(VOVWORLD) -ເພື່ອຈຸດປະສົງທີ່ຢາກຊ່ວຍໃຫ້ບັນດານ້ອງໆນັກຮຽນຄົ້ນພົບ ແລະ ຄົ້ນຄວ້າບັນດາບັນຫາຕົວຈິງໃນສັງຄົມ, ພ້ອມທັງວາງອອກບັນດາມາດຕະການທີ່ເປັນປະໂຫຍດໃຫ້ແກ່ສັງຄົມ.ຮູບແບບດັ່ງກ່າວໄດ້ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ໂດຍສະເພາະແມ່ນໃນສະພາບການໂລກລະບາດໂຄວິດ - 19 ພວມມີການແຜນແປຢ່າງສັບສົນໃນໄລຍະຜ່ານມາ. ກິດຈະກຳການສອນ ແລະຊ່ວຍເຫຼືອນັກຮຽນໄດ້ສຳຜັດ ແລະ ໝູນໃຊ້ວິທະຍາສາດ, ເຕັກໂນໂລຢີເຂົ້າໃນການຮ່ຳຮຽນ ແລະ ຊີວິດປະຈຳວັນ ຂອງອ້າຍຄູ ເລແທັງລຽມ ໄດ້ຮັບການຮັບຮອງຈາກກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ແລະ ໄດ້ຄັດເລືອກເປັນຜູ້ຕາງໜ້າຂອງ ຫວຽດນາມ ໄປຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຄັ້ງທີ 3 ທີ່ສະຫງວນໃຫ້
ຍ້ອນມີວິຊາສະເພາະ ແລະ ປະສົບການໃນການສອນວິຊາຟີຊິກສາດ ແລະ ເຕັກໂນໂລຢີ ເປັນເວລາ 9 ປີ ຢູ່ໂຮງຮຽນມັດທະຍົມຕອນປາຍກິນນອນຊົນເຜົ່າ ຮິມລາມ, ເມືອງ ເຈົາແທ່ງ A, ແຂວງ ເຮົ້າຢາງ, ອ້າຍຄູເລແທັງລຽມ ໄດ້ຈັດຕັ້ງ ແລະ ເປັນຫົວໜ້າສະໂມສອນຄົ້ນຄວ້າວິທະຍາສາດເຕັກນິກຂອງໂຮງຮຽນ. ເພື່ອຈຸດປະສົງທີ່ຢາກຊ່ວຍໃຫ້ບັນດານ້ອງໆນັກຮຽນຄົ້ນພົບ ແລະ ຄົ້ນຄວ້າບັນດາບັນຫາຕົວຈິງໃນສັງຄົມ, ພ້ອມທັງວາງອອກບັນດາມາດຕະການທີ່ເປັນປະໂຫຍດໃຫ້ແກ່ສັງຄົມ. ຮູບແບບດັ່ງກ່າວໄດ້ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ໂດຍສະເພາະແມ່ນໃນສະພາບການໂລກລະບາດໂຄວິດ - 19 ພວມມີການແຜນແປຢ່າງສັບສົນໃນໄລຍະຜ່ານມາ. ກິດຈະກຳການສອນ ແລະ ຊ່ວຍເຫຼືອນັກຮຽນໄດ້ສຳຜັດ ແລະ ໝູນໃຊ້ວິທະຍາສາດ, ເຕັກໂນໂລຢີເຂົ້າໃນການຮ່ຳຮຽນ ແລະ ຊີວິດປະຈຳວັນ ຂອງອ້າຍຄູ ເລແທັງລຽມ ໄດ້ຮັບການຮັບຮອງຈາກກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ແລະ ໄດ້ຄັດເລືອກເປັນຜູ້ຕາງໜ້າຂອງ ຫວຽດນາມ ໄປຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຄັ້ງທີ 3 ທີ່ສະຫງວນໃຫ້ແກ່ບັນດາປະເທດ ອາຊຽນ.
ອ້າຍຄູ ເລແທັງລຽມ ແບ່ງປັນວ່າ:
“ຂ້າພະເຈົ້າຄິດວ່າ ຕົນເອງເຮັດເພື່ອເປັນການອຸທິດສ່ວນ, ເຮັດແນວໃດເພື່ອໃຫ້ບັນດານັກຮຽນຂອງຊົນເຜົ່າຕ່າງໆໃນໂຮງຮຽນ ມີສິດພັດທະນາຢ່າງເທົ່າທຽມກັນ. ພິເສດ ແມ່ນໄດ້ສຳຜັດກັບວິທະຍາສາດຄືກັບສະໄໝປັດຈຸບັນ. ສິ່ງດັ່ງກ່າວໄດ້ເປັນແຫຼ່ງກຳລັງໃຈໃຫ້ຂ້າພະເຈົ້າສ້າງຕັ້ງສະໂມສອນວິທະຍາສາດເຕັກນິກຂຶ້ນມາ ເຊິ່ງລວມມີການເຂົ້າຮ່ວມຂອງ ຄູສອນໃນຫຼາຍຂົງເຂດ ເພື່ອສາມາດແນະນຳໄດ້ຕາມໃຈມັກຂອງນັກຮຽນ ແລະ ບັນດາວິຊາເຊິ່ງນ້ອງໆໄດ້ເລືອກໄວ້. ຈາກນັ້ນ ຈິ່ງຂະຫຍາຍເປັນຫຼາຍກຸ່ມຄົ້ນຄວ້າ”.
ອ້າຍຄູ ເລແທັງລຽມ ທີ່ພິທີຮັບລາງວັນ (ຜູ້ນຸ່ງຊຸດເສື້ອຍາວເພດຊາຍສີແດງ) |
ດ້ວຍຮູບຄີງນ້ອຍ, ຜິວຂາວ, ຊົງຜົມສັ້ນເປັນລະບຽບສຸພາບ, ອ້າຍຄູ ເລແທັງລຽມ, ອາຍຸ 32 ປີ ໄດ້ສ້າງຄວາມປະທັບໃຈຕໍ່ຜູ້ເຊິ່ງໜ້າດ້ວຍນ້ຳສຽງອ່ອນໂຍນ ແລະ ຮອຍຍິ້ມສົດໃສ. ອ້າຍຄູ ເລແທັງລຽມ ແບ່ງປັນສູ່ຟັງວ່າ: ໂຮງຮຽນແຫ່ງນີ້ມີທັງນັກຮຽນເປັນຄົນຊົນເຜົ່າຂະແມ ແລະ ບາງຊົນເຜົ່າອື່ນໆ. ພວກນ້ອງໄດ້ກິນນອນຢູ່ຫໍພັກຂອງໂຮງຮຽນຕາມລະບອບນະໂຍບາຍຂອງລັດ ແລະ ນັກຮຽນຢູ່ນອກຫໍພັກ ຄືກັບໂຮງຮຽນແຫ່ງຕ່າງໆຂອງລັດ. ນັກຮຽນສ່ວນຫຼາຍ ແມ່ນໄດ້ສຳຜັດກັບວິທະຍາສາດເຕັກໂນໂລຢີ, ໂດຍສະເພາະແມ່ນເຕັກໂນໂລຢີຂໍ້ມູນຂ່າວສານຢູ່ລະດັບຕ່ຳ ສະນັ້ນ ຕ້ອງແນະນຳໃຫ້ພວກນ້ອງກຳໄດ້ທັກສະສ່ວນໃດສ່ວນໜຶ່ງ. ພິເສດ, ສຳລັບພວກນ້ອງນັກຮຽນທີ່ເປັນຊາວຊົນເຜົ່າສ່ວນໜ້ອຍ ທີ່ບໍ່ໄດ້ໄປໂຮງຮຽນເປັນປະຈຳ ຫຼື ມັກລາອອກກາງພາກຮຽນ ຍ້ອນພໍ່ແມ່ໄປເຮັດວຽກຢູ່ໄກ ສະນັ້ນ ບັນດາຄູຈານຕ້ອງກຳໄດ້ສະພາບການ ແລະ ໄປຂົນຂວາຍໃຫ້ພວກນ້ອງນັກຮຽນໄດ້ໄປໂຮງຮຽນ ແລະ ຊ່ວຍເຫຼືອພວກນ້ອງເປັນປະຈຳ.
“ໃນວິວັດການປະຕິບັດຕົວຈິງ, ພວກຂ້າພະເຈົ້າໄດ້ເຕົ້າໂຮມບັນດານ້ອງໆນັກຮຽນຕາມແຕ່ລະຫ້ອງ ພ້ອມກັບ ຄູສອນ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາທີ່ຮີບຮ້ອນໃນທຳມະຊາດ ແລະ ສັງຄົມ ເພື່ອແນໃສ່ກຳນົດທິດການຄົ້ນຄວ້າໃຫ້ແກ່ພວກນ້ອງນັກຮຽນ. ຫຼັງຈາກນັ້ນ, ພວກນ້ອງນັກຮຽນຈະແບ່ງເປັນກຸ່ມ ຕາມຂົງເຂດທີ່ຕົນມັກເພື່ອໃຫ້ບັນດາສະມາຊິກໃນກຸ່ມຊ່ວຍເຫຼືອເຊິ່ງກັນແລະກັນ, ປະກອບສ່ວນກຳນົດທິດວິທີການຈັດຕັ້ງປະຕິບັດຫົວເລື່ອງ. ບັນດາຄູສອນຈະຕິດຕາມບັນດາການເຄື່ອນໄຫວຂອງແຕ່ລະກຸ່ມຢ່າງໃກ້ຊິດ ເພື່ອໃຫ້ການໜູນຊ່ວຍກ່ຽວກັບດ້ານວິທີການ ກໍຄື ອຸປະກອນໄດ້ຢ່າງທັນການ, ຊ່ວຍພວກນ້ອງຜ່ານຜ່າຄວາມຫຍຸ້ງຍາກ. ແຕ່ລະປີ, ພວກຂ້າພະເຈົ້າຈັດຕັ້ງການເສັງລະດັບໂຮງຮຽນເທື່ອໜຶ່ງ ເພື່ອໃຫ້ພວກນ້ອງໄດ້ແລກປ່ຽນນຳກັນ”.
ໃນໄລຍະປະຕິບັດການແຍກຫ່າງໃນສັງຄົມຍ້ອນໂລກລະບາດໂຄວິດ - 19 ພວມລະບາດຢ່າງແຮງ, ການຮຽນການສອນ ໄດ້ປະຕິບັດຕາມຮູບການທາງອອນລາຍ, ອ້າຍຄູ ລຽມ ແລະ ພວກນ້ອງນັກຮຽນຍັງສືບຕໍ່ຮັກສາບັນດາການເຄື່ອນໄຫວຜ່ານທາງອອນລາຍ ເພື່ອວາງອອກມາດຕະການຕ່າງໆທີ່ເປັນປະໂຫຍດຕໍ່ວົງຄະນະຍາດ ເປັນຕົ້ນແມ່ນ: ຜະລິດອຸປະກອນລ້າງມືອັດຕະໂນມັດທີ່ນຳໃຊ້ຢູ່ໂຮງໝໍ ແລະ ໂຮງຮຽນ, ນຳໃຊ້ອຸນຕາໄວໂອເລດ (ultraviolet) ເພື່ອຂ້າເຊື້ອເງິນສົດ. ອ້າຍຄູ ລຽມ ເວົ້າວ່າ:
“ໃນໄລຍະເກີດໂລກລະບາດໂຄວິດ - 19, ພວກນ້ອງມີແນວຄວາມຄິດຕ່າງໆຜ່ານບັນດາການເຄື່ອນໄຫວທາງອອນລາຍ, ທັງຄູທັງນັກຮຽນ ຍັງສືບຕໍ່ຄິດບັນດາວິທີເຮັດ. ນັ້ນແມ່ນແນວຄວາມຄິດກ່ຽວກັບອຸປະກອນຂ້າເຊື້ອສຳລັບເງິນສົດ ດ້ວຍແສງອຸນຕາໄວໂອເລດ (ultraviolet) ຂອງພວກນ້ອງນັກຮຽນຢູ່ຫ້ອງ ມໍ 2 ຊົນເຜົ່າຂະແມ. ສ່ວນກຸ່ມໜຶ່ງແມ່ນໄດ້ປະດິດສ້າງກ່ຽວກັບລະບົບເຄື່ອງລ້າງມືແບບອັດຕະໂນມັດ, ມີທັງຂັ້ນຕອນແນະນຳດ້ວຍເທບອັດສຽງຂອງ Google. ເມື່ອສະພາບການໂລກລະບາດໄດ້ຮັບການຄວບຄຸມແລ້ວ, ທັງຄູ ອາຈານ ແລະ ນັກຮຽນກໍເລີ່ມການປະຕິບັດໂດຍໄວເພື່ອນຳໃຊ້ເຂົ້າໃນຊີວິດປະຈຳວັນ”.
ທ່ານ ລຽມ ກໍປະດິດຄິດສ້າງບັນດາອຸປະກອນລ້າງມືໂດຍບໍ່ຕ້ອງມີການສຳຜັດກັບອຸປະກອນໃນຂອບເຂດໄລຍະຫ່າງປະມານ 20cm, ດ້ວຍຄ່າໃຊ້ຈ່າຍບໍ່ຮອດ 2 ລ້ານດົ່ງ. ອຸປະກອນດັ່ງກ່າວໄດ້ຕິດຕັ້ງ ແລະ ນຳໃຊ້ຢູ່ສຸກສາລາຕາແສງ ເຕິນບິ່ງ, ເມືອງ ຟຸ້ງຮຽບ ນັບແຕ່ເດືອນ ມີນາ 2020. ທ່ານ ລຽມ ເວົ້າຕື່ມອີກວ່າ:
“ເມື່ອປະຊາຊົນເຂົ້າໄປໂຮງໝໍ ຫຼື ສຸກສາລາ, ເຊັນເຊີ (sensor) ຈະທຳການກວດຫາແລ້ວຈະແຈ້ງໃຫ້ໄປລ້າງມືຢູ່ຕາມບ່ອນທີ່ກຳນົດ ໂດຍບໍ່ຕ້ອງມີການສຳຜັດແຕ່ຢ່າງໃດ, ພຽງແຕ່ເອົາມືໃສ່ໃກ້ກັບອຸປະກອນ, ສະບູ ແລະ ນ້ຳຈະໄຫຼອອກມາເອງ ແລ້ວກ່າວລາດ້ວຍຄຳຂອບໃຈ”.
ບັນດາຄູອາຈານທີ່ຍາດໄດ້ລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ PMCA ຄັ້ງທີ 3 |
ບັນດາການເຄື່ອນໄຫວ ແລະ ໝາກຜົນດັ່ງກ່າວຂອງ ອ້າຍຄູ ເລແທັງລຽມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ເປັນທີ່ຮັກແພງ ແລະ ເຄົາລົບນັບຖືຈາກພວກນ້ອງນັກຮຽນ. ສ່ວນສຳລັບຄະນະອຳນວຍການໂຮງຮຽນ, ອ້າຍຄູ ລຽມ ແມ່ນແບບຢ່າງ, ແມ່ນອ້າຍຄູຄົນເກັ່ງໃນທຸກດ້ານ ແລະ ໄດ້ຮັບຄວາມເຄົາລົບນັບຖືຈາກນັກຮຽນກໍຄືເພື່ອນຮ່ວມງານ. ອ້າຍຄູ ລືຊວັນຮວານ, ຜູ້ອຳນວຍການໂຮງຮຽນມັດທະຍົມຕອນປາຍກິນນອນຊົນເຜົ່າ ຮິມລາມ, ຫວຽດນາມ ຕີລາຄາວ່າ:
“ອ້າຍຄູ ເລແທັງລຽມ ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຄັ້ງທີ 3 ທີ່ສະຫງວນໃຫ້ແກ່ຄູອາຈານໃນພາກພື້ນ ອາຊຽນ ແມ່ນຄວາມເອກອ້າງທະນົງໃຈອັນໃຫຍ່ຫຼວງສຳລັບທາງໂຮງຮຽນເວົ້າສະເພາະ ແລະ ຂະແໜງການສຶກສາ ແຂວງເຮົ້າຢາງ ເວົ້າລວມ. ບັນດາຜົນງານຂອງ ອ້າຍຄູ ລຽມ ໄດ້ໃຫ້ກຳລັງໜູນອັນໃຫຍ່ຫຼວງ ແລະ ແຜ່ຂະຫຍາຍໃນໝູ່ນັກຮຽນ, ຄູອາຈານຂອງໂຮງຮຽນ ກໍຄື ແຜ່ຂະຫຍາຍໃນຂະແໜງການສຶກສາແຂວງ ເຮົ້າຢາງ. ເມື່ອ ອ້າຍຄູ ລຽມ ປຸກລະດົມການເສັງປະດິດຄິດສ້າງວິທະຍາສາດເຕັກນິກ ກໍມີນັກຮຽນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ຫຼັງຈາກນັ້ນ ພວກນ້ອງໄດ້ແບ່ງປັນແນວຄວາມຄິດຫຼາຍຢ່າງກັບອ້າຍຄູ ລຽມ. ຈາກນັ້ນ, ຄູອາຈານ ແລະ ນັກຮຽນ ກໍຊອກໄດ້ຫຼາຍແນວຄວາມຄິດປະດິດຄິດສ້າງ ແລະ ຜະລິດຕະພັນວິທະຍາສາດເຕັກນິກ, ຄວ້າໄດ້ຫຼາຍລາງວັນລະດັບແຂວງ ແລະ ລະດັບຊາດໃນຫຼາຍປີຢ່າງລຽນຕິດ”.
ເມື່ອແບ່ງປັນກ່ຽວກັບແຜນການໃນອະນາຄົດ, ອ້າຍຄູ ເລແທັງລຽມ ໃຫ້ຮູ້ວ່າ ຈະສືບຕໍ່ພັດທະນາສະໂມສອນວິທະຍາສາດເຕັກນິກຂອງໂຮງຮຽນ ເພື່ອໃຫ້ມີບັນດາໂຄງການ, ຜະລິດຕະພັນທີ່ແທດຈິງ, ໃກ້ຊິດຕິດແທດກັບຕົວຈິງ ແລະ ເປັນປະໂຫຍດແກ່ຊີວິດການເປັນຢູ່, ຜ່ານນັ້ນ ກໍສຶກສາ ແລະ ພັດທະນາທັກສະຕ່າງໆໃຫ້ແກ່ພວກນ້ອງນັກຮຽນ. ພ້ອມກັນນັ້ນ ຈະເຊື່ອມຕໍ່ກັບບັນດາຄູສອນຂອງປະເທດອື່ນໆ ເພື່ອສາມາດກຳໄດ້ການພັດທະນາດ້ານການສຶກສາຂອງພາກພື້ນຢ່າງທັນການ./.