(VOVWORLD) -ລັດຖະບານ ອີນໂດເນເຊຍ ພວມຕັ້ງເປົ້າໝາຍກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ ແລະ ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 23.000 USD ໃນປີ 2045. ແຕ່ເຖິງຢ່າງໃດກໍຕາມ, ໂດຍເປັນປະເທດທີ່ມີອັດຕາເດັກຕ່ຳນ້ອຍຍ້ອນຂາດສານອາຫານຢືນອັນດັບທີ 5 ໃນໂລກ, ສະນັ້ນ ມັນອາດຈະສົ່ງຜົນກະທົບຕໍ່ຍຸດທະສາດໄລຍະຍາວຂອງ ອິນໂດເນເຊຍ. ຫວ່າງແລ້ວນີ້, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ວາງເປົ້າໝາຍຫຼຸດຜ່ອນອັດຕາເດັກຕ່ຳນ້ອຍຍ້ອນຂາດສານອາຫານ ໃຫ້ຫຼຸດລົງເຫຼືອພຽງ 14% ໃນປີ 2024, ດ້ວຍຄຳຢັ້ງຢືນວ່າ ການແກ້ໄຂບັນຫາຂາດສານອາຫານຕ່ຳນ້ອຍໃນໄວເດັກແມ່ນໜຶ່ງໃນບັນດາບ້ວງໃຊ້ຈ່າຍເຊິ່ງລັດຖະບານ ອິນໂດເນເຊຍ ໃຫ້ບຸລິມະສິດໃນປີ 2023.
ໃນການຄົ້ນຄວ້າຫຼ້າສຸດ, ອົງການຄົ້ນຄວ້າກ່ຽວກັບດ້ານໂພສະນາການ (SSGI) ຂອງກະຊວງສາທາລະນະສຸກ ອິນໂດເນເຊຍ ໃຫ້ຮູ້ວ່າ: ປີ 2021, ອັດຕາເດັກຕ່ຳນ້ອຍຍ້ອນຂາດສານອາຫານຢູ່ປະເທດນີ້ແມ່ນ 24,4%. ຕາມນັ້ນແລ້ວ ເດັກນ້ອຍ 4 ຄົນ ຂອງ ອິນໂດເນເຊຍ ທີ່ມີອາຍຸຕ່ຳກວ່າ 5 ປີ ແມ່ນມີເດັກ 1 ຄົນທີ່ຕ່ຳນ້ອຍ. ໃນປີ 2020, ເມື່ອໂລກລະບາດໂຄວິດ - 19 ລະບາດ, UNICEF ຄາດວ່າ ອິນໂດເນເຊຍ ມີເດັກນ້ອຍທີ່ຂາດສານອາຫານຮ້າຍແຮງກວ່າ 2 ລ້ານຄົນ ແລະ ເດັກ 7 ລ້ານກວ່າຄົນມີອາຍຸຕ່ຳກວ່າ 5 ປີ ຕ່ຳນ້ອຍຍ້ອນຂາດສານອາຫານ.
ອິນໂດດເນເຊຍ ແມ່ນປະເທດມີອັດຕາເດັກຕ່ຳນ້ອຍຍ້ອນຂາດສານອາຫານຢືນອັນດັບທີ 5 ໃນໂລກ |
ກ່ຽວກັບສາຍເຫດ, ໂພສະນາການໄດ້ຮັບຖືວ່າ ແມ່ນປັດໄຈແຖວໜ້າ ທີ່ກໍ່ໃຫ້ເກີດສະພາບຕ່ຳນ້ອຍຍ້ອນຂາດສານອາຫານໃນໄວເດັກ, ແຕ່ນັ້ນບໍ່ແມ່ນສາຍເຫດໜຶ່ງດຽວຢູ່ ອິນໂດເນເຊຍ ເຊິ່ງລວມມີການຂາດຄວາມຮູ້, ການເຂົ້າເຖິງການບໍລິການສາທາລະນະສຸກ, ສຸຂະພາບຂອງຜູ້ເປັນແມ່, ປັດໄຈສະພາບແວດລ້ອມ… ເອື້ອຍ Fahmi Aryati ມີລູກສາວອາຍຸ 2 ປີທີ່ຕ່ຳຈ່ອຍຍ້ອນຂາດສານອາຫານ ໄດ້ແບ່ງປັນວ່າ:
“ຂ້າພະເຈົ້າແມ່ນແມ່ບ້ານ. ລູກສາວຂ້າພະເຈົ້າໄດ້ຊັ່ງ ແລະ ວັດແທກຄວາມສູງແລ້ວ ແຕ່ບໍ່ມີຫຍັງປ່ຽນແປງເມື່ອທຽບໃສ່ການແທກຊຸດກ່ອນ. ທ່ານໝໍເພິ່ນບົ່ງມະຕິພະຍາດວ່າ ຫຼານນ້ອຍຂາດສານອາຫານ. ຂ້າພະເຈົ້າບໍ່ຮູ້ ຍ້ອນຫຼານບໍ່ມີອາການຫຍັງເລີຍ ແລະ ກໍຄິດວ່າ ເຮົາໃຫ້ກິນອາຫານຄົບ 5 ໝູ່ແລ້ວ. ຂ້າພະເຈົ້າບໍ່ຮູ້ເປັນຫຍັງ ຫຼານຍັງຂາດສານອາຫານ ແລ້ວຕ່ຳນ້ອຍຄືແນວນີ້”.
ໃນບົດກ່າວຄຳເຫັນເລີ່ມຕົ້ນອາຍຸການເປັນປະທານາທິບໍດີສະໄໝທີ 2 ໃນປີ 2019, ທ່ານປະທານາທິບໍດີ Joko Widodo ໄດ້ຢ້ຳຄືນວິໄສທັດ ເພື່ອໃຫ້ ອິນໂດເນເຊຍ ກາຍເປັນປະເທດພັດທະນາໃນປີ 2045 ແລະ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ. ຮອດປີ 2045, ປະຊາກອນ ອິນໂດເນເຊຍ ຄາດວ່າຈະກາຍ 300 ລ້ານຄົນ, ໃນນັ້ນລາຍຮັບສະເລ່ຍຕໍ່ຫົວຄົນຂອງປະເທດນີ້ແມ່ນຄາດວ່າຈະບັນລຸ 23.000 USD ຕໍ່ຕົນ.
ການແກ້ໄຂສະພາບເດັກຕ່ຳຈ່ອຍຍ້ອນຂາດສານອາຫານ ຈະແມ່ນໜຶ່ງໃນບັນດາບຸລິມະສິດປ່ອຍງົບປະມານຂອງລັດຖະບານໃນປີ 2023 |
ເດັກທີ່ຂາດສານອາຫານຈະປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການຮັບປະກັນຜົນການຮຽນຢູ່ໂຮງຮຽນ, ຊ້ຳບໍ່ໜຳ ຕ້ອງປະການຮຽນ ແລະ ອາດຈະປະສົບກັບຄວາມຫຍຸ້ງຍາກໃນການຊອກຫາວຽກເຮັດງານທຳ ແລະ ມີລາຍຮັບຕໍ່າ, ມີຄວາມເປັນໄປໄດ້ສູງວ່າຈະຕ້ອງດຳລົງຊີວິດໃນເງື່ອນໄຂທຸກຍາກຕະຫຼອດຊີວິດ. ສະພາບຕ່ຳຈ່ອຍຍ້ອນຂາດສານອາຫານນີ້ ບໍ່ພຽງແຕ່ແມ່ນບັນຫາສ່ວນຕົວເທົ່ານັ້ນ ຫາກຍັງສົ່ງຜົນກະທົບຕໍ່ພື້ນຖານເສດຖະກິດຂອງປະເທດຊາດອີກດ້ວຍ. ທະນາຄານໂລກ ຄາດວ່າ ສະພາບເດັກຕ່ຳຈ່ອຍ ແລະ ບັນຫາໂພສະນາການອື່ນໆ ຈະເຮັດໃຫ້ຍອດຜະລິດຕະພັນພາຍໃນປະເທດຫຼຸດລົງປະມານ 3% ຕໍ່ປີ.
ໃນດຳລັດສະບັບໜຶ່ງທີ່ໄດ້ປະກາດເມື່ອປີ 2021 ກ່ຽວກັບການເພີ່ມທະວີການຫຼຸດອັດຕາເດັກນ້ອຍຕ່ຳຈ່ອຍຍ້ອນຂາດສານອາຫານຫຼຸດລົງນັ້ນ, ທ່ານປະທານາທິບໍດີ Joko Widodo ໄດ້ວາງເປົ້າໝາຍຫຼຸດລົງ 10,4% ພາຍໃນເວລາທີ່ຍັງບໍ່ຮອດ 2,5 ປີ. ແຕ່ວ່າ ນັບແຕ່ປີ 2013 ຫາປີ 2021, ອິນໂດເນເຊຍ ພະຍາຍາມຫຼຸດໄດ້ປະມານ 2% ຕໍ່ປີເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ທ່ານປະທານາທິບໍດີ Joko Widodo ຢັ້ງຢືນວ່າ ຈະປະຕິບັດເປົ້າໝາຍນີ້ໃຫ້ໄດ້ ຍ້ອນວ່າ ການລົງທຶນເຂົ້າໃນໂຄງການຈຳກັດສະພາບເດັກຕ່ຳນ້ອຍຍ້ອນຂາດສານອາຫານນີ້ ຈະຊ່ວຍສ້າງລຸ້ນຄົນມີຄຸນນະພາບໃນອະນາຄົດ. ທ່ານປະທານາທິບໍດີ ຢັ້ງຢືນວ່າ ການແກ້ໄຂສະພາບເດັກຕ່ຳຈ່ອຍຍ້ອນຂາດສານອາຫານ ຈະແມ່ນໜຶ່ງໃນບັນດາບຸລິມະສິດປ່ອຍງົບປະມານຂອງລັດຖະບານໃນປີ 2023.
ອິນໂດເນເຊຍ ເບິ່ງແຍງດູແລສຸຂະພາບໃຫ້ແກ່ແມ່ຍິງຖືພາ |
ການໃຫ້ຄຳປຶກສາ, ເພີ່ມເຕີມໂພສະນາການ ແລະ ການຮ່ວມມືກັບພາກເອກະຊົນແມ່ນບາງມາດຕະການເຊິ່ງລັດຖະບານ ອິນໂດເນເຊຍ
ໄດ້ປະຕິບັດເພື່ອແກ້ໄຂບັນຫາດັ່ງກ່າວ. ຍຸດທະສາດດັ່ງກ່າວລວມມີການປັບປຸງ
ໂພສະນາການໃຫ້ແກ່ເດັກໃນໄລຍະເວລາ 1.000 ວັນທຳອິດນັບແຕ່ເກີດມາ, ເບິ່ງແຍງດູແລສຸຂະພາບຂອງຜູ້ເປັນແມ່ພາຍຫຼັງເກີດລູກ. ມາດຕະການໜຶ່ງທີ່ໄດ້ຮັບການຕີລາຄາວ່າມີປະສິດທິຜົນ ນັ້ນແມ່ນເຄືອຂ່າຍນັກອາສາສະໝັກ
ກວ່າ 1,5 ລ້ານຄົນເຂົ້າຮ່ວມ ຢູ່ສຸກສາລາແຫ່ງຕ່າງໆໃນທົ່ວປະເທດ ອິນໂດເນເຊຍ ເພື່ອໃຫ້ຄຳປຶກສາກ່ຽວກັບໂພສະນາການ ແລະ ຕິດຕາມການເຕີບໃຫຍ່ຂອງເດັກ ແລະ ສຸຂະພາບຂອງຜູ້ເປັນແມ່ ກໍຄືປິ່ນປົວພະຍາດທົ່ວໄປ. Lilis Srimuliaty, ຫົວໜ້າຄະນະພະດຸງຄັນ ຢູ່ Sukadami, ທາງທິດຕາເວັນຕົກ Java ແບ່ງປັນວ່າ:
“ບັນດານັກອາສາສະໝັກນີ້ ລ້ວນແຕ່ແມ່ນຜູ້ເປັນແມ່ຈະມາຊ່ວຍເຫຼືອພວກຂ້າພະເຈົ້າດ້ວຍຄວາມສະໝັກໃຈ. ສິ່ງທີ່ພວກຂ້າພະເຈົ້າເຮັດແມ່ນ ລົງໄປຢາມແຕ່ລະຄອບຄົວທີ່ມີເດັກນ້ອຍ, ຊັ່ງນ້ຳໜັກ ແລະ ວັດແທກຄວາມສູງໃຫ້ແກ່ເດັກ ເພື່ອກວດຫາກໍລະນີຕ່ຳນ້ອຍ ຫຼື ມີຄວາມສ່ຽງຂາດສານອາຫານໄດ້ໂດຍໄວ. ຫຼັງຈາກນັ້ນ, ພວກຂ້າພະເຈົ້າຈະຊ່ວຍເຫຼືອດ້ານສະບຽງອາຫານ ຫຼື ຢາບຳລຸງ”.
ລັດຖະບານ ອິນໂດເນເຊຍ ກໍໃຫ້ຄຳໝັ້ນສັນຍາເປີດກວ້າງລະບົບຊ່ວຍເຫຼືອສັງຄົມ, ຊ່ວຍບັນດາຄອບຄົວທຸກຍາກເພື່ອໃຫ້ເຂົາເຈົ້າສາມາດມີຄວາມເອົາໃຈໃສ່ຫຼາຍກວ່າຕໍ່ລະບອບໂພສະນາການຂອງເດັກ ແລະ ແມ່ຍິງຖືພາ. ນອກຈາກນັ້ນແລ້ວ, ບັນດາໂຄງການອຸປະຖຳສະບຽງອາຫານບໍ່ນຳໃຊ້ເງິນສົດ, ປະກັນໄພສຸຂະພາບແຫ່ງຊາດ, ເພີ່ມທະວີໂພສະນາການໃນການສຶກສາຂັ້ນອະນຸບານເພື່ອໃຫ້ເດັກນ້ອຍສາມາດເຕີບໃຫຍ່ ແລະ ພັດທະນາໄດ້ເປັນຢ່າງດີ…ແມ່ນພວມປົວແປງສະພາບຂາດສານອາຫານຕ່ຳນ້ອຍໃນໄວເດັກ ຢູ່ປະເທດນີ້ໄດ້ຫຼາຍພໍສົມຄວນ./.