(VOVWORLD) -ການເສັງປະດິດຄິດສ້າງວິທີຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອ ຖືກຈັດຂຶ້ນດ້ວຍຈຸດປະສົງ ແນໃສ່ຊອກຫາ, ຍົກລະດັບ ແລະ ເປີດກວ້າງບັນດາມາດຕະການປະດິດຄິດສ້າງ ເພື່ອປະກອບສ່ວນແກ້ໄຂບັນຫາມົນລະພິດຈາກ ຢາງພະລາດສະຕິກເສດເຫຼືອ ຢູ່ ອ່າວ ຮະລອງ ຂອງ ຫວຽດນາມ ແລະ ເກາະ ສະໝຸຍ ຂອງ ໄທ. ຈາກນັ້ນ, ປະກອບສ່ວນຊຸກຍູ້ວິວັດການຫັນເປັນເສດຖະກິດໝູນວຽນ ຢູ່ພາກພື້ນ ອາຊຽນ ຜ່ານບັນດາມາດຕະການປະດິດຄິດສ້າງ.
ການເສັງປະດິດຄິດສ້າງວິທີຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອ (EPPIC) ແມ່ນໂຄງການໂດຍອົງການ UNDP ສົມທົບກັບບັນດາປະເທດ ອາຊຽນ ຈັດຕັ້ງ ຄັ້ງທຳອິດໃນປີ 2020 ພາຍໃຕ້ການຊ່ວຍໜູນຂອງ ກະຊວງການຕ່າງປະເທດ ນອກແວ ແລະ ອົງການຮ່ວມມືພັດທະນາຂອງ ນອກແວ. ການເສັງດັ່ງກ່າວ ໄດ້ດຶງດູດ 156 ທິມ ຈາກ 6 ປະເທດ ອາຊຽນ ເຂົ້າຮ່ວມ ດ້ວຍຈຸດປະສົງ ແນໃສ່ຊອກຫາ, ຍົກລະດັບ ແລະ ເປີດກວ້າງບັນດາມາດຕະການປະດິດຄິດສ້າງ ເພື່ອປະກອບສ່ວນແກ້ໄຂບັນຫາມົນລະພິດຈາກ ຢາງພະລາດສະຕິກເສດເຫຼືອ ຢູ່ ອ່າວ ຮະລອງ ຂອງ ຫວຽດນາມ ແລະ ເກາະ ສະໝຸຍ ຂອງ ໄທ. ຈາກນັ້ນ, ປະກອບສ່ວນຊຸກຍູ້ວິວັດການຫັນເປັນເສດຖະກິດໝູນວຽນ ຢູ່ພາກພື້ນ ອາຊຽນ ຜ່ານບັນດາມາດຕະການປະດິດຄິດສ້າງຄື: ນຳໃຊ້ວັດສະດຸປ່ຽນແທນຢາງພະລາດສະຕິກ, ຍູ້ແຮງບັນດາມາດຕະການນຳມາຜະລິດຄືນໃໝ່ ຊຸກຍູ້ບັນດາຮູບແບບສົ່ງເສີມການນຳໃຊ້ຄືນໃໝ່ ແລະ ເກັບໂຮມຂີ້ເຫຍື້ອສິ່ງເສດເຫຼືອໃນຊຸມຊົນ...
ຮູບແບບນຳຈອກທີ່ນຳໃຊ້ຫຼາຍເທື່ອເຂົ້າໃນມະຫາວິທະຍາໄລແຫ່ງຕ່າງໆຂອງ ນາງ ເລຖຸ່ຍລິງ, ອາຍຸ 33 ປີ - ຜູ້ກໍ່ຕັ້ງ ແລະ ເປັນ CEO ຂອງທິມ AYA, ແມ່ນ 1 ໃນຈຳນວນ 14 ທິມທີ່ເຂົ້າຮອບຊິງຊະນະເລີດ ຂອງການເສັງ EPPIC ປີ 2020. ກ່ອນໜ້ານັ້ນ, ຮູບແບບດັ່ງກ່າວ ຖືກຜັນຂະຫຍາຍຢູ່ ງານມະໂຫລານດົນຕີ Epizo de 2019 ຢູ່ ຝູກວັກ ແລະ ກິດຈະກຳ Marathon Lakerun 2020, ໄດ້ຊ່ວຍປະຢັດ ຈອກຢາງພະລາດສະຕິກທີ່ນຳໃຊ້ເທື່ອດຽວນັບໝື່ນອັນ. ສຳລັບແນວຄວາມຄິດນຳຈອກນຳໃຊ້ຫຼາຍເທື່ອເຂົ້າໃນມະຫາວິທະຍາໄລແຫ່ງຕ່າງໆນີ້, ນາງ ລິງ ແບ່ງປັນວ່າ:
“ທິມງານພວກຂ້າພະເຈົ້າ ມີຢູ່ 2 ໜ້າທີ່. ທຳອິດແມ່ນບຳລຸງສ້າງໃຫ້ນັກສຶກສາກ່ຽວກັບພື້ນຖານເສດຖະກິດໝູນວຽນ ຜ່ານ workshop ແລະ ການຝຶກອົບຮົມຄັ້ງຕ່າງໆ. ຫຼັງຈາກນັ້ນ, ພວກຂ້າພະເຈົ້າ ຈະຍົກຕົວຢ່າງກ່ຽວກັບການນຳໃຊ້ຈອກນຳໃຊ້ຫຼາຍເທື່ອໃນໂຮງຮຽນ ເພື່ອໃຫ້ເຂົາເຈົ້າສາມາດນຳທິດສະດີທີ່ໄດ້ຮຽນມາໄປໝູນໃຊ້ໄດ້ເລີຍ. ນອກຈາກນັ້ນ, ພວກຂ້າພະເຈົ້າ ຍັງມີໜ້າທີ່ໄປຊອກຫາຜູ້ອຸປະຖຳ ຫຼື ຊ່ວຍເຫຼືອ ຈອກເຫຼັກ ຫຼື ເຄື່ອງລ້າງຈອກອັດຕະໂນມັດໃຫ້ແກ່ໂຮງຮຽນ ອີກດ້ວຍ. ພາຍຫຼັງທີ່ຊອກຫາໄດ້ຜູ້ອຸປະຖຳແລ້ວ, ພວກຂ້າພະເຈົ້າ ຈະນຳເຂົ້າໂຮງຮຽນ ແລະ ຕິດຕັ້ງຮູບແບບດັ່ງກ່າວຢູ່ໂຮງຮຽນແຫ່ງຕ່າງໆ.”
14 ທິມທີ່ເຂົ້າຮອບຊິງຊະນະເລີດ ຂອງການເສັງ EPPIC ປີ 2020 |
ຖ້າຫາກວ່າ ແນວຄວາມຄິດ ແລະ ການເຄື່ອນໄຫວຂອງ ທິມ AYA ແມ່ນການເຄື່ອນໄຫວທີ່ບໍ່ມີລາຍຮັບ ແລະ ມຸ່ງໄປເຖິງການສຶກສາ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບເສດຖະກິດໝູນວຽນນັ້ນ, ຮູບແບບຫັນປ່ຽນຖົງຫຸ້ມຫໍ່ເຂົ້າໜົມ snack ໃຫ້ກາຍເປັນ ອາລູມີນຽມ ແລະ ນ້ຳມັນ diesel ຂອງ ກຸ່ມ CIRAC ຂອງ ໄທ ແມ່ນຮູບແບບທີ່ຊີ້ໃຫ້ເຫັນຢ່າງຈະແຈ້ງກ່ຽວກັບນິຍາມດັ່ງກ່າວ. ທ່ານປະລິນຍາເອກ Sikarin Tamiyakul ເຊິ່ງເປັນຜູ້ຮ່ວມກໍ່ຕັ້ງທິມ CIRAC ໃຫ້ຮູ້ວ່າ: ປັດຈຸບັນ, ຮູບແບບດັ່ງກ່າວ ພວມແລ່ນທົດລອງ ດ້ວຍສະມັດຕະພາບ ບຳບັດຖົງຫຸ້ມຫໍ່ snack 1000 ໂຕນໃຫ້ກາຍເປັນອາລູມີນຽມ 200 ກິໂລກະຣາມ ຕໍ່ວັນ, ສ່ວນການຫັນປ່ຽນໃຫ້ເປັນນ້ຳມັນ diesel ແມ່ນພວມຢູ່ໃນໄລຍະພັດທະນາ ແລະ ທົດລອງຢູ່.
“ພວກຂ້າພະເຈົ້າຖືຢາງພະລາດສະຕິກເສດເຫຼືອ ກໍແມ່ນວັດຖຸດິບຊະນິດໜຶ່ງ, ໂດຍຜ່ານເຕັກໂນໂລຢີຫັນປ່ຽນວັດຖຸດິບດັ່ງກ່າວໃຫ້ເປັນອາລູມີນຽມ ແລະ ນ້ຳມັນ diesel. ນ້ຳມັນ diesel ຖືກນຳໃຊ້ໃນເຄື່ອງຈັກ ແລະ ອຸປະກອນຕ່າງໆ, ສ່ວນ ອາລູມີນຽມ ທີ່ຜະລິດມາໄດ້ນັ້ນ ກໍໄດ້ນຳໃຊ້ໃນອຸດສາຫະກຳອາລູມີນຽມ. ຄືແນວນັ້ນ ຈະບໍ່ປ່ອຍສິ່ງເສດເຫຼືອ ແລະ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມອີກ”.
ເຖິງວ່າ ຫາກໍແມ່ນຮູບແບບທົດລອງກໍຕາມ ແຕ່ຄວາມເປັນໄປໄດ້ຂອງຮູບແບບດັ່ງກ່າວໃນຕົວຈິງ ຂອງທິມ CIRAC ໄດ້ຮັບການຕີລາຄາສູງ. CIRAC ໄດ້ກາຍເປັນ 1 ໃນຈຳນວນ 4 ທິມ ທີ່ຄວ້າໄດ້ລາງວັນດຽວກັນ ເຊິ່ງມີມູນຄ່າ 18.000 USD ແລະ ໄດ້ເຂົ້າຮ່ວມລາຍການບຳລຸງສ້າງເພີ່ມເຕີມໃນເວລາ 9 ເດືອນ ເພື່ອພັດທະນາແນວຄວາມຄິດຂອງຕົນໃຫ້ກາຍເປັນໂຄງການໝູນໃຊ້ເຂົ້າໃນຊີວິດຕົວຈິງ. ນອກຈາກບັນດາຮູບແບບທີ່ພວມຢູ່ໃນໄລຍະທົດລອງຄືຮູບແບບຂອງທິມ CIRAC ແລ້ວ, ຍັງມີຫຼາຍຮູບແບບທີ່ພວມເຄື່ອນໄຫວຢ່າງມີປະສິດທິຜົນ, ບໍ່ພຽງແຕ່ປະກອບສ່ວນຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອ ເທົ່ານັ້ນ, ຫາກຍັງສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ຊຸກຍູ້ວິວັດທະນາການຫັນເປັນພື້ນຖານເສດຖະກິດໝູນວຽນ. ໜຶ່ງໃນບັນດາຮູບການພົ້ນເດັ່ນທີ່ພວກຂ້າພະເຈົ້າຢາກເວົ້າເຖິງນັ້ນແມ່ນ ຮູບແບບຜະລິດ ແລະ ສະໜອງ ທໍ່ດູດຈາກຫຍ້າກະຈູດ ຂອງທິມ Green Joy. ນາງ ຫວໍຖ໋າວງວຽນ ເຊິ່ງເປັນຜູ້ກໍ່ຕັ້ງ ແລະ ເປັນ CEO ຂອງທິມ Green Joy ໃຫ້ຮູ້ວ່າ:
“ໂຄງການທໍ່ດູດຈາກຫຍ້າຂອງ Green Joy ໄດ້ຮັບການສ້າງຕັ້ງກ່ອນນີ້ສອງກວ່າປີ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າ ກໍຄືເພື່ອນມິດສາກົນ. ທໍ່ດູດຫຍ້າ ໄດ້ນຳໄປຂາຍແຕ່ເໜືອຮອດໃຕ້ ຢູ່ກວ່າ 30 ແຂວງ, ນະຄອນ ແລະ ໄດ້ຈຳໜ່າຍຢູ່ຫຼາຍກວ່າ 30 ປະເທດ ຢູ່ເອີຣົບ, ອາຊີ ແລະ ທະວີບ ອາເມລິກາ. ພວກຂ້າພະເຈົ້າກຳລັງຮ່ວມມື ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊາວກະສິກອນ ແລະ ແມ່ຍິງຢູ່ເຂດທົ່ງພຽງທາງພາກໃຕ້ ຫວຽດນາມ ນັບ 100 ຄົນ, ຊ່ວຍເພີ່ມລາຍຮັບຂອງເຂົາເຈົ້າຂຶ້ນເຖິງທົບ 3 ເທົ່າ. ໃນອະນາຄົດ, ພວກຂ້າພະເຈົ້າ ຈະເປີດກວ້າງຂອບຂະໜາດການຜະລິດຢູ່ບາງແຂວງທາງພາກກາງ ແລະ ພາກເໜືອ ຫວຽດນາມ ອີກດ້ວຍ”.
ຊົມເຊີຍ 4 ທິມຍາດໄດ້ລາງວັນ EPPIC 2020 |
ສຳລັບ ລັດຖະບານ ຫວຽດນາມ, ໂຄງການ EPPIC ໄດ້ປະກອບສ່ວນປະຕິບັດບັນດານະໂຍບາຍຂອງ ຫວຽດນາມ ກ່ຽວກັບການພັດທະນາແບບຍືນຍົງ, ສ້າງພື້ນຖານເສດຖະກິດທະເລຂຽວ, ພື້ນຖານເສດຖະກິດໝູນວຽນ ແລະ ສະກັດກັ້ນມົນລະພິດຢູ່ທະເລ, ພິເສດແມ່ນຢາງພະລາດສະຕິກເສດເຫຼືອ. ທ່ານ ຕ້າດິ່ງທີ, ຫົວໜ້າກົມໃຫຍ່ ທະເລ ແລະ ໝູ່ເກາະ ຫວຽດນາມ, ສະມາຊິກຄະນະຈັດຕັ້ງການເສັງ EPPIC 2020 ໃຫ້ຮູ້ວ່າ:
“ໂຄງການດັ່ງກ່າວ ມີຄວາມໝາຍຫຼາຍຢ່າງໃນການປະກອບສ່ວນເຂົ້າໃນການຜັນຂະຫຍາຍປະຕິບັດນະໂຍບາຍ, ພິເສດແມ່ນບັນດາໜ້າທີ່ໃຫຍ່ຂອງແຜນການດຳເນີນງານແຫ່ງຊາດ ກ່ຽວກັບການຄຸ້ມຄອງຢາງພະລາດສະຕິກເສດເຫຼືອ ເຊິ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ປະກາດໃຊ້, ປະກອບສ່ວນຢັ້ງຢືນບົດບາດຂອງ ຫວຽດນາມ ໃນການຕັ້ງໜ້າສະເໜີ ແລະ ພ້ອມກັບປະຊາຄົມສາກົນປະຕິບັດບັນດາແນວຄວາມຄິດຮ່ວມມືໃນພາກພື້ນ ອາຊຽນ, ພິເສດແມ່ນໃນການສະກັດກັ້ນການຖີ້ມຢາງພະລາດສະຕິກເສດເຫຼືອອອກສູ່ທະເລ ແລະ ມະຫາສະໝຸດ, ປະຕິບັດແຜນນະໂຍບາຍຂອງພັກ ແລະ ລັດຖະບານ ຫວຽດນາມ ໃນການພັດທະນາເສດຖະກິດຢູ່ທະເລ ກໍຄື ສ້າງພື້ນຖານເສດຖະກິດທະເລຂຽວ, ເສດຖະກິດໝູນວຽນ”.
ໂດຍສືບທອດຜົນສຳເລັດຂອງການເສັງ EPPIC 2020, ຄະນະຈັດຕັ້ງ ໄດ້ປຸກລະດົມ ແລະ ຈັດຕັ້ງການເສັງ EPPIC 2021 ດ້ວຍການທົດສອບອອກແນວຄວາມຄິດຢ່າງມີຫົວຄິດປະດິດສ້າງ ເພື່ອຫຼຸດຜ່ອນມົນລະພິດຢາງພະລາດສະຕິກເສດເຫຼືອ ຢູ່ ເຂດເສດຖະກິດພິເສດ Mandalika, ເກາະ Lombok (ອິນໂດເນເຊຍ) ແລະ ເກາະ Samal (ຟີລິບປິນ). ການໝູນໃຊ້ ແລະ ປະຕິບັດບັນດາແນວຄວາມຄິດ ແລະ ຮູບແບບຂອງ EPPIC ຈະປະກອບສ່ວນຫຼາຍຢ່າງເຂົ້າໃນການສ້າງສະພາບແວດລ້ອມທີ່ປອດໃສກວ່າ ແລະ ສ້າງວຽກເຮັດງານທຳໃນພື້ນຖານເສດຖະກິດໝູນວຽນໃນພາກພື້ນ ອາຊຽນ./.