“Umah Indo” – ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ອິນ​ໂດ​ເນ​ເຊຍຢູ່​ຫວຽດ​ນາມ

(VOVWORLD) -ກ່ອນນີ້ 3 ປີ, ຊາວນະຄອນຫຼວງຮ່າໂນ້ຍ ບໍ່ທັນໄດ້ຮູ້ຈັກກັບຊື່ທີ່ວ່າ “Umah Indo” ແຕ່ປະຈຸບັນ, ກໍ່ມີຫຼາຍຄົນຮູ້ຈັກເຖິງສະຖານທີ່ແຫ່ງນີ້ ແລະ ຖືວ່າ ນີ້ແມ່ນຈຸດນັດພົບທີ່ລື້ງເຄີຍ ຖ້າຢາກຊອກຮູ້ກ່ຽວກັບວັດທະນະທຳ ອິນໂດເນເຊຍ ຫລື ຢາກຊິມລົດຊາດກາເຟ ແລະ ຮັບປະທານ “mi goreng”- ໝີ່ຂົ້ວທີ່ມີຊື່ສຽງຂອງປະເທດ ອິນໂດເນເຊຍ.
“Umah Indo” – ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ອິນ​ໂດ​ເນ​ເຊຍຢູ່​ຫວຽດ​ນາມ - ảnh 1

ຮ້ານກິນດີ່ມ Umah Indo

     “Umah Indo”   ພາສາ ອິນໂດເນເຊຍ ໝາຍຄວາມວ່າ “ເຮືອນແຫ່ງປະເທດ ອິນໂດເນເຊຍ”. “Umah Indo”  ຕັ້ງຢູ່ເຮືອນເລກທີ 40B ຖະໜົນ ເຈິ່ນຮຶງດ້າວ, ເມືອງຮ່ວານກຽມ ຂຶ້ນກັບຂອບເຂດສະຖານທູດ ອິນໂດເນເຊຍ ປະຈຳຮ່າໂນ້ຍ ຊື່ງມີເນື້ອທີ່ປະມານ 80 ກ່ວາ m2. ໃນແຕ່ລະວັນ, ເຂດພາຍໃນ ແລະ ນອກຂອງ “Umah Indo” ລ້ວນແຕ່ໄດ້ນຳໃຊ້ເພື່ອຮັບໃຊ້ໃຫ້ແກ່ການກິນດື່ມ. ນອກຈາກນັ້ນແລ້ວ, ເຂດຢູ່ພາຍໃນແມ່ນເຂດວາງສະແດງ, ແນະນຳບັນດາຮູບພາບ ແລະ ເອກະສານກ່ຽວກັບປະເທດ ອິນໂດເນເຊຍ. ນີ້ກໍ່ແມ່ນສະຖານທີ່ສອນພາສາ ອິນໂດເນເຊຍ, ຈັດບັນດາເຫດການແລກປ່ຽນວັດທະນະທຳ ແລະ ອື່ນໆ… ທ່ານນາງ Yully, ພະນັກງານຮັບຜິດຊອບວຽກງານສື່ມວນຊົນຂອງສະຖານທູດ ອິນໂດເນເຊຍ ໃຫ້ຮູ້ວ່າ:

  Umah Indo ໄດ້ເປີດສະຫຼອງເມື່ອເດືອນຕຸລາ ປີ 2017 ຊື່ງມີຈຸດປະສົງຊ່ວຍຊາວນະຄອນຫຼວງຮ່າໂນ້ຍ ສາມາດຮູ້ຈັກເຖິງປະເທດ ອິນໂດເນເຊຍ, ຈາກດ້ານວັດທະນະທຳ, ສິລະປະ, ອາຫານການກິນ, ການທ່ອງທ່ຽວ…ຕະຫຼອດຮອດເສດຖະກິດ, ການຄ້າ, ຜ່ານບັນດາການເຄື່ອນໄຫວໂຄສະນາໂດຍສະຖານທູດ ອິນໂດເນເຊຍ ປະຈຳຮ່າໂນ້ຍ ຈັດຂຶ້ນ.

“Umah Indo” – ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ອິນ​ໂດ​ເນ​ເຊຍຢູ່​ຫວຽດ​ນາມ - ảnh 2

ການຮຽນແຕ້ມ batik  ຢູ່ Umah Indo

 ແຕ່ລະເດືອນ, ສະຖານທູດ ອິນໂດເນເຊຍ ໄດ້ຈັດການເຄື່ອນໄຫວໂຄສະນາວັດທະນະທຳຢ່າງໜ້ອຍສຸດແມ່ນແຕ່ 1-2 ເທື່ອຄື: ແນະນຳອາຫານການກິນ ອິນໂດເນເຊຍ, ການຮຽນເຮັດ batik, ຮຽນວາດຟ້ອນທີ່ເປັນມູເຊື້ອຂອງ ອິນໂດເນເຊຍ, ຮຽນຕີພິມດິດ Angklung …. ຫຼືການແນະນຳເສດຖະກິດ, ການຄ້າ, ການທ່ອງທ່ຽວຂອງ ອິນໂດເນເຊຍ….ເຂົ້າຮ່ວມບັນດາການເຫດການດັ່ງກ່າວ ແມ່ນບັນດາເພື່ອນນັກຮຽນ ນັກສຶກສາ, ຊາວນະຄອນຫຼວງຮ່າໂນ້ຍ ທີ່ນິຍົມ ແລະ ຢາກຊອກຮູ້ວັດທະນະທຳປະເທດໝື່ນເກາະນີ້. ເພື່ອນ ບຸ່ຍຢ້ຽວລິນ ຢູ່ຮ່ວາງມາຍ ຮ່າໂນ້ຍ ແບ່ງປັນວ່າ:

  ນ້ອງເຫັນວ່າສະຖານທູດ ອິນໂດເນເຊຍ ໄດ້ຈັດບັນດາການເຄື່ອນໄຫວທີ່ມີປະໂຫຍດຫຼາຍ. ນ້ອງຮຽນຮູ້ໄດ້ຫຼາຍຢ່າງກ່ຽວກັບດ້ານວັດທະນະທຳ ກໍ່ຄືພາສາ ອິນໂດເນເຊຍ. ບັນດາພະນັກງານຢູ່ທີ່ນີ້ ກໍ່ມີຄວາມສະໜິດສະໜົມທີ່ສຸດ, ອາຈານກໍ່ແມ່ນຄົນມັກມ່ວນ. ນ້ອງມີຄວາມພາກພູມໃຈທີ່ສຸດ ແລະ ຂໍຂອບອົກຂອໃຈສະຖານທູດ ອິນໂດເນເຊຍ ທີ່ມີບັນດາການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດຢູ່ Umah Indo ແຫ່ງນີ້.

ສຳລັບຜູ້ທີ່ນິຍົມພາສາ ອິນໂດເນເຊຍ ແລ້ວ, “Umah Indo” ແມ່ນສະຖານທີ່ດຶງດູດໃຈທີ່ສຸດ, ບັນດານັກຮຽນໄດ້ຮຽນພາສາ ອິນໂດເນເຊຍ ຈາກຊາວປະຈຳຖິ່ນໂດຍບໍ່ຕ້ອງເສຍ ເງິນ/ຄ່າ. ມາຮອດປະຈຸບັນ,  ມີ 4 ຊຸດຮຽນພາສາ ອິນໂດເນເຊຍ ຖືກຈັດຂຶ້ນຢູ່ “Umah Indo” ແລ້ວ,  ຊື່ງໄດ້ດຶງດູດການເຂົ້າຮ່ວມຂອງນັກຮຽນນັບຮ້ອຍຄົນ.

ດ້ວຍ ຈຸດໝາຍນຳວັດທະນະທຳ, ອາຫານການກິນ ອິນໂດເນເຊຍ ມາໃກ້ກັບຊາວນະຄອນຫຼວງ, ສະຖານທູດ ອິນໂດເນເຊຍ ຍັງສົມທົບຮູບແບບຮ້ານກາເຟ ແລະ ສູນໂຄສະນາວັດທະນະທຳ ອິນໂດເນເຊຍ ອີກດ້ວຍ. ຢູ່ “Umah Indo”, ແຕ່ລະມື້ ກໍ່ໄດ້ຕ້ອນຮັບແຂກນັບຮອ້ຍຄົນ.

 ຂ້າພະເຈົ້າໄດ້ຮັບການແນະນຳມາແຫ່ງນີ້, ບໍລິສັດຂອງຂ້າພະເຈົ້າກໍ່ຢູ່ມໍ່ໆນີ້ ສະນັ້ນຈຶ່ງມານີ້ເປັນປະຈຳ. ຮ້ານກາເຟນີ້ເຢັນສະບາຍ, ພາລະກອນ, ພະນັກງານກໍ່ຍິ້ມແຍ້ມແຈ່ມໃສ, ກາເຟກໍ່ແຊບ, ຍິ່ງໄປກ່ວານັ້ນ, ຂ້າພະເຈົ້າເຫັນວ່າຢູ່ ນີ້ມີບາງການເຄື່ອນໄຫວດີໆ ຄື: ຫ້ອງຮຽນແຕ່ງກິນ, ຮຽນຟ້ອນ…

ຂ້າພະເຈົ້າມັກໜີ່ຂົ້ວຂອງອິນໂດເນເຊຍ, ລາຄາກໍ່ຖືກເມື່ອທຽບກັບຮ້ານອື່ນໆ. ໜີ່ຈານ 1 ແລະ ໄຂ່ 2 ໜ່ວຍ ມີພຽງແຕ່ 20.000 ດົ່ງເທົ່ານັ້ນ ແຕ່ອາຫານບໍ່ມີຫຼາຍເຍື່ອງປານໃດ, ຫວັງວ່າໃນໄລຍະຈະມາເຖິງ ຈະມີອາຫານອິນໂດເນເຊຍ ຫຼາຍເຍື່ອງໄດ້ຂາຍຢູ່ທີ່ນີ້.

    ທ່ານນາງ Yully, ພະນັກງານຮັບຜິດຊອບວຽກງານສື່ມວນຊົນຂອງສະຖານທູດ ອິນໂດເນເຊຍ ແບ່ງປັນວ່າ: “ພວກຂ້າພະເຈົ້າຍາມໃດກໍ່ມານະພະຍາຍາມເຮັດຈົນສຸດຄວາມສາມາດ ເພື່ອເສີມຂະຫຍາຍບົດບາດໂຄສະນາວັດທະນະທຳ ອິນໂດເນເຊຍ ຢູ່ຫວຽດນາມ, ນຳວັດທະນະທຳ ແລະ ຊາວ ອິນໂດເນເຊຍ ມາໃກ້ກັບຊາວນະຄອນຫຼວງຮ່າໂນ້ຍ ກ່ວາອີກ. “Umah Indo”  ຍາມໃດກໍ່ຍິນດີຕ້ອນຮັບທຸກຄົນທີ່ມາ “ອິນໂດເນເຊຍ ຈຳລອງຂະໜາດນ້ອຍ” ພາຍໃນນະຄອນຫຼວງຮ່າໂນ້ຍ ນີ້.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ