ນຳສິລະປະມາໃກ້ຊິດກັບມວນຊົນ

   (vovworld)-  ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ຜູ້​ຊົມໃນ​ທຸກ​ເກນ​ອາຍຸ​ຢູ່​ນະຄອນ​ໂຮ່ຈິ​ມິນ ມີ​ຄວາມ​ນິຍົມຊົມ​ຊອບການສະ​ແດງລະຄອນຢູ່​ຮ້ານ​ກາ​ເຟ. ຢູ່​ທີ່​ນີ້, ນອກຈາກ​ໄດ້​ຊິມ​ລົດ​ຊາດ​ກາ​ເຟ​ແລ້ວ, ຜູ້​ຊົມ​ສາມາດ​ມີ​ໂອກາດ​​ໄດ້​ພົບກັບ​ນັກສະ​ແດງ​ທີ່​ຕົນ​ນິຍົມ, ​ເຈືອ​ຈານ​ເຂົ້າກັບ​ຄວາມ​ຮູ້ສຶກ​ຂອງ​ຕົວ​ລະຄອນ​ອີກ​ດ້ວຍ. ຍ້ອນ​ການ​ສະໜິດ​ຕິດ​ພັນ​ນັ້ນ​ໄດ້​ສ້າງ​ໃຫ້​ມີ​ຈຸດ​ພິເສດ​ຂອງ​ຮ້ານ​ກາ​ເຟ-ສະ​​ແດງ​ລະຄອນ.  

    ນຳສິລະປະມາໃກ້ຊິດກັບມວນຊົນ - ảnh 1
(ພາບ: tuoi tre)

​   ໃນ​ຕອນ​ຄ່ຳ​ຂອງ​ວັນ​ຈັນ, ອັງ​ຄານ ​ແລະ ວັນພະຫັດ​ຂອງທຸກໆ​ສັບປະດາ, ຮ້ານ​ກາ​ຟາ-​ສະ​ແດງ​ລະຄອນ Yumi ຢູ່​ເຮືອນ​ເລກທີ 208 ຮ່ວາ​ຮຶງ, ​ເມືອງ 10, ນະຄອນ​ໂຮ່ຈິ​ມິນ ລ້ວນ​ແຕ່​ມີ​ຄວາມ​ຟົດ​ຟື້ນ. ​ແຂກ​ມາ​ແຫ່ງ​ນີ້​ສ່ວນ​ຫຼາຍ​ແມ່ນ​​ໄວ​ໜຸ່ມ, ມັກ​ດື່ມ​ກາ​ເຟ ​ແລະ ນິຍົມ​ຊົມ​ຊອບລະຄອນ. ນາງ​ເຈິ່ນທູ​ຮົ່ງ, ຢູ່​ຕາ​ແສງ 6, ​ເມືອງ 11 ​ແບ່ງປັນ​ວ່າ:

  “ຂ້ອຍ ​ແລະ ​ເພື່ອນ​ມິດ​ຂອງ​ຕົນ​ໄດ້​ມາ​ນີ້​ດື່ມກາ​ເຟ, ທັງ​ດື່ມ, ທັງ​ໂອ້​ລົມ​ກັນ ​ແລະ ​ເຫັນ​ວ່າ, ບົດ​ລະຄອນ​ຕ່າງ​ໆສະ​ແດງ​ຢູ່​ທີ່​ນີ້​ມ່ວນ​ຫຼາຍ, ລາຄາ​ກໍ່​ເໝາະ​ສົມ, ສະນັ້ນກໍ່​ມັກ​ແວ່​ຮ້ານ​ນີ້

 ນຳສິລະປະມາໃກ້ຊິດກັບມວນຊົນ - ảnh 2

(ພາບ: sggp.org.vn)

    ບໍ່​ພຽງ​ແຕ່ຢູ່​ຮ້ານກາ​ຟາ-​ສະ​ແດງ​ລະຄອນ Yumi ​ເທົ່າ​ນັ້ນ, ປະຈຸ​ບັນ, ຢູ່​ນະຄອນ​ໂຮ່ຈິ​ມິນ ຮູບ​ແບບຮ້ານກາ​ຟາ-​ສະ​ແດງ​ລະຄອນໄດ້​ເປີດຫຼາຍ​ພໍ​ສົມຄວນ. ​ໃນ​ຮ້ານ​ກາ​ເຟ, ມີ​ເວທີ​ສະ​ແດງ​ນ້ອຍ​ໄດ້​ຮັບ​ການ​ອອກ​ແບບລຽບ​ງ່າຍ, ​ເວທີ​ສະ​ແດງ​ຂອງ​ນັກສະ​ແດງ​ຄັບ​ແຄບ​ພໍ​ສົມຄວນ, ບາງ​ເທື່ອ​ນັກສະ​ແດງ​ຕ້ອງ​ສະ​ແດງ​ຢູ່​ບ່ອນ​ນັ່ງ​ຂອງ​ຜູ້​ຊົມ​ເລີຍ, ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ສະໜິດຕິດ​ພັນ​ລະຫວ່າງ​ຜູ້​ຊົມ ​ແລະ ນັກສະ​ແດງ. ນາງ​ຫງຽວນທີ​ທູ​ຈາງ, ຢູ່​ເມືອງ 5 ​ໃຫ້​ຮູ້​ວ່າ:

  “​ເມື່ອ​ຊົມ​ການສະ​ແດງ​ລະຄອນ​ຢູ່​ນີ້, ຂ້ອຍມີ​ຄວາມ​ຮູ້ສຶກ​ວ່າ ​ມີ​ຄວາມ​ອົບ​ອຸ່ນ​ລະຫວ່າງຜູ້​ຊົມ​ ​ແລະ​ ນັກສະ​ແດງ​.. ຂ້ອຍ​ມີ​ຄວາມ​ຮູ້ສຶກ​ເໝືອນ​ກັບ​ຄວາມ​ຮູ້ສຶກ​ຂອງ​ນັກສະ​ແດງ​ໃນ​ບົດ​ລະຄອນນັ້ນ

   ​ການ​ດຳ​ເນີນ​ທຸລະ​ກິດ​ຕາມ​ຮູບ​ແບບ​ສະ​ແດງ​ລະຄອນ​ຮັບ​ໃຊ້​ຜູ້​ຊົມ​ດື່ມ​ກາ​ເຟນັ້ນ​ແມ່ນ​ສິ່ງ​ທີ່​ບໍ່​ງ່າຍດາຍ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ດ້ວຍ​ຄວາມ​ເມົາ​ມົວ ​ແລະ ຄວາມ​ນິຍົມ​ຊົມ​ຊອບລະຄອນ, ​ເຈົ້າຂອງ​ບັນດາ​ຮ້ານກາ​ຟາ-​ສະ​ແດງ​ລະຄອນພວມ​ພະຍາຍາມ​ຮັກສາ ​ແລະ ພັດທະນາ​ຮູບ​ແບບ​ນີ້. ນາງ​ຫງວຽນທຽນ​ກີ​ມ, ​ເຈົ້າຂອງຮ້ານກາ​ຟາ-​ສະ​ແດງ​ລະຄອນ​ຢູ່​ຕາ​ແສງ 6, ເມືອ​ງ 3 ​​ໃຫ້​ຮູ້​ວ່າ:

   “​ໃນ​ເບື້ອງ​ຕົ້ນກໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​ດ້ານ​ນັກສະ​ແດງ, ​ເມື່ອ​ມີ​ນັກສະ​ແດງ​ແລ້ວ​ກໍ່​ຕ້ອງ​ຊອກ​ຫາ​ບົດ​ລະຄອນ, ຜູ້​ກຳກັບ​ການສະ​ແດງ, ອີກ​ຢ່າງ​ໜຶ່ງ, ບັນດາ​ເຄື່ອງ​ອຸປະກອນ​ໃນ​ເວທີ​ສະ​ແດງ​ຕ້ອງ​ມີ​ໜ້ອຍ​ທີ່​ສຸດ. ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອຮັບ​ໃຊ້​ຜູ້​ຊົມ​​ເປັນ​ຢ່າງ​ດີ, ຕ້ອງ​ກຳ​​ແໜ້ນຄວາມ​ນິຍົມ​ຂອງ​ຜູ້​ຊົມ​ໄດ້

 ນຳສິລະປະມາໃກ້ຊິດກັບມວນຊົນ - ảnh 3
ນັກສະ​ແດງ​ຈິ້ງ​ກີ​ມຈີ

(ພາບ: Phạm Thiết Mẫn)

   ສຳລັບ​ນັກສະ​ແດງ​ຈິ້ງ​ກີ​ມຈີ​ແລ້ວ, ​ເຖິງ​ວ່າ​ໄດ້​ຮູ້ລ່ວງ​ໜ້າ​ວ່າຈະຕ້ອງປະສົບ​ກັບ​ຄວາມ​ຫຍຸ້ງ ຍາກ​ໃນ​ບັນຫາ​ກຳ​ໄລ​ກໍ່ຕາມ​​ແຕ່ເອື້ອຍ​ຍັງ​ຕັດສິນ​ໃຈ​ເປີດຮ້ານກາ​ຟາ-​ສະ​ແດງ​ລະ ຄອນ CK ​ເພື່ອສ້າງ​ໂອກາດ​ໃຫ້​ບັນດາ​ນັກສະ​ແດງ​ໜຸ່ມ ​ແລະ ກໍ່​ແມ່ນ​ເພື່ອ​ຕອບ​ສະໜອງ​ຄວາມ​ເມົາ​ມົວ​ຂອງ​ຕົນ:

​​​​ນີ້​ແມ່ນ​ເວທີ​ສະຫງວນ​ໃຫ້​ແກ່​ບັນດາ​ນັກສະ​ແດງໜຸ່ມ ​ແລະ ກໍ່​ແມ່ນ​ເພື່ອ​ສ້າງ​ຄວາມ​ລຶ້ງ​ເຄີຍ, ຄວາມ​ນິຍົມ​ຂອງ​ບັນດາ​ເພື່ອນ​ໜຸ່ມ​ກໍ່​ຄື​ທ່ານ​ຜູ້​ຊົມ​ທີ່​ມີ​ຕໍ່​ເວທີ​ສະ​ແດງ​ລະ ຄອນ​ຫຼາຍ​ກ່ວາ, ນັ້ນ​ແມ່ນ​ຄວາມ​ນຶກຄິດ​ຂອງຂ້າພະ​ເຈົ້າ​ເພື່ອ​ເປີດ​ຮ້ານ​ກາ​ເຟ-ສະ​ແດງ​ລະຄອນ​ແຫ່ງ​ນີ້“.

   ​ໃນ​ສະພາບການ​ທີ່​ເວທີ​ສະ​ແດງ​ອາຊີບ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ນັ້ນ, ການ​​ເປີດ​ບັນດາຮ້ານກາ​ຟາ-​ສະ​ແດງ​ລະຄອນ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ບັນດາ​ເວທີ​ສະ​ແດ​ງສິລະ​ປະ​ທີ່​ມີ​ພະລັງ​ຊີວິດ​ໃໝ່, ນຳ​ສິລະ​ປະມາ​ໃກ້ຊິດ​ກັບມວນ​ຊົນ​ກ່ວາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບ່ອນ​ພັດທະນາ​ບັນດາ​ນັກສະ​ແດງ​ໜຸ່ມ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ອີກ​ດ້ວຍ. ຢູ່ທີ່​ນີ້​ກໍ່ປະກອບສ່ວນຢັ້ງຢືນຊື່​ສຽງ​ໃຫ້​ແກ່​ບັນດາ​ນັກສະ​ແດງ​ໃໝ່, ​ເຂົາ​ເຈົ້າກໍ່​ມີ​ຜູ້​​ນິຍົມ​ສະ​ເພາະ​ຂອງ​ຕົນ. ນັກສະ​ແດງ​ໂຮ່​ແທງ​ຟອງ, ກອງລະຄອນ​ແທງ​ຟອງ​ໃຫ້​ຮູ້​ວ່າ:

   “​ເວທີ​ສະ​ແດງ​ລະຄອນ​ແມ່ນ​ແຫ່ງ​ທີ່​ຕົນ​ເອງ​ສາ​ມາດ​ສະ​ແດງ​​ໂດ​ບສວມ​ບົດຕົວ​ລະຄອນ​ຕ່າງໆ ​ແລະ ​ເພື່ອ​ທົດ​ສອບ​ຕົນ​ເອງ ຍ້ອນ​ວ່າ, ຢູ່​​ເວທີ​ສະ​ແດງ​ໃນ​ຮ້ານ​ກາ​ເຟ, ​ໄລຍະ​ຫ່າງ​ລະຫວ່າງ​ນັກສະ​ແດງ ​ແລະ ຜູ້​ຊົມ​ບໍ່​ຄື​ກັນ​ກັບ​ບັນດາ​ເວທີ​ສະ​ແດງ​ລະຄອນ​ໃຫ່ຍ, ສະນັ້ນ, ​ເມື່ອ​ມາສະ​ແດງ​ຢູ່​ແຫ່ງ​ນີ້ ຕ້ອງຕັ້ງສະຕິ​ສູງກ່ວາ“.

  ສິ່ງ​ທີ່ຮ້ານກາ​ຟາ-​ສະ​ແດງ​ລະຄອນພວມ​ເຮັດ​ ໄດ້​ປະກອບສ່ວນ​ເຮັດ​ໃຫ້​ຊີວິດ​ວັດທະນະທຳ, ການບັນ​ເທິງ​ຂອງ​ຊາວ​ນະຄອນ​ໂຮ່ຈິ​ມິນ ມີ​ຄວາມ​ອຸດົມສົມບູນ​ກ່ວາ​ອີກ. ຜ່ານ​ນັ້ນ, ​ໄດ້​ນຳ​ສິລະ​ປະ​ສະ​ແດງ​ລະຄອນ​ມາ​ໃກ້​ຊິດ​ກັບ​ມວນ​ຊົນກ່ວາອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ