ສູນພາສາ ແລະ ວັດທະນະທຳ ໄທຢູ່ ຮ່າໂນ້ຍ

(vovworld) - ສູນ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ໄທ​ ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ຮ່າ​ໂນ້ຍ ແມ່ນ​ສູນ​ສອນ​ພາ​ສາ​ໄທ​ໄລ​ຍະ​ສັ້ນ​ທີ່ມີ​ປະ​ສິດ​ທິ​ຜົນ ຢູ່​ຮ່າ​ໂນ້ຍ. ນອກ​ຈາກ​ຫ​ນ້າ​ທີ່​ຕົ້ນ​ຕໍ ແມ່ນ​ສອນ​ພາ​ສາ​ໄທ​ໃຫ້​ພວກ​ນ​ອ້ງ​ນັກ​ສຶກ​ສາ​ພະ​ແນກ​ຕ່າງໆ​ໃນ​ໂຮງ​ຮຽນ ແລະ ສອນ​ພາ​ສາ​ໄທ​ລະ​ດັບ ABC ໃຫ້​ແກ່​ຜູ້​ທີ່​ມີ​ຄວາມ​ຕ້ອງ​ການ​ໃນ​ສັງ​ຄົມແລ້ວ, ສູນ​ດັ່ງ​ກ່າວ​ຍັງ​ສົ່ງ​ເສີມ​ຜັນ​ຂະ​ຫ​ຍາຍ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ມະ​ຫາ​ວິ​ທະ​ຍາ​ໄລ​ຮ່າ​ໂນ້ຍ​ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ໄທ. ຜ່ານນັ້ນ ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ສຶກ​ສາ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ໄທ.

        ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ເດືອນ 2/2009, ສູນ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ໄທ ເຄື່ອ​ນ​ໄຫວ​ຕາມ​ທິດ​ນຳ: ພາ​ສາ​ແມ່ນ​ຂົວ​ຕໍ່​ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​​ການ​ພົວ​ພັນ​ມິດ​ຕະ​ພາບ​ແລະການ​ຮ່ວມ​ມື ຫວຽດ​ນາມ - ໄທ. ສູນ​ດັ່ງ​ກ່າວ​ເຄື່ອນ​ນ​ໄຫວ​ດ້ວຍ​ການຫ​ນູນ​ຊ່ວຍ​ຂອງ 2 ອົງ​ການ​ຕົ້ນ​ຕໍ​ຄື​: ກົມ​ຮ່ວມ​ມື​ພັດ​ທະ​ນາ​ສາ​ກົນ ສັງ​ກັດ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ TICA ແລະ​ສະ​ຖານ​ທູດ​ໄທ​ປະ​ຈຳ​ຮ່າ​ໂນ້ຍ. ທ່ານ ເຈ​ີນ​ວັນ​ຮ່​ວານ, ຜູ້​ອຳ​ນວຍ​ການ​ສູນ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ໄທ ໃຫ້​ຮູ້​ວ່າ:

        “ ກ່ອນ​ທີ່​ສ້າງ​ຕັ້ງ​ສູນ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ໄທ, ປີ 2008 TICA ໄດ້​ມີ​ແຜນ​ການ​ຊ່ວຍ​ມະ​ຫາ​ວິ​ທະ​ຍາ​ໄລ​ຮ່າ​ໂນ້ຍ ສ້າງ​ຕັ້ງ​ສູນ ແລະ ແຜນ​ການນີ້ໄດ້ຮັບ​ການ​ປະ​ຕິ​ບັດ​ ​ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ. TICA ໄດ້​ສົ່ງ​ຜູ້​ຊ່ຽວ​ຊານ​ມາ​ຊ່ວຍ​ໂຮງ​ຮຽນ​ຮຽບ​ຮຽງ​ຫລັກ​ສູດ​ສອນ​ພາ​ສາ​ໄທ, ສົ່ງ​ຜູ້​ຊ່ຽວ​ຊານ​ມາ​ສຳ​ຫລວດ​ຕີ​ລາ​ຄາ​ເລື່ອງ​ສິດ​ສອນ ແລະ ຮ່ຳ​ຮຽນ​ພາ​ສາ​ໄທ ກໍ່​ຄືຈັດ​ຕັ້ງ​ໃຫ້​ຄູ​ສອນ​​ໃນສູນ​ໄປ​ທັດ​ສະ​ນະ​ສຶກ​ສາ​ດ້ານ​ວິ​ຊາ​ສະ​ເພາະ​ຢູ່​ໄທໃນ​ໂອ​ກາດ​ພັກ​ແລ້ງ ”

        ນອກນັ້ນ TICA ຍັງສະ​ຫນອງ​ທຶນ​ສຶກ​ສາ​ບຳ​ລຸງ​​ສ້າງ​ປະ​ລິ​ຍາ​ໂທ​​ສະ​ເພາະ​ພາ​ສາ​ໄທ​ໃຫ​້​ແກ່​ຄູ​ສອນ​ 2 ຄົ​ນ​ໃນ​ໂຮງ​ຮຽນ ແລະ ສະ​ຫນອງ​ທຶນ​ສຶກ​ສາ​ໃຫ້​​ນັກ​ສຶກ​ສາ​ດີ​ເດັ່ນ​ກວ່າ​ໝູຊຸດ​ລະ 10 ຄົນ ໄປ​ບຳ​ລຸງ​ໄລ​ຍະ​ 4 ສັບ​ປະ​ດາ​ຢູ່​ໄທ. ມາ​ຮອດ​ປະ​ຈຸ​ບັນ, ມີ ນັກ​ສຶກ​ສາ 40 ຄົນ ໃນ 4 ຊຸດ​ຮ​ຽນ ໄດ້​ຮັບ​ທຶນ​ສຶກ​ສາ​ຂອງ TICA. ດ້ວຍ​ການ​ສົມ​ທົບ​ລະ​ຫວ່າງ​ການ​ຮຽນ​ພາ​ສາ​ໃນ​ໂຮງ​ຮຽນ ກັບການ​ຝຶກ​ຫັດ​ຕົວ​ຈິງຜ່ານ​ຮູບ​ການ Homestay, ຊຸດ​ຮຽນ​ດັ່ງ​ກ່າວບໍ່​ພຽງ​ແຕ່​ຊ່ວຍ​ນັກ​ສຶກ​ສາ​ຍົກ​ສູງ​ລະ​ດັບ​ພາ​ສາ​ໄທ​ຢ່າງ​ເຫັນ​ໄດ້​ຊັດ​ເທົ່າ​ນັ້ນ ຫາກ​ຍັງ​​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ດີ​ກ່ຽວ​ກັບ​ຊີ​ວິດ ແລະ ວັດ​ທະ​ນະ​ທຳ​ຂອງ​ໄທໃຫ້​ແກ່​ເຂົາ​ເຈົ້າ​ອີກ​ດ້ວຍ. ເພື່ອນ ຫງວຽນ​ບ໋າວ​ແຄງ, ຫ​ນຶ່ງ​ໃນ​​ຈຳ​ນວນນັກ​ສຶກ​ສາ​ດີ​ເດັ່ນ 10 ຄົນ ຫາ​ກໍ​ກັບ​ເມືອ​ພາຍ​ຫລັງ​​ເຂົ້າ​ຮ່ວມຊຸດ​ບຳ​ລຸງ ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ ສີນະຄາຣີນວິໂຣດ ຕາມ​ທຶນ​ສຶກ​ສາ​ບຳ​ລູງ​ພາ​ສາ​ໄທ​ຂອງ TICA ແບ່ງ​ປັນ​ວ່າ:

        “ ອະ​ນຸ​ສອນ​ທີ່​ເປັນ​ຫ​ນ້າ​ຈື່​ຈຳ​ທີ່​ສຸດ ນັ້ນ​ແມ່ນ 3 ມື້​ທີ່​ພວກ​ນ້ອງ​ເຂົ້າ​ຮ່ວມ​ລາຍ​ການ homestay ຢູ່​ແຂວງ ສະ​ມຸດ​ສົງ​ການ. ພວກ​ນ້ອງ​ໄດ້​ດຳ​ລົງ​ຊີ​ວິດ​ຮ່ວມກັບ​ຊາວ​ໄທ, ໄດ້​ໄປ​ປູກ​ປ່າ​ປ້ອງ​ກັນ, ຕອນ​ຄ່ຳ​​ໄດ້ໄປ​ແຫ່​ທຽນ​ໃນ​ວັນ​ບຸນ​ເຂົ້າ​ພັນ​ສາ​ຂອ​ງ​ໄທ. ”

ສູນພາສາ ແລະ ວັດທະນະທຳ ໄທຢູ່ ຮ່າໂນ້ຍ - ảnh 1
ບັນດານັກສຶກສາຢູ່ສູນພາສາ ແລະ ວັດທະນະທຳໄທ ທີ່ຮ່າໂນ້ຍ
ພາບ:trungtamngonnguvanhoathai

        ໃນ​ວິ​ວັດ​ການ​ສອນ ແລະ ຮຽນ​ພາ​ສາ​ໄທ​ຢູ່​ສູນ​ດັ່ງ​ກ່າວ, ບັນ​ດາ​ຄູ​ສອນ ແລະ ນັກ​ສຶກ​ສາ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ແລະ ການ​ຫ​ນູນ​ຊ່ວຍ​ເປັນ​ປະ​ຈຳ​ຈາກ​ສະ​ຖານ​ທູດ​ ໄທ​ປະ​ຈຳ​ຫວຽດ​ນາມ​ຢູ່ຮ່າ​ໂນ້ຍ. ໃນ​ສົກ​ຮຽນ 2012-2013 ສະ​ຖານ​ທູດ​ໄທ​ໄດ້​ອຸ​ປະ​ຖຳ​ໃຫ້​ແກ່​ສູນ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ ຄອມ​ພິວ​ເຕີ, ຫ​ນັງ​ສື​ພິມ​ວາ​ລະ​ສານ ແລະ ເອ​ກະ​ສານ​ຮັບ​ໃຊ້​ການ​ສິດ​ສອນ ແລະ ຄົ້​ນ​ຄ້​ວາ​ກ່ຽວ​ກັບ​ພາ​ສາ​ໄທ. ນອກນັ້ນ ສະ​ຖານ​ທູດ​ໄທ ຍັງແມ່ນ​ຂົວ​ເຊື່ອມຕໍ່​ລະ​ຫວ່າງ​ສູນ​ກັບ​ບັນ​ດາ​ອົງ​ການ, ກະ​ຊວງ, ຂະ​ແຫນງ​ການ​ຂອງ​ໄທ, ຊ່ວຍ​ມະ​ຫາ​ວິ​ທະ​ຍາ​ໄລ​ຫລາຍ​ແຫ່ງ​ຂອງ​ໄທ​​ຮູ້ຈັກ​ເຖິງ​ສ​ູນ​. ຍ້ອນ​ມີ​ການ​ຫ​ນູນ​ຊ່ວຍ​ດັ່ງ​ກ່າວ, ສູນ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ໄທ ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ 10 ແຫ່ງຄື: ມະ​ຫາ​ວິ​ທະ​ຍາ​ໄລມະຫາສາຣະຄາມ, ສີນະຄາຣີນວິໂຄດ,ທຳ​ມະ​ຊາດ, ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ດັ່ງ​ກ່າວ​ໄດ້​ສົ່ງ​ນັກ​ສຶ​ກ​ສາ​ມາ​ຮຽນ​​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ ແລະ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນກັ​ບ​ນັກ​ສຶກ​ສາ​ຂອງ​ສູນ​ເປັນ​ປະ​ຈຳ. ທ່ານ​ນາງ ເຈ​ີນ​ເກີມ​ຕູ, ອາ​ຈານ​ສອນ​ພາ​ສາ​ໄທ ແລະ ພະ​ນັກ​ງານ​ຫລັກ​ແຫລ່ງ​ຂອງ​ສູນ​ໃຫ້​ຮູ້​ວ່າ:

        “ ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ໄທ ໄດ້​ສົ່ງ​ນັກ​ສຶ​ກ​ສາ​ມາ​ຄົ້​ນ​ຄ້​ວາ​ຢູ່​ສູນ, ແຕ່​ລະ​ປີ ມີ​ນັກ​ຮຽນ 2-4 ຄົນ​ມາ​ຮຽນ. ພວກ​ຂ້າ​ພະ​ເຈົ້າ ແນະ​ນຳ​ໃຫ້ພວກ​ນ້ອງ​ວຽກ​ງານ​ສິດ​ສອນ, ສ້າງ​ຫລັກ​ສູດ​ສິດ​ສອນ​ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ໃນການ​ສິດ​ສອນ​​ໃຫ້​ແກ່​ພວກ​ນ້ອງ, ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ພວກ​ນ້ອງ​ຖອດ​ຖອນ​ບົດ​ຮຽນ​ຈາກ​ໂຮງ​ຮຽນ​ຂອງ​ຫວຽດ​ນາມ

ສູນພາສາ ແລະ ວັດທະນະທຳ ໄທຢູ່ ຮ່າໂນ້ຍ - ảnh 2
ນັກສຶກສາເຂົ້າຮ່ວມການປູກຕົ້ນໄມ້
ພາບ:internet

        ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ສູນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ໄທ ລ້ວນ​ແຕ່​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ. ເຖິງວ່າ ໄດ້ຮຽນ​ພາ​ສາ​ໄທໃນ​ເວ​ລາ​ພຽງ​ 8 ເດືອນເທົ່າ​ນັ້ນ ແຕ່​ບັນ​ດາ​ນັກ​ສຶກ​ສາ​ລ້ວນ​ແຕ່​ສາ​ມາດ​ເວົ້າ​ພາ​ສາ​ໄທ​ຢ່າງ​ຫລ່ຽນ​ໄຫລ. ຍິ່ງກວ່ານັ້ນ ນັກ​ສຶກ​ສາ​ຫລາຍ​ຄົນ​ຍັງ​ຊອກ​ຫາ​ໄດ້​ກາ​ລະ​ໂອ​ກາດ​ເຮັດ​ວຽກ​ຢູ່​ໄທ. ມີ​ນັກ​ສຶກ​ສາ​ຈຳ​ນວນ​ຫ​ນຶ່ງ​ເມື່ອ​ຮຽນ​ຈົບ​ຈາກ​ສູນ​ໄດ້​ຮັບ​ເປັນ​ຄູ​ສອນ​ພາ​ສາ​ຫວຽດ​ຢູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ໄທ​ຄື:ນາເຣສວນ, ຣາດຈະເພັດ ບາງ​ຄົນໄດ້​ຮັບ​ເຂົ້າ​ເຮັດ​ວຽກ​ຢູ່​ບັນ​ດາ​ບໍ​ລິ​ສັດ​ຂອງ​ໄທ​​ຢູ່ຫວຽດ​ນາມ. ບັນ​ດາ​ຊຸດ​ຮຽນ​ພາ​ສາ​ໄທ​ໄລ​ຍະ​ສັ້ນ​ລະ​ດັບ ABC ຂອງ​ສູນ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ໄທ ກໍ​ໄດ້​ດຶງ​ດູ​ດ​ວົງ​ການ​ນັກ​ທຸ​ລະ​ກິດ​ທີ່​ມີ​ຄູ່​ຮ່ວມ​ມື​ຢູ່ໄທ​, ພາ​ລະ​ກອນ​ບັນ​ດາ​ບໍ​ລິ​ສັດ​ໄທ​ຢູ່​ຮ່າ​ໂນ້ຍ, ຜູ້​ນຳ​ທ່ຽວ​ຫລື​ເພື່ອນ​ຫ​ນຸ່ມ​​ທີ່ຢາກ​ໄປ​ຮຽນ​ຢູ່​ໄທ​ເປັນ​ຈຳ​ນວນ​ຫລ​ວງ​ຫລາຍ. ມາ​ຮອດ​ປະ​ຈຸ​ບັນ, ສູນ​ໄດ້​ຈັດ​ຕັ້ງ 6 ຊຸດ​ຮຽນ​ສຳ​ເລັດ​ຜົນ.

        ດ້ວ​ຍ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ 4 ປີ​ຜ່ານ​ມາ, ສູນ​ພາ​ສາ​ ແລະ ວັດ​ທະ​ນະ​ທຳ​ໄທ ໄດ້​ປະ​ກອບ​ສ່ວນ​ນຳ​ພາ​ສາ​ ແລະ ວັດ​ທະ​ນະ​ທຳ​ໄທ​ໃກ້​ຊິດ​ກັບ​ຊາວ​ຫວຽດ​ນາມ ຈາກນັ້ນ ຊ່ວຍ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ໃນ​ສະ​ພາບ​ລັດ​ຖະ​ບານ​ຫວຽດ​ນາມ ແລະ ໄທ ຫາກໍ່​ຖະ​ແຫລງ​ຍົກ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

ຕອບກັບ

ຂ່າວ/ບົດ​ອື່ນ