ຮູບແບບສອນພາສາອັງກິດ ຢູ່ ໄທ ເພື່ອການເຊື່ອມໂຍງເຂົ້າກັບປະຊາຄົມອາຊຽນ

(VOVWORLD) -ໂດຍແມ່ນປະເທດສະມາຊິກ ອາຊຽນຫນຶ່ງ, ລັດຖະບານ ໄທ ເຂົ້າໃຈແຈ້ງຄວາມສຳຄັນຂອງ ພາສາ ອັງກິດ ເພື່ອການເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດ ອາຊຽນ. ສິ່ງດັ່ງກ່າວແມ່ນກ່ຽວຂ້ອງເຖິງການພັດທະນາຫລັກສູດ ຮຽນພາສາ ອັງກິດ ຢູ່ ບັນດາຮາກຖານການສຶກສາຢູ່ປະເທດ ໄທ. ລັດຖະບານ ໄທ ກໍ່ໄດ້ສຸມໃສ່ພັດທະນາທັກສະໃນການສິດສອນ ແລະ ການທັກທາຍດ້ວຍພາສາອັງກິດໃຫ້ແກ່ບັນດາຄູອາຈານ
ຮູບແບບສອນພາສາອັງກິດ ຢູ່ ໄທ ເພື່ອການເຊື່ອມໂຍງເຂົ້າກັບປະຊາຄົມອາຊຽນ - ảnh 1 ພວກນ້ອງນັກຮຽນ ຢູ່ ໂຮງຮຽນ ມັດທະຍົມ

“ນ້ອງຄິດວ່າ ນີ້ແມ່ນສິ່ງດີທີ່ສຸດ ເພາະກ່ອນທີ່ເຂົ້າມາຮຽນຢູ່ນີ້ ນ້ອງບໍ່ກ້າເວົ້າພາສາ ອັງກິດ ເຖິງວ່າ ນ້ອງມີຄວາມເຂົ້າໃຈຢູ່. ຫລັກສູດສອນພາສາອັງກິດ ໄດ້ຊ່ວຍໃຫ້ນ້ອງມີຄວາມກ້າວຫນ້າໃນຫລາຍດ້ານ. ຈາກຫລັກສູດສອນພາສາອັງກິດຕະຫລອດຮອດບັນດາຊົ່ວໂມງຮຽນ ລ້ວນແຕ່ແມ່ນຄູອາຈານຕ່າງປະເທດສອນ. ນອກນັ້ນ ພວກອ້າຍເອື້ອຍຢູ່ຫ້ອງຮຽນສູງກວ່າ ກໍ່ຊ່ວຍນ້ອງຫລາຍຢ່າງ. ນີ້ແມ່ນສະພາບແວດລ້ອມດີທີ່ສຸດ.”

“ນ້ອງເລືອກເຟັ້ນໂຮງຮຽນມັດທະຍົມ ວັດນາຍຣົງ ຍ້ອນຢູ່ທີ່ນີ້ມີຫລັກສູດສອນດ້ວຍພາສາອັງກິດ. ຄູອາຈານຢູ່ໂຮງຮຽນສ່ວນຫລາຍແມ່ນຊາວຕ່າງປະເທດ. ແລະ ໝູ່ເພື່ອນຢູ່ໂຮງຮຽນກໍ່ສະຫນິດສະຫນົມທີ່ສຸດ. ນ້ອງມັກຮຽນຢູ່ໂຮງຮຽນນີ້ຫລາຍ.”

 ນັ້ນແມ່ນຄວາມແບ່ງປັນຂອງນ້ອງທະສຸພັງ ເຣືອງທະນະພັກດີ ແລະ ນ້ອງ William Goh ນັກຮຽນຢູ່ໂຮງຮຽນມັດທະຍົມ ວັດນາຍຣົງ ທີ່ ນະຄອນຫລວງ ບາງກອກ ກ່ຽວກັບລາຍການສຶກສາດ້ວຍພາສາອັງກິດຂອງກະຊວງສຶກສາໄທ. ຢູ່ທີ່ນີ້ ບັນດາວິຊາຮຽນຄື: ພາສາໄທ, ກົດໝາຍ, ສັງຄົມວິທະຍາ, ວັດທະນະທຳ ແລະ ມູນເຊື້ອໄທ ແມ່ນສອນດ້ວຍພາສາໄທ. ສ່ວນວິຊາຍັງເຫລືອລ້ວນແຕ່ສອນດ້ວຍພາສາ ອັງກິດ. ມີທັງໝົດ 3 ຫລັກສູດ ສະຫງວນໃຫ້ແກ່ນັກຮຽນ: EP Englinhs Program, ຫລັກສູດສອນດ້ວຍພາສາອັງກິດຢູ່ທັງໝົດວິຊາ; MEP Mini English Program ຫລັກສູດສອນດ້ວຍພາສາອັງກິດ ຢູ່ 3 ວິຊາ ນັ້ນແມ່ນ ພາສາອັງກິດ, ວິທະຍາສາດ ແລະ ຄະນິດສາດ, IEP Integrated English Program ຫລັກສູດຮຽນພາສາອັງກິດກັບອາຈານແມ່ນຊາວຕ່າງປະເທດ. ທ່ານ ສຸຣະພົງ ງາມສົມ ອະທິການບໍດີ ໂຮງຮຽນມັດທະຍົມ ວັດນາຍຣົງໃຫ້ຮູ້ວ່າ:

ສຽງອາຈານ ສຸຣະພົງ ງາມສົມ

 ຄູອາຈານ ສວມບົດບາດຫລັກແຫລ່ງໃນການພັດທະນາຄວາມຮູ້ ພາສາອັງກິດ ຂອງນັກຮຽນ. ສິ່ງສຳຄັນບໍ່ແມ່ນຫນ້ອຍ ນັ້ນແມ່ນ ການປັບປຸງທັກສະ ແລະ ບຳລຸງຄວາມຮູ້ໃຫ້ຄູອາຈານ. ນີ້ແມ່ນພື້ນຖານຂອງລາຍການແລກປ່ຽນຄູອາຈານລະຫວ່າງ ໂຮງຮຽນມັດທະຍົມ ວັດນາຍຣົງ ແລະ ມະຫາວິທະຍາໄລ Jember  ຂອງອິນໂດເນເຊຍ. ແຕ່ລະປີ ລາຍການແລກປ່ຽນຄູອາຈານແມ່ນແກ່ຍາວໃນເວລາ ເດືອນຫນຶ່ງ ແລະ ຖືກຈັດຂຶ້ນ ເປັນສອງຄັ້ງ ຢູ່ ມະຫາວິທະຍາໄລ Jember. ໂດຍແມ່ນຫນຶ່ງໃນບັນດາຄູອາຈານທີ່ເຂົ້າຮ່ວມລາຍການແລກປ່ຽນຄູອາຈານ, ນາງ ທິບພະພອນ ສະດາວ ອາຈານສອນວິຊາ ຟີຊິກສາດ ແບ່ງປັນວ່າ:

ສຽງນາງ ທິບພະພອນ

ຮູບແບບສອນພາສາອັງກິດ ຢູ່ ໄທ ເພື່ອການເຊື່ອມໂຍງເຂົ້າກັບປະຊາຄົມອາຊຽນ - ảnh 2 ນັກຮຽນ ແລະ ຄູອາຈານ ຢູ່ ໂຮງຮຽນ ພະຢາ ປະເສີດສູນຊະໄສ

ນັບແຕ່ປີ 2002 ເປັນຕົ້ນໄປ, ລັດຖະບານ ໄທ ເລີ່ມຕົ້ນນຳໃຊ້ຫລັກສູດສອນ ພາສາ ອັງກິດ ແລະ ພາສາໄທ ໃນບາງວິຊາ ຢູ່ ໂຮງຮຽນຂອງລັດທຸກຂັ້ນ. ຕາມຕົວເລກສະຖິຕິຂອງຄະນະກຳມະການສຶກສາພາກເອກະຊົນ ໄທ (OPEC- the Office of the Private Education Commingssion) ໃນເດືອນ ມີຖຸນາປີ 2016 ແລ້ວ, ມີ ໂຮງຮຽນສາກົນ 166 ແຫ່ງໄດ້ນຳໃຊ້ ພາສາອັງກິດ 100% ແມ່ນພາສາຕົ້ນຕໍ ແລະ ໂຮງຮຽນພາກເອກະຊົນ 3513 ແຫ່ງ ມີ 50% ວິຊາຮຽນແມ່ນສອນດ້ວຍພາສາອັງກິດ.

ທຸກເຊົ້າຢູ່ໂຮງຮຽນປະຖົມ ພະຢາ ພະເສີດ ສູນຊາໄສ ນະຄອນຫລວງ ບາງກອກ, ນັກຮຽນທັງໝົດຢືນລຽນແຖວເພື່ອແອບຜັນສຽງພາສາອັງກິດກັບຄູອາຈານຕ່າງປະເທດ. ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວຂອງໂຮງຮຽນ ເພື່ອແນໃສ່ຍົກສູງຄວາມສາມາດໃນການທັກທາຍດ້ວຍພາສາອັງກິດຂອງນັກຮຽນ. ນອກນັ້ນ ທາງໂຮງຮຽນ ຍັງຈັດຕັ້ງຊຸດຮຽນນອກຫລັກສູດກ່ຽວກັບ ອາຊຽນ ດ້ວຍພາສາອັງກິດ ພາຍຫລັງຊົ່ວໂມງຮຽນ. ທ່ານນາງ ກະເສນີ ປຸນພັດທະນາກຸນ ຫົວຫນ້າໂຄງການ ພະຢາ ອາຊຽນ, ໂຮງຮຽນ ພະຢາ ປະເສີດສູນຊະໄສໃຫ້ຮູ້ວ່າ:

ສຽງທ່ານນາງ ກະເສນີ

ນອກນັ້ນ, ໂຮງຮຽນປະຖົມ ພະຢາ ປະເສີດສູນຊະໄສ ຍັງສົ່ງນັກຮຽນໄປເຂົ້າຮ່ວມລາຍການ English Summer Camp ຢູ່ ສິງກະໂປ ເພື່ອແນໃສ່ຊ່ວຍພວກນ້ອງພັດທະນາ ແລະ ແລກປ່ຽນທັກສະດ້ານພາສາຕ່າງປະເທດ. ນ້ອງຈໍຟ້າ ສີຣິທານ ນັກຮຽນ MEP ມໍ 1 ໃຫ້ຮູ້ວ່າ:

ສຽງ ນ້ອງ ຈໍຟ້າ

ເລື່ອງສ້າງຕັ້ງປະຊາຄົມ ເສດຖະກິດ ອາຊຽນ ອະນຸຍາດໃຫ້ແຮງງານໄປມາຢ່າງເສລີໃນພາກພື້ນ. ສິ່ງດັ່ງກ່າວສ້າງເງື່ອນໄຂສະດວກໃຫ້ບັນດາຄົນງານຮູ້ ພາສາອັງກິດດີ, ເພື່ອກຳແຫນ້ນກາລະໂອກາດໃນສະພາບແວດລ້ອມເຮັດວຽກ. ສະນັ້ນ ຮຽນພາສາອັງກິດ ແມ່ນຄວາມຈຳເປັນທີ່ສຸດ ແລະ ໄທພວມປະຕິບັດບັນຫານີ້ດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ