ປີ 2020 ເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ການຮ່ວມມືດ້ານເສດຖະກິດ ອາຊຽນ

(VOVWORLD) -ປີ 2020, ຫວຽດນາມ ຮັບດຳລົງບົດບາດເປັນປະທານສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ - ອາຊຽນ. ໂດຍໄດ້ຮັບການສ້າງຕັ້ງດ້ວຍຈຸດປະສົງຊຸກຍູ້ການເຕີບໂຕເສດຖະກິດ, ສະໜັບສະໜູນສັນຕິພາບຢູ່ພາກພື້ນ ແລະ ພັດທະນາວັດທະນະທຳລະຫວ່າງບັນດາປະເທດສະມາຊິກ. ຫົວຂໍ້ຂອງປີ ອາຊຽນ 2020 ແມ່ນ “ຕິດພັນ ແລະ ເປັນເຈົ້າການປັບຕົວໃຫ້ແທດເໝາະ”.

 ຕໍ່ໄປນີ້ ແມ່ນການຕອບສຳພາດນັກຂ່າວ VOV ຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ ກ່ຽວກັບການພົວພັນຮ່ວມມືດ້ານເສດຖະກິດ ຫວຽດນາມ - ອາຊຽນ, ໜຶ່ງໃນສາມເສົາຄ້ຳຕົ້ນຕໍໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອາຊຽນ.

ປີ 2020 ເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ການຮ່ວມມືດ້ານເສດຖະກິດ ອາຊຽນ - ảnh 1ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອງ  

ທ່ານລັດຖະມົນຕີ ເຈິ່ນຕ໊ວນແອງ: ເລີ່ມຕົ້ນນັບແຕ່ປີ 1995, ພວກເຮົາໄດ້ເຂົ້າເປັນສະມາຊິກຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢ່າງເປັນທາງການ. ຫລັງຈາກນັ້ນ ແມ່ນເຂົ້າຮ່ວມເຂດການຄ້າຂາຍເສລີຂອງ ອາຊຽນ (AFTA) ໃນປີ 1996, ອາດເວົ້າໄດ້ວ່າ ນັ້ນແມ່ນບັນດາບາດກ້າວທຳອິດ ເພື່ອປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 7 ຂອງພັກ ຕາມທິດສ້າງສາ ແລະ ປະຕິບັດຍຸດທະສາດການຕ່າງປະເທດ ບົນພື້ນຖານຫັນບັນດາການພົວພັນກັບຄູ່ຮ່ວມມືເປັນຫລາຍຮູບຫລາຍແບບ ແລະ ຫລາຍທິດ, ໃນນັ້ນ ຖືການຮ່ວມມືກ່ຽວກັບເສດຖະກິດແມ່ນພື້ນຖານສຳຄັນ.

ຕີລາຄາກ່ຽວກັບການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອາຊຽນ ໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຈິ່ນຕ໊ວນແອງ ຖືວ່າ: ດ້ວຍທີ່ຕັ້ງພູມສາດການເມືອງສຳຄັນທີ່ສຸດຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາປະເທດສະມາຊິກໃນ ອາຊຽນ ນັ້ນ ອາດເວົ້າໄດ້ວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງແຮງ ແລະ ສຽງເວົ້າຂອງຕົນໄດ້ຢ່າງແນ່ນອນ ຖ້າຫາກພວກເຮົາສ້າງບັນດາຮາກຖານທີ່ມີຄວາມເຫັນດີເຫັນພ້ອມ ກໍ່ຄືຄວາມສາມັກຄີ, ເອກະພາບໄດ້. ທ່ານລັດຖະມົນຕີ ເຈິ່ນຕ໊ວນແອງ ໃຫ້ຮູ້ວ່າ:

ທ່ານລັດຖະມົນຕີ ເຈິ່ນຕ໊ວນແອງ : ອາຊຽນ ໄດ້ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າແຖວໜ້າຂອງໂລກຂອງ ຫວຽດນາມ, ໃນບັນດາແງ່ມູມທັງໝົດ ນັບທັງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ…ເມື່ອພວກເຮົາຫາກໍ່ເຂົ້າຮ່ວມກຸ່ມການຄ້າເສລີ AFTA ໃນປີ 1996, ການຄ້າສອງສົ້ນຂອງ ຫວຽດນາມ ກັບບັນດາປະເທດໃນກຸ່ມບັນລຸປະມານ 5,9 ຕື້ USD, ແຕ່ມາຮອດປີ 2018 ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນກ່ວາ 9,5 ເທົ່າ ແລະ ພວກເຮົາບັນລຸຍອດວົງເງິນການຄ້າ 2 ສົ້ນຂອງ ຫວຽດນາມ ກັບ ອາຊຽນ ປະມານແມ່ນ 56,3 ຕື້ USD. ເມື່ອເຂົ້າຮ່ວມ ແລະ ເຊື່ອມໂຍງເຂົ້າກັບ ອາຊຽນ ສຳລັບເສົາຄ້ຳກ່ຽວກັບເສດຖະກິດ ແມ່ນຖືການຄ້າ ແລະ ການລົງທຶນເປັນພື້ນຖານ ໄດ້ນຳມາເຊິ່ງບັນດາກຳລັງໜູນອັນໃຫຍ່ຫລວງໃຫ້ແກ່ການເຊື່ອມຕໍ່ຂອງພວກເຮົາກັບບັນດາປະເທດໃນ ອາຊຽນ ແມ່ນແໜ້ນແຟ້ນ ແລະ ເຂັ້ມແຂງກ່ວາອີກ, ກໍ່ຄືຊ່ວຍໃຫ້ພວກເຮົາ ສືບຕໍ່ຍົກສູງທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນ.

ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຈິ່ນຕ໊ວນແອງ ແບ່ງປັນວ່າ ຈາກປະເທດເຊື່ອມໂຍງເຂົ້າກຸ່ມການຄ້າເສລີ AFTA ໃນປີ 1996, ມາຮອດປັດຈຸບັນ ພວກເຮົາໄດ້ມີສັນຍາການຄ້າເສລີ 16 ສະບັບ ແລະ ໃນຈຳນວນນັ້ນ ມີສັນຍາການຄ້າລຸ້ນໃໝ່ຫລາຍສະບັບ ເຊິ່ງພວກເຮົາໄດ້ລົງນາມກັບເກືອບທັງໝົດບັນດາພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງໂລກ. ດ້ວຍບັນດາໝາກຜົນຄືດັ່ງກ່າວ, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອາຊຽນ ໄດ້ນຳມາເຊິ່ງບົດຮຽນຫລາຍຢ່າງໃນການເປີດປະຕູ ແລະ ເຊື່ອມໂຍງ.

ທ່ານລັດຖະມົນຕີ ເຈິ່ນຕ໊ວນແອງ : ອາດເວົ້າໄດ້ວ່າ ບົດຮຽນນີ້ ບໍ່ພຽງແຕ່ມີໃນແຕ່ລະແງ່ມູມ, ແຕ່ລະຂົງເຂດເທົ່ານັ້ນ ຫາກມັນຍັງສັງລວມຄືນໃໝ່ອີກດ້ວຍ ເຮັດໃຫ້ພວກເຮົາເຕີບໃຫຍ່, ມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມໝາຍໃຫ້ແກ່ການສ້າງໂຄງປະກອບພື້ນຖານເສດຖະກິດຂອງພວກເຮົາຄືນໃໝ່ ແລະ ສືບຕໍ່ປ່ຽນແປງໃໝ່ຮູບການເຕີບໂຕ ກໍ່ຄືຕິດພັນກັບການສ້າງລັດແຫ່ງອຳນາດນິຕິບັນຍັດ - ບົນພື້ນຖານຂອງພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ. ບັນດາເປົ້າໝາຍທັງໝົດນັ້ນ ມີຫລາຍຮູບຫລາຍແບບ, ຫລາຍແງ່ມູມ, ແຕ່ສັງລວມແລ້ວ ນັ້ນແມ່ນເປົ້າໝາຍເພື່ອປະຕິບັດຍຸດທະສາດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ຕາມທັດສະນະການພັດທະນາແບບຍືນຍົງ ເຊິ່ງພັກໄດ້ຍົກອອກບັນດາແຜນນະໂຍບາຍ, ແນວທາງສຳຄັນ ແລະ ລັດໄດ້ປະຕິບັດນະໂຍບາຍໃນໄລຍະຜ່ານມາ.

ດ້ວຍຫົວຂໍ້ວ່າ “ຕິດພັນ ແລະ ເປັນເຈົ້າການປັບຕົວໃຫ້ແທດເໝາະ”, ທ່ານລັດຖະມົນຕີກະຊວງອຸກສາຫະກຳ ແລະ ການຄ້າ ເຈິ່ນຕ໊ວນແອງ ກໍ່ໃຫ້ຮູ້ວ່າ: ບັນດາບຸລິມະສິດຂອງ ຫວຽດນາມ ແລະ ກະຊວງອຸກສາຫະກຳ ແລະ ການຄ້າ ຫວຽດນາມ ໃນປີປະທານ ອາຊຽນ 2020 ແມ່ນ:

ທ່ານລັດຖະມົນຕີ ເຈິ່ນຕ໊ວນແອງ : ດ້ວຍ 2 ເນື້ອໃນຫຼັກໃນຫົວຂໍ້ຂອງປີ 2020, ຫວຽດນາມ ກໍ່ມີການກຳນົດທິດບັນດາເປົ້າໝາຍບຸລິມະສິດ - ທັງມີລັກສະນະສືບທອດບັນດາການກຳນົດທິດບຸລິມະສິດໃນໄລຍະພັດທະນາກ່ອນນີ້ຂອງ ອາຊຽນ ແຕ່ຍັງສ່ອງແສງໄດ້ບັນດາທ່າອ່ຽງພັດທະນາລວມຂອງໂລກຢ່າງຄົບຖ້ວນນັ້ນ, ທັງສ່ອງແສງໄດ້ບັນດາຄວາມຮຽກຮ້ອງຕ້ອງການຂອງ ອາຊຽນ ພາຍໃນກຸ່ມ ກໍ່ຄືການພົວພັນກັບບັນດາຄູ່ຮ່ວມມື. ດ້ວຍຖານະເປັນປະທານຂອງ ອາຊຽນ 2020, ຫວຽດນາມ ມີຂໍ້ລິເລີ່ມປະມານ 16 17 ຂໍ້ ຈະໄດ້ຍົກອອກມາ ເພື່ອພ້ອມກັບບັນດາປະເທດສະມາຊິກໃນ ອາຊຽນ ເຫັນດີເປັນເອກະພາບ ເພື່ອໃຫ້ພວກເຮົາປະຕິບັດການຜັນຂະຫຍາຍໃນປີ 2020, ຈະເປີດກ້ວາງ ແລະ ກວມລວມຕໍ່ບັນດາຂົງເຂດທັງໝົດ ໃນນັ້ນ ມີບັນດາຂົງເຂດກ່ຽວກັບເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ…

ຕອບກັບ

ຂ່າວ/ບົດ​ອື່ນ