(vovworld)- ແຜນການສ້າງລະບົບລົດໄຟລາງດຽວ(Monorail) ຢູ່ນະຄອນຫລວງ ຢາກາກຕາ ປະເທດ ອິນໂດເນເຊຍ ເລີ່ມຕົ້ນໄດ້ຮັບການຜັນຂະຫຍາຍພາຍຫລັງ 5 ປີ ຖືກໂຈະໄວ້ ຍ້ອນຄວາມຫຍຸ້ງຍາກດ້ານການເງິນ. ໄລຍະ 1 ຂອງລະບົບ Monorail ດັ່ງກ່າວຄາດວ່າຈະນຳເຂົ້າເຄື່ອນໄຫວໃນປີ 2016. ອຳນາດການປົກຄອງນະຄອນ ປາດຖະຫນາວ່າ ບໍລິການຄົມມະນາຄົມສາທາລະນະລັດນີ້ຈະເຮັດໃຫ້ສະພາບລົດຕິດຢູ່ນະຄອນຫລວງ ຢາກາກຕາປະຈຸບັນ ຫລຸດລົງ.
ສະພາບລົດຕິດຢູ່ ອິນໂດເນເຊຍ
ພາບ:internet
|
ລະບົບ Monorail ຢູ່ ຢາກາກຕາ ແມ່ນສ່ວນຫນຶ່ງໃນໂຄງການກໍ່ສ້າງລະບົບຄົມມະນາຄົມສາທາລະນະມີຄວາມໄວສູງ(Mass Rapid Transit- MRT). ໂດຍມີການເຂົ້າຮ່ວມຂອງບັນດາບໍລິສັດຍີ່ປຸ່ນ, ຈີນ ແລະ ອິນໂດເນເຊຍ, ໂຄງການລວມມູນຄ່າ 800 ລ້ານ USD ດັ່ງກ່າວຈະກໍ່ສ້າງລະບົບລາງລົດໄຟມີຄວາມຍາວ 108,7 ກິໂລແມັດ ພ້ອມກັບບັນດາພື້ນຖານໂຄງລ່າງຄື: ສະຖານີລົດໄຟ, ບ່ອນຈອດ…. ລະບົບລາງລົດໄຟນີ້ຈະໄດ້ຮັບການກໍ່ສ້າງຕາມສອງວິທີການຄື: ລົດໄຟໃຕ້ດິນ(Subway) ແລະ ລົດໄຟລອຍຟ້າ(Skytrain) ເຊື່ອມຕໍ່ລະຫວ່າງເຂດເຫນືອ- ໃຕ້ນະຄອນຫລວງ ຢາກາກຕາ. ຕາມແຜນການແລ້ວ, ໂຄງການດັ່ງກ່າວໄດ້ຮັບການປະຕິບັດຕາມ 3 ໄລຍະ. ໄລຍະ 1 ຈະໄດ້ຮັບການລົງມືກໍ່ສ້າງໃນທ້າຍປີນີ້. ໃນໄລຍະນີ້, ລະບົບລາງລົດໄຟໄດ້ຮັບການກໍ່ສ້າງຜ່ານສະຖານີລົດໄຟລອຍຟ້າ 7 ແຫ່ງ ແລະ ໃຕ້ດິນ 6 ແຫ່ງ ຈາກທາງທິດໃຕ້ ຢາກາກຕາ ເຖິງເຂດໃຈກາງນະຄອນຫລວງ ແລະ ຈະນຳເຂົ້າເຄື່ອນໄຫວໃນປີ 2016. ດ້ວຍລະດັບຄວາມໄວປະມານ 50 ກິໂລແມັດ/ຊົ່ວໂມງ, ລົດໄຟ Monorail ສາມາດຂົນສົ່ງຜູ້ໂດຍສານປະມານ 800.000 ເທື່ອຄົນ/ມື້. ໃນໄລຍະ 2 ແລະ 3, ລະບົບດັ່ງກ່າວຈະສືບຕໍ່ໄດ້ຮັບການກໍ່ສ້າງເພື່ອເຊື່ອມຕໍ່ເຂດໃຈກາງເຂດທິດເຫນືອນະຄອນຫລວງ ຢາກາກຕາ ແລະ ຄາດວ່າຈະກໍ່ສ້າງສຳເລັດໃນປີ 2020. ທ່ານນາງ Danang Parikesit, ຜູ້ອຳນວຍການຮັບຜິດຊອບບັນຫາຄົມມະນາຄົມສາທາລະນະ ອິນໂດເນເຊຍ ຂຶ້ນກັບກະຊວງຄົມມະນາຄົມ ອິນໂດເນເຊຍ ປາດຖະຫນາວ່າ: ຖ້າມີ ລະບົບຄົມມະນາຄົມສາທາລະນະ ດີ ຈະດຶງດູດຄວາມສົນໃຈນຳໃຊ້ຂອງປະຊາຊົນ.
“ປະຈຸບັນ ສະພາບນຳໃຊ້ບໍລິການຄົມມະນາຄົມສາທາລະນະຢູ່ ຢາກາກຕາ ເວົ້າສະເພາະ ແລະ ອິນໂດເນເຊຍ ເວົ້າລວມ ນັບມື້ນັບຫລຸດຜ່ອນເມື່ອທຽບໃສ່ຊຸມປີກ່ອນນີ້. ສະນັ້ນ ພວກຂ້າພະເຈົ້າຕ້ອງປຸກລຸກຄວາມຊີນເຄີຍນຳໃຊ້ບັນດາພາຫະນະ ຄົມມະນາຄົມສາທາລະນະຂອງປະຊາຊົນ. ວິທີຫນຶ່ງດຽວເພ່ືອປະຕິບັດສິ່ງດ່ັງກ່າວແມ່ນໂຮມທຸກພາຫະນະຄົມມະນາຄົມສາທາລະນະກາຍເປັນລະບົບດຽວເປັນຢ່າງດີ, ສາມາດແກ້ງແຍ້ງ ແທນໃຫ້ລົດໂອໂຕ ແລະ ລົດຈັກ. Monorail ແມ່ນການເລືອກເຟັ້ນດີສຸດເພື່ອປະຕິບັດສິ່ງດັ່ງກ່າວ.”
ຕາມການສະຖິຕິ, ໃນຈຳນວນພົນລະເມືອງ 11 ລ້ານຄົນທີ່ເຂົ້າຮ່ວມຄົມມະນາຄົມຢູ່ ຢາກາກຕາ, ມີເຖິງ 56% ນຳໃຊ້ບໍລິການຄົມມະນາຄົມສາທາລະນະ. ໃນຂະນະນັ້ນ ພາຫະນະຄົມມະນາຄົມຕົ້ນຕໍ່ຢູ່ ຢາກາກຕາ ແມ່ນລົດເມ ປະຈຸບັນ ພວມລ້າຫລັງ ແລະ ບໍ່ຕອບສະຫນອງຄວາມຕ້ອງການໄປມາຂອງປະຊາຊົນໄດ້. ສະນັ້ນ ລົດໄຟ ຈະກາຍເປັນມາດຕະການຫນຶ່ງທີ່ມີປະສິດທິຜົນເພື່ອແກ້ໄຂສະພາບການນີ້. ຊາວ ອິນໂດເນເຊຍ ຜູ້ຫນຶ່ງເວົ້າວ່າ:
“ເລື່ອງຜັນຂະຫຍາຍການກໍ່ສ້າງ MRT ຈະປະກອບສ່ວນແກ້ໄຂສະພາບລົດຕິດຢູ່ ຢາກາກຕາ ຢ່າງວ່ອງໄວ. ເພາະວ່າ ຍ້ອນສະພາບລົດຕິດຢູ່ຢາກາກຕາຄືປະຈຸບັນ ຖ້າພວກເຮົາບໍ່ຊອກໄດ້ວິທີແກ້ໄຂຢ່າງວ່ອງໄວ, ພວກຂ້າພະເຈົ້າຄິດວ່າ ລະບົບຄົມມະນາຄົມຢູ່ ຢາກາກຕາ ຈະບໍ່ຕອບສະຫນອງຄວາມຕ້ອງການໄປມາໄດ້. ສະນັ້ນ ພວກຂ້າພະເຈົ້າສະຫນັບສະຫນູນການຜັນຂະຫຍາຍກໍ່ສ້າງ MRT”.
ມີບັນຫາຫນຶ່ງທີ່ດຶງດູດຄວາມສົນໃຈຂອງປະຊາຊົນເປັນຈຳນວນຫລວງຫລາຍ ນັ້ນແມ່ນ ລາຄາປີ້ລົດໄຟ. ຕາມທ່ານ Zemangindaas, ລັດຖະມົນຕີກະຊວງຄົມມະນາຄົມ ອິນໂດເນເຊຍ ແລ້ວ, ລັດຖະບານ ອິນໂດເນເຊຍ ແລະ ອຳນາດການປົກຄອງ ຢາກາກຕາ ຈະຫນູນຊ່ວຍລາຍຈ່າຍເພື່ອສາມາດຫລຸດຜ່ອນລາຄາປີ້ເພື່ອໃຫ້ປະຊາຊົນນຳໃຊ້ການບໍລິການຄົມມະນາຄົມໃຫມ່ ແລະ ມີຄວາມສະດວກນີ້. ຄາດວ່າ ລາຄາປີ້ລົດໄຟ ຈາກ 1- 1,5 USD /ໄລຍະທາງຈະສາມາດກະຕຸກຊຸກຍູ້ປະຊາຊົນນຳໃຂ້ພາຫະນະຄົມມະນາຄົມສາທາລະນະນີ້. ຫວັງວ່າ ລະບົບ Monorail ຈະກາຍເປັນພາຫະນະຄົມມະນາຄົມສາທາລະນະຕົ້ນຕໍຢູ່ ຢາກາກຕາ.
ເລື່ອງກໍ່ສ້າງລະບົບລົດໄຟ Monorail ຢຸ່ ຢາກາຕາ ບໍ່ພຽງແຕ່ມຸ່ງໄປເຖິງການຫລຸດຜ່ອນສະພາບລົດຕິດ ແລະ ເພີ່ມທະວີຄຸນນະພາບບໍລິການຄົມມະນາຄົມສາທາລະນະເທົ່ານັ້ນ ຫາກຍັງປະກອບສ່ວນຍົກສູງຄຸນນະພາບຊີວິດຂອງປະຊາຊົນນະຄອນຫລວງຢາກາກຕາອີກດ້ວຍ.