫ່ງຊາດ ອິນໂດເນເຊຍ, ທ່ານ Kong Virech ຜູ້ອຳນວຍການຫໍພິພິດທະພັນແຫ່ງຊາດ ກຳປູເຈຍ ແບ່ງປັນວ່າ:
“ໂດຍແມ່ນປະເທດມີຫໍພິພິດທະພັນຫລາຍແຫ່ງ ແລະ ສ່ວນຫລາຍໄດ້ຮັບການກໍ່ສ້າງແຕ່ສະໄຫມ ຝລັ່ງ ຄອບຄອງ, ເພາະສະນັ້ນ ກຳປູເຈຍ ກໍປະສົບກັບຄວາມຫຍູ້ງຍາກຫລາຍຢ່າງໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກ. ເຖິງຢ່າງໃດກໍຕາມ, ຍ້ອນມີວຽກງານກວດກາວັດຖຸພັນ, ຄຸ້ມຄອງເອກະສານ ແລະ ຖານຂໍ້ມູນ ສະນັ້ນ ການອະນຸລັກຮັກສາໄດ້ຮັບການປະຕິບັດເປັນຢ່າງດີ. ຄຽງຄູ່ກັນນັ້ນ ເພື່ອປະກອບສ່ວນປ່ຽນແປງຄວາມຮັບຮູ້ຂອງສັງຄົມກ່ຽວກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກ, ກຳປູເຈຍ ໄດ້ຈັດຕັ້ງຫລາຍລາຍການສຶກສາ, ວາງສະແດງຫົວເລື່ອງສະເພາະ, ແນະນຳບັນດາວັດຖຸພັນທີ່ຖືກຂີ້ຫລັກເພື່ອເຮັດໃຫ້ປະຊາຊົນທຸກຄົນປ່ຽນແປງທ່າທີ່ຂອງຕົນ.”
Prambanan ຫນຶ່ງໃນບັນດາວິຫານຮີນດູແຫ່ງທີ່ລືຊື່ຂອງໂລກຢູ່ອີນໂດເນເຊຍ
ພາບ:internet
|
ສຳລັບປະເທດລາວ, ບົດຮຽນໃນການອະນຸລັກຮັກສາເສີມຂະຫຍາຍມໍລະດົກໄດ້ຮັບການປະຕິບັດສ່ວນຫລາຍຜ່ານການສຶກສາມູນເຊື້ອປະຫວັດສາດໃຫ້ແກ່ນັກຮຽນສາມັນ. ທ່ານນາງ ເພດມາໄລວັນ ແກ້ວບຸນມາ ຜູ້ອຳນວຍການຫໍພິພິດທະພັນແຫ່ງຊາດ ລາວ ໃຫ້ຮູ້ວ່າ:
“ແຕ່ລະອາທິດ ພວກຂ້າພະເຈົ້າສົມທົບກັບບັນດາໂຮງຮຽນມັສາມັນ ພານັກຮຽນມາຢ້ຽມຊົມຫໍພິພິດທະພັນ, ເພື່ອຊອກຮູ້ກ່ຽວກັບບັນດາມໍລະດົກ, ມູນເຊື້ອປະຫວັດສາດອັນສະຫງ່າລາສີຂອງປະເທດຊາດໃຫ້ແກ່ລຸ້ນຫນຸ່ມ. ຜ່ານບັນດາວັດຖຸພັນທີ່ໄດ້ນຳມາວາງສະແດງທີ່ເປັນລະບົບ ແລະ ໄດ້ຮັບການແນະນຳຈາກຫໍພິພິດທະພັນ, ພວກນ້ອງຈະຈົດຈື່ບັນດາບົດຮຽນຕົ້ນຕໍໃນປະຫວັດສາດຂອງປະເທດຊາດ. ຜ່ານນັ້ນ ພວກນ້ອງສາມາດຂຸດຄົ້ນບັນດາຂໍ້ມູນຂ່າວສານ ແລະ ແນວຄວາມຄິດຕາມແຕ່ລະຫົວເລື່ອງ.”
ຫໍພິພິດທະພັນບໍ່ພຽງແຕ່ແມ່ນສະຖານທີ່ວາງສະແດງ, ຮັກສາບັນດາວັດຖຸພັນ, ມູນເຊື້ອວັດທະນະທຳທີ່ເປັນເອກະລັກສະເພາະເທົ່ານັ້ນ ຫາກແມ່ນສະຖານທີ່ເຊື່ອມຕໍ່ປະຫວັດສາດ, ລະຫວ່າງອະດີດຕະການ, ປະຈຸບັນ ແລະ ອະນາຄົດຂອງບັນດາປະຊາຊາດ. ສະນັ້ນ ວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາມໍລະດົກມວນມະນຸດຂອງບັນດາຫໍພິພິດທະພັນໃນພາກພື້ນ ຈະປະກອບສ່ວນເຊື່ອມຕໍ່ມໍລະດົກວັດທະນະທຳມະນຸດ ແລະ ວົງຄະນາຍາດບັນດາປະເທດຢູ່ອາຊີຕາເວັນອອກສຽງໃຕ້.