(VOVWORLD) -ໃນໄລຍະແຕ່ປີ 1979 – 1989, ໂດຍຕອບສະໜອງຕາມຄຳສະເໜີຂອງພັກປະຊາຊົນປະຕິວັດ ກຳປູເຈຍ, ນັກຊ່ຽວຊານຫວຽດນາມ ນັບໝື່ນຄົນໄດ້້ເດີນທາງໄປຍັງ ກຳປູເຈຍ ປະຕິບັດພັນທະສາກົນ, ຊ່ວຍປະເທດເພື່ອນບ້ານ ສະກັດກັ້ນລະບອບດັບສູນຂະແມແດງຕ່າວກັບຄືນມາ, ຟື້ນຟູເສດຖະກິດ - ສັງຄົມ, ສ້າງຊີວິດໃໝ່. ມີຫຼາຍແບບຢ່າງໄດ້ອຸທິດທັງຊີວິດຄາວເຍົາໄວຂອງຕົນ ແກ່ພາລະກິດສ້າງປະເທດ ກຳປູເຈຍ ຄືນໃໝ່. ບໍ່ພຽງແຕ່ເທົ່ານັ້ນ, ມາຮອດປັດຈຸບັນນີ້ ພວກທ່ານຍັງສະໝັກໃຈຮັບອຸປະກະລະນັກສຶກສາ ກຳປູເຈຍ ທີ່ມາຮຽນຢູ່ ຫວຽດນາມ. ໜຶ່ງໃນບັນດາແບບຢ່າງນັ້ນ ແມ່ນທ່ານ ຟ້າມຕວຽນ, ອະດີດຫົວໜ້າຄະນະນັກຊ່ຽວຊານຊາວໜຸ່ມ ຫວຽດນາມ ຢູ່ ກຳປູເຈຍ.
ທ່ານຟ້າມຕວຽນ, ອະດີດຫົວໜ້າຄະນະນັກຊ່ຽວຊານຊາວໜຸ່ມຫວຽດນາມຢູ່ກຳປູເຈຍ |
ໂດຍນັ່ງເປີດອ່ານປື້ມບັນທຶກປະຈຳວັນ ແລະ ເບິ່ງຄືນຮູບພາບ ແລ້ວເລົ່າເລື່ອງລາວ, ຄວາມຊົງຈຳກ່ຽວກັບປະເທດຊາດ ແລະ ປະຊາຊົນ ກຳປູເຈຍ ສູ່ຟັງ, ຖ້າຜູ້ໃດໄດ້ຟັງສຽງຂອງທ່ານ ແມ່ນຈະບໍ່ຄິດເລີຍວ່າ ທ່ານມີອາຍຸກວ່າ 80 ປີແລ້ວ. ແຕ່ລະເຫດການ, ແຕ່ລະໄລຍະເວລາ, ທັງໝົດຍັງເກັບໄວ້ຢູ່ໃນຄວາມຊົງຈຳຂອງທ່ານເໝືອນເດີມ. ທ່ານເຄີຍເປັນເລຂາຄະນະຊາວໜຸ່ມເມືອງ ບັກຮ່າ ແຂວງ ລາວກາຍ, ພາຍຫຼັງທີ່ປະເທດຊາດໄດ້ທ້ອນໂຮມເປັນເອກະພາບ, ທ່ານໄດ້ຍ້າຍໄປເຮັດວຽກຢູ່ສູນກາງຊາວໜຸ່ມ. ຮອດປີ 1979, ທ່ານໄດ້ຮັບການແຕ່ງຕັ້ງໃຫ້ເປັນຫົວໜ້າຄະນະນັກຊ່ຽວຊານຊາວໜຸ່ມ ຫວຽດນາມ ເດີນທາງໄປຊ່ວຍການປະຕິວັດຂອງ ກຳປູເຈຍ ແລະ ຜູກພັນຢູ່ທີ່ນີ້ໃນຕະຫຼອດເວລາ 10 ປີ. ທ່ານເລົ່າສູ່ຟັງວ່າ:
“ປົກກະຕິແລ້ວ, ຖ້າຫາກວ່າເວົ້າເຖິງນັກຊ່ຽວຊານຜູ້ໜຶ່ງ, ເຮົາຈະມະໂນພາບເຖິງຜູ້ໃດຜູ້ໜຶ່ງທີ່ນຸ່ງເຄື່ອງສຸພາບຮຽບຮ້ອຍ, ມືຫີ້ວກະເປົາ, ແຕ່ພວກຂ້າພະເຈົ້າໄປຍັງ ກຳປູເຈຍ ນັບແຕ່ການກິນ, ການຢູ່, ການດຳລົງຊີວິດແມ່ນລຽບງ່າຍຄືກັບປະຊາຊົນ ກຳປູເຈຍ, ຕ້ອງເບິ່ງແຍງທຸກຢ່າງດ້ວຍຕົນເອງ. ກິນນຳກັນ, ຢູ່ນຳກັນ, ເຮັດວຽກນຳກັນ ແລະ ແບ່ງທຸກແບ່ງສຸກນຳປະຊາຊົນ ກຳປູເຈຍ”.
ເຖິງວ່າໄດ້ປະສົບກັບຄວາມຫຍຸ້ງຍາກນາໆປະການກໍຕາມ, ແຕ່ທ່ານຕວຽນ ຢືນຢັນວ່າ ນັກຊ່ຽວຊານ ແລະ ທະຫານອາສາສະໝັກ ຫວຽດນາມ ຍາມໃດກໍປະຕິບັດຫຼັກການ “ບໍ່ຫວັງສະແຫວງຫານັບແຕ່ເຂັມຫຍິບ ຫຼື ເສັ້ນຝ້າຍຂອງປະຊາຊົນ” ຢ່າງເດັດຂາດ. ທ່ານເລົ່າສູ່ຟັງວ່າ ຕ້ອງເຮັດໄດ້ຄືແນວນັ້ນ ຈຶ່ງໃກ້ຊິດສະໜິດສະໜົມກັບປະຊາຊົນ, ປະຊາຊົນຈຶ່ງຮັກ ຈຶ່ງເຊື່ອໝັ້ນ ແລະ ປົກປ້ອງເຮົາ, ເພາະເປັນແນວນັ້ນ, ເຂົາຈຶ່ງເອີ້ນທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ວ່າ “ກອງທັບຂອງພະເຈົ້າ”.
“ບາງເທື່ອຖ້າບໍ່ມີການຊ່ວຍເຫຼືອຂອງປະຊາຊົນ, ເຮົາຈະປະສົບເຄາະຮ້າຍ. ມີຄັ້ງໜຶ່ງ, ຂ້າພະເຈົ້າໄປປະຕິບັດງານຢູ່ແຂວງ Takeo, ອາກາດຮ້ອນເອົ້າ, ເມື່ອຍຫຼາຍ, ເມື່ອເຫັນໜອງນ້ຳແຫ່ງໜຶ່ງ, ຂ້າພະເຈົ້າຈຶ່ງບອກອ້າຍນ້ອງຈອດລົດເພື່ອລົງໄປສວ່າຍໜ້າໃຫ້ສົດຊື່ນ, ພໍດີມີພໍ່ແມ່ປະຊາຊົນ ກຳປູເຈຍ ໂບກມືເອີ້ນວ່າ ກອງທັບ ຫວຽດນາມ, ກອງທັບ ຫວຽດນາມ, ຂ້າພະເຈົ້າເຫັນແປກໆ ກໍເລີຍບອກອ້າຍນ້ອງຢຸດ ແລ້ວຟັງເບິ່ງເຂົາເວົ້າຫຍັງ ຈຶ່ງຮູ້ວ່າ ບໍ່ຄວນລົງໜອງ ຍ້ອນວ່າໜອງແຫ່ງນີ້ມີແຂ້ຫຼາຍ. ຫຼັງຈາກນັ້ນ ຂ້າພະເຈົ້າ ແລະ ນາຍແປພາສາກໍລົງໂອ້ລົມ, ຢື້ຢາມຖາມຂ່າວ ແລະ ຂອບໃຈປະຊາຊົນ. ສ່ວນໃນການໄປປະຕິບັດງານຢູ່ Battambang, Siem Reap, ພູ Pa Leng ແລ້ວໄປເຂດຊາຍແດນຕິດກັບ ໄທ ກໍເຊັ່ນດຽວກັນ, ໄປຮອດໃສກໍໄດ້ຮັບການຊ່ວຍເຫຼືອຈາກກໍາລັງ ແລະ ປະຊາຊົນປະເທດເພື່ອນບ້ານ”.
ໃນໄລຍະ 10 ປີທີ່ເຮັດວຽກຢູ່ ກຳປູເຈຍ, ຄະນະນັກຊ່ຽວຊານຊາວໜຸ່ມ ໂດຍ ທ່ານ ຟ້າມຕວຽນ ຮັບຜິດຊອບ ມີໜ້າທີ່ເຕົ້າໂຮມກຳລັງຊາວໜຸ່ມ, ສ້າງຕັ້ງອົງການຈັດຕັ້ງຄະນະຊາວໜຸ່ມ, ສະມາຄົມຊາວໜຸ່ມປະຕິວັດ, ກອງເຍົາວະຊົນ ກຳປູເຈຍ, ບຳລຸງສ້າງພະນັກງານໜຸ່ມ… ຈາກຂັ້ນສູນກາງຕະຫຼອດຮອດຮາກຖານ.
ດ້ວຍການອຸທິດສ່ວນ ແລະ ປະກອບສ່ວນຂອງຕົນ, ນັກຊ່ຽວຊານ ຟ້າມຕວຽນ ເປັນກຽດໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ຈາກລັດ ກຳປູເຈຍ ແລະ ຫຼຽນກາ, ຫຼຽນໄຊຫຼາຍຫຼຽຍຈາກ ລັດຖະບານ ຫວຽດນາມ ອີກດ້ວຍ. ພາຍຫຼັງທີ່ພັກບຳນານ, ທ່ານໄດ້ເຂົ້າຮ່ວມຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ-ກຳປູເຈຍ ແລະ ສືບຕໍ່ປະກອບສ່ວນເຂົ້າໃນວຽກງານປັບປຸງ ແລະ ເສີມຂະຫຍາຍມິດຕະພາບ, ຄວາມສາມັກຄີລະຫວ່າງສອງຊາດ. ພົ້ນເດັ່ນທີ່ສຸດແມ່ນ ຂະບວນການ “ຫຼໍ່ລ້ຽງໄມຕີຈິດມິດຕະພາບ” ໂດຍສະມາຄົມມິດຕະພາບ ຫວຽດນາມ-ກຳປູເຈຍ ປຸກລະດົມ ແຕ່ປີ 2012, ຂົນຂວາຍອະດີດທະຫານອາສາສະໝັກ, ອະດີດນັກຊ່ຽວຊານ, ພະນັກງານ ຫວຽດນາມ ເປັນຜູ້ອຸປະກະລະໃຫ້ແກ່ນັກສຶກສາ ກຳປູເຈຍ.
“ມາຮອດປັດຈຸບັນ, ຂ້າພະເຈົ້າໄດ້ເປັນຜູ້ອຸປະກະລະຂອງນັກສຶກສາ ກຳປູເຈຍ 9 ຄົນ. ໃນນັ້ນ ມີ 6 ຄົນຮຽນຈົບ ແລະ ກັບເມືອ ກຳປູເຈຍ ແລ້ວ, ດຽວນີ້ ຍັງ 3 ຄົນ ກຳລັງຮຽນຢູ່ ຮ່າໂນ້ຍ. ຂ້າພະເຈົ້າຖືເຂົາເຈົ້າຄືກັບລູກຫຼາຍຄີງຂອງຄອບຄົວ. ຂ້າພະເຈົ້າກໍໄດ້ເຂົ້າໄປຫໍພັກຫຼາຍຄັ້ງ ເພື່ອເບິ່ງວ່າເຂົາຢູ່ແນວໃດ, ກິນແນວໃດ, ຍັງຂາດເຂີນຫຍັງບໍ. ແຕ່ລະເດືອນ ຂ້າພະເຈົ້າກໍໄດ້ຊ່ວຍເຫຼືອເງິນໜ້ອຍໜຶ່ງ, ເຖິງວ່າໜ້ອຍແຕ່ກໍຊ່ວຍໃນຄ່າໃຊ້ຈ່າຍປະຈຳວັນ. ບາງເທື່ອຂ້າພະເຈົ້າກໍໄດ້ພາພວກເຂົາໄປຢາມບ້ານເກີດເມືອງນອນຂອງຂ້າພະເຈົ້າ, ໄປຢາມເຂດປູຊະນີຍະສະຖານວິຫານຮຸ່ງ ເພື່ອຊ່ວຍໃຫ້ເຂົາເຈົ້າມີໂອກາດໄດ້ຊອກຮູ້ ແລະ ເຂົ້າໃຈກ່ຽວກັບວັດທະນະທຳ, ປະຊາຊົນ ຫວຽດນາມ ຫຼາຍກວ່າອີກ. ພິເສດ, ມີຜູ້ໜຶ່ງໄດ້ສ້າງຄອບຄົວກັບຄົນຫວຽດ, ຂ້າພະເຈົ້າກໍພະຍາຍາມກະກຽມ ແລະ ປະຕິດບັດດ້ານລະບຽບການຢ່າງລອບຄອບຖີ່ຖ້ວນ. ຫຼັງຈາກນັ້ນ, ທັງຄອບຄົວຂອງລາວຢູ່ ກຳປູເຈຍ ກໍມາ ຫວຽດນາມ, ມາຫຼີ້ນເຮືອນຂ້າພະເຈົ້າ ໂອ້ລົມສົນທະນາກັນຢ່າງສະໜິດສະໜົມ”.
ທ່ານ ຟ້າມຕວຽນ ພາລູກຮັກໄປຢ້ຽມຢາມວິຫານເຈົ້າຊີວິດ ຮຸ່ງ |
ເຖິງວ່າ ຍ້ອນໂລກລະບາດໂຄວິດ - 19, ສະນັ້ນໃນຊ່ວງເວລານີ້ ບໍ່ຄ່ອຍໄດ້ພົບກັນກໍຕາມ, ແຕ່ທ່ານ ຕວຽນ ແລະ ລູກໆທຸກຄົນ ຍັງໂອ້ລົມກັນຜ່ານໂທລະສັບເປັນປະຈຳ. Mony, ນັກສຶກສາປີທີ 4 ມະຫາວິທະຍາໄລກໍ່ສ້າງ ເຊິ່ງເປັນລູກຮັກຂອງທ່ານ ຕວຽນ ແບ່ງບັນວ່າ ນ້ອງມັກໄປຫຼີ້ນເຮືອນພໍ່ຮັກຫຼາຍ, ເພາະວ່າ ນອກໄດ້ຝຶກຊ້ອມການເວົ້າພາສາຫວຽດ ໄດ້ດີກວ່າແລ້ວ, ນ້ອງຍັງໄດ້ຮັບຟັງເລື່ອງລາວກ່ຽວກັບໄລຍະເວລາທີ່ພໍ່ຮັກຂອງຕົນໄປປະຕິບັດງານຢູ່ ກຳປູເຈຍ ອີກດ້ວຍ.
“ນອກຈາກໃຫ້ການຊ່ວຍເຫຼືອທາງດ້ານຈິດໃຈ ແລະ ວັດຖຸໃນການຮຽນແລ້ວ, ເພິ່ນຍັງຊ່ວຍພວກນ້ອງໃຫ້ມີຄວາມເຂົ້າໃຈກ່ຽວກັບໄມຕີຈິດມິດຕະພາບ, ຄວາມສາມັກຄີລະຫວ່າງປະຊາຊົນ ກຳປູເຈຍ ແລະ ຫວຽດນາມ, ກ່ຽວກັບການຊ່ວຍເຫຼືອບໍລິສຸດຜຸດຜ່ອງ ເຊິ່ງ ຫວຽດນາມ ສະຫງວນໃຫ້ ກຳປູເຈຍ, ຊ່ວຍ ກຳປູເຈຍ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ແລະ ສ້າງສາປະເທດຄືນໃໝ່”.
ໂດຍປະຕິບັດສຳເລັດພັນທະສາກົນ ແລະ ກັບຄືນເມືອປະເທດແຕ່ປີ 1989, ແຕ່ຮອດປີ 2017, ທ່ານ ຟ້າມຕວຽນ ພ້ອມກັບຄະນະອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຈຶ່ງມີໂອກາດກັບໄປຢ້ຽມຢາມປະເທດ ກຳປູເຈຍ. ທ່ານແບ່ງປັນວ່າ ການເຫັນປະຈັກຕາການປ່ຽນແປງຂອງປະເທດສວຍງາມນີ້ ເຮັດໃຫ້ທ່ານຕື້ນຕັນໃຈຫຼາຍ, ແຕ່ກໍຕື້ນຕັນໃຈກວ່າ ເມື່ອໄປຮອດໃສ ທ່ານກໍໄດ້ພົບກັບໝູ່ເພື່ອນເກົ່າຂອງຕົນ, ໄດ້ເຫັນລູກຮັກຂອງຕົນເຕີບໃຫຍ່ແລ້ວ, ໄດ້ກອດກັນ, ໄດ້ໂອ້ລົມຖາມຂ່າວກັນ ແລະ ພ້ອມກັນມ່ວນຊື່ນກັບຈັງຫວະຂອງບົດເພງ “ຫວຽດນາມ - ກຳປູເຈຍ ສາມັກຄີ”./.