(vovworld)- ແຕ່ລະປະເທດລ້ວນແຕ່ມີຮູບການສິລະປະດົນຕີ,ການຮ້ອງລຳທຳເພງ,ວາດຟ້ອນສະເພາະ ທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຕົນ ແລະ ສາມາດເຮັດໃຫ້ນັກທ່ອງທ່ຽວມາຈາກທຸກສາລະທິດເຂົ້າໃຈໄດ້ວັດທະນະທຳຂອງປະເທດນັ້ນ. ຖ້າຫາກຫວຽດນາມ ມີຕຸກກະຕານ້ຳ, ດົນຕີໃນພະລາດຊະວັງ, ໄທ ມີບົດລະຄອນຫນ້າກາກໂຂນ, ອິນໂດເນເຊຍ ມີວາດຟ້ອນ Saman, ສ່ວນກຳປູເຈຍ ແມ່ນວາດຟ້ອນນາງຟ້າ Apsara. ໃນລາຍການຊາຍຄາອາຊຽນພາກນີ້, ພວກເຮົາຂໍແນະນຳວາດຟ້ອນ Apsara.
ບັນດານາງສາວກຳປູເຈຍ ສະແດງວາດຟ້ອນApsara
ພາບ:cantho.vn
|
“ຂ້າພະເຈົ້າມີຄວາມປະທັບໃຈຕໍ່ວາດຟ້ອນ Apsara. ບັນດານັກຟ້ອນສະແດງທ່າຟ້ອນອັນຄ່ອງແຄ້ວ, ອ່ອນຊ້ອຍຄືດັ່ງບັນດານາງຟ້າພວມລະຫລິ້ນໃນສວນດອກກູລາບ, ກໍ່ແມ່ນບ່ອນທີ່ເຂົາເຈົ້າມີຄວາມງາມໃນສວນດອກກຸລາບນີ້ສ່ວນຫນຶ່ງ. ດ້ວຍບັນດາທ່າຟ້ອນອັນນີ້ນວມອ່ອນຫວານ ແລະ ລະອຽດລະອໍ ໄດ້ສະແດງໃຫ້ເຫັນຈຸດທີ່ເປັນເອກະລັກສະເພາະຂອງສິລະປະຟ້ອນApsara ບໍ່ຄືບັນດາວາດຟ້ອນໃດໃນໂລກ.”
“ບັນດານັກສິລະປິນສະແດງວາດຟ້ອນອ່ອນຊ້ອຍທີ່ສຸດ, ໃບຫນ້າຍີ້ມແຍ້ມແຈ່ມໃສ ຄືດັ່ງດອກໄມ້, ຮູບຊົງສວຍງາມ, ພິເສດ, ຊຸດອາພອນທີ່ເຂົາເຈົ້ານຸ່ງ ກໍ່ສ້າງຄວາມປະທັບໃຈທີ່ສຸດ.”
ບົນເວທີສະແດງ Chatomuk ຢູ່ ນະຄອນຫລວງ ພະນົມເປັນ, ໃນທ່າມກາງສຽງດົນຕີຂອງວົງດົນຕີ “Pinpeat - ຊື່ງແມ່ນວົງດົນຕີພື້ນເມືອງຂອງຊາວ ຂະແມ”, ບັນດາ ນາງສາວນັກຟ້ອນ Apsara ນຸ່ງຊຸດອາພອນທີ່ສວຍງາມພວມຍ່າງອອກມາ ຈາກສອງຂ້າງຂອງເວທີສະແດງ. ດ້ວຍທ່າຟ້ອນອ່ອນຊ້ອຍ, ຮູບຊົງງາມພ້ອມກັບໃບຫນ້າຍີ່ມແຍ້ມແຈ່ມໃສ, ບັນດາ ນັກຟ້ອນຍິງ Apsara ໄດ້ເຮັດໃຫ້ຜູ້ຊົມມີຄວາມຮູ້ສຶກວ່າ ບັນດານາງຟ້າມີມາກ່ອນນີ້ນັບພັນປີພວມປະກົດຕົວ ແລະ ສວມເປັນນັກຟ້ອນທີ່ພວມສະແດງວາດຟ້ອນທີ່ດຶງດູດໃຈ. ເມື່ອສະແດງວາດຟ້ອນ Apsara, ບັນດານັກຟ້ອນນຸ່ງຊຸດອາພອນທີ່ເປັນມູນເຊື້ອ, ໃສ່ໝວກເປັນຮູບທາດສີເຫລືອງມີຫລາຍຊັ້ນທີ່ໄດ້ຮັບການປະດັບປະດາຢ່າງລະອຽດລະອໍ.
ຕາມເລື່ອງລາວສືບມາແຕ່ບູຮານນະການຂອງ ສາສະຫນາຮີນດູແລ້ວ, ວາດຟ້ອນ Apsara ໂດຍແມ່ນບັນດານາງຟ້າ Apsara ສະແດງເພື່ອຮັບໃຊ້ບັນດາເຈົ້ນຖີ່ນເຈົ້າຖານ. ເມື່ອຊົມບັນດາວາດຟ້ອນນີ້ທ່ານຈະເຫັນວ່າ ທ່າຟ້ອນແມ່ນຊ້າແຕ່ອ່ອນຊ້ອຍ, ມີຄວາມສະເຫນ່ ເຮັດໃຫ້ຜູ້ຊົມປະທັບໃຈທີ່ສຸດ. ຕາມເລື່ອງລາວສືບມາແຕ່ບູຮານ ອື່ນ, ບັນດານາງເທວະດາ Apsara ແມ່ນບັນດານາງ ເທວະດາເມກ ແລະ ເທວະດານ້ຳ. ບັນດານາງຟ້າພວມຢອກກັນ, ຮ້ອງລຳທຳເພງ, ເຮັດໃຫ້ຕົ້ນໄມ້ໃບຫຍ້າຂຽວສົດງົດງາມ, ສັດສາວາສິ່ງອອກແມ່ແຜ່ລູກ.ສະນັ້ນ ປະຊາຊົນຈຶ່ງເຊີດຊູ ນາງຟ້າ Apsara ແມ່ນນາງເທວະດາວັດທະນາຖາວອນ. ອ້າຍ Kimsoeurn, ຄູສອນໂຮງຮຽນສີລະປະ ອາຊີວະຊັ້ນກາງ ກຳປູເຈຍ ໃຫ້ຮູ້ວ່າ:
“ຕ່າງກັນກັບບັນດາວາດຟ້ອນພື້ນເມືອງຢູ່ປະເທດອື່ນ, ວາດຟ້ອນ Apsara ຮຽກຮ້ອງໃຫ້ນັກຟ້ອນຕ້ອງສະແດງທ່າຟ້ອນຊ້າແຕ່ມີຄວາມນີ້ມນວນຄືດັ່ງແຜ່ນແພໄຫມ. ສະນັັ້ນ ຈຶ່ງສະແດງໃຫ້ເຫັນໄດ້ຄວາມງາມ, ຄວາມປະທັບໃຈຂອງວາດຟ້ອນໄດ້. ຟ້ອນໄວແມ່ນງ່າຍ ແຕ່ຟ້ອນຊັກຊ້າແມ່ນຍາກທີ່ສຸດ.”
ຫ່າງຈາກໂຮງລະຄອນ Chatomuk ປະມານ 3 ກິໂລແມັດ, ບັນດານັກຮຽນຟ້ອນ ໃນຊຸດຮຽນຟ້ອນ Apsara ຢູ່ໂຮງຮຽນສິລະປະຊັ້ນກາງ ກຳປູເຈຍ ພວມຝືກແອບທ່າຟ້ອນທີ່ອ່ອນຊ້ອຍ. ເຖິງວ່າ ນ້ຳເຫື່ອໄຫລລົງແກ້ມຍ້ອນຄວາມອິດເມື່ອຍໃນການຟ້ອນກໍຕາມ ແຕ່ໃບຫນ້າຜູ້ໃດກໍຍີ່ມແຍ້ມແຈ່ມໃສ. ມາຮອດປະຈຸບັນ, ວາດຟ້ອນ Apsaraໄດ້ຮັບຖືວ່າ ແມ່ນຊັບສົມບັດ, ຈິດວີນຍານແຫ່ງຊາດ ຂອງ ກຳປູເຈຍ ແລະ ໄດ້ຮັບການຮັບຮອງຈາກ UNESSCO ວ່າແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງໂລກ. ແຕ່ລະປີ, ໂດຍໄດ້ຮັບການອຸປະຖຳຈາກ ລາດຊະວົງ, ບັນດານັກສິລະປິນ Apsara ໄດ້ໄປສະແດງຢູ່ຫລາຍແຫ່ງ ແລະ ຄັດເລືອກບັນດານ້ອງນ້ອຍ, ພິເສດ ແມ່ນເດັກກຳພ້າ ຫລື ຜູ້ທຸກຍາກມາເຂົ້າຮ່ວມຊຸດຮຽນຟ້ອນ Apsara. ປະຈຸບັນ, ນອກຈາກຮັບໃຊ້ໃນພະລາດຊະວັງ, ມີນັກຟ້ອນ Apsara ປະມານ 300 ຄົນ ຍັງໄປສະແດງຢູ່ໂຮງລະຄອນ Chatomuk ແລະ ບັນດາສູນວັດທະນະທຳ. ທ່ານນາງ Vy Ratana, ພະນັກງານກົມສິລະປະ ກຳປູເຈຍ ໃຫ້ຮູ້ວ່າ:
“ໃນສະໄຫມ Pol pot ມີຄຸນຄ່າດ້ານວັດທະນະທຳຫລາຍຢ່າງຂອງກຳປູເຈຍ ຖືກທຳລາຍເກືອບທັງໝົດ, ໃນນັ້ນ ມີວາດຟ້ອນ Apsara. ແລະ ມາຮອດປະຈຸບັນ ພວກຂ້າພະເຈົ້າຢາກຟື້ນຟູບັນດາວາດຟ້ອນດັ່ງກ່າວເພື່ອນຳໄປສະແດງຢູ່ຫລາຍປະເທດໃນໂລກຄື: ຝລັ່ງ, ເຢຍລະມັນ… ຢູ່ບ່ອນໃດມີຊາວຂະແມ ຢູ່ບ່ອນນັ້ນຈະສະແດງວາດຟ້ອນ Apsara ເພື່ອໃຫ້ທຸກຄົນບໍ່ຫລົງລືມວາດຟ້ອນພື້ນເມືອງຂອງຊາດ.”
ນ້ອງນ້ອຍຢູ່ກຳປູເຈຍສ່ວນຫລາຍຮູ້ຈັກຟ້ອນApsara
ພາບ:ອິນເຕີແນັດ
|
ສຳລັບ ກຳປູເຈຍ, Apsara ແມ່ນ ຈິດວິນຍານ ແລະ ແມ່ນຊັບສົມບັດຂອງປະເທດຊາດ ພ້ອມກັບ ກຸ່ມວັດ ອັງກໍ ປະຫວັດສາດ. ຖ້າຫາກກ່ອນນີ້ ວາດຟ້ອນ Apsara ພຽງແຕ່ຮັບໃຊ້ໃນພະລາດຊະວັງ ຫລື ສະແດງໃຫ້ເຈົ້າຂຸນມຸນນາຍໃນພະລາດຊະວັງ ຮັບຊົມ, ປະຈຸບັນ ເມື່ອຂະແຫນງທ່ອງທ່ຽວ ກຳປູເຈຍ ພັດທະນາ, ວາດຟ້ອນ Apsara ໄດ້ນຳສະແດງຢ່າງກວ້າງຂວາງ. ວາດຟ້ອນ Apsara ກາຍເປັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ກຳປູເຈຍ ສະນັ້ນ ບໍ່ວ່ານັກທ່ອງທ່ຽວຜູ້ໃດເມື່ອມາຢ້ຽມຢາມ ກຳປູເຈຍ ກໍລ້ວນແຕ່ສະຫງວນເວລາໄປຊົມລາຍການຟ້ອນ Apsara.