Angkor Milk ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ນ້ຳ​ໃຈ​ມິດ​ຕະ​ພາບ​ຫວຽດ​ນາມ-ກຳ​ປູ​ເຈຍ

(VOVWORLD) -ໂດຍຕັ້ງຢູ່ເຂດເສດຖະກິດພິເສດ ພະນົມເປັນ, ດ້ວຍເນື້ອທີ່ທັງໝົດເກືອບ 30.000 m2 ນັ້ນ, ໂຮງງານຜະລິດນ້ຳນົມ Angkor Milk (ໂຮງງານຜະລິດນ້ຳນົມຮ່ວມທຸລະກິດລະຫວ່າງໂຮງງານຜະລິດນ້ຳນົມ Vinamilk ຂອງຫວຽດນາມ ແລະ ຄູ່ຮ່ວມມື BPC ຢູ່ກຳປູເຈຍ) ມີຍອດຈຳນວນເງິນລົງທຶນ 23 ລ້ານ USD ຊື່ງໄດ້ຮັບການກໍ່ສ້ງເມື່ອປີ 2014 ແລະ ນຳເຂົ້າຜະລິດເມື່ອປີ 2016. ໃນໄລຍະທີ 1 (2017-2019), Angkor Milk  ຜະລິດນ້ຳນົມໄດ້ 19 ລ້ານລິດ, ນົມສົ້ມ 64 ລ້ານກັບ ແລະ ນົມຂຸ້ນ 80 ລ້ານກັບໃນແຕ່ລະປີ. ນີ້ກໍ່ແມ່ນໂຮງງານຜະລິດນ້ຳນົມແຫ່ງທຳອິດ ແລະ ແຫ່ງດຽວຢູ່ກຳປູເຈຍ ໃນຈຸດເວລາປະຈຸບັນນີ້.
Angkor Milk ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ນ້ຳ​ໃຈ​ມິດ​ຕະ​ພາບ​ຫວຽດ​ນາມ-ກຳ​ປູ​ເຈຍ - ảnh 1

ຕັດແຖບຜ້າເປີດສະຫຼອງໂຮງງານຜະລິດນ້ຳນົມ Angkor Milk

  ໄດ້ເປີດສະຫຼອງໃນວັນທີ 25 ພຶດສະພາປີ 2016 ຊື່ງແມ່ນໝາກຜົນຂອງວິວັດການຊອກຮູ້ ແລະ ແຊກຊືມເຂົ້າຕະຫຼາດກຳປູເຈຍຂອງໂຮງງານຜະລິດນ້ຳນົມ Vinamilk ຂອງຫວຽດນາມ. ຕ່ອງໂສ້ຜະລິດ ຂອງ Angkor Milk ໄດ້ນຳເຂົ້າຈາກບັນດາປະເທດທີ່ມີຂະແໜງຜະລິດນ້ຳນົມພັດທະນາຄື G7, EU. ຂັ້ນຕອນການຜະລິດນ້ຳນົມຢູ່ Angkor Milk ໄດ້ຮັບການຄວບຄຸມຢ່າງແໜ້ນແຟ້ນ ແລະ ຄົບຊຸດ, ຈາກການປຸງແຕງ ຕະຫຼອດຮອດການຫໍ່ຜະລິດຕະພັນ, ໄດ້ຮັບການຄວບຄຸມແບບອັດຕະໂນມັດ ເຊື່ອມຕໍ່ກັບລະບົບບໍລິຫານແຫຼ່ງກຳລັງວິສາຫະກິດ ERP. ທ່ານ ດ່ວານກວັກແຄັງ ຜູ້ອຳນວຍການໃຫ່ຍ  ໂຮງງານຜະລິດນ້ຳນົມ Angkor Milk ໃຫ້ຮູ້ວ່າ:

   ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈຍ້ອນວ່າ ໃນວັນເປີດສະຫຼອງໂຮງງານຜະລິດນ້ຳນົມ Angkor Milk ກໍ່ມີທ່ານຮອງນາຍົກລັດຖະມົນຕີ ແລະ ເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານເຂົ້າຮ່ວມ. Angkor Milk ແມ່ນໂຮງງານຜະລິດນ້ຳນົມແຫ່ງທຳອິດຢູ່ກຳປູເຈຍ, ຊາວກຳປູເຈຍ ເປັນຜູ້ຜະລິດ ແລະ ໃຊ້ວັດຖຸດິບຢູ່ກຳປູເຈຍ. ພາຍຫຼັງໄລຍະເວລາໜຶ່ງ, ຜູ້ບໍລິໂພກກໍ່ເລີ່ມມີຄວາມເຊື່ອໝັ້ນຕໍ່ຜະລິດຕະພັນຂອງ Angkor Milk. ຄຸນນະພາບຂອງ  ໂຮງງານຜະລິດນ້ຳນົມ Angkor Milk ກໍ່ເທົ່າທຽມກັບບັນດາຜະລິດຕະພັນນຳເຂົ້າຕາມມາດຕະຖານສາກົນ.

Angkor Milk ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ນ້ຳ​ໃຈ​ມິດ​ຕະ​ພາບ​ຫວຽດ​ນາມ-ກຳ​ປູ​ເຈຍ - ảnh 2

(ພາບ: TTXVN)

  ສະເລ່ຍແຕ່ລະປີ, Angkor Milk ໄດ້ຜະລິດນ້ຳນົມປະເພດຕ່າງໆ 50 ລ້ານລິດ, ບັນລຸລະດັບການເຕີບໂຕກ່ວາ 50% ໃນໄລຍະ 2017 – 2019. ຄຽງຄູ່ກັນນັ້ນ, ແມ່ນໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານກຳປູເຈຍກ່ວາ 450 ຄົນ, ພ້ອມທັງໄດ້ປະກອບສ່ວນເຂົາໃນພາສີອາກອນປະເພດຕ່າງໆດ້ວຍຈຳນວນ 12 ລ້ານ USD ໃຫ້ແກ່ປະເທດກຳປູເຈຍ. ເອື້ອຍ Ren Sray Mao, ຫົວໜ້າຫ້ອງບຸກຄະລາກອນ  ໂຮງງານຜະລິດນ້ຳນົມ Angkor Milk ແບ່ງປັນວ່າ:

   ໂຮງງານຜະລິດນ້ຳນົມ Angkor Milk ແມ່ນໂຮງງານຜະລິດນ້ຳນົມໃຫ່ຍກ່ວາໝູ່ຢູ່ກຳປູເຈຍ ຊື່ງໄດ້ນຳມາເຊິ່ງຄວາມປອດໄພ ແລະ ລາຄາທີ່ເໝາະສົມໃຫ້ແກ່ປະຊາຊົນກຳປູເຈຍ. ຂ້າພະເຈົ້າເຮັດວຽກຢູ່ທີ່ນີ້ໄດ້ 3 ປີແລ້ວ ແລະ ມີຄວາມເພິ່ງພໍໃຈຕໍ່ວຽກງານຂອງຕົນ ກໍ່ຄືສະພາບແວດລ້ອມໃນການເຮັດວຽກທີ່ຂະຫຍັນຂັນເຄື່ອນຢູ່ໂຮງງານ. ໂຮງງານຜະລິດນ້ຳນົມ Angkor Milk ໄດ້ແບ່ງປັນ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນກຳປູເຈຍ ຖືກຕ້ອງຕາມການກຳນົດດ້ານການອອກແຮງງານ ແລະ ກົດໝາຍກຳປູເຈຍ.

   ໂຮງງານຜະລິດນ້ຳນົມ Angkor Milk ປາດຖະໜາວ່າ ຈະປະກອບສວ່ນນັບມື້ນັບຫຼາຍກ່ວາອີກໃຫ້ແກ່ການເຕີບໂຕຂອງພື້ນຖານເສດຖະກິດ ແລະ ສັງຄົມກຳປູເຈຍ, ປະກອບສ່ວນເພີ່ມໂອກາດໄດ້ສຳຜັດກັບບັນດາຜະລິດຕະພັນໂພຊະນາການທີ່ມີຄຸນນະພາບສາກົນ ໃຫ້ແກ່ການພັດທະນາທັງຮ່າງກາຍ ແລະ ພູມປັນຍາຂອງເດັກນ້ອຍກຳປູເຈຍເວົ້າສະເພາະ ແລະ ປະຊາຊົນກຳປູເຈຍ ເວົ້າລວມ. Angkor Milk ພວມລົງທຶນສາຍຕ່ອງໂສ້ ເຄື່ອງອຸປະກອນຕື່ມອີກ ເພື່ອຍົກສະມັດຕະພາບການຜະລິດນ້ຳນົມປະເພດຕ່າງໆຂຶ້ນເຖິງ 90 ລ້ານລິດໃນແຕ່ລະປີ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການທີ່ນັບມື້ນັບຫຼາຍ ຂອງຕະຫຼາດກຳປູເຈຍ. ທ່ານ ດ່ວານກວັກແຄັງ ຜູ້ອຳນວຍການໃຫ່ຍ  ໂຮງງານຜະລິດນ້ຳນົມ Angkor Milk ໃຫ້ຮູ້ຕື່ມອີກວ່າ:

    ແຜນການພັດທະນາດຳເນີນທຸລະກິດຂອງພວກຂ້າພະເຈົ້າ ໃນໄລຍະຈະມາເຖິງ ແມ່ນຈະກາຍເປັນເຄື່ອງໝາຍການຄ້າຜະລິດນ້ຳນົມແຖວໜ້າຢູ່ຕະຫຼາດກຳປູເຈຍ. ພວກຂ້າພະເຈົ້າປາດຖະໜາວ່າ ຈະນຳເຄື່ອງໝາຍການຄ້າ Angkor Milk ກາຍເປັນຜະລິດຕະພັນທີ່ສະແດງໃຫ້ເຫັນນ້ຳໃຈມິດຕະພາບຫວຽດນາມ-ກຳປູເຈຍ, ແມ່ນຜະລິດຕະພັນສະຫງວນສະເພາະໃຫ້ແກ່ຊາວກຳປູເຈຍ.

  ການສ້າງຕັ້ງໂຮງງານຜະລິດນ້ຳນົມ Angkor Milk ໄດ້ຊ່ວຍກຳປູເຈຍ ເພີ່ມແຫຼ່ງນ້ຳນົມທີ່ຖືກຂາດເຂີນ, ຫລຸດຜ່ອນການນຳເຂົ້າ, ພ້ອມທັງສ້າງວຽກເຮັດງານທຳຕື່ມອີກໃຫ້ແກ່ຊາວທ້ອງຖິ່ນຕື່ມອີກ, ຈຳກັດການໄປເຮັດວຽກຢູ່ຕ່າງປະເທດຂອງປະຊາຊົນ. ທ່ານເລມິນດຽນ, ທູດການລົງທຶນ, ສະຖານທູດຫວຽດນາມ ປະຈຳກຳປູເຈຍ ໃຫ້ຮູ້ວ່າ:

      ນອກຈາກໝາກຜົນການດຳເນີນທຸລະກິດທີ່ດີ, ປະກອບສ່ວນເຂົ້າໃນງົບປະມານແຫ່ງລັດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນກຳປູເຈຍ ແລ້ວ, ສິ່ງທີໜ້າປະທັບໃຈທີ່ສຸດ ນັ້ນ ແມ່ນ Angkor Milk ໄດ່້ນຳມາຂະແໜງຜະລິດນ້ຳນົມ,  ໂຮງງານຜະລິດນ້ຳນົມແຫ່ງທຳອິດໃຫ້ແກ່ກຳປູເຈຍ ຊື່ງໄດ້ສ້າງພື້ນຖານໃຫ້ແກ່ການພັດທະນາຂອງຂະແໜງຜະລິດນ້ຳນົມໃນອະນາຄົດ. ນີ້ກໍ່ແມ່ນຄວາມຕ້ອງການທີ່ຈຳເປັນທີ່ສຸດໃຫ້ແກ່ເດັກນ້ອຍ ແລະ ປະຊາຊົນກຳປູເຈຍ.

   ໂດຍແມ່ນໂຮງງານຜະລິດນ້ຳນົມແຫ່ງທຳອິດ ແລະ ແຫ່ງດຽວຢູ່ກຳປູເຈຍ ໃນຈຸດເວລາປະຈຸບັນ, ດ້ວຍເຕັກໂນໂລຊີການຜະລິດບັນລຸມາດຕະຖານສາກົນນັ້ນ, ໂຮງງານຜະລິດນ້ຳນົມ Angkor Milk ຈະຫັນເປົ້າໝາຍສະໜອງບັນດາຜະລິດຕະພັນເຮັດຈາກນ້ຳນົມ ທີ່ໄດ້ຜະລິດຢູ່ປະເທດກຳປູເຈຍ ດ້ວຍຄຸນນະພາບດີ ຕາມມາດຕະຖານສາກົນ ພ້ອມດ້ວຍລາຄາທີ່ເໝາະສົມ ໃຫ້ແກ່ປະຊາຊົນກຳປູເຈຍ ປະກົດຜົນເປັນຈິງ. ຄຽງຄູ່ກັນນັ້ນ, ກໍ່ແມ່ນເພື່ອຕອບສະໜອງຄວາມຕ້ອງການ ທີ່ມີຫຼາຍຮູບຫຼາຍແບບຂອງຜູ້ບໍລິໂພກ, ການພັດທະນາຮ່າງກາຍ ແລະ ພູມປັນຍາຂອງຊາວກຳປູເຈຍ.

    


ຕອບກັບ

ຂ່າວ/ບົດ​ອື່ນ